ຫວຽດນາມ: ຜູ້ນໍາໜ້າໃນການປະຕິບັດ ບັນດາເປົ້າໝາຍ ຄວາມຍືນຍົງ ຂອງ ສະຫະປະຊາຊາດ

ຫວຽດນາມ: ຜູ້ນໍາໜ້າໃນການປະຕິບັດ ບັນດາເປົ້າໝາຍ ຄວາມຍືນຍົງ ຂອງ ສະຫະປະຊາຊາດ

ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ສະມາຊິກ​ລັດຖະສະພາ​ໜຸ່ມ ກວ່າ 300​ ທ່ານ ​ແລະ ຜູ້​ແທນ​ທີ່​ມາ​ຈາກ IPU ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ສາກົນກວ່າ 70 ​ອົງການ; ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ການ​ທູດ​ຕ່າງປະ​ເທດ ​ແລະ ບັນດາ ອົງການສາກົນ​ຢູ່​ ຫວຽດນາມ. ພາບ: ຫວຽດເກື່ອງ/VNP
ພາບໃນພິທີໄຂກອງ​ປະຊຸມ​ສະມາຊິກ​ລັດຖະສະພາ​ໜຸ່ມ​ໂລກ​ຄັ້ງ​ທີ 9. ພາບ: ຫວຽດເກື່ອງ/VNP

ກ່າວ​ຄຳ​ເຫັນ​ ຢູ່​ກອງ​ປະຊຸມ ​ສະມາຊິກ​ລັດຖະສະພາ​ໜຸ່ມ ໂລກ​ຄັ້ງ​ທີ 9 ​ໂດຍ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ສົມທົບ​ກັບ​ສະຫະພັນ​ລັດຖະສະພາ​ລະຫວ່າງ​ຊາດ (IPU) ຈັດຂຶ້ນຢູ່ ນະຄອນຫຼວງ ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ສາກົນ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ນຳ​ໜ້າ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ໃນບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະທົ່ວໂລກ, ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໃຫ້​ຄໍາ​ໝັ້ນ​ສັນ​ຍາ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍມອບສິດ, ​​ສ້າງຄວາມປະທັບໃຈໃຫ້ແກ່ ຊາວ​ໜຸ່ນ​ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ເຂົ້າ​ໃນ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ ຂອງ ​ປະ​ເທດ ​ກໍ່ຄື​ ຂອງ ປະ​ຊາ​ຄົມ​ສາ​ກົນ​.

ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ສະມາຊິກ​ລັດຖະສະພາ​ໜຸ່ມ ກວ່າ300​ ທ່ານ ​ແລະຜູ້​ແທນ​ທີ່​ມາ​ຈາກIPU ແລະຜູ້ຕາງໜ້າ​ບັນດາ​ອົງການ​ສາກົນກວ່າ 70 ​ອົງການ; ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ການ​ທູດ​ຕ່າງປະ​ເທດ ​ແລະບັນດາ ອົງການສາກົນ​ຢູ່​ ຫວຽດນາມ; ສະມາຊິກ​ຄະນະ​ຜູ້​ແທນ​ສະພາ​ ແຫ່ງ​ຊາດ​ໜຸ່ມ​ ຫວຽດນາມ124ທ່ານ; ຊາວ​ໜຸ່ມ​ ຫວຽດນາມດີເດັ່ນ 20 ທ່ານ; ຜູ້​ແທນ​ຊາວ​ໜຸ່ມ​ຂັ້ນ ແຂວງ​ ຫວຽດນາມ 20 ທ່ານ...

