ເຄື່ອງປັ້ນດິນເຜົາ ເຟືອກຕິກ - ສັນຍາລັກ ຂອງເຄື່ອງປັ້ນດິນເຜົາໃນພະລາດຊະວັງ ເຫວ້

ເຄື່ອງປັ້ນດິນເຜົາ ເຟືອກຕິກ - ສັນຍາລັກ ຂອງເຄື່ອງປັ້ນດິນເຜົາໃນພະລາດຊະວັງ ເຫວ້

ທ່າເຮືອບູຮານ ຢູ່ແຄມຝັ່ງແມ່ນ້ຳ ໂອເລົາ, ບ່ອນທີ່ມີຮ່ອງ ຮອຍແຫ່ງຄວາມຈະເລີນຮຸ່ງເຮືອງ ຂອງ ໝູ່ບ້ານເຄື່ອງປັ້ນດິນ ເຜົາບູຮານ ເຟືອກຕິກ. ພາບ: ແທງຮ່ວາ/VNP

ອາຊີບຜະລິດເຄື່ອງປັ້ນດິນເຜົາ ເຟືອກຕິກ ມີປະຫວັດຄວາມເປັນມາ ກວ່າ 500 ປີ ແລະ ມີຊື່ສຽງໂດ່ງດັງໄປທົ່ວພາກກາງ. ໝູ່ບ້ານ ເຟືອກຕິກ ບໍ່ພຽງແຕ່ຜະລິດເຄື່ອງປັ້ນດິນເຜົາທຸກຊະນິດເຊັ່ນ: ຊາມ, ກາ, ເຕົ້າ, ຖ້ວຍໃຫຍ່, ໂຖປູນ, ໄຫ, ກວດ, ໄຫໃຫຍ່ ແລະ ອື່ນໆ, ແຕ່ຍັງມີບັນດາຜະລິດຕະພັນ ມີລັກ ສະນະ ສິລະປະສູງທີ່ໄດ້ນຳໃຊ້ໃນພະລາດຊະວັງຂອງລາຊະວົງ ຫງວຽນ ແລະ ປັດຈຸບັນ ຍັງໄດ້ເກັບຮັກສາໄວ້ຢູ່ຫໍພິພິທະພັນວິຈິດສິນ ພະລາດຊະວັງ ເຫວ້ ອີກດ້ວຍ.

ປະຫວັດສາດ​ເກົ່າ​ກ່າວ​ວ່າ​ໃນ​ສະ​ໄໝ​ເຈົ້າຊີວິດ ​ຫງວຽນ, ລາຊະວົງ​​ໄດ້​ມີກົດລະບຽບພິເສດ ມອບໃຫ້​ໝູ່​ບ້ານ ເຟືອກຕິກ. ນັ້ນ​ແມ່ນ​ແຕ່​ລະ​ປີ, ຊາວ​ບ້ານ​ຕ້ອງ​ເອົາ​ໝໍ້​ດິນ ​ປະມານ 400 ໜ່ວຍ​ເພື່ອຫຸງເຂົ້າໃຫ້ເຈົ້າຊີວິດ. ລາຊະວົງ ຍັງໄດ້ກຳນົດວ່າ ບໍ່ໃຫ້ມີຜູ້ໃດໃນບ້ານ ໄດ້ເກັບຮັກສາ ໝໍ້ດິນ ປະເພດທີ່ມີຮູບຮ່າງຄືກັບໝໍ້ດິນ ທີ່ໄດ້ເອົາໄປມອບໃຫ້ເຈົ້າຊີວິດ, ຕ້ອງນຳໃຊ້ໝໍ້ດິນປະເພດອື່ນ, ຖ້າພົບເຫັນຈະຖືກລົງໂທດຢ່າງໜັກ. ເພາະສະນັ້ນແຕ່ລະປີ ຊາວບ້ານຕ້ອງນຳໃຊ້ເຮືອເພື່ອຂົນສົ່ງໝໍ້ດິນ ໄປພະລາດຊະວັງ 2 ຄັ້ງຕໍ່ປີ. ການ​ເດີນ​ທາງ​ແມ່ນ​ເລີ່​ມ ຈາກ​ລຽບ​ຕາມ​ແມ່​ນ້ຳ​ໂອເລົາ, ອອກ​ໄປ​ຫາ ອ່າງນຳ້ ຕາມ​ຢາງ, ​ແລ້ວເດີນຕາມ​ແມ່​ນ້ຳ​ ເຮືອງ ເພື່ອ​ຂົນ​ສົ່ງ​ໝໍ້ດິນ ​ໄປ​ເຖິງ​ພະ​ລາ​ດຊະ​ວັງ.

