ຊາວບ້ານ ດິ້ງອຽນ (ເມືອງ ເລີບວໍ່, ແຂວງ ດົ່ງທາບ) ເລົ່າໃຫ້ຟັງວ່າ ໃນອະດີດ ສະຖານທ່ີແຫ່ງນີ້ ເອີ້ນວ່າ ຕະຫຼາດ “ສາດຜີ”, ເພາະວ່າ ຕະຫຼາດແຫ່ງນີ້ ໄດ້ຈັດຂຶ້ນໃນຕອນກາງຄືນ ຍ້ອນຕອນກາງເວັນຊາວບ້ານຫຍຸ້ງກັບການ ຕໍ່າສາດ. ຕະຫຼາດເປີດໃນເວ ລາ 19:00 ໂມງ, ໂຄມໄຟກະພິບ, ສາດຫຼາຍຜືນຄົບທຸກສີຄື ສີແດງ, ສີຟ້າ ແລະ ສີເຫຼືອງ ປາກົດຂຶ້ນຢ່າງໂດດເດັ່ນໃນຄວາມມືດສະຫຼົວ ໃນຍາມຄໍ່າຄືນ. ຕະຫຼາດ “ສາດຜີ” ໃຊ້ເວລາປະມານ 2 ຊົ່ວໂມງ ແລ້ວເລີກລາ.
ຊາວບ້ານ ດິ້ງອຽນ (ເມືອງ ເລີບວໍ່, ແຂວງ ດົ່ງທາບ) ເລົ່າໃຫ້ຟັງວ່າ ໃນອະດີດ ສະຖານທ່ີແຫ່ງນີ້ ເອີ້ນວ່າ ຕະຫຼາດ “ສາດຜີ”, ເພາະວ່າ ຕະຫຼາດແຫ່ງນີ້ ໄດ້ຈັດຂຶ້ນໃນຕອນກາງຄືນ ຍ້ອນຕອນກາງເວັນຊາວບ້ານຫຍຸ້ງກັບການ ຕໍ່າສາດ. ຕະຫຼາດເປີດໃນເວ ລາ 19:00 ໂມງ, ໂຄມໄຟກະພິບ, ສາດຫຼາຍຜືນຄົບທຸກສີຄື ສີແດງ, ສີຟ້າ ແລະ ສີເຫຼືອງ ປາກົດຂຶ້ນຢ່າງໂດດເດັ່ນໃນຄວາມມືດສະຫຼົວ ໃນຍາມຄໍ່າຄືນ. ຕະຫຼາດ “ສາດຜີ” ໃຊ້ເວລາປະມານ 2 ຊົ່ວໂມງ ແລ້ວເລີກລາ.ປັດຈຸບັນ, ໃນທຸກໆ ທ້າຍອາທິດ, ຊາວບ້ານ ດິ້ງອຽນ ໄດ້ຈັດຕັ້ງຕະຫຼາດຂາຍສາດ ຢູ່ວັດ ດິ້ງອຽນ, ໃນນັ້ນມີການເຄື່ອນໄຫວຄ້າ ຂາຍ, ອາຫານການກິນ ແລະ ສະແດງສິລະປະ ທີ່ມີເອກະລັກສະເພາະ.
ໝູ່ບ້ານຜະລິດສາດ ດິ້ງອຽນ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອຫຼາຍຮ້ອຍປີກ່ອນ. ໂດຍຕັ້ງຢູ່ແຄມແມ່ນ້ຳ ເຫົ້າ, ດິນແດນແຫ່ງນີ້ ມີດອນ ແລະ ຫາດດິນໂທມ ຫຼາຍແຫ່ງເປັນແຫ່ຼງວັດຖຸດິບ ທ່ີອຸດົມ ສົມບູນ ເຊັ່ນ: ຕົ້ນ ປໍ ແລະ ຕົ້ນຜື ເພື່ອເປັນວັດຖຸໃຫ້ແກ່ການຜະ ລິດສາດ. ຕາມນັກຄົ້ນຄວ້າແລ້ວ, ຕົ້ນກຳເນີດຂອງ ຊາວບ້ານ ດິ້ງອຽນ ແມ່ນມາຈາກເຂດທົ່ງພຽງ ແຄມທະເລພາກເໜືອ (ຖາຍບິ່ງ, ນາມດິ້ງ). ເມື່ອຍ້າຍເຂົ້າໄປຢູ່ພາກໃຕ້, ປະຊາຊົນ ໄດ້ນຳເອົາອາ ຊີບຕໍ່າສາດພື້ນເມືອງມານຳ ແລະ ພັດທະນາຢ່າງແຮງ ຢູ່ທ້ອງຖິ່ນ.
