ອາຊີບຜະລິດເຄື່ອງປັ້ນດິນເຜົາ ເຟືອກຕິກ ມີປະຫວັດຄວາມເປັນມາ ກວ່າ 500 ປີ ແລະ ມີຊື່ສຽງໂດ່ງດັງໄປທົ່ວພາກກາງ. ໝູ່ບ້ານ ເຟືອກຕິກ ບໍ່ພຽງແຕ່ຜະລິດເຄື່ອງປັ້ນດິນເຜົາທຸກຊະນິດເຊັ່ນ: ຊາມ, ກາ, ເຕົ້າ, ຖ້ວຍໃຫຍ່, ໂຖປູນ, ໄຫ, ກວດ, ໄຫໃຫຍ່ ແລະ ອື່ນໆ, ແຕ່ຍັງມີບັນດາຜະລິດຕະພັນ ມີລັກ ສະນະ ສິລະປະສູງທີ່ໄດ້ນຳໃຊ້ໃນພະລາດຊະວັງຂອງລາຊະວົງ ຫງວຽນ ແລະ ປັດຈຸບັນ ຍັງໄດ້ເກັບຮັກສາໄວ້ຢູ່ຫໍພິພິທະພັນວິຈິດສິນ ພະລາດຊະວັງ ເຫວ້ ອີກດ້ວຍ.
ທ່າເຮືອບູຮານ ຢູ່ແຄມຝັ່ງແມ່ນ້ຳ ໂອເລົາ, ບ່ອນທີ່ມີຮ່ອງ ຮອຍແຫ່ງຄວາມຈະເລີນຮຸ່ງເຮືອງ ຂອງ ໝູ່ບ້ານເຄື່ອງປັ້ນດິນ ເຜົາບູຮານ ເຟືອກຕິກ. ພາບ: ແທງຮ່ວາ/VNP
ອາຊີບຜະລິດເຄື່ອງປັ້ນດິນເຜົາ ເຟືອກຕິກ ມີປະຫວັດຄວາມເປັນມາ ກວ່າ 500 ປີ ແລະ ມີຊື່ສຽງໂດ່ງດັງໄປທົ່ວພາກກາງ. ໝູ່ບ້ານ ເຟືອກຕິກ ບໍ່ພຽງແຕ່ຜະລິດເຄື່ອງປັ້ນດິນເຜົາທຸກຊະນິດເຊັ່ນ: ຊາມ, ກາ, ເຕົ້າ, ຖ້ວຍໃຫຍ່, ໂຖປູນ, ໄຫ, ກວດ, ໄຫໃຫຍ່ ແລະ ອື່ນໆ, ແຕ່ຍັງມີບັນດາຜະລິດຕະພັນ ມີລັກ ສະນະ ສິລະປະສູງທີ່ໄດ້ນຳໃຊ້ໃນພະລາດຊະວັງຂອງລາຊະວົງ ຫງວຽນ ແລະ ປັດຈຸບັນ ຍັງໄດ້ເກັບຮັກສາໄວ້ຢູ່ຫໍພິພິທະພັນວິຈິດສິນ ພະລາດຊະວັງ ເຫວ້ ອີກດ້ວຍ.
ປະຫວັດສາດເກົ່າກ່າວວ່າໃນສະໄໝເຈົ້າຊີວິດ ຫງວຽນ, ລາຊະວົງໄດ້ມີກົດລະບຽບພິເສດ ມອບໃຫ້ໝູ່ບ້ານ ເຟືອກຕິກ. ນັ້ນແມ່ນແຕ່ລະປີ, ຊາວບ້ານຕ້ອງເອົາໝໍ້ດິນ ປະມານ 400 ໜ່ວຍເພື່ອຫຸງເຂົ້າໃຫ້ເຈົ້າຊີວິດ. ລາຊະວົງ ຍັງໄດ້ກຳນົດວ່າ ບໍ່ໃຫ້ມີຜູ້ໃດໃນບ້ານ ໄດ້ເກັບຮັກສາ ໝໍ້ດິນ ປະເພດທີ່ມີຮູບຮ່າງຄືກັບໝໍ້ດິນ ທີ່ໄດ້ເອົາໄປມອບໃຫ້ເຈົ້າຊີວິດ, ຕ້ອງນຳໃຊ້ໝໍ້ດິນປະເພດອື່ນ, ຖ້າພົບເຫັນຈະຖືກລົງໂທດຢ່າງໜັກ. ເພາະສະນັ້ນແຕ່ລະປີ ຊາວບ້ານຕ້ອງນຳໃຊ້ເຮືອເພື່ອຂົນສົ່ງໝໍ້ດິນ ໄປພະລາດຊະວັງ 2 ຄັ້ງຕໍ່ປີ. ການເດີນທາງແມ່ນເລີ່ມ ຈາກລຽບຕາມແມ່ນ້ຳໂອເລົາ, ອອກໄປຫາ ອ່າງນຳ້ ຕາມຢາງ, ແລ້ວເດີນຕາມແມ່ນ້ຳ ເຮືອງ ເພື່ອຂົນສົ່ງໝໍ້ດິນ ໄປເຖິງພະລາດຊະວັງ.
