ເອກະລັກ “ຂີ້ເຜິ້ງ-ສີຄາມ”

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.
ງານ​ວາງສະແດງ ຂີ້ເຜິ້ງ-ສີຄາມ ​ໄດ້​ດຳ​ເນີນ​ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ.

ຂີ້ເຜິ້ງ ແລະ ສີຄາມ, ເປັນທີ່ຮູ້ຈັກວ່າ ເປັນສອງປະເພດວັດຖຸດິບ ຂອງ ທໍາມະຊາດ. ຜ່ານ​ສີມື​ ທີ່​ຄ່ອງແຄ່ວ ​ແລະ ຈິນຕະນາການ ທີ່​ອຸດົມສົມບູນ ຂອງ ແມ່​ຍິງ​ຊາວ​ເຜົ່າ ​ມົ້ງ ​ແລະ ຢ້າວ ​ໄດ້​ສ້າງ​ເຄື່ອງໝາຍດ້ານ​ວັດທະນະທຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ເຕັມໄປດ້ວຍແນວຄິດສ້າງສັນ, ນັ້ນ​ແມ່ນ​ສິລະ​ປະ ​ການ​ແຕ້ມ​ຂີ້ເຜິ້ງ​ ໃສ່​ຜ້າ.

 
ເຕັກນິກ​ດັ່ງກ່າວ ແມ່ນ​ໄດ້​ຮັບ​ການ​ນຳ​ໃຊ້​ທົ່ວ​ໄປ​ໃນ​ຊຸດແຕ່ງກາຍ ​ຂອງ​ ແມ່​ຍິງ​ຊາວ​ເຜົ່າ​ ມົ້ງ ​ແລະ ​ແມ່​ຍິງ​ ຊາວ​ເຜົ່າ ຢ້າວ (ກຸ່ມ​ ຢ້າວຕ່ຽນ). ​ເຕັກ​ນິກ​ການ​ແຕ້ມ​ຮູບ​ຂີ້​ເຜິ້ງ ​ເທິງ​ຜ້າ ​ຕ້ອງ​ໃຊ້​ຄວາມ​ຊໍານີຊໍານານ, ຄວາມ​ປານີດ ​ແລະ ຄວາມຊັດເຈນ ຂອງແມ່​ຍິງ​ຊົນ​ເຜົ່າ, ເພື່ອໃຫ້ໄດ້ລວດລາຍ ທ່ີສະໝໍ່າສະເໝີ, ສວຍ​ງາມ ແລະ ຄົມ​ຊັດ.
 

 

ນັບ​ແຕ່​ສະ​ໄໝ​ບູ​ຮານ, ຊາວ​ເຜົ່າ ມົ້ງ ຍາມ​ໃດ​ກໍ່​ມີ​ຄວາມ​​ຮັບຮູ້​ສູງກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ ​ວັດ​ທະ​ນະ​ທຳພື້ນ​ເມືອງ, ນັບ​ທັງ​ເຕັກ​ນິກ​ການ​ແຕ້ມ​ຮູບ​ດ້ວຍ​ຂີ້​ເຜິ້ງ​ ໃສ່​ຜ້າ​ປ່ານ. ລວດລາຍ​ໃນ​ຜ້າ​ແພ​ ຂອງ ​ຊາວ​ເຜົ່າ ​ມົ້ງ ​ແມ່ນ​ໜ້າ​ປະຫວັດສາດ, ​ເລື່ອງ​ເລົ່າ​ກ່ຽວ​ກັບ​ທັດສະນະ​ຂອງ​ໂລກ ​ແລະ ລັກສະນະ​ສົດ​ໃສ​ຂອງ​ເຂດ​ພູດ​ດອຍຢ່າງມີຊີວິດຊີວາ. ຜູ້ຍິງແຕ້ມລວດລາຍໃສ່ຜ້າດ້ວຍ ຂີ້ເຜິ້ງທີ່ລະລາຍ. ສຳລັບ​ແມ່​ຍິງ​ຊາວ​ເຜົ່າ ​ມົ້ງ, ​ອຸປະກອນ​ແຕ້ມ​ແມ່ນ​ປາກ​ກາ​ພິ​ເສດ ​ທີ່​​ປາຍເຮັດດ້ວຍທອງ​ແດງ ​ໂຄ້ງ.

