ອາຊີບເຮັດດິນຈີ່, ດິນຂໍ ຢູ່ພະລາຊະວັງ ເຫວ້

ອາຊີບເຮັດດິນຈີ່, ດິນຂໍ ຢູ່ພະລາຊະວັງ ເຫວ້

ທ່ານ ດັ້ງ​ອວຽນ ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ອາຊີບເຮັດດິນຈີ່, ດິນຂໍ ຢູ່ພະລາຊະວັງ ເຫວ້. ພາບ: ແທງຮ່ວາ/VNP

ທ່ານ ດັ້ງ​ອວຽນ ຢູ່​ຕາ​ແສງ ທ້ວນຮ່ວາ, ນະຄອນ ​ເຫວ້ (ເທື່ອ ທຽນ ເຫວ້) ​ແຕ່​ກ່ອນທຳ​ອາຊີບ​​ຄ້າຂາຍ, ບໍ່​ກ່ຽວກັບກັບອາຊີບ​ປັ້ນດິນ​ເຜົາ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍຄວາມ​ຮັກ ​ແລະ ​ໂອກາດ​ ໄດ້​ນຳ​ເພິ່ນໃຫ້ ທໍາການ​ຄົ້ນ​ຄວ້າ, ຜະລິດ​ດິນຈີ່, ດິນຂໍ, ເຄື່ອງປັ້ນດິນເຜົາເຄືອບ​​ສີ ຕາມ​ເຕັກນິກ​ ຂອງ ລາຊະວົງ ຫງວຽນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສະໜອງ​ວັດຖຸ​ດິບ ​ທີ່​ສຳຄັນໃນການສ້ອມແປ່ງ, ປະຕິສັງ ຂອນ ບັນດາຮ່ອງຮອຍ ປະຫວັດສາດ ໃນເຂດກຸງເກົ່າ ເຫວ້ - ມໍລະ ດົກ ວັດທະນະທໍາ ໂລກ.

ເຫວ້ ​​ມີເຂດ​ຮ່ອງຮອຍ​ປະຫວັດສາດ ​ແລະ ວັດທະນະທຳ​ ເກືອບ 1.000​ແຫ່ງ, ​ໃນ​ນັ້ນ 89​ແຫ່ງ​ແມ່ນ​ຮ່ອງຮອຍ ລະດັບ​ຊາດ. ຜ່ານການເວລາ, ສະຖາປັດຕະຍະກຳທີ່ ເປັນເອກະລັກ ຫຼາຍ ແຫ່ງ ທີ່ມີອາຍຸ ນັບຫຼາຍຮ້ອຍປີ ໄດ້ຊຸດໂຊມລົງ ເທື່ອລະກ້າວ, ຮຽກ ຮ້ອງໃຫ້ມີ ການຟື້ນຟູຢ່າງທັນການ. ພາບ: ແທງຮ່ວາ/VNP

ຖ້າໃຜ ມີໂອກາດ ຄັ້ງໜຶ່ງໄດ້ໄປ ເຫວ້ ແລ້ວຈະຮູ້ສຶກ ປະທັບໃຈກັບ ຄວາມງາມອັນເກົ່າແກ່, ຫຼູຫຼາ ແລະ ຂະໜາດຂອງບັນດາ ກິດຈະ ກຳ ສະຖາປັດຕະຍະກຳ ພະລາຊະວັງ, ວັດວາອາຮາມ ແລະ ສຸ ສານ ຂອງ ລາຊະວົງ ຫງວຽນ ຢູ່ ເຫວ້. ໂດຍສະເພາະ, ສີເຫຼືອງ ແລະ ສີຟ້າ ຂອງດິນຂໍ ທີ່ເຫຼື້ອມຍິບຍັບ ຢ່າງມະຫັດສະຈັນ ເທິງ ບັນ ດາກິດຈະກຳ ສະຖາປັດ ຕະຍະກຳ ບູຮານເຫຼົ່ານີ້ ບໍ່ພຽງ ແຕ່ ສ້າງ ຄວາມງາມ ອັນສະຫງ່າ ລາສີຂອງກິດຈະກຳເທົ່ານັ້ນ, ແຕ່ຍັງສະ ແດງ ເຖິງຄວາມໝາຍທາງ ດ້ານວັດທະນະທຳ, ປັດຊະຍາ ແລະ ຄວາມງາມທີ່ເລິກເຊິ່ງ, ສະແດງໃຫ້ແກ່ ອຳນາດອັນເດັດຂາດ ຂອງ ເຈົ້າຊີວິດ ອີກດ້ວຍ.

