ນັກຈິດຕະກອນ Ando Saeko ດ້ວຍຄວາມຮັກກັບເຄື່ອງຂັດມັນ ຫວຽດ

ນັກຈິດຕະກອນ Ando Saeko ດ້ວຍຄວາມຮັກກັບເຄື່ອງຂັດມັນ ຫວຽດ

ມາ ຫວຽດນາມ ໃນປີ 1995, ນັກຈິດຕະກອນ ຍີ່ປຸ່ນ Ando Saeko ໄດ້ໃຊ້ເວລາເກືອບ 30 ປີ ອຸທິດໃຫ້ແກ່ ສິລະປະ ການຜະລິດເຄື່ອງຂັດມັນ ແລະ ອາຊີບສີ ພື້ນເມືອງ ຫວຽດ. ປັດຈຸ​ບັນ ​ເພິ່ນພວມເປັນ​ສະມາຊິກ​ ຂອງ​ ສະມາຄົມ​ວິຈິດ​ສິນ​ ຮ່າ​ໂນ້ຍ ​ແລະ ​ໄດ້​ຮັບ​ຮູ້​ວ່າ​ ແມ່ນ​ນັກ​ສິລະ​ປະ​ ຍຸກ​ປັດຈຸ​ບັນ ​ທີ່​ຄົ້ນ​ຄວ້າ ​ແລະ ນຳ​ໃຊ້​ສີ​ທຳ​ມະ​ຊາດ ​ສົມທົບ​ກັບ​ເຕັກນິກ​ການ​ຂັດມັນຂອງ ​ຫວຽດນາມ.

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ ພັນການທູດ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ, ນັກ​ຈິດຕະກອນ Ando Saeko ​ໄດ້​ນຳ​ສະ​ເໜີ​ບັນດາ​ຜົນງານ​ຂອງຕົນ ​ໃນ​ງານ​ວາງສະ​ແດງ “ດວງ​ຈັນ” ຢູ່​ສູນ​ແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ (ຮ່າ​ໂນ້ຍ), ນັກ​ຂ່າວ​ ຂ່າວພາບ​ຫວຽດ​ນາມ​ ໄດ້​ມີ​ການ​ໂອ້​ລົມ​ກັບ​ນັກຈິດຕະກອນ Ando Saeko ກ່ຽວ​ກັບ​ຂະ​ບວນ​ການ​ຄົ້ນ​ຄ​ວ້າ ແລະ ​ສ້າງ​ສິ​ລະ​ປະ​ເຄື່ອງ​ຂັດມັນຂອງ ​ຫວຽດ​ນາມ.


ນັກຂ່າວ: ເປັນຫຍັງເຈົ້າຈິ່ງຕັດສິນໃຈ ດໍາລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ?

ຈິດຕະກອນ Ando Saeko: ຂ້ອຍມາ ຫວຽດນາມ ແຕ່ປີ 1995 ແລະ ຢູ່ທີ່ນີ້ ໄດ້ດົນບານນີ້  ສ່ວນໜຶ່ງແມ່ນຍ້ອນຂ້ອຍ ມີຄວາມຮັກກັບເຄື່ອງຂັດມັນ ຫວຽດນາມ. ຍິ່ງ​ກວ່າ​ນັ້ນ ຫວຽດນາມ ຍັງ​ມີ​ສະ ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ສຳລັບ​ຂ້ອຍ​ໃນ​ການ​ປະດິດສ້າງ. ຕອນຫາກໍ່​ມາ, ຂ້ອຍຢູ່​ ຮ່າ​ໂນ້ຍ ເພື່ອຮຽນເຕັກນິກການຂັດມັນ, ຂ້ອຍ​ມັກຢູ່ ​ຮ່າ​ໂນ້ຍ​ ຫຼາຍ ເພາະ​ມັນ​ເໝາະ​ສົມ​ກັບ​ວິ​ຖີ​ຊີ​ວິດ​ຂອງ​ຂ້ອຍເອງ, ​ແຕ່​ຕໍ່​ມາ ​ຮ່າ​ໂນ້ຍ ​ມີການ​ປ່ຽນ​ແປງ, ຈັງຫວະ​ຊີວິດ​ໄວ​ກວ່າ​ເກົ່າ, ຂ້ອຍ​ຈຶ່ງ​ຍ້າຍໄປຢູ່​ນະຄອນ​ ໂຮ່ຈີ​ມິນ. ພາຍຫຼັງ 2 ປີ, ຂ້ອຍໄດ້ຍ້າຍໄປຢູ່ ໂຮ້ຍອານ ຈົນເຖິງປັດຈຸບັນ, ຍ້ອນວ່າ ສະຖານ ທີ່ແຫ່ງນີ້ ມີຄວາມງຽບສະຫງົບຫຼາຍ ແລະ ມີຈັງຫວະການດຳລົງ ຊີວິດແບບບໍ່ຮີບຮ້ອນຟ້າວຟັ່ງ, ເໝາະສົມກັບການ ຄົ້ນຄວ້າ ແລະ ປະດິດສ້າງພາບຂັດມັນ ຂອງຂ້ອຍ.

