Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

ນັກສະຖາປານິກ Kengo Kuma. ພາບ: ເອກະສານ

ທ່ານ ປອ ເລ​ກວນ, ຜູ້ອຳນວຍການ​ໂຮງຮຽນ​ ສະຖາປັດຕະຍະ​ກຳ ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ບັນດາ​ນັກສະຖາປະນິກ ​ແລະ ນັກ​ສຶກສາ ຫວຽດນາມ ຍາມ​ໃດກໍ​ຕັ້ງໜ້າລໍຄອຍ ການ​ພົບ​ປະ ​ແລະ ສຶກສາຫາຄວາມຮູ້ ​ຈາກ​ນັກການ​ສຶກສາ ​ແລະ ນັກສະຖາປະນິກ Kengo Kuma. ທ່ານ​ເປັນນັກ ປາຖະກະຖາ, ອາຈານສອນ ດີ​ເດັ່ນ ​ທີ່​ໄດ້​ຖ່າຍທອດ​ບັນດາ​ທິດ​ສະ​ດີປັດສະຍາ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ປະສົບ​ການ​ດ້ານ​ວິຊາ​ຊີບ, ​ຊ່ວຍ​ໃຫ້​ນັກ​ສະຖາປະນິກ ​ແລະ ນັກ​ສຶກສາ ຫວຽດນາມ ​ໄດ້​ຮັບ​ແຫຼ່ງຄວາມ​ຮູ້​ອັນ​ລ້ຳ​ຄ່າ ​ກ່ຽວ​ກັບ​ສະຖາປັດຕະຍະກຳ​ ໃນຍຸກ​ປັດຈຸ​ບັນ.

ດ້ວຍ​ແບບແຜນ ​ທີ່​ລຽບ​ງ່າຍ, ເປັນ​ມິດ​ ຂອງ ຜູ້ເປັນ​ນັກການ​ສຶກ​ສາ, ນັກສະ​ຖາ​ປະ​ນິກ Kengo Kuma ໄດ້​ພັນລະນາ​ຢ່າງ​ລະ​ອຽດ ແລະ ໂດຍກົງ ​ກ່ຽວ​ກັບບັນດາກິດຈະກຳ, ໂຄງການ ສະຖາປັດຕະຍະກຳ ທີ່ທ່ານ ໄດ້ດຳ​ເນີນ​ຢູ່​ໃນຫຼາຍ​ປະ​ເທດ. ບັນດາໂຄງການ ທີ່ສໍາຄັນໃນໂລກ ທີ່ນັກສະຖາປະນິກ Kengo Kuma ໄດ້ ແລະ ກຳລັງປະຕິບັດເຊັ່ນ: ຫໍ 1550 Alberni Street Tower ຢູ່ ການາດາ, ຫໍພິພິທະພັນ GS ທີ່ Aichi ຢູ່ ຍີ່ປຸ່ນ, ຫໍພິພິທະພັນ ສິລະປະ ຢູ່່່ຫາງໂຈ ສປ ຈີນ, ເມືອງ ວັດທະນະທຳ ສິລະປະ BESANCON  ຢູ່ ຝຣັ່ງ, ສະໜາມກິລາ ໂອລິມປິກ ໂຕກຽວ 2020... ມີນັກສຶກສາ ກວ່າ 500 ຄົນ ເຂົ້າຮ່ວມ ງານສຳມະນາ “ດໍາລົງຊີວິດກັບທໍາມະຊາດ”, ຄວາມຮູ້ສຶກ ແລະ ບົດຮຽນທີ່ແບ່ງປັນ ໂດຍນັກສະຖາປະນິກ Kengo Kuma ຈະເປັນແຮງຈູງໃຈ ໃຫ້ພວກເຂົາສືບຕໍ່ ການສຶກສາ ດ້ວຍຄວາມມຸ່ງຫວັງ ຈະກາຍເປັນ ນັກສະຖາ ປະນິກ ທີ່ມີຄວາມສັນທັດ ແລະ ຄວາມສາມາດໃນອະນາຄົດ.

 

ສະຖາປະນິກ Kengo Kuma ແບ່ງປັນກ່ຽວກັບວັດສະດຸທໍາມະຊາດທີ່ໃຊ້ໃນບັນດາກິດຈະກຳສະຖາປັດຕະຍະກໍາ. ພາບ: ກົງດາດ
ຕົ້ນໄມ້ສີຂຽວຖືກນຳໃຊ້ຫຼາຍໃນອາຄານເພື່ອສ້າງພື້ນທີ່ ທີ່ສວຍງາມສອດຄ່ອງກັບທໍາມະຊາດ, ເປັນອົງປະກອບທີ່ນັກສະຖາປະນິກ Kengo Kuma ນຳເຂົ້າສູ່ໃນກິດຈະກຳຂອງຕົນ. ພາບ: ກົງດາດ
ຄວາມສຸກ ແລະ ຄວາມຊື່ນຊອບ ຂອງ ນັກສຶກສາ ຕໍ່ພອນ ສະຫວັນ ແລະ ຄວາມກະຕືລືລົ້ນ ໃນການຝຶກອົບຮົມ ແລະ ການ ເຮັດວຽກ           ຂອງ ນັກສະຖາປະນິກ Kengo Kuma. ພາບ: ກົງດາດ/VNP

ນັກສຶກສາໄດ້ຮຽນຮູ້ຈາກເພິ່ນ ບົດຮຽນຕ່າງໆ ກ່ຽວກັບ ສະຖາປັດຕະຍະກໍາ ຄື ຕ້ອງການມີຄວາມໃກ້ຊິດ ກັບສິ່ງແວດລ້ອມ ແລະ ຕ້ອງເຄົາລົບສະພາບແວດລ້ອມ ຢູ່ອ້ອມຂ້າງ.