ພາຍຫຼັງຖືກລືມ ແລະ ຫາຍສາບສູນໄປເປັນເວລາດົນນານ, ການຜະລິດເຄື່ອງປັ້ນດິນເຜົາ ເຟືອກຕິກ ພວມຟື້ນຟູ ແລະ ພັດທະນາ. ພາບ: ແທງຮ່ວາ/VNP
ໝໍ້ດິນນ້ອຍ ຫຼື ໝໍ້ດິນ ແມ່ນວັດຖຸທີ່ຄົນບູຮານນິຍົມນຳໃຊ້ເພື່ອປຸງແຕ່ງເຂົ້າ, ຕົ້ມຊີ້ນ, ອ່ອມປາ… ແຕ່ວ່າ ໝໍ້ດິນຂອງ ບ້ານ ເຟືອກຕິກ ແມ່ນພິເສດກວ່າ, ສະນັ້ນຈຶ່ງໄດ້ຖືກເລືອກໃຫ້ເປັນເຄື່ອງໃຊ້ຂອງເຈົ້າຊີວິດ. ໝໍ້ດິນ ເຟືອກຕິກ ມີຄວາມໜາ, ໝໍ້ມີສີນ້ຳຕານເຂັ້ມ, ເມື່ອເຄາະໝໍ້ ຈະມີສຽງແຂງ, ຮູບຮ່າງຄ້າຍຄືເຕົ້າໃສ່ເຫຼົ້າ, ມີຝາອັດ, ຫຸງເຂົ້າ, ຕົ້ມຊີ້ນ ຈະໃຫ້ມີລົດຊາດ ທີ່ແຊບຊ້ອຍ. ຍ້ອນວ່ານີ້ແມ່ນວັດຖຸທີ່ໄດ້ຮັບການເລືອກເຟັ້ນເພື່ອເອົາໄປຖະຫວາຍ ເຈົ້າຊີວິດ, ສະນັ້ນ ໝໍ້ດິນ ເຟືອກຕິກ ໄດ້ຕັ້ງຊື່ໃຫ້ວ່າ “ງອກອວາງື້ຢຸ້ງ”, ໝາຍຄວາມວ່າ ໝໍ້ດິນໄຂ່ມຸກ ຂອງເຈົ້າຊີວິດ.
ເມື່ອເວົ້າເຖິງອາຊີບຜະລິດ ເຄື່ອງປັ້ນດິນເຜົາຂອງໝູ່ບ້ານ ເຟືອກຕິກ. ໝູ່ບ້ານແຫ່ງນີ້ຕັ້ງຢູ່ແຄມແມ່ນ້ຳ ໂອເລົາ, ຫ່າງຈາກນະຄອນ ເຫວ້ ໄປທາງທິດເໜືອປະມານ 40 ກມ, ເມື່ອກ່ອນເອີ້ນວ່າ ໝູ່ບ້ານ ແກ໋ໂດກ. ໝູ່ບ້ານເຄື່ອງປັ້ນດິນເຜົາ ເຟືອກຕິກ ໄດ້ຮັບການສ້າງຕັ້ງມາເປັນເວລາກວ່າ 500 ປີ. ໃນສະໄໝລາຊະວົງ ຫງວຽນ, ເຟືອກຕິກ ແມ່ນສູນກາງຜະລິດເຄື່ອງປັ້ນດິນເຜົາໃຫຍ່ຢູ່ກຳແພງ, ຜະລິດຕະພັນໄດ້ມີຂາຍຢູ່ທົ່ວບັນດາແຂວງພາກກາງ.
