ໝູ່ບ້ານຜະລິດ “ສາດຜີ” ດິ້ງອຽນ

ໝູ່ບ້ານຜະລິດ “ສາດຜີ” ດິ້ງອຽນ

ຊາວ​ບ້ານ ດິ້ງ​ອຽນ (​ເມືອງ ​ເລີບວໍ່, ​ແຂວງ ດົ່ງ​ທາບ) ເລົ່າໃຫ້ຟັງວ່າ ໃນ​ອະດີດ ສະຖານທ່ີແຫ່ງນີ້ ​ເອີ້ນວ່າ ​ຕະຫຼາດ “​ສາດ​ຜີ”, ​ເພາະວ່າ​ ຕະຫຼາດ​ແຫ່ງນີ້ ໄດ້ຈັດ​ຂຶ້ນ​ໃນ​ຕອນ​ກາງຄືນ ​ຍ້ອນ​​ຕອນ​ກາງ​ເວັນຊາວບ້ານຫຍຸ້ງກັບການ ຕໍ່າສາດ. ຕະຫຼາດເປີດໃນເວ ລາ 19:00 ໂມງ,  ໂຄມໄຟກະພິບ, ສາດຫຼາຍຜືນຄົບທຸກສີຄື ສີແດງ, ສີຟ້າ ແລະ ສີເຫຼືອງ ປາກົດຂຶ້ນຢ່າງໂດດເດັ່ນໃນຄວາມມືດສະຫຼົວ ໃນຍາມຄໍ່າຄືນ. ຕະຫຼາດ “ສາດຜີ” ໃຊ້ເວລາປະມານ 2 ຊົ່ວໂມງ ແລ້ວເລີກລາ.

ປັດຈຸ​ບັນ, ​ໃນ​ທຸກໆ ທ້າຍ​ອາ​ທິດ, ຊາວ​ບ້ານ ດິ້ງອຽນ ໄດ້​ຈັດ​ຕັ້ງ​ຕະຫຼາດ​ຂາຍສາດ​ ຢູ່​ວັດ ດິ້ງອຽນ, ​ໃນ​ນັ້ນ​ມີ​​ການ​ເຄື່ອນ​ໄຫວ​ຄ້າ ຂາຍ, ອາຫານການກິນ ​ແລະ ສະແດງສິລະ​ປະ ທີ່ມີເອກະລັກສະເພາະ.

ໝູ່​ບ້ານຜະລິດສາດ ດິ້ງ​ອຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ຫຼາຍ​ຮ້ອຍ​ປີ​ກ່ອນ. ​ໂດຍ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ ເຫົ້າ, ​ດິນ​ແດນ​ແຫ່ງ​ນີ້ ​ມີ​ດອນ ​ແລະ ​ຫາດດິນໂທມ ​ຫຼາຍ​ແຫ່ງ​ເປັນ​ແຫ່ຼງວັດ​ຖຸ​ດິບ ທ່ີອຸດົມ ສົມບູນ ເຊັ່ນ: ຕົ້ນ ປໍ ແລະ ຕົ້ນຜື ​ເພື່ອ​ເປັນວັດຖຸໃຫ້ແກ່ການຜະ ລິດສາດ. ຕາມ​ນັກ​ຄົ້ນ​ຄ​ວ້າ​ແລ້ວ, ຕົ້ນກຳເນີດຂອງ ຊາວ​ບ້ານ ​ດິ້ງ​ອຽນ​ ແມ່ນມາ​ຈາກ​ເຂດ​ທົ່ງ​ພຽງ ​ແຄມ​ທະ​ເລ​ພາກ​ເໜືອ (ຖາຍ​ບິ່ງ, ນາມ​ດິ້ງ). ​ເມື່ອຍ້າຍ​ເຂົ້າ​ໄປ​ຢູ່ພາກ​ໃຕ້, ປະຊາຊົນ ໄດ້​ນຳ​ເອົາ​ອາ ຊີບ​ຕໍ່າສາດ​ພື້ນ​ເມືອງ​ມາ​ນຳ ​ແລະ ພັດທະນາ​ຢ່າງ​ແຮງ​ ຢູ່​ທ້ອງ​ຖິ່ນ.