ຢູ່ ຫວຽດນາມ, ມີໂຄງການໜຶ່ງ ທີ່ຕິດພັນກັບຊື່ສຽງ ຂອງ ນັກສະຖາປະນິກ Kengo Kuma, ນັ້ນແມ່ນຕຶກ Waterina Suites ຢູ່ນະຄອນ ໂຮ່ຈີມິນ. ໂດຍໄດ້ຮັບແຮງບັນດານໃຈ ຈາກແມ່ນ້ໍາ ຫຼາຍສາຍໄຫຼອ້ອມເຂດຊານເມືອງ, ນຳມາ ແຫຼ່ງກຳລັງວັງຊາ ໃຫ້ແກ່ຕົວເມືອງ ແລະ ທົ່ງນາຂັ້ນໄດ ຢູ່ພາກ ຕາເວັນຕົກສ່ຽງເໜືອ ຂອງ ຫວຽດນາມ, ການອອກແບບ ພາຍນອກ ຂອງ Waterina Suites ແມ່ນ ສາຍຄື້ນນຸ້ມໆ. ທຸກໆ ອາພາດເມັນ ໃນອາຄານ ຕ່າງກໍ່ມີ ລະບຽງ ຫັນໜ້າສູ່ແມ່ນ້ໍາ, ມີໄລຍະເບິ່ງກວ້າງ ແລະ ກົມກຽວກັບທຳມະຊາດ. ຄື້ນ ຂອງສະລອຍນໍ້າ ທີ່ບໍ່ມີຂອບເຂດ ແລະ ຄື້ນຂອງ ແມ່ນ້ໍາ ໄຊງ່ອນ ຈະປະສົມປະສານເຂົ້າກັນຢ່າງກົມກຽວ. ສຳ​ລັບການຈັດແຕ່ງ​ພາຍ​ໃນ, ເພິ່ນ​ໄດ້​ນຳ​ໃຊ້​ລວດລາຍ​ພື້ນ​ເມືອງ ​ຂອງ​ ຫວຽດ​ນາມ​ ເຂົ້າ​ໃນ​ຫ້ອງ​ໂຖງ ແລະ ປ່ອງທະລຸ ຂຶ້ນສູ່ທ້ອງຟ້າ ນຳມາພື້ນທີ່ດຳລົງຊີວິດຕາມຫຼັກ “ຫວາງຈຸ້ຍ” ຂອງ ອາຊີຕາເວັນອອກ ດ້ວຍ​ຄວາມ​ປາ​ຖະ​ໜາ ​ທີ່​ຈະ​ນຳ​ເອົາ​ປະ​ສົບ​ການ​ດຳ​ລົງ​ຊີ​ວິດ​ ທີ່​ສະ​ດວກ​ສະ​ບາຍ, ​ອິດ​ສະ​ຫຼະ, ກົມກຽວ ລະຫວ່າງດິນຟ້າ. 

Waterina Suites ​ແມ່ນ​ໂຄງການ​ສະ​ແດງ​ໃຫ້​ເຫັນ ​ຄວາມ​ຕັດສິນ​ໃຈ​ທີ່​ຈະ​ເອົາ​ຊະ​ນະ​ ຕະຫຼາດ​ ຫວຽດນາມ​ ຂອງ​ບໍລິສັດ Maeda Corporation, ​​ບໍລິສັດ​ກໍ່ສ້າງ​ ທີ່​ມີ​ປະຫວັດຄວາມເປັນມາ​ ເກືອບ 100 ປີ​ຢູ່ ​ຍີ່ປຸ່ນ. ທ່ານ Kengo Kuma ​ແລະ ບັນດາ​ເພື່ອນ​ຮ່ວມ​ງານ ​ຫວັງວ່າ  Waterina Suites ຈະ​ເປັນ​ຂີດ​ໝາຍ ແຫ່ງ​ການ​ຮ່ວມ​ມື ​ລະຫວ່າງ​ສອງພື້ນຖານສະຖາປັດຕະຍະ​ກຳ ຫວຽດນາມ ​ແລະ ຍີ່ປຸ່ນ ​ໃນ​ປັດຈຸ​ບັນ ​ແລະ ອະນາຄົດ.



ນັກສະຖາປະນິກ Kengo Kuma ເກີດປີ 1954. ປັດຈຸບັນ ທ່ານເປັນ ສາດສະດາຈານ ກຽດຕິຍົດ ຂອງ ພະແນກ ສະຖາປັດຕະຍະກໍາ (ໂຮງຮຽນກໍ່ສ້າງ ລະດັບເໜືອມະຫາ ໃນຂົງເຂດເຕັກນິກ) ທີ່ມະຫາວິທະຍາໄລ ໂຕກຽວ. ໃນປີ 1997, ເພິ່ນໄດ້ ຮັບລາງວັນ ຈາກສະຖາບັນ ສະຖາປັດຕະຍະກຳ ຍີ່ປຸ່ນ, ປີ 2009 ໄດ້ປະດັບຫຼຽນໄຊ ສໍາລັບ ກິດຈະກໍາ ເຄື່ອນໄຫວ ສິລະປະ ຢູ່ປະເທດ ຝຣັ່ງ. ທ່ານ Kuma ໄດ້ຮັບລາງວັນລະດັບໂລກ ກ່ຽວກັບ ສະຖາປັດຕະຍະກໍາທ່ີຍືນຍົງ ໃນປີ 2016.

ບົດ: ບິກເວິນ - ພາບ: ກົງດາດ, ເອກະສານ - ແປໂດຍ: ບິກລຽນ


Top