ບັນດາ​ນັກ​ຄົ້ນ​ຄວ້າ ເຫັນວ່າ ລືວລີ ​ແມ່ນ​ຊື່​ຂອງ​ແກ້ວ​ປະເສີດ​ ທີ່​ລ້ຳ​ຄ່າປະເພດໜຶ່ງ, ສະ​ນັ້ນ ລາຊະວົງ ຫງວຽນ​ ຈຶ່ງ​ໄດ້​ນຳ​ໃຊ້​ຊື່​ດັ່ງ ກ່າວ​ ເພື່ອ​ຕັ້ງ​ຊື່​ໃຫ້ແກ່​ ດິນຂໍສອງ​ປະ​ເພດ​ທີ່ໄດ້ນຳໃຊ້ ເພື່ອມຸງຫຼັງ​ຄາ​​ພະ​ລາຊະ​ວັງ​ຄື: ​ດິນຂໍ​ເຄືອບ ຮວ່າງລືວລີ (ດິນຂໍເຄືອບ​ສີ​ເຫຼືອງ) ແລະ ແທງລືວລີ (ດິນຂໍ ເຄືອບສີ​ຂຽວ ໃບໄມ້). ດິນຂໍ ລືວລີ ຍັງມີແບບມຸງ ຫຼັງຄາແບບດຽວກັນ ກັບດິນຂໍ ເອີມເຢືອງ (ດິນຂໍມີສອງຊັ້ນ) ຄື ຊັ້ນ ໜຶ່ງຫັນໜ້າຂຶ້ນ ແລະ ຊັ້ນໜຶ່ງ ຫັນໜ້າລົງ, ສະແດງເຖິງຄວາມ ສຳ ພັນ ຂອງ ການບວກລົບ, ຟ້າດິນ ຕາມແນວຄິດ ວັດທະນະທຳ ຂອງ ຊາວ ຫວຽດນາມ. ເພື່ອຜະລິດອອກມາ ດິນຂໍ ທີ່ມີຄວາມໝາຍ ເປັນ ສັນຍາລັກສູງນັ້ນ, ນາຍຊ່າງ ຢູ່ເຕົາເຜົາ ດິນເຜົາໃນ ພະລາຊະວັງ ຕ້ອງຜ່ານ ຫຼາຍຂັ້ນຕອນ, ດ້ວຍຄວາມລັບຂອງຕົນ ທີ່ມາເຖິງຍຸກ ປັດຈຸບັນ ສ່ວນຫຼາຍໄດ້ສູນເສຍໄປ, ໂດຍສະເພາະ ແມ່ນວິທີການ ປຸງແຕ່ງ ນໍ້າສີເຄືອບ ເພື່ອສ້າງສີສັນ ພິເສດໃຫ້ ແກ່ດິນຂໍ ຮວ່າງລືວລີ ແລະ ແທງລືວລີ. 