ປັດຈຸບັນ, ອາຊີບຕໍ່າສາດ ໄດ້ເຕົ້າໂຮມຕົ້ນຕໍຢູ່ 2 ຕາແສງ ດິ້ງອານ ແລະ ດິ້ງອຽນ, ໂດຍສະເພາະແມ່ນບ້ານ ອານເລີ້ຍ A, ອານເລີ້ຍ B ຂອງ ຕາແສງ ດິ້ງອຽນ. ຈຸດພິເສດໜຶ່ງ ຄື ຄອບຄົວທຳອາຊີບຜະລິດສາດ ສ່ວນຫຼາຍດຳລົງຊີວິດຢູ່ອ້ອມວັດ ດິ່ງອຽນ, ເຂົາເຈົ້າມັກຕາກສາດ ທ່ີມີ ສີຂຽວ-ເຫຼືອງ-ແດງ ຢູ່ອ້ອມບໍລິເວນ ວັດ, ລຽບຕາມສອງຟາກທາງເຂົ້າບ້ານ ແລະ ກາຍເປັນຮູບພາບ ທີ່ຄຸ້ນເຄີຍ, ມີລັກສະນະສະເພາະ ແລະ ຮູບພາບທີ່ສວຍງາມຂອງໝູ່ບ້ານ ຜະລິດສາດແຫ່ງນີ້.
ປັດຈຸບັນ, ການນໍາເຄື່ອງຈັກເຂົ້າໃນບາງຂັ້ນຕອນ ຂອງການຜະ ລິດສາດ ໄດ້ປະກອບສ່ວນຫຼຸດຜ່ອນໃຊ້ແຮງງານຄົນ ແລະ ເພີ່ມ ຈໍານວນ ຜະລິດຕະພັນ ໃຫ້ແກ່ບັນດາຄອບຄົວ ທຳອາຊີບຜະລິດສາດ. ບາງພື້ນຖານຜະລິດສາດ ຂະໜາດໃຫຍ່ຢູ່ໝູ່ບ້ານຄຶື: ໂຮງງານຜະລິດສາດ ແທງບິ່ງ, ໂຮງງານຜະລິດສາດ ວິງເລີ້ຍ, ໂຮງ ງານຜະລິດສາດ ແບຮາຍ... ສາມາດຜະລິດສາດ ໄດ້ເປັນຈຳ ນວນຫຼວງຫຼາຍ, ຕອບສະໜອງຄວາມຕ້ອງການສູງ ຂອງ ຕະ ຫຼາດ. ທ່ານ ຟານວັນເຕິ໊ນ (ເຈົ້າຂອງໂຮງງານຜະລິດສາດ ແບຮາຍ) ໃຫ້ຮູ້ວ່າ: ຄອບຄົວຂອງເພິ່ນໄດ້ທໍາອາຊີບຜະລິດສາດມາເປັນເວລາ 30 ກວ່າປີແລ້ວ, ປັດຈຸບັນ, ມີເຄື່ອງຈັກສານ ໄຍ ຜື 2 ເຄື່ອງ ແລະ ຄົນງານປະຈຳ 5 ຄົນ, ໂຮງງານ ແຫ່ງນີ້ສາມາດ ຜະ ລິດ ສາດ ທຸກປະເພດ 50 ຜືນຕໍ່ມື້.
