Christine Ha: “ທູດ” ວັດທະນະທຳອາຫານການກິນ ຫວຽດນາມ- ສ ອາເມລິກາ

Christine Ha: “ທູດ” ວັດທະນະທຳອາຫານການກິນ ຫວຽດນາມ- ສ ອາເມລິກາ

Christine Ha ເກີດ ແລະ ໃຫຍ່ຢູ່ ສ ອາເມລິກາ, ພໍ່ແມ່ນາງເປັນຊາວ ຫວຽດນາມ. ​ໃນ​ໄວ​ເດັກ​, ​ນາງ​ ໄດ້ຕິດ​ພັນ​ກັບ​ເຍື່ອງອາ​ຫານ​ຫວຽດນາມ ທີ່​ແມ່​ໄດ້​ປຸງ​ແຕ່ງ. ເມື່ອນາງອາຍຸ 14 ປີ, ແມ່ຂອງນາງໄດ້ເສຍຊີວິດແລະ ນາງຍັງໄດ້ພົບກັບເຫດການ ຮ້າຍແຮງທີ່ສຸດໃນຊີວິດ ນັ້ນຄື ດວງຕາຂອງນາງ ຄ່ອຍໆ ສູນເສຍການແນມເຫັນ. ແຕ່ດ້ວຍຄວາມເປັນເອກະລາດທັງໝົດຂອງຕົນ, Christine Ha ຈົບການສຶກສາປະລິນຍາຕີບໍລິຫານທຸລະກິດຈາກມະຫາວິທະຍາໄລ Texas ຢູ່ Austinm. ນາງຍັງຈົບປະລິນຍາໂທດ້ານວິຈິດສິນໃນໂຄງການການຂຽນແບບສ້າງສັນ, ມະຫາວິທະຍາໄລ Houston. Christine Ha ເຄີຍເປັນບັນນາທິການຂອງວາລະສານວັນນະຄະດີ Gulf Coast. ອາຊີບການຂຽນ ແລະ ພອນສະຫວັນການແຕ່ງອາຫານຂອງ Christine Ha ໄດ້ປະສານເຂົ້າກັນ ແລະ ຊ່ວຍໃຫ້ນາງເອົາຊະນະຜູ້ເຂົ້າຮ່ວມກວ່າ 30.000 ຄົນ, ຄວ້າແຊ້ມລາຍການແຂ່ງຂັນMasterChef” ເຊິ່ງໄດ້ຈັດຂຶ້ນຢູ່ ສ ອາເມລິກາ.​

ແມ່​ຄົວ Christine Ha. ພາບ: ແທງຢາງ/VNP

ຫຼັງ​ຈາກ​ໄດ້​ຮັບ​ລາງ​ວັນ, ປະ​ຕູ​ອາ​ຊີບ​ໃໝ່ ໄດ້​ເປີດ​ສໍາ​ລັບ Christine Ha. ປຶ້ມແຕ່ງກິນທໍາອິດຂອງນາງ, Recipes from My Home Kitchen-ສູດແຕ່ງກິນຈາກເຮືອນຄົວຂອງຂ້ອຍ” ໄດ້ມີຊື່ໃນບັນຊີລາຍຊື່ ປຶ້ມແຕ່ງກິນ ຂາຍດີທີ່ສຸດຕາມການເລືອກເຟັ້ນຂອງ New York Time.

ບໍ່​ພຽງ​ແຕ່​ແມ່ນ​ “ທູດ” ວັດທະນະທຳ ດ້ານອາຫານການກິນ ໃຫ້ແກ່ສະຖານທູດ ສ ອາເມລິກາ ປະຈຳ​ຢູ່​ຕ່າງປະ​ເທດ, ​ເປັນ​ເຈົ້າພາບ​ລາຍການ​ປຸງ​ແຕ່ງອາຫານ Four Senses” ຢູ່​ ກາ​ນາ​ດາ ​ແລະ ເປັນກຳມະການ​ຕັດສິນ ໃຫ້ແກ່ລາຍການMasterChef” ຫວຽດນາມ ເທົ່ານັ້ນ, Christine Ha ຍັງ​ເລີ່​ມຕົ້ນ​ອາຊີບ​ຈາກພອນສະຫວັນ ການແຕ່ງອາຫານ ອີກດ້ວຍ. ປີ 2020, Christine Ha ໄດ້ເປີດຮ້ານອາຫານແຫ່ງທຳອິດ “The Blind Goat” ຢູ່ Houston, ຈາກນັ້ນພ້ອມກັບພໍ່ຄົວ Tony Nguyen ໄດ້ເປີດຮ້ານອາຫານແຫ່ງທີສອງຊື່ວ່າ “ສະບາຍດີແລະ ຮ້ານອາຫານແຫ່ງທີ 3 “Stuffed Belly” ໄດ້ເປີດໃນເດືອນມິຖຸນາ 2023.