ປັດຈຸ​ບັນ, ອາຊີບ​ຜະລິດດິນຈີ່, ດິນຂໍ ເຄື່ອງປັ້ນດິນເຜົາ ເຄືອບສີ ລາຊະວົງຢູ່​ ​ເຫວ້ ແມ່ນ​ມີໜ້ອຍ​ຄົນ​ທີ່​ທໍາ​ອາຊີບ ນີ້ເພາະວ່າ ສ່ວນໜຶ່ງ ແມ່ນຍ້ອນເຕັກນິກ​ຍາກ, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ຄວາມ​ຕ້ອງ ການນຳ​ໃຊ້​ບໍ່​ຫຼາຍ, ສ່ວນຫຼາຍ​ແມ່ນ​ພຽງ​ແຕ່​ຮັບ​ໃຊ້​ການ​ບູລະນະ​ປະຕິສັງ ຂອນບັນດາຮ່ອງຮອຍ. ​ໃນ​ສະພາບ​ການ​ນັ້ນ, ທ່ານ ດັ້ງ​ອວຽນ, ​ເມື່ອ ກ່ອນ​ເປັນ​ຊາວ​ຄ້າຂາຍ, ​ແຕ່​ຍ້ອນ​ມີ ຄວາມຮັກກັບອາຊີບ ຜະລິດ ເຄື່ອງ ​ປັ້ນດິນ​ເຜົາ ​ແລະ ​ມີຄວາມເປັນ​ຫ່ວງ​ກັບ​ການ​ປະຕິສັງຂອນ, ອະນຸລັກ​ຮັກສາ​ ສະຖາປັດຕະຍະກໍາ ​ລາຊະວົງ​ ເຫວ້ ໄດ້​ຮ່ຳຮຽນ ​ແລະ ຄົ້ນ​ຄວ້າ​ ດ້ວຍຕົນ​ເອງ, ຮຽນ​ຮູ້​ຈາກ​ປະສົບ​ການ ຂອງ​ ນາຍ ຊ່າງຜູ້​ສີ ມືດີ, ຜູ້ທີ່ໄດ້ໄປກ່ອນ ເພື່ອປະສົບ ຜົນສໍາເລັດໃນການ ສຶກ ສາ ຄວາມລັບ ຂອງການປຸງແຕ່ງ ນໍ້າສີເຄືອບ ແລະ ເຕັກນິກການ ເຜົາ ເພື່ອຜະລິດອອກມາ ດິນຂໍສອງປະເພດ ຄື ດິນຂໍ ຮວ່າງລືລີ ແລະ ແທງ ລືວ ລີ. ນອກຈາກ ດິນຂໍ 2 ປະເພດຕົ້ນຕໍນີ້ແລ້ວ, ເພິ່ນ ຍັງ ໄດ້ຄົ້ນຄວ້າ ແລະ ຜະລິດຕື່ມອີກກະເບື້ອງປະດັບ ຫຼາຍປະເພດ ທີ່ ຈຳເປັນສຳ ລັບການປະຕິສັງຂອນ ບັນດາກິດຈະກຳ ສະຖາປັດ ຕະຍະກຳ ສະໄໝລາຊະວົງ ຫງວຽນ.

 

ໂຮງ​ງານຜະລິດດິນຈີ່, ດິນຂໍ ຂອງ​ທ່ານ ດັ້ງ​ອວຽນ ໄດ້​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ວິ​ຊາ​ຊີບ​ເຮັດດິນຈີ່, ດິນຂໍ ຢູ່ພະລາຊະວັງ. ພາບ: ແທງຮ່ວາ/VNP 