ໂຮງງານ ແທງບິ່ງ ຕັ້ງຢູ່ໃກ້ກັບວັດ ດິ້ງອຽນ ມີກຳລັງການ ຜະລິດ ສູງກວ່າໂຮງງານ ຂອງທ່ານ ເຕິ໊ນ 10 ເທົ່າ, ມີພະນັກງານກວ່າ 20 ຄົນ ພ້ອມທັງລະບົບເຄື່ອງຈັກ ທີ່ສົມບູນ ແລະ ເປັນມືອາຊີບ. ທ່ານ ເຕິ໊ນ ກ່າວຕື່ມວ່າ ອາຊີບຜະລິດສາດ ແມ່ນຕ້ອງມີຄວາມລະອຽດ ແລະ ມີສີມືແຮງງານ, ທັງມີຄວາມຮູ້ທີ່ເປັນເອກະລັກສະເພາະ ຂອງແຕ່ລະໂຮງງານ ເພື່ອຜະລິດອອກມາ ຜະລິດຕະພັນສາດ ທີ່ມີຄຸນນະພາບທົນທານ, ສວຍງາມ, ຖືຍີ່ຫໍ້ ແລະ ລັກສະ ລະສະເພາະ. ໃນການຜະລິດສາດ ຜືນໜຶ່ງທີ່ມີສີສັນ ສວຍງາມ ແລະ ຈືດຈາງ ໜ້ອຍລົງ, ຕ້ອງໃຊ້ເວລາຫຼາຍຂັ້ນຕອນ, ສິ່ງສຳ ຄັນແມ່ນເລືອກໄຍ ຜື ໃຫ້ເທົ່າໆ ກັນ, ຕາກ ແດດໃນຄວາມຮ້ອນຢ່າງພຽງພໍ ກ່ອນຈະເອົາໄປຍ້ອມ ສີຟ້າ, ສີແດງ, ສີເຫຼືອງ... ໃນ ນ້ໍາຮ້ອນ. ເພື່ອໃຫ້ສີຍ້ອມ ຖືກຕ້ອງ ແລະ ບໍ່ຈືດຈາງ, ຕ້ອງຕົ້ມນໍ້າສີ ໃຫ້ຮ້ອນກ່ອນແລ້ວ ຈິ່ງຈຸ່ມໄຍ ຜື ແຕ່ລະຊໍ່ນ້ອຍໆ ລົງໃສ່, ຂຶ້ນກັບຄວາມເຂັ້ມ ຫຼື ຈືດ ກໍ່ສາມາດ ຈຸ່ມ 2-3 ເທື່ອ ຫຼືຫຼາຍກວ່ານັ້ນ. ຫຼັງຈາກນັ້ນ, ໄຍ ຜື ສືບຕໍ່ໄດ້ເອົາໄປຕາກແດດໃຫ້ແຫ້ງອີກເທື່ອໜຶ່ງ ກ່ອນຈະໄດ້ເອົາໄປຕໍ່າ. ເມື່ອຕໍ່າສາດສິ້ນສຸດລົງ, ຄົນງານກໍເອົາສາດໄປຕັດຂອບ, ຫຍິບຜ້າ ແລ້ວຕາກແດດໃຫ້ແຫ້ງ.
ໃນບັນດາປະເພດສາດ, ສາດລາຍດອກໄມ້ ແລະ ສາດລາຍເປືອກຫອຍ ແມ່ນເຮັດຍາກກວ່າໝູ່ ເພາະວ່າ ຈະຕ້ອງຈັດແບ່ງ ແລະ ສານຕົວອັກສອນ ແນວໃດໃຫ້ສວຍງາມ ແລະ ຊັບຊ້ອນ. ຜ່ານສີມື ທີ່ຊຳນານ ຂອງຄົນງານ, ແຕ່ລະປີບັນດາຄອບຄົວຢູ່ທີ່ນີ້ ໄດ້ຜະລິດສາດ ນັບລ້ານຜືນ ມີລວດລາຍທີ່ສົດໃສ, ລຽບງ່າຍ ແລະ ທົນທານ ໄດ້ຮັບຄວາມນິຍົມຊົມຊອບຈາກຕະຫຼາດພາຍໃນ ແລະ ຕ່າງປະເທດ.
ປີ 2012, ວັດ ດິ້ງອຽນ ໄດ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮັບຮອງເປັນຮ່ອງຮອຍປະຫວັດສາດ ວັດທະນະທຳລະດັບຊາດ. ໜຶ່ງປີຕໍ່ມາ, ອາຊີບຕໍ່າສາດ ຢູ່ຕາແສງ ດິ້ງອຽນ ຖືກຮັບຮອງ ໃຫ້ເປັນມໍລະດົກ ວັດທະນະທຳ ທ່ີເປັນນາມມະທໍາ ລະ ດັບຊາດ - ນັ້ນແມ່ນ ຄວາມພາກພູມໃຈ ຂອງຊາວບ້ານ ດິ້ງອຽນ. ພິເສດ, ໝູ່ບ້ານອາຊີບຜະລິດສາດ ດິ້ງອຽນ ຍັງໄດ້ຜູ້ກຳກັບຮູບເງົາຫຼາຍຄົນ ເລືອກເພື່ອຖ່າຍທຳຮູບເງົາ ກ່ຽວກັບວັດທະນະທຳ ພາກຕາເວັນຕົກສ່ຽງໃຕ້, ໃນນັ້ນມີຮູບເງົາ ເປີດໜ້າ 6 ຂອງ ຜູ້ກຳກັບ - ນັກຮ້ອງ ຫຼີຫາຍ ດ້ວຍບັນດາຮູບພາບຕົ້ນຕໍ່ໄດ້ຖ່າຍທໍາຢູ່ທີ່ນີ້.
ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