Martín Rama: “ເພື່ອຄວາມຮັກ ຮ່າໂນ້ຍ”

Martín Rama: “ເພື່ອຄວາມຮັກ ຮ່າໂນ້ຍ”

ທ່ານ Martín Rama ຜູ້ຊ່ຽວຊານດ້ານເສດຖະກິດ ຊາວ ອູຣູ ກວາຍ ໄດ້ໃຊ້ຊີວິດ ຢູ່ ຫວຽດນາມ ແລະ ຕິດພັນກັບ ຮ່າໂນ້ຍ ມາເປັນເວລາ ກວ່າ 20 ປີ ແລ້ວ. “ເພື່ອຄວາມຮັກ ຮ່າໂນ້ຍ” ແມ່ນປຶ້ມທີ່ເພິ່ນຫາກໍ່ພິມຈຳໜ່າຍ ເມື່ອເດືອນ ກໍລະກົດ 2023, ແມ່ນບັນດາບົດຂຽນ ກ່ຽວກັບການອະນຸລັກຮັກສາ ມໍລະດົກ ແລະ ພັດທະນາຕົວເມືອງ ທີ່ເພິ່ນໄດ້ສະເໜີ ແລະ ປະຕິບັດໃນຊ່ວງ ເວລາໃຊ້ຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ Martín Rama, ຜູ້ມີຄວາມຮັກພິເສດຕໍ່ນະຄອນຫຼວງ ຮ່າ ໂນ້ຍ.

ປັດຈຸບັນ, Martín Rama ເປັນທີ່ປຶກສາ ໃຫ້ ປະທານທະນາຄານ ໂລກ. ​ຄັ້ງ​ທຳ​ອິດ​ທີ່​ມາ ​ຮ່າ​ໂນ້ຍ ​ໃນ​ປີ 1998 ​ແລະ ທ່ານ​ໄດ້​ຫຼົງ​ຮັກ​ແຜ່ນດິນ​ນີ້. ທ່ານ​ໄດ້​ສະ​ແດງ​ຄວາມ​ຮັກ​ນັ້ນ​ໂດຍຜ່ານ ການ​ສະ​ເໜີ​ວິທີ​ແກ້​ໄຂ​ ເພື່ອ​ປົກ​ປັກ​ຮັກສາ​ມໍລະດົກ​ ຮ່າ​ໂນ້ຍ. ໃນ​ຖາ​ນະ​ເປັນ​ຜູ້​ຊ່ຽວ​ຊານ​ ດ້ານ​ເສດ​ຖະ​ກິດ​ ຂອງ ​ທະ​ນາ​ຄານ​ໂລກ ​ທີ່​ເຮັດ​ວຽກ​ຢູ່ ​ຫວຽດ​ນາມ (2002-2021), ທ່ານ Martín Rama ໄດ້ຊອກຮູ້ ແລະ ປະ​ກອບ​ສ່ວນ​ໃຫ້ ​ຮ່າ​ໂນ້ຍ ​ຕາມແບບສະເພາະ ຂອງຕົນ. ປີ 2014, ທ່ານ Martín Rama  ​ໄດ້​ພິມ​ຈຳໜ່າຍ​ປຶ້ມ “ຮ່າ​ໂນ້ຍ, ສະຖານ​ທີ່​ທ່ອງ​ທ່ຽວ” ​​ໄດ້ບັນທຶກບັນດາ​ເລື່ອງ​ລາວ ​ແລະ ຮູບ​ພາບ ທີ່​ຕົນ​ຖ່າຍ ​ໃນ​ຂະນະ​ເດີນ​ທາງ​ຢູ່ທຸກຫົນແຫ່ງ ຂອງ ​ຮ່າ​ໂນ້ຍ ​ແລະ ​ໄດ້​ຮັບ​ລາງວັນ ບຸ່ຍ​ຊວນຟ໋າຍ-​ເພື່ອ​ຄວາມ​ຮັກ​ຮ່າ​ໂນ້ຍ.