ພາຍຫຼັງ​ຖືກ​ລືມ ​ແລະ​ ຫາຍ​ສາບ​ສູນ​ໄປ​ເປັນ​ເວ​ລາ​ດົນ​ນານ, ການ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ເຟືອກຕິກ ພວມ​ຟື້ນ​ຟູ ແລະ ພັດ​ທະ​ນາ. ພາບ: ແທງຮ່ວາ/VNP

ໝໍ້ດິນນ້ອຍ ​​ຫຼື ໝໍ້ດິນ ແມ່ນ​ວັດຖຸ​ທີ່​ຄົນ​ບູຮານ​ນິຍົມ​ນຳ​ໃຊ້​ເພື່ອ​ປຸງ​ແຕ່ງ​ເຂົ້າ, ຕົ້ມ​ຊີ້ນ, ອ່ອມປາ​ແຕ່ວ່າ ​ໝໍ້ດິນ​ຂອງ ​ບ້ານ ເຟືອກຕິກ ​ແມ່ນ​ພິ​ເສດ​ກວ່າ, ສະ​ນັ້ນ​ຈຶ່ງ​ໄດ້​ຖືກ​ເລືອກ​ໃຫ້ເປັນ​ເຄື່ອງ​ໃຊ້​ຂອງ​ເຈົ້າຊີວິດ. ໝໍ້ດິນ ​ເຟືອກ​ຕິກ ມີຄວາມ​ໜາ, ໝໍ້ມີ​ສີ​ນ້ຳ​ຕານ​ເຂັ້ມ, ເມື່ອເຄາະໝໍ້ ຈະມີສຽງແຂງ, ຮູບ​ຮ່າງ​ຄ້າຍ​ຄື​ເຕົ້າໃສ່ເຫຼົ້າ, ມີຝາອັດ, ຫຸງເຂົ້າ, ຕົ້ມ​ຊີ້ນ ​ຈະໃຫ້ມີລົດຊາດ ທີ່​ແຊບ​ຊ້ອຍ. ຍ້ອນ​ວ່າ​ນີ້​ແມ່ນ​ວັດຖຸ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ເອົາໄປຖະຫວາຍ ເຈົ້າຊີວິດ, ​ສະນັ້ນ ໝໍ້ດິນ ເຟືອກຕິກ ​ໄດ້​ຕັ້ງ​​ຊື່​ໃຫ້ວ່າ ງອກ​ອວາງື້ຢຸ້ງ, ໝາຍຄວາມວ່າ ໝໍ້ດິນໄຂ່ມຸກ ຂອງເຈົ້າຊີວິດ.

ເມື່ອ​ເວົ້າ​ເຖິງ​ອາຊີບຜະລິດ ​ເຄື່ອງ​ປັ້ນດິນ​ເຜົາ​ຂອງ​ໝູ່​ບ້ານ ເຟືອກຕິກ. ໝູ່​ບ້ານແຫ່ງ​ນີ້​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ ໂອເລົາ, ຫ່າງ​ຈາກ​ນະ​ຄອນ ​ເຫວ້ ​ໄປ​ທາງ​ທິດ​ເໜືອ​ປະມານ 40 ກມ, ເມື່ອ​ກ່ອນ​ເອີ້ນວ່າ ໝູ່​ບ້ານ​ ແກ໋ໂດກ. ໝູ່​ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ ເຟືອກຕິກ ໄດ້​ຮັບ​ການສ້າງຕັ້ງ​ມາ​ເປັນ​ເວ​ລາກວ່າ 500 ​ປີ. ​ໃນ​ສະ​ໄໝ​ລາຊະວົງ ຫງວຽນ, ​ເຟືອກຕິກ ​ແມ່ນ​ສູນ​ກາງຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ໃຫຍ່​ຢູ່​ກຳແພງ, ​ຜະລິດ​ຕະພັນ​ໄດ້​ມີ​ຂາຍຢູ່​ທົ່ວ​ບັນດາ​ແຂວງ​ພາກ​ກາງ.

ອາຊີບຜະລິດເຄື່ອງປັ້ນດິນເຜົາຢູ່ແຂວງ ເຟືອກຕິກ ໄດ້ສ້າງຕັ້ງມາເປັນເວລາ 500 ກວ່າປີແລ້ວ. ພາບ: ແທງຮ່ວາ/VNP