ປັດຈຸ​ບັນ, ອາຊີບຕໍ່າສາດ​ ໄດ້ເຕົ້າໂຮມ​ຕົ້ນຕໍ​ຢູ່ 2 ຕາ​ແສງ ດິ້ງ​ອານ ​ແລະ ດິ້ງອຽນ, ​ໂດຍ​ສະ​ເພາະ​ແມ່ນ​ບ້ານ​ ອານ​ເລີ້ຍ A, ອານເລີ້ຍ​ B ຂອງ ​ຕາ​ແສງ ດິ້ງອຽນ. ຈຸດ​ພິ​ເສດໜຶ່ງ ​ຄື ຄອບ​ຄົວ​ທຳອາຊີບຜະລິດສາດ​ ສ່ວນ​ຫຼາຍ​ດຳ​ລົງ​ຊີ​ວິດ​ຢູ່​ອ້ອມວັດ ​ດິ່ງ​ອຽນ, ເຂົາເຈົ້າ​ມັກ​ຕາກ​ສາດ ທ່ີມີ ສີ​ຂຽວ-ເຫຼືອງ-ແດງ ຢູ່​ອ້ອມ​ບໍລິເວນ ວັດ, ລຽບ​ຕາມ​ສອງ​ຟາກ​ທາງ​ເຂົ້າ​ບ້ານ ແລະ ກາຍ​ເປັນ​ຮູບພາບ ທີ່​ຄຸ້ນ​ເຄີຍ, ມີລັກ​ສະ​ນະສະເພາະ ແລະ ຮູບພາບທີ່ສວຍງາມຂອງໝູ່ບ້ານ ຜະລິດສາດແຫ່ງນີ້.

ປັດຈຸບັນ, ການນໍາເຄື່ອງຈັກເຂົ້າໃນບາງຂັ້ນຕອນ ຂອງການຜະ ລິດສາດ ໄດ້ປະກອບສ່ວນຫຼຸດຜ່ອນໃຊ້ແຮງງານຄົນ ແລະ ເພີ່ມ ຈໍານວນ ຜະລິດຕະພັນ ໃຫ້ແກ່ບັນດາຄອບຄົວ ທຳອາຊີບຜະລິດສາດ. ບາງພື້ນຖານຜະລິດສາດ ຂະໜາດໃຫຍ່​ຢູ່​ໝູ່​ບ້ານ​ຄຶື: ໂຮງ​ງານຜະລິດສາດ ​ແທງ​ບິ່ງ, ​ໂຮງງານຜະລິດສາດ ​​ວິງ​ເລີ້ຍ, ​ໂຮງ ງານ​ຜະລິດສາດ ແບຮາຍ... ສາມາດ​ຜະລິດສາດ ໄດ້​ເປັນ​ຈຳ ນວນ​ຫຼວງ​ຫຼາຍ, ຕອບ​ສະໜອງ​ຄວາມ​ຕ້ອງການ​ສູງ​ ຂອງ ​ຕະ ຫຼາດ. ທ່ານ​ ຟານວັນ​ເຕິ໊ນ (​ເຈົ້າ​ຂອງ​ໂຮງງານຜະລິດສາດ ແບຮາຍ) ​ໃຫ້​ຮູ້​ວ່າ: ຄອບຄົວ​ຂອງ​ເພິ່ນ​ໄດ້​ທໍາ​ອາຊີບ​ຜະລິດສາດ​ມາ​ເປັນ​ເວລາ 30 ກວ່າ​ປີ​ແລ້ວ, ປັດຈຸ​ບັນ, ມີ​ເຄື່ອງ​ຈັກສານ ໄຍ​ ຜື 2 ເຄື່ອງ ​ແລະ ຄົນ​ງານ​ປະຈຳ 5 ຄົນ, ໂຮງງານ ແຫ່ງນີ້ສາມາດ ຜະ ລິດ ສາດ ທຸກປະເພດ 50 ຜືນຕໍ່ມື້.