ທ່ານ Martin Chungong ເປັນທ່ີຄຸ້ນເຄີຍ ຂອງຊາວ​ ຫວຽດນາມ​ ຫຼາຍ​ຄົນ​ເປັນຢ່າງ​ດີ. ຊາວ ກາເມຣູນ ຄົນນີ້ກາຍເປັນຄົນທຳອິດ ທີ່ມາຈາກນອກ ເອີຣົບ ແລະ ເປັນຊາວ ອາຟຣິກກາ ຄົນທຳອິດ ທີ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ IPU ໃນປະຫວັດສາດ 134 ປີ ຂອງ ເວທີປາໄສ ລັດຖະສະພາ ຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ. ເພິ່ນ​ເປັນ​ຄົນ​ສຸພາບ​ຮຽບຮ້ອຍ ​ແລະ ມີ​ຄວາມ​ຮັກ​ແພງ​ຢ່າງຈິງ​ໃຈ​ຕໍ່​ ຫວຽດນາມ. ເພິ່ນ​ໄດ້​ແບ່ງປັນ​ຫຼາຍ​ຄັ້ງ​ວ່າຍາມ​ໃດ​ກໍ່​ຖື​ຫວຽດນາມເປັນ​ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ​ສອງ ຂອງ ຕົນ; ບໍ່​ວ່າ​ຈະ​ໄປ​ໃສຫຼື​ ເຮັດວຽກ​ງານ​ໃດ​ກໍ່​ຕາມ, ຍາມ​ໃດ​ກໍ​ຮັກ​ແພງ ຫວຽດ​ນາມ ແລະ ສະ​ໜັບ​ສະ​ໜູນ​ ຫວຽດ​ນາມ.

ເທື່ອນີ້ ກັບມາຫວຽດນາມ, ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມາຊິກ​ລັດຖະສະພາ​ໜຸ່ມໂລກ​ຄັ້ງ​ທີ 9, ທ່ານ ເລຂາທິການ​ໃຫຍ່ IPU Martin Chungong​ ໄດ້​ນຳເອົາຄວາມຮູ້ສຶກ ​ແລະ ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ ຕໍ່​ປະ​ເທດ, ຜູ້ຄົນ ແລະສະພາ​ແຫ່ງ​ຊາດ ຫວຽດນາມ, ກັບບັນດາ​ເພື່ອນ​ມິດ​, ເພື່ອນຮ່ວມອາຊີບ ທີ່​ເພິ່ນ​ຮັກ​ແພງ​ຕະຫຼອດ​ມາ. ບໍ່​ວ່າ​ຈະ​ເປັນ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່​ນອກ​ກອງ​ປະຊຸມ ​ຫຼື​ ກ່າວ​ຄຳ​ປາ​ໄສ​ຢ່າງ​ເປັນ​ທາງ​ການ, ທ່ານ Martin Chungong ຍາມ​ໃດ​ກໍ່​ກ່າວ​ຄຳ​ປາ​ໄສ​ຢ່າງ​ສຸດ​ໃຈ​ກ່ຽວ​ກັບ​ຄວາມ​ຮູ້ສຶກ, ການ​ຕີ​ລາຄາ ​ແລະຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ຜົນງານ​, ການປະກອບສ່ວນຢ່າງ​ຕັ້ງໜ້າ ​ແລະມີ​ຄວາມ​ຮັບຜິດຊອບ ​ຂອງ​ ​ສະພາ​ແຫ່ງ​ຊາດຫວຽດນາມກັບ IPU ກໍ່ຄືບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ ພາກ​ພື້ນ​ອື່ນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ບັນ ດາຈຸດໝາຍ​ພັດທະນາ ​ແບບ​ຍືນ​ຍົງ ​ແລະ ຮອບດ້ານ. ໃນບົດກ່າວ​ຄຳ​ເຫັນ ​ໃນພິທີ​ເປີດ​ກອງ​ປະຊຸມ​ສະມາຊິກ ລັດຖະ​ສະພາ​ໜຸ່ມ​ໂລກ ​ຄັ້ງ​ທີ 9, ທ່ານ Martin Chungong ​ໄດ້ເນັ້ນ​ໜັກ​ເຖິງ​ບົດບາດ​ ຂອງ ຫວຽດນາມ ​ໃນ​ຖານະ​ແມ່ນ “ຫໍສັງເກດການ” ​ໃນ​ການ​ມອບສິດໃຫ້ແກ່​ຊາວ​ໜຸ່ມ​ເມື່ອ​ເວົ້າເຖິງເຕັກໂນໂລຊີ.