ເຫວ້ ​ໄດ້​ຮັບ​ຂະໜານນາມວ່າ ​ເປັນ​ເມືອງ​ມໍລະດົກ​ໂລກ, ​ທີ່ນີ້ ມີເຂດ ຮ່ອງຮອຍ ​ກຸງເກົ່າ ​ເຫວ້ ​ໄດ້​ UNESCO ​ຮັບຮອງເປັນ​ມໍລະດົກ​ໂລກ. ນອກ​ນີ້, ທ້ອງ​ຖິ່ນ​ຍັງ​ມີເຂດ​ຮ່ອງຮອຍ​ປະຫວັດສາດ ​ແລະ ວັດທະນະ ທຳ​ ເກືອບ 1.000 ​ແຫ່ງ, ​ໃນ​ນັ້ນ 89 ​ແຫ່ງ​ແມ່ນ​ຮ່ອງຮອຍ ລະດັບ​ຊາດ. ຜ່ານການເວລາ, ສະຖາປັດຕະຍະກຳທີ່ ເປັນເອກະລັກ ຫຼາຍ ແຫ່ງ ທີ່ມີອາຍຸ ນັບຫຼາຍຮ້ອຍປີ ໄດ້ຊຸດໂຊມລົງ ເທື່ອລະກ້າວ, ຮຽກ ຮ້ອງໃຫ້ມີ ການຟື້ນຟູຢ່າງທັນການ. ​ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ​ຫຼາຍ​ກິດຈະ ຈຳ​ສະຖາປັດຕະຍະກຳ ​ທີ່​ສຳຄັນ​ທີ່ສັງກັດ​ເຂດ​ຮ່ອງຮອຍ ​ກຸງ ເກົ່າ ເຫວ້ ​ໄດ້​ຮັບ​ການ​ປະຕິສັງຂອນ, ປະກອບສ່ວນ​ເຮັດ​ໃຫ້​ນະຄອນ ຫຼວງ​ເກົ່າ​ ໄດ້ຟື້ນຟູ​ຄືນ​ໃໝ່​ເທື່ອ​ລະ​ກ້າວ. ບັນດາຜະລິດຕະພັນ ດິນ ຂໍເຄືອບສີ ຮວ່າງລືວລີ ແລະ ແທງລືວລີ  ຢູ່ໂຮງງານຜະລິດ ດິນຂໍ, ເຄື່ອງປັ້ນດິນເຜົາບູຮານ ເຫວ້  ຂອງ ທ່ານ ດັ້ງອວຽນ ໄດ້ຮັບ ການ ເລືອກເຟັ້ນ ຈາກສູນອະນຸລັກຮັກສາຮ່ອງຮອຍ ກຸງເກົ່າ ເຫວ້ ເພື່ອນຳ ໃຊ້ເຂົ້າໃນການບູລະນະ ແລະ ສ້ອມແປງ ຮ່ອງຮອຍສຳຄັນ ຫຼາຍ ແຫ່ງ ເຊັ່ນ: ປະຕູໂຂງ ງໍ້ມົນ. ​ສຸສານ​ຢາ​ລອງ, ​ສຸສານ​ ຕື້​ດຶກ, ​ສຸສານ​ ທ້ຽວ​ຈີ້, ​ສຸສານ ​ຢຸກ​ດຶກ, ​ເຈື່ອງລາງ, ຂົວ​ດິນຂໍ ແທງ​ຕວ່ານ, ​ສິລາຈາ ລຶກ ກວັກ​ຮອກ... ປັດຈຸ​ບັນ, ​ໂຮງງານຜະລິດ​ດິນຂໍ ​ບູຮານ ​ເຫວ້ ພວມ​ສະໜອງ​ດິນຂໍ ເພື່ອໃຊ້ໃນການປະຕິສັງຂອນ ຮ່ອງຮອຍ ດ່ານ ນາມ​ຢາວ ​ແລະ ວັງ​ ຖາຍຮ່ວາ,​ ກິດຈະກໍາໜຶ່ງ ທີ່​ສຳຄັນ​ທີ່​ສຸດ​ໃນ​ຂົງ ເຂດ ພະລາຊະວັງ.

ຄວາມ​ກະຕືລືລົ້ນ ​ ​ຂອງ​ທ່ານ ດັ້ງ​ອວຽນ ​ແລະ ບັນດາ​ເພື່ອນຮ່ວມງານ​ໄດ້​ຊ່ວຍ​ໃຫ້ ​ເຫວ້ ຮັກສາ​ອາຊີບ​ເກົ່າ. ພາບ: ແທງຮ່ວາ/VNP

ແຕ່ກ່ອນ, ສູນ​ອະນຸລັກ​ຮັກສາ​ ຮ່ອງຮອຍກຸງເກົ່າ ​ເຫວ້ ​ໄດ້​ມີ​ເຕົາ​ເຜົາ​ ດິນຂໍ ແບບຫັດຖະກໍາ ແຫ່ງໜຶ່ງ, ​​ແຕ່​ເຄື່ອນ​ໄຫວ​ບໍ່ມີປະສິດທິຜົນ ສະພາບການຊຸດໂຊມ​, ສະນັ້ນຕ້ອງ​ປິດ​ລົງ. ປັດຈຸບັນ, ຢູ່ນະຄອນ ເຫວ້ ມີໂຮງງານ ຜະລິດດິນຂໍ, ເຄື່ອງປັ້ນດິນເຜົາບູຮານ ແຫ່ງໜຶ່ງ, ສະໜອງຜະລິດຕະພັນດິນຂໍ ເຄືອບສີ ທີ່ມີຄຸນະພາບ ໃຫ້ແກ່ ບັນດາ ໂຄງການ ປະຕິສັງຂອນ.

