ຢ້ຽມຢາມໝູ່ບ້ານຜະລິດ ຂຽງໄມ້ ດິ້ງອານ

ຢ້ຽມຢາມໝູ່ບ້ານຜະລິດ ຂຽງໄມ້ ດິ້ງອານ

 ບັນດາຂຽງໄມ້ ທີ່ແໜ້ນທົນທານ ມີທຸກຂະໜາດ ຖືກ ຕາກຢູ່ລຽບຕາມສອງຂ້າງທາງ, ສຽງເລື່ອຍໄມ້, ສຽງຂັດ ດັງອອກຈາກພາຍໃນໂຮງງານ, ຢູ່ຕາມທ່າເຮືອ ແມ່ນພາບ ການຂົນສົ່ງ ໄມ້ດິບເຮັດຂຽງ ຂຶ້ນຝັ່ງ, ພໍ່ຄ້າ ຊຳລະເງິນ ໃຫ້ບັນດາຄອບຄົວ ເຮັດຂຽງ ຫຼັງການຊື້ຂຽງ ແຕ່ລະຊຸດ... ນັ້ນແມ່ນຮູບພາບ ທີ່ເປັນເອກະລັກ ຂອງໝູ່ບ້ານຜະລິດຂຽງໄມ້ ດິ້ງອານ (ສັງກັດບ້ານ ອານຮ່ວາ, ຕາແສງ ດິ້ງອານ, ເມືອງ ເລິບຫວໍ່, ແຂວງ ດົ່ງທາບ) ທີີ່ມີອາຍຸ ກວ່າ 70 ປີແລ້ວ. 

ຕາມການແນະນຳ, ພວກຂ້າພະເຈົ້າ ໄດ້ມາຢ້ຽມຢາມ ໂຮງງານຜະລິດ ຂຽງ ຂອງຄອບຄົວທ່ານ ຫງວຽນວັນຫວຽດ, ເຊິ່ງເປັນໜຶ່ງ ໃນບັນດາຄອບຄົວ ຜະລິດຂຽງ ນານປີທີ່ສຸດ ແລະ ໃຫຍ່ອັນດັບ ຕົ້ນໆ ຂອງ ໝູ່ບ້ານອາຊີບຫັດຖະກຳແຫ່ງນີ້. ທ່ານ​ ຫວຽດ ໃຫ້ຮູ້​ວ່າ ອາຊີບ​ເຮັດຂຽງ ​ຢູ່ ​ດິ້ງ​ອານ ​ຖື​ເປັນອາຊີບ “ສືບທອດ ຈາກ ຮຸ່ນສູ່ຮຸ່ນ” ​ແລະ ເພິ່ນ​ແມ່ນ​ຮຸ່ນ ທີ3, ​ໄດ້​ຢືດໝັ້ນ ກັບ​ອາຊີບ​ມາ​ເປັນ​ເວລາກວ່າ 30 ​ປີແລ້ວ.

 