ນັກຂ່າວ: ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມັກ​ສິລະ​ປະ​ການຜະລິດ ເຄື່ອງຂັດມັນ ​ຂອງ​ຫວຽດນາມ?

ຈິດຕະກອນ Ando Saeko: ​ເພາະວ່າ ເຄື່ອງ​ຂັດມັນ​ຂອງ ​ຫວຽດ ນາມ ມີ​ຈຸດ​ພິ​ເສດໂດຍສະເພາະ ​ແລະ ມີຄວາມຈັບໃຈ​ ທີ່​​ປະ​ເທດ​ອື່ນ​ບໍ່ມີ. ຕົວຢ່າງ: ຢູ່ປະເທດ ຍີ່ປຸ່ນ ພວກຂ້ອຍໄດ້ຮຽນຮູ້ວ່າ ເຕັກ ນິກການ ຂັດມັນ ແມ່ນສ້າງຜະລິດຕະພັນເຫຼື້ອມ, ກ້ຽງ ແລະ ບໍ່ອະ ນຸຍາດ ໃຫ້ມີຂີ້ຝຸ່ນ ຕິດແມ່ນແຕ່ໜ້ອຍດຽວ. ​ແຕ່​ເມື່ອ​ມາ ​ຫວຽດ ນາມ ​ໄດ້​ຮຽນ​ຮູ້​ເຕັກນິກ​ການຜະລິດເຄື່ອງຂັດມັນ ​ຈາກ​ອາຈານ  ຫງວຽນ​ຈີ໋ຈູງ ຢູ່​ເຮືອນ​ຫຼັງ​ໜຶ່ງ​ທີ່​ມີ​ແມງ​ໄມ້​ຫຼາຍ, ບາງ​ເທື່ອ​ແມງ​ໄມ້​ໄດ້ຕົກ​ລົງ​ໃສ່​ຮູບ​ແຕ້ມ​ໃນ​ເວລາແຕ້ມ ​ແລະ ຂ້ອຍບໍ່​ຮູ້​ວ່າ ​ຈະ​ເຮັດ​ແນວ​ໃດ. ອາຈານ ຫງວຽນ ຈີ໋ຈູງ ບອກວ່າ ມັນເປັນລາຍແຕ້ມ ຂອງ ທຳມະຊາດ. ຂ້ອຍ​ເຫັນ​ແປກ​ປະ​ຫຼາດ, ແຕ່ບາງຄັ້ງ ບັນດາຮ່ອງ ຮອຍຂອງແມງ​ໄມ້​ໃນ​ຮູບ​ແຕ້ມ​ ໄດ້ມີ​ແນວ​ຄວາມ​ຄິດ​ສິ​ລະ​ປະ​ໃດໜຶ່ງ​ທີ່​ນັກແຕ້ມ​ບໍ່​ສາ​ມາດ​ຄິດອອກ. ແຕ່ນັ້ນມາ, ຂ້ອຍແຕ້ມຢ່າງ​ສະ​ບາຍ​ ແລະ ​ຮູ້​ສຶກ​ຄື​ວ່າ ​ມີ “ນັກແຕ້ມແມງໄມ້” ຫຼາຍ​ໂຕ ພວມ​ເຮັດ​ວຽກ​ຮ່ວມ​ກັບຕົນເອງ.  