ສະ​ເລ່ຍ​ແລ້ວ, ​ແຕ່ລະ​ປີ ໂຮງງານ​ຜະລິດ ດິນຂໍ, ເຄື່ອງປັ້ນ​ດິນ​ເຜົາ​ບູຮານ ​ເຫ້ວ ​ໄດ້​ຈຳໜ່າຍອອກສູ່ຕະຫຼາດ ດິນຂໍເຄືອສີ ທຸກ​ຊະນິດ​ ປະມານ 5-7 ລ້ານ​ແຜ່ນ​. ນອກຈາກຮັບໃຊ້ໃຫ້ການປະຕິສັງຂອນ ຢູ່ ພາຍໃນທ້ອງຖິ່ນແລ້ວ, ສ່ວນທີ່ເຫຼືອແມ່ນບໍລິໂພກ ຢູ່ຫຼາຍແຂວງ, ນະຄອນ ໃນທົ່ວປະເທດ. ຫວ່າງ​ມໍ່ໆ​ ມາ​ນີ້, ຫຼາຍ​ໂຄງການ​ລົງທຶນ​ກໍ່ສ້າງ​ ເຂດພັກຜ່ອນລະດັບ​ສູງ​ ຕາມແບບສະຖາປັດຕະຍະກໍາ ​ເຫວ້ ຢູ່​ເຂດ​ແຄມ​ທະ​ເລ​ພາກ​ກາງ​ ໄດ້​ມາ​ສັ່ງ​ຊື້​ຜະລິດ​ຕະພັນ​ ດິນຂໍ ​ຂອງ​ໂຮງງານ. ນີ້​ແມ່ນ​ໝາກຜົນ ​ແລະ ​ແຮງ​ຈູງ​ໃຈ​ເພື່ອ ເຮັດໃຫ້ທ່ານ ດັ້ງ​ອວຽນ​ ສືບ​ຕໍ່​ຮັກສາ ​ແລະ ເສີມຂະຫຍາຍ​​ອາຊີບ​ເກົ່າ​ ຂອງ​ຕົນ, ​ທັງ ປະກອບສ່ວນ​ອະນຸລັກ​ຮັກສາ ​ມໍລະດົກ​ທີ່ ບັນພະບູລຸດ​ ໄດ້​ປະ​ໄວ້ ໃຫ້, ​ທັງສ້າງ​ບັນດາ​ວັດ​ສະ​ດຸ​ ກໍ່ສ້າງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ໃຫ້​ແກ່​ສະຖາປັດຕະຍະ​ກຳ​ ຍຸກ​ປັດຈຸ​ບັນ ອີກດ້ວຍ. 

ບາງຂັ້ນຕອນຂອງການຜະລິດ ດິນຈີ່, ດິນຂໍ ຢູ່ພະລາຊະວັງ. ພາບ: ແທງຮ່ວາ/VNP

ຂັ້ນ​ຕອນ​ການ​ຜະ​ລິດ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ​ ແລະ​ ລະ​ມັດ​ລະ​ວັງ​. ພາບ: ແທງຮ່ວາ/VNP 

ການນຳໃຊ້ ດິນຂໍເຄືອບ ຮວ່າງລືວລີ ແລະ ແທງລືວລີ ເຂົ້າໃນການຮັກສາ ແລະ ສ້ອມແປງຢ່າງເໝາະສົມ ໄດ້ຄືນຄວາມຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ງົດງາມໃຫ້ແກ່ບັນດາສະຖາປັດຕະຍະກຳຂອງລາຊະວົງ ຫງວຽນ. ພາບ: ແທງຮ່ວາ/VNP

 

ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ


Top