• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ເລຂາທິການໃຫຍ່ Lee Hyuk ແລະ ຄວາມສະໜິດຕິດພັນກັບ ຫວຽດນາມ

ຮັກສາຕຳແໜ່ງທີ່ເປັນເອກອັກຄະລັດຖະທູດ ສ ເກົາຫຼີ ແລະ ສິ້ນສຸດໜ້າທີ່ການງານຢູ່ ຫວຽດນາມ, ນີ້ແມ່ນອາຍຸປະຈຳການຄັ້ງສຸດທ້າຍໃນພາລະກິດການທູດແກ່ຍາວເຖິງ 38 ປີຂອງຕົນ, ທ່ານເລຂາທິການໃຫຍ່ສູນ ອາຊຽນ-ສ ເກົາຫຼີ Lee Hyuk ໄດ້ມີຫຼາຍການປະກອບສ່ວນ ໃນການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ ສ ເກົາຫຼີ ແລະ ຫວຽດນາມ.
ພວກຂ້າພະເຈົ້າໄດ້ພົບກັບທ່ານ Lee Hyuk ທີ່ງານສຳມະນາ “ການເຊື່ອມຕໍ່ວິສາຫະກິດ ຫວຽດນາມ-ສ ເກົາຫຼີ ໃນຂົງເຂດກົນຈັກ ແລະ ຫັນເປັນອັດຕະໂນມັດ” ໂດຍ ສູນ ອາຊຽນ-ສ ເກົາຫຼີ ສົມທົບກັບສະມາຄົມອຸດສາຫະກຳສຳຮອງ ຫວຽດນາມ (ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ) ຈັດຕັ້ງຢູ່ ຮ່າໂນ້ຍ. ທີ່ເຫດການດັ່ງກ່າວ, ຜ່ານການຊ່ວຍເຫຼືອຂອງສູນ ອາຊຽນ-ສ ເກົາຫຼີ, ບັນດາວິສາຫະກິດ ຫວຽດນາມ ພ້ອມກັບວິສາຫະກິດ 11 ແຫ່ງມາຈາກ ສ ເກົາຫຼີ  ໄດ້ມີການຮ່ວມມືດ້ານການຄ້າ. 

ຕາມທ່ານ Lee Hyuk ແລ້ວ, ສູນວັດທະນະທຳ ອາຊຽນ-ສ ເກົາຫຼີ ໄດ້ມີຫຼາຍການເຄື່ອນໄຫວເພື່ອຊຸກຍູ້ການພົວພັນ, ຮ່ວມມື, ການເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສ ເກົາຫຼີ ກັບບັນດາປະເທດ ອາຊຽນ, ພິເສດ ໃນນັ້ນ ມີຂົງເຂດລົງທຶນດ້ານການຄ້າຂອງ ຫວຽດນາມ. ເພື່ອຫຼຸດຜ່ອນຄວາມບໍ່ສະເໝີກັນໃນການຊັ່ງຊານຳເຂົ້າ-ສົ່ງອອກ, ເພິ່ນພ້ອມກັບເພື່ອນຮ່ວມງານຂອງສູນ ມີການຊ່ວຍເຫຼືອໃຫ້ແກ່ບັນດາວິສາຫະກິດທີ່ມີການລົງທຶນຢູ່ ຫວຽດນາມ ຢ່າງຕັ້ງໜ້າ.

ທາງສູນໄດ້ມີການຈັດຕັ້ງບັນດາການພົບປະ ແລະ ເວທີປາໄສທີ່ກ່ຽວຂ້ອງ ໃນຂົງເຂດການຄ້າຂອງສອງປະເທດ ສ ເກົາຫຼີ ແລະ ຫວຽດນາມ. ປິ 2018, ສູນ ອາຊຽນ-ສ ເກົາຫຼີ ໄດ້ຈັດຕັ້ງແຜນການເຊີນພະນັກງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄປ ສ ເກົາຫຼີ ເພື່ອຈັດຕັ້ງງານສຳມະນາ ແນະນຳ ກ່ຽວກັບນະໂຍບາຍ ການລົງທຶນກັບຕ່າງປະເທດຂອງ ຫວຽດນາມ.