ສ່ວນທ່ານ​ປະທານ IPU Duarte Pacheco ກໍ່ໄດ້ຕີ​ລາຄາ​ວ່າ ສະພາ ແຫ່ງ​ຊາດ ຫວຽດນາມ ພວມ​ເປັນ​ແບບຢ່າງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອຊາວ​ໜຸ່ມ ແລະ ​ເສີມ​ຂະຫຍາຍ​ບົດບາດ ​ຂອງ ​ຊາວ​ໜຸ່ມ. ສະພາ​ແຫ່ງ​ຊາດ ​ຫວຽດນາມ ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ, ສ້າງ​ຊ່ອງ​ຫວ່າງ​ໃຫ້​ສະມາຊິກ​ລັດຖະສະພາ​ໜຸ່ມ ​ຍົກ​ສູງ​ບົດບາດ ​ຂອງຕົນ.

ທ່ານປະທານສະຫະພັນລັດຖະສະພາໂລກ Duarte Pacheco ໄດ້ຮັບ ຂອງຂວັນ ພິເສດ ຄືຜ້າພັນຄໍເຮັດຈາກໃຍດອກບົວ - ຜະລິດຕະພັນ OCOP ຈາກຊ່າງຫັດຖະກຳ ຟານທິຖ້ວນ (ເມືອງ ໝີ໊ ດຶກ, ຮ່າໂນ້ຍ). ພາບ: ຫວຽດເກື່ອງ/VNP

ການ​ພັດທະນາ​ແບບ​ຍືນ​ຍົງ ​ແມ່ນ​ເປົ້າ​ໝາຍ​ທ່ີໃຫ້ຄວາມສໍາຄັນ ຂອງ​ ຫວຽດນາມ ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ ​ແຫ່ງການພັດທະນາ ອັນ​ຍາວ​ນານ​ ຂອງປະ​ເທດ​, ຜ່ານ​ບັນດາ​ປະສົບ​ການ​ອັນ​ໃຫຍ່​ຫຼວງ ​ແລະ ອຸດົມສົມບູນ ກ່ຽວ​ກັບ​ການ​ຕອບ​ໂຕ້, ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ການປັບຕົວເຂົ້າກັບ​ທຳ​ມະ​ຊາດ; ຍາມ​ໃດ​ກໍ່​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ການ​ພັດທະ ນາ​ເສດຖະກິດ - ສັງຄົມ ກັບການອະນຸລັກ​ຮັກສາ ​ແລະ ​ເສີມ​ຂະ ຫຍາຍ​ບັນດາ​ຄຸນຄ່າ​ທາງວັດທະນະທຳມູນເຊື້ອ; ກໍ່ຄືປະເພນີການ​ເບິ່ງ​ແຍງ​ດູ​ແລ​ລຸ້ນ​ໜຸ່ມ, ອະນາຄົດ​ ຂອງ ​ແຕ່​ລະ​ຄອບຄົວ ​ແລະ ທົ່ວ​ສັງຄົມ.