ຮ່າໂນ້ຍ ໃນຕົວທ່ານ Martín Rama ແມ່ນຄວາມສະເໜ່ ທັງໝົດ ທີ່ເພິ່ນເອີ້ນ ຮ່າໂນ້ຍ ດ້ວຍຊື່ທີ່ຄຸ້ນເຄີຍວ່າ “ນາງ”. ​ໂຄງການ​ພັດ ທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ “ທົດ​ລອງ​ຮູບ​ແບບ​ໃໝ່​ ໃນ​ໜຶ່ງ​ ບຼອກ ເຮືອນ” ​ເພື່ອ​ແນ​ໃສ່​ນໍາສະເໜີຕົວ​ແບບ ​ຊ່ວຍ​ໃຫ້ ​ຮ່າ​ໂນ້ຍ​ບູຮານ, ອຸດົມໄປດ້ວຍວັດທະນະທຳ ແລະ ສີສັນ ສະເພາະ ໃນ​ຮ່າ​ໂນ້ຍ​ ​ທັນ​ສະ​ໄໝ, ກໍໄດ້​ຮັບລາງວັນ ບຸ່ຍ​ຊວນຟ໋າຍ- ​ເພື່ອ​ຄວາມ​ຮັກ​ ຮ່າ​ໂນ້ຍ ອີກ​ເທື່ອ​ໜຶ່ງ ໃນປີ 2018. 


ແຕ່​ປີ 2017-2020, ທ່ານ ​ເປັນ​ຜູ້​ອຳ​ນວຍ​ການ​ ໂຄງການ​ກິດຕິມະສັກ ຢູ່​ສູນ​ພັດທະນາ​ແບບ​ຍືນ​ຍົງ ສັງກັດ ສະພາ ມະຫາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ. ປີ 2023, ທ່ານ​ ໄດ້​ຮ່ວມ​ມື​ກັບ​ບໍລິສັດ​ປຶ້ມ ​ແລະ ສື່​ມວນ​ຊົນ ຫວຽດນາມ (ພູມປັນຍາໜຸ່ມ Books) ​ນໍາສະເໜີ​ປຶ້ມ ​ຫົວ​ທີ 2 “​ເພື່ອ​ຄວາມ​ຮັກ​ ຮ່າ​ໂນ້ຍ”. ສິ່ງທີ່​ພິ​ເສດ​ຂອງ​ປຶ້ມ​ຫົວ​ນີ້ ແມ່ນການຮີບໂຮມໜັງສືພິມ 45 ບົດ ລວມມີ ບັນດາບົດຂຽນ, ວິທີແກ້ໄຂ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ຕົວ​ເມືອງ​ ຮ່າ​ໂນ້ຍ ທີ່​ນັກ​ຂຽນ​ໄດ້​ນຳ​ສະ​ເໜີ​ໃນ​ໜັງ​ສື​ພິມ ​ຫວຽດ​ນາມ ແຕ່​ປີ 2016 – 2022. ພ້ອມດຽວກັນ ແມ່ນການພົວພັນແລກປ່ຽນ ກັບບັນດາເພື່ອນຮ່ວມງານ, ນັກໜັງສືພິມ, ສະຖາປານິກ, ເພື່ອນ​ມິດ​ສາ​ກົນ… ພ້ອມກັນມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ ​ຮ່າ​ໂນ້ຍ.