ຮ້ານອາຫານທັງ 3 ແຫ່ງແມ່ນມີຊື່ສຽງດ້ວຍອາຫານພື້ນເມືອງຫຼາຍເຍື່ອງເຊັ່ນ: ຕົ້ມເຄັມປາ, ຕົ້ມເຄັມຊີ້ນກັບໄຂ່... ແລະ ພິເສດChristine Ha ໃຊ້ນ້ຳປາ ຫວຽດນາມ ເປັນເຄື່ອງປຸງອາຫານສ່ວນຫຼາຍ. ນາງ​ທັງ​ປະ​ສົມ​ ເຄື່ອງ​ປຸງ ແລະ ເຄື່ອງ​ເທດ​ ຫວຽດ​ນາມ ເຂົ້າ​ກັບ​ອາ​ຫານ ຂອງຊາວ ​ອາ​ເມ​ລິ​ກາ ແລະ ກາ​ນາ​ດາ ເພື່ອ​ສ້າງ​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດ​ທະ​ນະ​ທຳ​ໃນ​ອາ​ຫານ​ທ້ອງ​ຖິ່ນ ແລະ ສາ​ກົນ.

ໃນ​ລາຍການ ທູດສິລະປະຂອງ Master Chef Christine Ha ຢູ່ ຫວຽດນາມ, ນາງ​ໄດ້​ແນະນຳ​ໃຫ້​ເດັກນ້ອຍ​ພິການສາຍຕາ​​ເຮັດ​ເຂົ້າໜົມ​ໄຫວ້​ພະຈັນ​ຈາກ​ການ​ປະສານສົມທົບແບບພິເສດລະຫວ່າງ ​​ວັດຖຸດິບ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ເຊັ່ນ: ໝາກອຶ,ແຄ່, ຂີງ ​ແລະ ເນີຍ​ແຂງ. Christine Ha ຍັງສ້າງແຮງບັນດານໃຈ ແລະ ສົ່ງເສີມໃຫ້ເດັກນ້ອຍເຂົ້າເຮືອນຄົວ ເຖິງແມ່ນວ່າພວກເຂົາມີຄວາມພິການທາງດ້ານສາຍຕາ.


ນອກຈາກ​ການແນະນຳວິທີການເຮັດເຂົ້າໜົມໄຫວ້ພະຈັນ​ແລ້ວ, ນາງ Christine Ha ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ສົນທະນາ​ ໃນ​ຫົວ​ຂໍ້ “ແມ່ຍິງ​ເລີ່ມສ້າງອາຊີບ: ສິ່ງ​ທ້າ​ທາຍ ​ແລະ ກາລະ​ໂອກາດ​ຢູ່ ຫວຽດນາມ ​ແລະ ສ ອາ​ເມ​ລິ​ກາ” ​ແລະ ແຕ່ງກິນກັບ​ແມ່ຍິງ​ຊາວ​ເຜົ່າ​ສ່ວນໜ້ອຍ​ຢູ່​ບ້ານເບືອດ, ​ແຂວງ ເຊີນ​ລາ; ພົວພັນ​ກັບ​ຊາວ​ໜຸ່ມ​ທີ່​ດ້ອຍ​ໂອກາດ​ຮຽນ​ວິຊາ​ຊີບ​ຢູ່​ສະ​ຖາ​ບັນ REACH; ​ເປັນກຳມະການ​ໃນ​ການ​ແຂ່ງຂັນ​ປຸງ​ແຕ່ງ​ອາຫານ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ກັບຊີ້ນ​ໄກ່​ອາ​ເມ​ລິ​ກາ ຢູ່​ມະຫາວິທະຍາ​ໄລ Hutech ຈັດ​ຕັ້ງ​ໂດຍ​ສະມາຄົມ​ສົ່ງ​ອອກ​ໄຂ່ ​ແລະ ສັດ​ປີກ​ອາ​ເມ​ລິ​ກາ ເປັນຜູ້ຈັດ... ບັນດາ​ການ​ເຄື່ອນ​ໄຫວ​ໃນ​ແງ່​ດີ ​ແລະ ຕໍ່​ເນື່ອງ​ຂອງ​ນາງ Christine Ha ຢູ່​ທຸກ​ບ່ອນ​ທີ່​ນາງ​ໄປ ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນຮັບ ​ແລະ ຄວາມຮັກ​ແພງ​ຈາກ​ປະຊາຊົນ ຫວຽດນາມ.

ວິນາທີຖ່າຍຮູບ ທີ່ລະນຶກຂອງ Christine Ha ກັບແຟນໆ ຊາວ ຫວຽດນາມ. ພາບ: ແທງຢາງ/VNP

ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


Top