 ຜະລິດຕະພັນຂຽງ ຂອງ ດິ້ງອານ ໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ບໍລິໂພກ ທັງໃກ້ ແລະ ໄກ ເພາະວັດຖຸດິບ ທີ່ນຳມາເຮັດ ຂຽງ ແມ່ນໃຊ້ໄມ້ 3 ຊະນິດຕົ້ນຕໍຄື: ໄມ້ກະທິງ, ໄມ້ກ້ວງ ແລະ ໄມ້ຂາມ, ດ້ວຍຄຸນລັກສະນະເປັນໄມ້ເນື້ອແຂງ, ມີສີສັນສົດໃສ, ສວຍງາມ, ມີຄວາມທົນທານສູງ ແລະ ສຳຄັນທີ່ສຸດ ແມ່ນ ເມື່ອໃຊ້ ຂຽງ ເພື່ອຊອຍຊີ້ນ, ປາ ຫຼື ຕັດກະດູກ ຈະບໍ່ມີ ຂີ້ຂຽງ ຕິດມີດ ຫຼື ຊີ້ນ. ນອກຈາກນັ້ນ, ຕົ້ນກະທິງ, ຕົ້ນກ້ວງ... ມີຫຼາຍຢູ່ທ້ອງຖິ່ນ, ເພາະ ສະນັ້ນ ລາຄາວັດຖຸດິບຕໍ່າ ເຮັດໃຫ້ ລາຄາ ຂຽງໄມ້ ມີລາຄາແກ່ງແຍ້ງແຂ່ງຂັນຫຼາຍ, ນອກຈາກນັ້ນ ຂຽງໄມ້ຢູ່ ດິ້ງອານ ມີຄວາມທົນທານສູງ ໄດ້ນຳມາ ຊື່ສຽງ ໃຫ້ຜູ້ບ້ານຜະລິດ ຂຽງ ອີກດ້ວຍ. ທ່ານ ຫວຽດ ໃຫ້ຮູ້ ອີກວ່າ: ຈຸດພິເສດ ຂອງ ອາຊີບຜະລິດຂຽງ ແມ່ນ ບໍ່ກຳນົດເວລາ ແລະ ຜະລິດ ຂອງຄອບຄົວ, ເມື່ອສຸຂະພາບແຂງແຮງ, ສາມາດເຮັດໄດ້ກໍເຮັດ, ຖ້າເມື່ອຍ ກໍພັກຜ່ອນ. ສະ​ນັ້ນ, ນັກ​ທ່ອງ​ທ່ຽວ ສາມາດມາ​ຢ້ຽມ​ຊົມໂຮງງານຜະລິດຂຽງໄມ້ ຫຼື ການເຄືື່ອນໄຫວ​ຂົນ​ສົ່ງ, ຊື້ຂາຍ​ຂອງ​ໝູ່​ບ້ານ​ອາຊີບຫັດຖະກຳນີ້ ໄດ້ທຸກເວລາໃນວັນ”.

 

ປັດຈຸ​ບັນ, ໝູ່​ບ້ານ ຂຽງ ດິ້ງອານ​ ມີ​ປະມານ 15 ຄອບຄົວ​ທີ່ໄດ້​ຕິດ​ພັນ​ ກັບ​ອາຊີບ, ສະໜອງ​ຂຽງ ໄປທົ່ວທຸກແຂວງ ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້. ເພື່ອໃຫ້ມີຂຽງໄມ້ ທີ່ມີຄວາມທົນທານ ແລະ ສວຍງາມ, ຜູ້ເປັນນາຍຊ່າງ ຕ້ອງປະຕິບັດ ຜ່ານຫຼາຍ ຂັ້ນຕອນເຊັ່ນ: ເລືອກຊື້ໄມ້ແກ່, ຕາກໃຫ້ແຫ້ງ, ຕັດດ້ວຍເຄື່ອງຈັກເປັນທ່ອນໆ, ຂຶ້ນຮູບ, ຂັດໃຫ້ກ້ຽງ... ຂັ້ນ​ຕອນຂຶ້ນຮູບ, ​ຂັດໃຫ້ກ້ຽງ ແລະ​ ຕາກ​ຂຽງ ປົກກະຕິ​ແມ່ນວຽກ ຂອງ ຜູ້​ຍິງ​, ຜູ້​ຊາຍ​ ຈະຮັບຜິດຊອບ ບັນດາ​ຂັ້ນ​ຕອນເຮັດ​ທີ່​ຍັງ​ເຫຼືອ​​. ຂັ້ນ​ຕອນ​ ຂອງ ​ການ​ເຮັດ​ຂຽງໄມ້ ຄື​ດັ່ງ​ທີ່​ໄດ້​ກ່າວມາຂ້າງ​ເທິງ​ ເບິ່ງ​ຄື​ວ່າ ​ງ່າຍ​, ແຕ່​ທຸກ​ອາ​ຊີບ​ ກໍ​ມີອັນ​ຍາກ​ຂອງມັນ ເຊັ່ນ​ດຽວ​ກັນ ​ໃນ​ການ​ເຮັດ​ຂຽງ​ໄມ້​, ການ​ຕາກ​ຂຽງ ​ໃຫ້​ແຫ້ງ ຢູ່ກາງແຈ້ງ​ແມ່ນຂັ້ນຕອນ​​ຫຍຸ້ງ​ຍາກ​ທີ່​ສຸດ​. ການເບິ່ງຄວາມແຫ້ງ ຂອງ ຂຽງ ແມ່ນສຳຄັນທີ່ສຸດ, ພຽງແຕ່ຜູ້ທີ່ມີປະສົບການ ໃນອາຊີບ ຈຶ່ງຮູ້ໄດ້ລະດັບມາດຕະຖານ. ນອກຈາກນັ້ນ, ໃນເວລາມີ ຝົນ ຕົກລົມແຮງ, ການສົ່ງຂຽງເຂົ້າ ແລະ ອອກ ແມ່ນມີຄວາມຫຍຸ້ງ ຍາກ ແລະ ຕ້ອງໃຊ້ກຳລັງຄົນຫຼາຍ.