ຜູ້ເຖົ້າຜູ້ແກ່ໃນໝູ່ບ້ານໃຫ້ຮູ້ວ່າ: ບໍ່ແມ່ນມີໃນສະໄໝລາຊະວົງ ຫງວຽນ, ມີມາແຕ່ສະຕະວັດທີ XVII-XVIII, ອາຊີບຜະລິດ ເຄື່ອງປັ້ນດິນເຜົາ ເຟືອກຕິກ ໄດ້ມີການພັດທະນາຢ່າງແຂງແຮງ. ​ໃນ​ເວລາ​ນັ້ນ, ໝູ່​ບ້ານ​​ມີ​ເຕົາ​ປັ້ນ​ດິນ​ເຜົາ ​ສິບກວ່າ​ແຫ່ງ, ​ໄດ້​​ກະຈາຍ​ຢູ່​ໃກ້​ກັບ​ທ່າ​ກຳ​ປັ່ນ​ຢູ່​ແຄມແມ່ນ້ຳ ​ໂອ​ເລົາ. ບັນດາເຕົາເຜົາ ໄດ້ດຳເນີນການເຄື່ອນໄຫວ​ໝົດ​ມື້, ມີ​ຊາວ​ຄ້າຂາຍ​ມາ​ຊື້​ຂາຍຢ່າງຟົດຟື້ນ, ໄດ້ນຳ​ຄວາມ​ຮັ່ງມີ ​ແລະ ຊື່ສຽງ​ມາ​ໃຫ້​ປະຊາຊົນ​ຢູ່​ທີ່​ນີ້. ເພາະສະ​ນັ້ນ, ​ໃນ​ໝູ່​ບ້ານ​ຈຶ່ງ​ມີ​ເຮືອນ​ຊານ​ທີ່​ກວ້າງ​ໃຫຍ່​ ແລະ ​ສະຫງ່າ​ງາມ​ຫຼາຍ​ຫຼັງ​ທີ່​ຍັງ​ຄົງ​ມີ​ຢູ່​ໃນ​ປັດຈຸ​ບັນ.

ໃນ​ຂະນະ​ທີ່​ຢູ່​ບ່ອນ​ອື່ນໆ, ​ເຄື່ອງ​ປັ້ນດິນ​ເຜົາ​ມັກ​ຖືກ​ເຜົາ​ດ້ວຍ​ເຕົາ​ຕັ້ງ, ແຕ່ຢູ່​ ເຟືອກຕິກ ​ໄດ້​ໃຊ້​ເຕົາ​ເຜົາ​ແປ, ມັກ​ເອີ້ນ​ວ່າ ເຕົາ​ຄັກຄາກຍ້ອນ​ມີ​ຮູບ​ຮ່າງ​ຄ້າຍຄື​ຄັນຄາກ. ເຕົາເຜົາ ແມ່ນເຮັດດ້ວຍດິນ ຢ່າງໝັ້ນຄົງ, ຍາວປະມານ 30, ຂ້າງເທິງມຸງດ້ວຍຫຍ້າຄາ. 

ປະຈຸ​ບັນ, ​ເຕັກ​ນິກ​ການ​ເຮັດ​ເຄື່ອງ​ປັ້ນດິນ​ເຜົາ​ຍັງ​ຄົງ​ຮັກສາ​ໄວ້​ເກືອບ​ຄື​ເກົ່າ​ຕາມ​ວິທີ​ພື້ນ​ເມືອງ​. ພາບ: ແທງຮ່ວາ/VNP

ເຄື່ອງປັ້ນດິນເຜົາ ເຟືອກຕິກ ແມ່ນເຮັດດ້ວຍດິນດາກ ທີ່ເອົາມາຈາກແມ່ນ້ຳ ໂອເລົາ ແລະ ໄດ້ເຜົາ ຢ່າງລະມັດລະວັງຕາມວິທີພື້ນເມືອງ. ເຕົາເຜົາຖືກສ້າງຢ່າງໝັ້ນຄົງ, ໃຫ້ຄວາມຮ້ອນສູງ ແລະ ມີໄຟ ສ່ອງສະຫວ່າງຢູ່ສະເໝີ, ເພາະສະນັ້ນ ຜະລິດຕະພັນທີ່ຜະລິດອອກມາບໍ່ມີຮອຍແຕກ ແລະ ກອບ.ເຄື່ອງປັ້ນດິນເຜົາ ເຟືອກຕິກ ມີຄວາມສວຍງາມຍ້ອນມີລັກສະນະເປັນທຳມະຊາດ, ດິນເຜົາມີຄວາມໜາ ແລະ ແຂງຄືກັບດິນເຄືອບ, ດ້ານນອກແມ່ນບໍ່ໄດ້ເຄືອບສີເຄືອບ, ແຕ່ສີທຳມະຊາດເປັນສີນ້ຳຕານເຂັ້ມ, ເບິ່ງຄ້າຍຄືໄດ້ເຄືອບສີເຄືອບ.