 

ສຳລັບ​ແມ່​ຍິງ​ຊາວ​ເຜົ່າ ຢ້າວ, ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ກອບ​ຮູບ​ສາມ​ຫຼ່ຽມ​ເພື່ອ​ເຮັດ​ໃຫ້​ເປັນ​ເສັ້ນ​ຊື່ ຫຼື ທໍ່​ໄມ້​ໄຜ່​ນ້ອຍ​ເພື່ອ​ເປັນ​ຮູບ​ວົງ​ມົນ. ຫຼັງຈາກແຕ້ມຮູບແລ້ວ ຈະລໍຖ້າໃຫ້ຂີ້ເຜິ້ງ ແຫ້ງ. ເມື່ອຂີ້ເຜິ້ງແຫ້ງ, ຜ້າຈະຖືກຍ້ອມດ້ວຍສີຄາມ ຫຼາຍຄັ້ງ, ຫຼັງຈາກນັ້ນຈຸ່ມໃນ ນ້ໍາຮ້ອນ ຈົນວ່າຂີ້ເຜິ້ງ ຈະລະລາຍ ແລະ ນັ້ນແມ່ນບັນດາຂັ້ນຕອນເພື່ອເຮັດສໍາເລັດຜ້າຜືນໜຶ່ງ ທີ່ໄດ້ແຕ້ມລວດລາຍດ້ວຍ ຂີ້ເຜິ້ງ.

ທ່ານ​ນາງ ຫງວຽນ​ທິຕວຽດ, ຜູ້ອຳນວຍການ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເຫດການ “ຂີ້ເຜິ້ງ-​ສີ​ຄາມ” ​ແມ່ນໜຶ່ງ​ໃນ​ ບັນດາ​ການ​ເຄື່ອນ​ໄຫວ ແນໃສ່​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ດ້ານວັດ ທະນະທຳ​ ຂອງ​ ແມ່ຍິງ​ ໃນ​ທົ່ວ​ທຸກ​ຂົງ​ເຂດ ຂອງ​ ທົ່ວ​ປະ​ເທດ ແລະ ສ້າງ​ຄຸນຄ່າ​ແບບ​ຍືນ​ຍົງ​ ຈາກ​ຜະລິດຕະພັນ​ຫັດຖະກຳ ຂອງ ແມ່ຍິງ ໄດ້ຜະລິດອອກມາ. 

ມາຍັງເຫດການ, ຜູ້ເຂົ້າຮ່ວມ​ຍັງ​ສາມາດ​ພົວພັນ ​ແລະ ຄົ້ນພົບກັບການ​ແຕ້ມ​ຮູບດ້ວຍ​ຂີ້ເຜິ້ງ​ ກັບ​ນາຍຊ່າງ​ຊາວ​ເຜົ່າ ​ມົ້ງ ແລະ ຢ້າວ, ​ໄດ້​ຮັບ​ຟັງ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຊອກ​ຫາ​​ທາງອອກໃຫ້ແກ່ຜະລິດ​ຕະພັນ, ​ວິທີການເພື່ອ​ພັດທະນາ​ ເສດຖະກິດ ​ຈາກ​ບັນດາ​ສີສັນທ່ີເປັນສັນເອກະລັກ ດ້ານ​ວັດທະນະທຳ​ ຂອງ​ ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ. ນອກຈາກນັ້ນ, ມວນຊົນ ຍັງຈະໄດ້ມີໂອກາດຮຽນຮູ້ກ່ຽວກັບຄວາມງາມ ຂອງ ເຕັກນິກການແຕ້ມຮູບດ້ວຍຂີ້ເຜິ້ງ ພື້ນເມືອງ ຜ່ານງານວາງສະແດງຮູບພາບ “ຂີ້ເຜິ້ງ-ສີຄາມ”, ລອງນຸ່ງຊຸດພື້ນເມືອງ ແລະ ບັນທຶກຊ່ວງເວລາແຫ່ງປະ ສົບການທີ່ໜ້າສົນໃຈໃນຊ່ວງເວລາທີ່ເຕັມໄປດ້ວຍວັດທະນະ ທຳ ເຂດເນີນສູງ. 

 

ປະຕິບັດ: VNP/ແທງຢາງ - ແປໂດຍ: ຢືຟຽນ 


Top