ທ່ານ Lee Hyuk, ເລຂາທິການໃຫຍ່ສູນ ອາຊຽນ-ສ ເກົາຫຼີ. ພາບ: ແຄ໋ງລອງ


ທ່ານ Lee Hyuk ຮັບຫຼຽນກາທີ່ລະນຶກ  “ເພື່ອຄວາມສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ທີ່ ຫວຽດນາມ. ພາບ: ເອກະສານ 


ທ່ານ Lee Hyuk ເຂົ້າຮ່ວມເວທີປາໄສ ການເຊື່ອມຕໍ່ ອາຊຽນ ຄັ້ງທີ 6 ເຊິ່ງໄດ້ຈັດຂຶ້ນຢູ່ ສ ເກົາຫຼີ, ເມື່ອເດືອນ ພະຈິກ 2018. ພາບ: ເອກະສານ


ທ່ານ Lee Hyuk ເຂົ້າຮ່ວມງານສຳມະນາ  “ການເຊື່ອມຕໍ່ວິສາຫະກິດ ຫວຽດນາມ-ສ ເກົາຫຼີ ໃນຂົງເຂດກົນຈັກ ແລະ ຫັນເປັນອັດຕະໂນມັດ” ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ... ພາບ: ແຄ໋ງລອງ


... ແລະ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ ສຳນັກງານ ຂອງສະຖານທູດ ສ ເກົາຫຼີ ປະຈຳ ຫວຽດນາມ. ພາບ: ເອກະສານ


ທ່ານ Lee Hyuk ທີ່ງານສຳມະນາ “ການເຊື່ອມຕໍ່ວິສາຫະກິດ ຫວຽດນາມ-ສ ເກົາຫຼີ ໃນຂົງເຂດກົນຈັກ ແລະ ຫັນເປັນອັດຕະໂນມັດ” ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ, ເມື່ອເດືອນ ເມສາ 2019. ພາບ: ແຄ໋ງລອງ

ໃນຖານະບົດບາດທີ່ເປັນເລຂາທິການໃຫຍ່ ສູນ ອາຊຽນ-ສ ເກົາຫຼີ, ທ່ານ Lee Hyuk ມີການປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ໃນຂົງເຂດວັດທະນະທຳ ແລະ ການພົບປະສ້າງສັນ ລະຫວ່າງປະຊາຊົນສອງປະເທດ. ສູນ ອາຊຽນ-ສ ເກົາຫຼີ ຍັງປະຕິບັດໂຄງການຍົກສູງຄວາມສາມາດການທ່ອງທ່ຽວ ໃຫ້ແກ່ຜູ້ທີ່ມີການເຄື່ອນໄຫວໃນຂົງເຂດການທ່ອງທ່ຽວ ແລະ ບໍລິການໂຮງແຮມຢູ່ ຫວຽດນາມ.

ກ່ອນທີ່ໄດ້ກາຍເປັນຜູ້ນຳຂອງອົງການຈັດຕັ້ງຫຼາຍຝ່າຍສາກົນໜຶ່ງ, ທ່ານ Lee Hyuk ເຄີຍໄດ້ເຮັດວຽກໃນຂະແໜງການຕ່າງປະເທດ ສ ເກົາຫຼີ ມາເປັນເວລາຫຼາຍປິ. ເພິ່ນເຄີຍຜ່ານຜ່າຫຼາຍຕຳແໜ່ງ, ຮັບຜິດຊອບຫຼາຍໜ້າທີ່ແຕກຕ່າງກັນຢູ່ກະຊວງການຕ່າງປະເທດ ສ ເກົາຫຼີ ກໍ່ຄືຢູ່ບັນດາອົງການຕ່າງໜ້າ ສ ເກົາຫຼີ ປະຈຳຢູ່ຕ່າງປະເທດ. ໃນນັ້ນ ຍີ່ປຸ່ນ, ຟິລິບປິນ ແລະ ຫວຽດນາມ ເປັນ 3 ປະເທດ ມີຄວາມສະໜິດຕິດພັນກັບເພິ່ນຫຼາຍກວ່າໝູ່. 