ຜ່ານ​ການເວລາ, ອາຊີບຜະລິດເຄື່ອງປັ້ນດິນ​ເຜົາ ເຟືອກຕິກ ມີຊ່ວງເວລາຖືກຫຼົງ​ລືມ ​ແລະ ສູນ​ຫາຍ. ​ແຕ່ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ນະ​ໂຍບາຍ​ບູລະນະ, ອະນຸລັກ​ຮັກສາ ​ແລະ ພັດທະນາ​ອາຊີບ​ຫັດຖະກຳ​ພື້ນ​ເມືອງ​ຂອງແຂວງ​ ເທື່ອ​ທຽນ​ເຫວ້, ພ້ອມດຽວກັນ ​ການ​​ທ່ອງ​ທ່ຽວ​ນັບ​ມື້​ນັບ​ພັດທະນາ, ພິ​ເສດ​ແມ່ນ​ມີບັນດາງານມະໂຫລານ ເຫວ້ ແລະ ງານມະໂຫລານ ອາຊີບມູນເຊື້ອ ຖືກໄຂຂຶ້ນໃນທຸກໆ ປີ, ສະນັ້ນ ອາຊີບຜະລິດ ເຄື່ອງປັ້ນດິນເຜົາ ເຟືອກຕິກ ຈຶ່ງມີ​ໂອ​ກາດ​ທີ່​ຈະ​ຟື້ນ​ຕົວ ​ແລະ ​ພັດ​ທະ​ນາ​.

ຄວາມງາມຂອງຜະລິດຕະພັນເຄື່ອງປັ້ນດິນເຜົາ ເຟືອກຕິກ. ພາບ: ແທງຮ່ວາ/VNP

ປັດຈຸບັນ, ເມື່ອມາຍັງໝູ່ບ້ານບູຮານ ເຟືອກຕິກ, ນອກຈາກຈະໄດ້ຄົ້ນພົບຄວາມງາມຂອງໝູ່ບ້ານບູຮານທີ່ມີຊື່ສຽງທີ່ສຸດແຫ່ງໜຶ່ງຂອງ ຫວຽດນາມ ແລ້ວ, ນັກທ່ອງທ່ຽວຍັງມີໂອກາດໄດ້ຊອກຮູ້ ແລະ ມີປະສົບການຫຼາຍຢ່າງທີ່ໜ້າສົນໃຈກ່ຽວກັບປະຫວັດຄວາມເປັນມາ ແລະ ເຕັກນິກການຜະລິດ ເຄື່ອງປັ້ນ ດິນເຜົາບູຮານຂອງຊາວບ້ານ ເຟືອກຕິກ.

ນາຍຊ່າງ ​ເລືອງ​ແທງ​ຮ່ຽນ, ຜູ້​ທີ່​ມີ​ຄວາມ​ສະໜິດ​ຕິດພັນກັບ​ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ອາຊີບຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຂອງ​ໝູ່​ບ້ານ ​ແລະ ປັດຈຸ​ບັນ​ເປັນ​ເຈົ້າ​ຂອງ​ຮ້ານ​ເຄື່ອງ​ປັ້ນດິນ​ເຜົາ​ໃຫຍ່​ທີ່​ສຸດ​ຢູ່​ໝູ່​ບ້ານ ເຟືອກຕິກ ໄດ້​ກ່າວຄວາມໃນໃຈອອກມາວ່າ: “​ເຖິງ​ວ່າ​ ທໍາອາຊີບຜະລິດເຄື່ອງປັ້ນດິນເຜົາ ທີ່ບັນພະບຸລຸດໄດ້ປະໄວ້ໃຫ້ ຈະລ້ຽງຄອບຄົວມີຄວາມ ລໍາບາກຫຼາຍໃນຍຸກປັດຈຸບັນ, ແຕ່ຖ້າພວກເຮົາປະຖິ້ມມັນໄປ, ພວກເຮົາຈະບາບ ຕໍ່ບັນພະບຸລຸດ. ສະນັ້ນຂ້າພະ​ເຈົ້າ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃນ​ອາຊີບ ​ແລະ ຊອກ​ຫາ​ວິທີ​ພັດທະນາ​ທັງ​ຮັກສາ​ອາຊີບ​ເກົ່າ ​ແລະ ທັງຊ່ວຍ​ໃຫ້​ຊາວ​ໜຸ່ມ​ໃນ​ໝູ່​ບ້ານ​ຮຽນ​ຮູ້​ອາຊີບ​ເກົ່າ​ທີ່​ຍັງ​ຄົງ​ຄ້າງ”.

ບັນດາ​ຜະລິດ​ຕະພັນ​ເຄື່ອງ​ປັ້ນດິນ​ເຜົາ ເຟືອກຕິກ ​ໄດ້​ວາງສະ​ແດງ​ໃນ​ງານມະໂຫລານ ​ອາຊີບຫັດຖະກຳ​ພື້ນ​ເມືອງ​ ເຫວ້ 2023. ພາບ: ແທງຮ່ວາ/VNP

ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ


Top