ອາຊີບຜະລິດເຄື່ອງປັ້ນດິນເຜົາຢູ່ແຂວງ ເຟືອກຕິກ ໄດ້ສ້າງຕັ້ງມາເປັນເວລາ 500 ກວ່າປີແລ້ວ. ພາບ: ແທງຮ່ວາ/VNP
ຜູ້ເຖົ້າຜູ້ແກ່ໃນໝູ່ບ້ານໃຫ້ຮູ້ວ່າ: ບໍ່ແມ່ນມີໃນສະໄໝລາຊະວົງ ຫງວຽນ, ມີມາແຕ່ສະຕະວັດທີ XVII-XVIII, ອາຊີບຜະລິດ ເຄື່ອງປັ້ນດິນເຜົາ ເຟືອກຕິກ ໄດ້ມີການພັດທະນາຢ່າງແຂງແຮງ. ໃນເວລານັ້ນ, ໝູ່ບ້ານມີເຕົາປັ້ນດິນເຜົາ ສິບກວ່າແຫ່ງ, ໄດ້ກະຈາຍຢູ່ໃກ້ກັບທ່າກຳປັ່ນຢູ່ແຄມແມ່ນ້ຳ ໂອເລົາ. ບັນດາເຕົາເຜົາ ໄດ້ດຳເນີນການເຄື່ອນໄຫວໝົດມື້, ມີຊາວຄ້າຂາຍມາຊື້ຂາຍຢ່າງຟົດຟື້ນ, ໄດ້ນຳຄວາມຮັ່ງມີ ແລະ ຊື່ສຽງມາໃຫ້ປະຊາຊົນຢູ່ທີ່ນີ້. ເພາະສະນັ້ນ, ໃນໝູ່ບ້ານຈຶ່ງມີເຮືອນຊານທີ່ກວ້າງໃຫຍ່ ແລະ ສະຫງ່າງາມຫຼາຍຫຼັງທີ່ຍັງຄົງມີຢູ່ໃນປັດຈຸບັນ.
ໃນຂະນະທີ່ຢູ່ບ່ອນອື່ນໆ, ເຄື່ອງປັ້ນດິນເຜົາມັກຖືກເຜົາດ້ວຍເຕົາຕັ້ງ, ແຕ່ຢູ່ ເຟືອກຕິກ ໄດ້ໃຊ້ເຕົາເຜົາແປ, ມັກເອີ້ນວ່າ “ເຕົາຄັກຄາກ” ຍ້ອນມີຮູບຮ່າງຄ້າຍຄືຄັນຄາກ. ເຕົາເຜົາ ແມ່ນເຮັດດ້ວຍດິນ ຢ່າງໝັ້ນຄົງ, ຍາວປະມານ 30 ມ, ຂ້າງເທິງມຸງດ້ວຍຫຍ້າຄາ.
ປະຈຸບັນ, ເຕັກນິກການເຮັດເຄື່ອງປັ້ນດິນເຜົາຍັງຄົງຮັກສາໄວ້ເກືອບຄືເກົ່າຕາມວິທີພື້ນເມືອງ. ພາບ: ແທງຮ່ວາ/VNP
ເຄື່ອງປັ້ນດິນເຜົາ ເຟືອກຕິກ ແມ່ນເຮັດດ້ວຍດິນດາກ ທີ່ເອົາມາຈາກແມ່ນ້ຳ ໂອເລົາ ແລະ ໄດ້ເຜົາ ຢ່າງລະມັດລະວັງຕາມວິທີພື້ນເມືອງ. ເຕົາເຜົາຖືກສ້າງຢ່າງໝັ້ນຄົງ, ໃຫ້ຄວາມຮ້ອນສູງ ແລະ ມີໄຟ ສ່ອງສະຫວ່າງຢູ່ສະເໝີ, ເພາະສະນັ້ນ ຜະລິດຕະພັນທີ່ຜະລິດອອກມາບໍ່ມີຮອຍແຕກ ແລະ ກອບ.ເຄື່ອງປັ້ນດິນເຜົາ ເຟືອກຕິກ ມີຄວາມສວຍງາມຍ້ອນມີລັກສະນະເປັນທຳມະຊາດ, ດິນເຜົາມີຄວາມໜາ ແລະ ແຂງຄືກັບດິນເຄືອບ, ດ້ານນອກແມ່ນບໍ່ໄດ້ເຄືອບສີເຄືອບ, ແຕ່ສີທຳມະຊາດເປັນສີນ້ຳຕານເຂັ້ມ, ເບິ່ງຄ້າຍຄືໄດ້ເຄືອບສີເຄືອບ.