ທ່ານ Lee Hyuk ພ້ອມກັບຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃນການເຊຍທີມຊາດ ຫວຽດນາມ ໄວອາຍຸ  23 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຢູ່ AFC Cup. ພາບ: ເອກະສານ


ທ່ານ Lee Hyuk ໃນການເຊຍທີມຊາດ ຫວຽດນາມ ໄວອາຍຸ  23 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຢູ່ AFC Cup ເຊິ່ງໄດ້ຈັດຕັ້ງ
ຢູ່ສະໜາມກິລາແຫ່ງຊາດ ໝີ໋ດິ່ງ. ພາບ: ເອກະສານ
 


ທ່ານ Lee Hyuk ເຂົ້າຮ່ວມງານວາງສະແດງເຄື່ອງປັ້ນດິນເຜົາ ສ ເກົາຫຼີ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ
ສາຍພົວພັນທາງດ້ານການທູດ ສ ເກົາຫຼີ-ຫວຽດນາມ. ພາບ: ເອກະສານ



ທ່ານ Lee Hyuk ມອບຫຼຽນກາທີ່ລະນຶກ ໃຫ້ແກ່ຜູ້ຄົນທີ່ມີການ
ປະກອບສ່ວນ ເພື່ອພາລະກິດແລກປ່ຽນວັດທະນະທຳ ສອງປະເທດ. ພາບ: ເອກະສານ



ທ່ານ Lee Hyuk ຊອກຮູ້ວິທີການຕີຄ້ອງຂອງເຜົ່າ ເອເດ  ເນື່ອງໃນໂອກາດໄປປະຕິບັດງານຢູ່ແຂວງ ດັກລັກ...  ພາບ: ບຸ່ນຟອງ 


... ແລະ ມາຢ້ຽມຢາມຕົວແບບຫົດນຳ້ໃຫ້ຕົ້ນ ກາເຟ ທີ່ບ້ານເລກ 7, ຕາແສງ ອີອາປາມ. ພາບ: ບຸ່ຍຟອງ
ໃນເວລາເຮັດວຽກຢູ່ ຫວຽດນາມ ຂອງຕົນ, ທ່ານ Lee Hyuk ໄດ້ຮັບຜົນສຳເລັດໃນການຈັດຕັ້ງຫຼາຍເຫດການທີ່ກ່ຽວຂ້ອງເຖິງການພົວພັນທາງດ້ານການທູດລະຫວ່າງສອງປະເທດ ຫວຽດນາມ-ສ ເກົາຫຼີ ຄື: ລາຍການສະແດງດົນຕີ ສະເຫຼີມສະຫຼອງ25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງດ້ານການທູດ ສ ເກົາຫຼີ-ຫວຽດນາມ ເມື່ອປີ 2017, ການຢ້ຽມຢາມ ຫວຽດນາມ ໃນ 2 ຄັ້ງຂອງທ່ານປະທານາທິບໍດີ ສ ເກົາຫຼີ  Moon Jae-in ແມ່ນມາເຂົ້າຮ່ວມກອງປະຊຸມສຸດຍອດ APEC ທີ່ນະຄອນ ດ່າໜັງ ເມື່ອປີ 2017 ແລະ ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ເມື່ອເດືອນ ມີນາ 2018.

ທ່ານ Lee Hyuk ໃຫ້ຮູ້ວ່າ: “ສຳລັບຂ້າພະເຈົ້າ, ຫວຽດນາມ ມີຫຼາຍຄວາມໝາຍ ຍ້ອນນີ້ເປັນບ່ອນ ທີ່ຂ້າພະເຈົ້າມີອາຍຸປະຈຳ ການຄັ້ງສຸດທ້າຍໃນພາລະກິດການທູດດ້ວຍຖານະທີ່ເປັນພະນັກງານຂອງກະຊວງການຕ່າງປະເທດ ສ ເກົາຫຼີ.

ປີ 2019 ໄດ້ສ້າງຂີດໝາຍເປັນປີ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນອັນເປັນພິເສດລະຫວ່າງ ສ ເກົາຫຼີ-ອາຊຽນ, ສູນ ອາຊຽນ-ສ ເກົາຫຼີ  ຈະປະຕິບັດຫຼາຍລາຍການເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ, ພິເສດແມ່ນກອງປະຊຸມສຸດຍອດ ສ ເກົາຫຼີ-ແມ່ນຳ້ຂອງ ຄັ້ງທຳອິດ  ກັບບັນດາສະມາຊິກຂອງ ອາຊຽນ ແມ່ນ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ, ໄທ ແລະ ສ ເກົາຫຼີ. 
ບົດ: ເງິນຮ່າ, ມິງທູ - ພາບ: ແຄ໋ງລອງ, ບຸ່ຍຟອງ ແລະ ເອກະສານ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top