ໂຮງງານ ແທງບິ່ງ ຕັ້ງຢູ່ໃກ້ກັບວັດ ດິ້ງອຽນ ມີກຳລັງການ ຜະລິດ ສູງກວ່າໂຮງງານ ຂອງທ່ານ ເຕິ໊ນ 10 ເທົ່າ, ມີພະນັກງານກວ່າ 20 ຄົນ ພ້ອມທັງລະບົບເຄື່ອງຈັກ ທີ່ສົມບູນ ແລະ ເປັນມືອາຊີບ. ທ່ານ ​ເຕິ໊ນ ​ກ່າວ​ຕື່ມ​ວ່າ ອາຊີບຜະລິດສາດ​ ແມ່ນ​ຕ້ອງ​ມີ​ຄວາມ​ລະອຽດ ​ແລະ ​ມີສີ​ມື​ແຮງ​ງານ, ທັງ​ມີ​ຄວາມ​ຮູ້​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ​ຂອງ​ແຕ່​ລະໂຮງງານ ​ເພື່ອຜະລິດອອກມາ ​ຜະ​ລິດ​ຕະ​ພັນ​ສາດ ທີ່​ມີຄຸນນະພາບທົນ​ທານ​, ສວຍງາມ, ​ຖື​ຍີ່​ຫໍ້ ​ແລະ ລັກສະ ລະສະເພາະ​. ໃນການຜະລິດສາດ ຜືນໜຶ່ງທີ່ມີສີສັນ ສວຍງາມ ແລະ ຈືດຈາງ ໜ້ອຍລົງ, ຕ້ອງໃຊ້ເວລາຫຼາຍຂັ້ນຕອນ, ສິ່ງສຳ ຄັນແມ່ນເລືອກໄຍ ຜື ໃຫ້ເທົ່າໆ ກັນ, ຕາກ ແດດໃນຄວາມຮ້ອນຢ່າງພຽງພໍ ກ່ອນຈະເອົາໄປຍ້ອມ ສີຟ້າ, ສີແດງ, ສີເຫຼືອງ... ໃນ ນ້ໍາຮ້ອນ. ເພື່ອໃຫ້ສີຍ້ອມ ຖືກຕ້ອງ ແລະ ບໍ່ຈືດຈາງ, ຕ້ອງຕົ້ມນໍ້າສີ ໃຫ້ຮ້ອນກ່ອນແລ້ວ ຈິ່ງຈຸ່ມໄຍ ຜື ແຕ່ລະຊໍ່ນ້ອຍໆ ລົງໃສ່, ຂຶ້ນກັບຄວາມເຂັ້ມ ຫຼື ຈືດ ກໍ່ສາມາດ ຈຸ່ມ 2-3 ເທື່ອ ຫຼືຫຼາຍກວ່ານັ້ນ. ຫຼັງ​ຈາກ​ນັ້ນ​, ໄຍ ຜື ສືບ​ຕໍ່​ໄດ້​ເອົາໄປຕາກ​ແດດ​ໃຫ້​ແຫ້ງ​ອີກ​ເທື່ອ​ໜຶ່ງ ກ່ອນ​​ຈະ​ໄດ້​ເອົາໄປຕໍ່າ. ເມື່ອ​ຕໍ່າສາດ​ສິ້ນ​ສຸດ​ລົງ, ຄົນ​ງານ​ກໍ​ເອົາ​ສາດໄປ​ຕັດ​ຂອບ, ຫຍິບ​ຜ້າ ແລ້ວຕາກ​ແດດ​ໃຫ້​ແຫ້ງ.


ໃນ​ບັນ​ດາ​ປະ​ເພດສາດ, ສາດລາຍດອກໄມ້ ແລະ ສາດລາຍເປືອກຫອຍ ແມ່ນ​ເຮັດຍາກ​ກວ່າໝູ່ ເພາະ​ວ່າ ​ຈະຕ້ອງຈັດແບ່ງ​ ແລະ​ ສານຕົວ​ອັກ​ສອນ ແນວໃດໃຫ້​ສວຍ​ງາມ ​ແລະ ​ຊັບ​ຊ້ອນ. ຜ່ານ​ສີມື​ ທີ່​ຊຳນານ ​ຂອງຄົນງານ, ​ແຕ່ລະ​ປີ​ບັນດາ​ຄອບຄົວ​ຢູ່​ທີ່​ນີ້ ​ໄດ້​ຜະລິດ​ສາດ​ ນັບ​ລ້ານ​ຜືນ ມີ​ລວດລາຍ​ທີ່​ສົດ​ໃສ, ລຽບ​ງ່າຍ ​ແລະ ທົນທານ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ປີ 2012, ວັດ ດິ້ງອຽນ ​ໄດ້​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ຮັບຮອງເປັນຮ່ອງຮອຍ​ປະຫວັດສາດ ວັດທະນະທຳລະດັບຊາດ. ໜຶ່ງປີຕໍ່ມາ, ອາຊີບຕໍ່າສາດ ຢູ່ຕາແສງ ດິ້ງອຽນ ຖືກຮັບຮອງ ໃຫ້ເປັນມໍລະດົກ ວັດທະນະທຳ ທ່ີເປັນນາມມະທໍາ ລະ ດັບຊາດ - ນັ້ນແມ່ນ ຄວາມພາກພູມໃຈ ຂອງຊາວບ້ານ ດິ້ງອຽນ. ພິ​ເສດ, ໝູ່​ບ້ານ​ອາຊີບຜະລິດສາດ ​ດິ້ງ​ອຽນ ຍັງ​ໄດ້​​ຜູ້​ກຳ​ກັບ​ຮູບ​ເງົາ​ຫຼາຍຄົນ ເລືອກເພື່ອຖ່າຍທຳ​ຮູບ​ເງົາ​ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ​ໃນ​ນັ້ນ​​ມີຮູບເງົາ ເປີດໜ້າ 6 ຂອງ ​ຜູ້​ກຳ​ກັບ - ນັກ​ຮ້ອງ ຫຼີຫາຍ ດ້ວຍ​ບັນ​ດາ​ຮູບພາບຕົ້ນຕໍ່ໄດ້ຖ່າຍທໍາຢູ່ທີ່ນີ້.


ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ

Top