ຫຼັງ​ຈາກ​ຮຽນ​ວິທີການຜະລິດເຄື່ອງ​ຂັດມັນ ​ຫວຽດ​ນາມ ແລະ ໃຊ້ເວລາ​ເກືອບ 30 ປີ​ແຫ່ງ​ການ​ປະດິດສ້າງ, ຂ້ອຍ​ໄດ້​ຄົ້ນ​ພົບ​ເຕັກ​ນິກ​ໃໝ່​ຫຼາຍ​ຢ່າງ. ເຊັ່ນ: ນັກແຕ້ມ ຫວຽດນາມ ບໍ່ພຽງແຕ່ຂັດມັນໃສ່ຮູບແຕ້ມເທົ່ານັ້ນ, ຫາກຍັງນຳໃຊ້ ເນັກຕິກການຂັດມັນເທິງເຄື່ອງປັ້ນດິນເຜົາ, ໄມ້, ຫວາຍ ແລະ ໄມ້ໄຜ່ອີກດ້ວຍ. ຂ້ອຍບໍ່ພຽງແຕ່ ນຳໃຊ້ວິທີການ ພື້ນເມືອງເທົ່ານັ້ນ, ແຕ່ຍັງສາມາດນໍາໃຊ້ວິທີການ ໃໝ່ ເພື່ອໃຫ້ເໝາະສົມກັບສິລະປະ ທີ່ທັນສະໄໝອີກດວ້ຍ. ໂຮງແຕ້ມ ຂອງຂ້ອຍ ບໍ່ພຽງແຕ່ເປັນບ່ອນທີ່ແຕ້ມຮູບເທົ່ານັ້ນ, ແຕ່ມັນຍັງຄືກັບຫ້ອງທົດລອງ ທີ່ຂ້ອຍສາມາດສ້າງເຕັກນິກ ຂອງຕົນເອງໄດ້ຢ່າງສະບາຍ.

 

ນັກຈິດຕະກອນ Ando Saeko ເຮັດວຽກໃນໂຮງແຕ້ມຢູ່ ໂຮ້ຍອານ.
ນັກຈິດຕະກອນ Ando Saeko ສຶກສາເຕັກນິກ ກັບນັກ ຈິດຕະກອນ ເລີມຮືວຈິ໋ງ.

ນັກຂ່າວ: ບັນດາຜົນງານການປະດິດແຕ່ງຂອງເຈົ້າ ໄດ້ຮັບແຮງບັນດານໃຈມາຈາກໃສ?

ຈິດຕະກອນ Ando Saeko: ຫົວຂໍ້ ແລະ ແຮງບັນດານໃຈ ໄດ້ມາຈາກທໍາມະຊາດ ຫຼື ໂດຍບັງເອີນ, ບໍ່ມີກອບໃດໆ ດອກ. ຕົວຢ່າງ ພວກເຈົ້າສາມາດເຫັນຜົນງານການ ປະດິດແຕ່ງ ໃນງານວາງສະ ແດງ “ດວງຈັນ” ທີ່ຂ້ອຍປະດິດສ້າງ ພາຍໃນ 6 ເດືອນ ເມື່ອປີ 2021, ແມ່ນໃນໄລຍະ ການແຍກຫ່າງທາງສັງຄົມເນື່ອງຈາກການລະບາດຂອງ ໂຄວິດ-19. ໃນ​ໄລ​ຍະ​ທີ່​ຂ້ອຍບໍ່​ສາ​ມາດ​ກັບ​ເມືອ​ ຍີ່​ປຸ່ນ ໄດ້, ຂ້ອຍ​​ຢູ່ ໂຮ້ຍອານ  ແລະ​ ໄດ້​ເຫັນ​ດວງ​ຈັນ ​ໃນ​ທ້ອງ​ຟ້າ​ທຸກ​ຄືນ. ໂຮ້ຍອານ ບໍ່ມີຕຶກອາຄານສູງ, ສະນັ້ນ ທຸກໆ ຄັ້ງທີ່ເງີຍໜ້າຂຶ້ນກໍ່ເຫັນດວງຈັນ ທີ່ສວຍງາມ, ສະນັ້ນ ຂ້ອຍໄດ້ສ້າງຜົນງານເຫຼົ່ານີ້ ໃຫ້ແກ່ງານວາງສະແດງ “ດວງຈັນ” ເພື່ອແນະນຳໃຫ້ປະຊາ ຊົນ ຜູ້ມີຄວາມຮັກທາງດ້ານສິລະປະ ເນື່ອງໃນໂອກາດສະເຫຼີມ ສະຫຼອງ 50 ປີແຫ່ງວັນສ້າງຕັ້ງການ​ພົວ​ພັນດ້ານ​ການທູດ ລະ ຫວ່າງ ສອງປະເທດ ຍີ່​ປຸ່ນ ແລະ ຫວຽດ​ນາມ.