ສະນັ້ນ, ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດຕັ້ງ ກອງປະຊຸມ ສະມາຊິກລັດຖະສະພາ ໜຸ່ມໂລກ ຄັ້ງທີ 9 ໃນຫົວຂໍ້ “ບົດບາດຂອງ ໄວໜຸ່ມໃນການຊຸກຍູ້ ການປະຕິບັດບັນດາເປົ້າໝາຍ ພັດ ທະນາແບບຍືນຍົງ ຜ່ານການຫັນເປັນ ດີຈີຕອນ ແລະ ນະວັດຕະ ກໍາ” ອີກຄັ້ງໜຶ່ງ ທີ່ເພື່ອນມິດສາກົນ ຕີລາຄາສູງວ່າແມ່ນຂີດໝາຍປະຫວັດສາດ ໃນການປະຕິບັດຕົວຈິງເປົ້າໝາຍ ການພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ ຮອດປີ 2030, ໃນສະພາບ ການຍັງເຫຼືອພຽງ7 ປີ ເພື່ອປະຕິບັດ SDGs ດ້ວຍປະລິມານ ອັນມະຫາສານ ທີ່ຍັງຄ້າງຄາ ຍ້ອນການກີດຂວາງ ໃນໄລຍະຍາວ, ຍ້ອນວ່າ ທົ່ວໂລກພະຍາຍາມສະກັດກັ້ນ ແລະ ຕ້ານການລະ ບາດຂອງ ໂຄວິດ-19.

ພິ​ເສດ, ເປັນ​ຄັ້ງ​ທຳ​ອິດ ​ໃນ​ປະຫວັດສາດ 9 ຄັ້ງ​ ທີ່​ຈັດ​ຂຶ້ນ, ກອງ​ປະຊຸມ​ສະມາຊິກລັດຖະ​ສະພາ​ ຊາວ​ໜຸ່ມ​ ​ໂລກ​ຄັ້ງ​ທີ 9 ຢູ່ນະ ຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການກ່ຽວກັບ “ບົດ ບາດ ຂອງ ໄວໜຸ່ມໃນການຊຸກຍູ້ ການປະຕິບັດບັນດາເປົ້າໝາຍ ພັດທະນາ ແບບຍືນຍົງ ຜ່ານການ ຫັນເປັນ ດີຈີຕອນ ແລະ ນະວັດຕະກໍາ”, ທ່ານປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ​ໃຫ້​ຮູ້​ວ່າສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ຕັດສິນ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ ຂອງ​ບັນດາ​ສະມາຊິກລັດຖະ​ສະພາ​ ໜຸ່ມ IPU​ໃນ​ການ​ຊຸກຍູ້​ ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ກອງ​ປະຊຸມ​ສະມາຊິກ​ລັດຖະສະພາ​ໜຸ່ມ​ ​ໂລກ ​ຄັ້ງ​ທີ 9 ​ແມ່ນ​ເຫດການ​ ການ​ຕ່າງປະ​ເທດ ​ຫຼາຍ​ຝ່າຍ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປີ 2023 ໂດຍ ຫວຽດນາມ ​ເປັນ​ເຈົ້າພາບ. ນີ້​​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະພາ​ແຫ່ງ​ຊາດ ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດຕັ້ງ​ກອງ​ປະຊຸມ​ສະມາຊິກ​ລັດຖະສະພາ​ ໜຸ່ມ​ໂລກ.

ກອງ​ປະຊຸມ​ສະມາຊິກ​ລັດຖະສະພາ​ໜຸ່ມ​ ​ໂລກ​ ຄັ້ງ​ທີ 9 ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ຟົດຟື້ນ ​ແລະມີ​ປະສິດທິ​ຜົນ, ​ນີ້ແມ່ນ​ການ​ເລີ່​ມຕົ້ນ​ໃໝ່​ທີ່​ດີ ​ໃນ​ການ​ຊຸກຍູ້​ບົດບາດ ​ຂອງ ​ສະມາຊິກລັດຖະ​ສະພາ​ໜຸ່ມ, ຂອງ​ຊາວ​ໜຸ່ມ​ ກໍ່​ຄື​ລັດ ຖະສະພາ​ບັນດາ​ປະ​ເທດ​ສະມາຊິກ IPU ໃນການຮ່ວມ​ມືກັນທົ່ວໂລກເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ.

  • ບົດ: VNP- ພາບ:VNA -ແປໂດຍ: ຢືຟຽນ

Top