 

ປັດຈຸ​ບັນ, ການເຮັດຂຽງ ​ໄດ້ມີ​ເຄື່ອງ​ຈັກ ​ເຂົ້າມາທົດ​ແທນ ແຮງຄົນ ​ໃນ​ບາງ​ຂັ້ນຕອນ ທ່ີໜັກ ແລະ ຈຳນວນຜະລິດຕະພັນ ກໍເພິ່ມຂຶ້ນ. ທ່ານ ຫວຽດ ໃຫ້ຮູ້ວ່າ ປັດຈຸບັນ, ໂຮງງານຜະລິດຂຽງ ຂອງ ຄອບ ຄົວເພິ່ນສາມາດ ສະໜອງຂຽງ ອອກສູ່ ຕະຫຼາດ​ສະ​ເລ່ຍ 2.000 ອັນ​ຕໍ່​ອາ​ທິດ, ບັນດາຄອບ​ຄົວ​ຢູ່​ອ້ອມ​ຂ້າງ​ກໍ​ສາ​ມາດ​ບັນ​ລຸ​ປະ​ລິ​ມານຄ້າຍຄືກັນ. ນອກຈາກນັ້ນ, ນາງຊ່າງໝູ່ບ້ານຜະລິດຂຽງ ຍັງນຳໃຊ້ທ່ອນໄມ້ ຂະໜາດນ້ອຍ ແລະ ໄມ້ທີ່ບໍ່ໄດ້ມາດຕະຖານ ໃນການຜະລິດຂຽງ ເພື່ອຜະລິດອອກ ຜະລິດຕະພັນຕ່າງໆ ເຊັ່ນ: ກະຕ່າຍຂູດໝາກພ້າວ, ຕັ່ງໄມ້, ຂາຕັ້ງມືຖື... ສ່ວນສິ່ງເສດເຫຼືອ ຈາກໄມ້ ເຊັ່ນ: ເປືອກໄມ້, ປີກໄມ້ເສດ, ຂີ້ເລື່ອຍ ສາມາດນໍາມາ ໃຊ້ເປັນຟືນ ຫຼື ເຮັດເປັນຝຸ່ນ...

 

ເວົ້າ​ເຖິງ​ການ​ອະນຸລັກ​ຮັກສາ ​ອາຊີບ ແລະ ​ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ​ຂອງ​ ໝູ່​ບ້ານ​ອາຊີບ​, ທ່ານ ຫວຽດ ​ກ່າວດ້ວຍຄວາມຕື່ນເຕັ້ນ​ວ່າ: ​ ໃນອະນາຄົດອັນໃກ້ນີ້ ພື້ນຖານ ຂອງທ່ານ ​ພວມ​ເປັນຜູ້ບຸກ​ເບີກ ເປີດກວ້າງ ພື້ນທີ່​ບໍລິ​ໂພ​ກ ຢູ່​ນະຄອນ ​ໂຮ່ຈີ​ມິນ ດ້ວຍ​ການ​ຮ່ວມ​ມື​ ເປີດຕົວແທນຈຳໜ່າຍ ຫຼື ຂາຍຍົກ​ໃຫ້ພໍ່​ຄ້າ​ ​ຢູ່​ຕະ​ຫຼາດ​ຂາຍ​ສົ່ງ, ຈະ​ຊ່ວຍ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂຽງໄມ້ ​ຂອງ​ຄອບ​ຄົວ​ທ່ານ ເວົ້າສະເພາະ ກໍຄື ເຄື່ອງໝາຍການຄ້າຂຽງໄມ້ ດິ້ງອານ ເວົ້າລວມ ເປີດກວ້າງ ຕະຫຼາດ ສູ່​ຄົວ​ເຮືອນຫຼາຍແຫ່ງ​ ທັງຢູ່​ໃກ້ ​ແລະ ​ໄກ.

  • ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ບິກລຽນ

 

 


Top