ນັກຂ່າວ: ເຈົ້າເຄີຍຮູ້ສຶກຫຍຸ້ງຍາກ ໃນເວລາປະດິດແຕ່ງ ແລະ ຢາກໜີ ກັບຄືນປະເທດ ຍີ່ປຸ່ນ ບໍ?

ຈິດຕະກອນ Ando Saeko: ທຳອິດຂ້ອຍມາ ຫວຽດນາມ ເພື່ອຢາກສຶກສາສອງສາມປີ ແລ້ວກັບເມືອ ຍີ່ປຸ່ນ. ແຕ່ປີແລ້ວປີເລົ່າ ຂ້ອຍເຫັນວ່າ ມີເຕັກນິກໃໝ່ ທີ່ຕ້ອງຮຽນຮູ້ຕື່ມອີກ. ຄືແນວນັ້ນ, ຂ້ອຍຮູ້ສຶກວ່າ ຕົນເອງກາຍເປັນຄົນ ຫວຽດນາມ ຍາມໃດກໍ່ບໍ່ຮູ້, ເຖິງວ່າ ບາງຄັ້ງເມື່ອກັບເມືອ ຍີ່ປຸ່ນ, ຂ້ອຍຮູ້ສຶກ ຄືກັບຄົນຕ່າງປະເທດທີ່ເດີນທາງໄປ ຍີ່ປຸ່ນ ຫຼາຍກວ່າ.

ນັກຂ່າວ: ດ້ວຍຄວາມຮັກມັກ ກັບການແຕ້ມພາບຂັດມັນ ຫວຽດ ນາມ ເປັນເວລາເກືອບ 30 ປີ, ເຈົ້າເຄີຍມີງານວາງສະແດງໃດ ເພື່ອໂຄ ສະນາສິລະປະ ປະເພດນີ້ ຂອງ ຫວຽດນາມ ກັບ ບັນດານັກແຕ້ມໃນວົງການສິລະປະກຳສາກົນແລ້ວບໍ?

ຈິດຕະກອນ Ando Saeko: ຂ້ອຍມີຊຸມຊົນຜູ້ມີຄວາມ ຫຼົງໄຫຼ ກັບເຄື່ອງຂັດມັນໜຶ່ງ ທີ່ມາຈາກຫຼາຍປະເທດຢູ່ ອາຊີ ແລະ ເອີຣົບ, ພວກຂ້ອຍໄດ້ຈັດງານສໍາມະນາ ແລະ ຈັດງານວາງສະແດງ ເປັນປະຈໍາ. ​ໃນ​ປີ 2022, ຂ້ອຍ​ໄດ້ຈັດ​ງານ​ວາງສະ​ແດງໜຶ່ງ ​ຢູ່​ສູນ​ແລກ ປ່ຽນ​ວັດທະນະທຳ​ ຍີ່ປຸ່ນ ເພື່ອໃຫ້​ບັນດາ​ນັກ​ຈິດຕະກອນ ໄດ້​ຮູ້ ​ແລະ ສຳຜັດ​ກັບ​ວິ​ທີ​ການຜະລິດເຄື່ອງຂັດມັນຂອງ ​ຫວຽດນາມ.

ນັກຂ່າວ: ຂອບໃຈສໍາລັບການສົນທະນາ ທີ່ໜ້າສົນໃຈຄັ້ງນີ້!

 

 




ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ



Top