ຜ່ານການເວລາ, ອາຊີບຜະລິດເຄື່ອງປັ້ນດິນເຜົາ ເຟືອກຕິກ ມີຊ່ວງເວລາຖືກຫຼົງລືມ ແລະ ສູນຫາຍ. ແຕ່ໃນຊຸມປີມໍ່ໆມານີ້, ຍ້ອນນະໂຍບາຍບູລະນະ, ອະນຸລັກຮັກສາ ແລະ ພັດທະນາອາຊີບຫັດຖະກຳພື້ນເມືອງຂອງແຂວງ ເທື່ອທຽນເຫວ້, ພ້ອມດຽວກັນ ການທ່ອງທ່ຽວນັບມື້ນັບພັດທະນາ, ພິເສດແມ່ນມີບັນດາງານມະໂຫລານ ເຫວ້ ແລະ ງານມະໂຫລານ ອາຊີບມູນເຊື້ອ ຖືກໄຂຂຶ້ນໃນທຸກໆ ປີ, ສະນັ້ນ ອາຊີບຜະລິດ ເຄື່ອງປັ້ນດິນເຜົາ ເຟືອກຕິກ ຈຶ່ງມີໂອກາດທີ່ຈະຟື້ນຕົວ ແລະ ພັດທະນາ.
ຄວາມງາມຂອງຜະລິດຕະພັນເຄື່ອງປັ້ນດິນເຜົາ ເຟືອກຕິກ. ພາບ: ແທງຮ່ວາ/VNP
ປັດຈຸບັນ, ເມື່ອມາຍັງໝູ່ບ້ານບູຮານ ເຟືອກຕິກ, ນອກຈາກຈະໄດ້ຄົ້ນພົບຄວາມງາມຂອງໝູ່ບ້ານບູຮານທີ່ມີຊື່ສຽງທີ່ສຸດແຫ່ງໜຶ່ງຂອງ ຫວຽດນາມ ແລ້ວ, ນັກທ່ອງທ່ຽວຍັງມີໂອກາດໄດ້ຊອກຮູ້ ແລະ ມີປະສົບການຫຼາຍຢ່າງທີ່ໜ້າສົນໃຈກ່ຽວກັບປະຫວັດຄວາມເປັນມາ ແລະ ເຕັກນິກການຜະລິດ ເຄື່ອງປັ້ນ ດິນເຜົາບູຮານຂອງຊາວບ້ານ ເຟືອກຕິກ.
ນາຍຊ່າງ ເລືອງແທງຮ່ຽນ, ຜູ້ທີ່ມີຄວາມສະໜິດຕິດພັນກັບວຽກງານອະນຸລັກຮັກສາ ແລະ ພັດທະນາອາຊີບຜະລິດເຄື່ອງປັ້ນດິນເຜົາຂອງໝູ່ບ້ານ ແລະ ປັດຈຸບັນເປັນເຈົ້າຂອງຮ້ານເຄື່ອງປັ້ນດິນເຜົາໃຫຍ່ທີ່ສຸດຢູ່ໝູ່ບ້ານ ເຟືອກຕິກ ໄດ້ກ່າວຄວາມໃນໃຈອອກມາວ່າ: “ເຖິງວ່າ ທໍາອາຊີບຜະລິດເຄື່ອງປັ້ນດິນເຜົາ ທີ່ບັນພະບຸລຸດໄດ້ປະໄວ້ໃຫ້ ຈະລ້ຽງຄອບຄົວມີຄວາມ ລໍາບາກຫຼາຍໃນຍຸກປັດຈຸບັນ, ແຕ່ຖ້າພວກເຮົາປະຖິ້ມມັນໄປ, ພວກເຮົາຈະບາບ ຕໍ່ບັນພະບຸລຸດ. ສະນັ້ນຂ້າພະເຈົ້າມີຄວາມເອກອ້າງທະນົງໃຈໃນອາຊີບ ແລະ ຊອກຫາວິທີພັດທະນາທັງຮັກສາອາຊີບເກົ່າ ແລະ ທັງຊ່ວຍໃຫ້ຊາວໜຸ່ມໃນໝູ່ບ້ານຮຽນຮູ້ອາຊີບເກົ່າທີ່ຍັງຄົງຄ້າງ”.
ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ເຟືອກຕິກ ໄດ້ວາງສະແດງໃນງານມະໂຫລານ ອາຊີບຫັດຖະກຳພື້ນເມືອງ ເຫວ້ 2023. ພາບ: ແທງຮ່ວາ/VNP
ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