“ເລື່ອງ ຮ່າໂນ້ຍ” ສະແດງໃຫ້ເຫັນ ຜ່ານມຸມມອງ ຂອງ ທ່ານ Martín Rama ສຸດທີ່ພິເສດຄື: ເຮືອນວິນລາບູຮານແບບ ຝຣັ່ງ, ອາ ພາດເມັນລວມໝູ່, ຮິມທາງ, ຖະໜົນປື້ມ..., ບັນດາຄຸນຄ່າ ມໍລະ ດົກນັ້ນ ຕ້ອງໄດ້ຮັບການອະນຸລັກຮັກສາ. ຜ່ານ​ບັນດາ​ຂະ​ບວນ ການ ​ອະນຸລັກ​ຮັກສາ ​ນະຄອນ ຮ່າ​ໂນ້ຍ ທີ່ Martín Rama ​ໄດ້​ເຂົ້າ​ຮ່ວມ​ຄື: ສະຖານີ ​ຮ່າ​ໂນ້ຍ,  ສະຖານີ​ລົດ​ໄຟ​ໃຕ້​ດິນ, ສະຖານີ​ວິທະ ຍຸ​ກ ຈາຍສຽງຢູ່  ຖະໜົນ ແບັກ​ມາ​ຍ, ຈິດຕະກຳໃສ່ຝາ ການປະ ຕິວັດ, ຄຸ້ມ​​ເມືອງ ບາດິ່ງ... ທ່ານ Martín Rama ຮູ້ສຶກ​ດີ​ໃຈ​ຫຼາຍ ເມື່ອ ​ຮ່າ​ໂນ້ຍ ​ຮັກສາໄດ້​ບັນດາກິດຈະການ ກໍ່ສ້າງທີ່ມີຄວາມໝາຍ ປະຫວັດສາດ ແລະ ວັດທະນະທຳ​. ນັກຈິດຕະກອນ​ໜຸ່ມ ດັ້ງ​ຫວຽດລົກ ​ເປັນຜູ້​ແຕ້ມ​ຮູບປະກອບ ຊຶ່ງຊ່ວຍໃຫ້ປຶ້ມ “ເພື່ອ​ຄວາມ​ຮັກ ​ຮ່າ​ໂນ້ຍ” ມີ​ຄວາມ​ໃກ້​ຊິດ​ ແລະ ເຂົ້າ​ເຖິງ​ໃຈ​ຜູ້​ອ່ານ.


“​ເພື່ອ​ຄວາມຮັກ​​ ຮ່າ​ໂນ້ຍ” ​ແມ່ນ​ການ​ເດີນ​ທາງແຫ່ງ​ຄວາມ​ມານະ​ພະຍາຍາມ ​ຂອງ​ທ່ານ Martín Rama ​ໃນ​ການນໍາສະເໜີ ບັນດາ​ວິທີແກ້​ໄຂ ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ ບັນດາ​ລັກສະນະ​ ອັນ​ລ້ຳ​ຄ່າ​ຂອງ ​ຮ່າ​ໂນ້ຍ. ຮູບ​ພາບ​ ຮ່າ​ໂນ້ຍ ທີ່ເກົ່າແກ່, ​ມີ​ມາ​ແຕ່​ດົນ​ນານ ແລະ ແນະ​ນຳ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ ສະ​ເພາະ​ທີ່​ສຸດ​ສູ່ນັກ​ທ່ອງ​ທ່ຽວ​ສາ​ກົນ.

ທ່ານ Martín Rama ແບ່ງປັນວ່າ: “ຂ້າພະເຈົ້າ ໄດ້ເລືອກເປັນຜູ້ ອໍານວຍການກິຕິມະສັກ ບໍ່ຮັບເງິນເດືອນ ຢູ່ສູນການພັດທະນາ ແບບຍືນຍົງ ສັງກັດສະພາມະຫາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ. ຂ້າ​ພະ​ເຈົ້າ​ຈະ​ດີ​ໃຈຫຼາຍ ​ຖ້າ​ຫາກ​ວ່າ ​ຂ້າ​ພະ​ເຈົ້າ​ສາ​ມາດ​ປະ​ກອບ​ສ່ວນ, ເຖິງ​ແມ່ນ​ວ່າ​ພຽງ​ເລັກ​ນ້ອຍ​ ເພື່ອ​ເຮັດ​ໃຫ້ ​ຮ່າ​ໂນ້ຍ​ເປັນ​ນະ​ຄອນ​ ທີ່​ປະເສີດ. ເພາະວ່າ ມັນເປັນຕົວເມືອງ ທີ່ຄົນທັງໂລກຮັກ”.

“ຄວາມຮັກ ຮ່າໂນ້ຍ” ຂອງ ທ່ານ Martín Rama ແມ່ນລຽບງ່າຍ ແຕ່ສະເໝີຕົ້ນສະເໝີປາຍ.

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ


Top