ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

ທ່ານ Lucian Rodriguez Lovell ເປັນຜູ້ອອກແບບ ເຄື່ອງຫັດ ຖະກໍາ ຫວຽດນາມ ບົນພື້ນຖານ AR ແລະ VR.

ທ່ານ Lucian Rodriguez Lovell ເປັນນັກຄົ້ນຄວ້າ ແລະ ນັກພັດ ທະນາ XR (ລວມທັງຄວາມຈິງລວງຕາ (VR), ຄວາມຈິງເພີ່ມທະ ວີ (AR) ແລະ ຄວາມຈິງປະສົມ (MR) ມີສຳນັກງານຕັ້ງຢູ່ Naarm, Melbourne, ປະເທດ ອົດສະຕຣາລີ. ມາ ຫວຽດນາມ ໃນຖານະເປັນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ທ່ານ Lucian Rodriguez Lovell ໄດ້ມີການເຄື່ອນໄຫວຊຸມຊົນຫຼາຍຢ່າງ ເພື່ອເຜີຍແຜ່ຄວາມງາມ ຂອງ ບັນດາຜະລິດຕະພັນຫັດຖະກຳ ຫວຽດນາມ ເມື່ອອອກແບບ ບົນພື້ນຖານ XR. ຫວ່າງມໍ່ໆ ມານີ້, ທ່ານໄດ້ເຂົ້າຮ່ວມງານມະໂຫລານ ການອອກແບບ 2023 ໃນຫົວຂໍ້ “ມໍລະດົກ ໃນອະນາຄົດ: ພູມປັນຍາປະດິດສ້າງ ແລະ ຜົນສະທ້ອນເຖິງ ມໍລະ ດົກ ໃນອະນາຄົດ ຢູ່ ຫວຽດນາມ”. ທ່ານ Lucian Rodriguez Lovell ໄດ້ແນະນໍາໃຫ້ຊາວໜຸ່ມ ຫວຽດນາມ ເຮັດໂຄມໄຟ ດ້ວຍເຕັກໂນໂລຊີ AR ດ້ວຍສານ ທີ່ວ່າ: “ຮັກສາອະດີດ ຜ່ານການປະ ຕິບັດຕົວຈິງ ຂອງ ອະນາຄົດ”. ຈາກທີ່ນີ້, ທ່ານ Lucian ເປັນຜູ້ນໍາພາ ເປີດການເດີນທາງ ເພື່ອຄົ້ນຫາ ຈຸດສະຫຼັບ ທີ່ໜ້າປະທັບໃຈ ລະຫວ່າງປະເພນີ ແລະ ປ່ຽນໃໝ່ ໂດຍຜ່ານການອອກແບບ ຜະ ລິດຕະພັນ ຫັດຖະກໍາພື້ນເມືອງ.


ໃນຖານະເປັນນັກອອກແບບ ທີ່ມີປະສົບການ, ທ່ານ Lucian Rodriguez Lovell ສະເໜີແນວຄວາມຄິດໃໝ່ ກ່ຽວກັບ ການອະນຸ ລັກຮັກສາ ຮີດຄອງປະເພນີ ວັດທະນະທຳ ຫວຽດນາມ ໃນຍຸກແຫ່ງການຫັນເປັນ ດີຈີຕອນ. ທ່ານ Lucian ນຳຜູ້ເຂົ້າຮ່ວມຈາກ A ຫາ Z ໃນຂະບວນການ ຕົກແຕ່ງ ໂຄມໄຟ ໂດຍໃຊ້ວິທີການເຮັດດ້ວຍມື ປະສົມປະສານ ກັບ ເຕັກໂນໂລຊີ 3D. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ວິທີການ ລວບລວມໂຄມໄຟ ເຂົ້າໃນລະບົບ AR ດ້ວຍບາງເກມງ່າຍໆ ທ່ີມີໂຄມໄຟ.


ພ້ອມກັບນັກອອກແບບ ບຸ່ຍກີ່ວນຍື, ທ່່ານ Lucian Rodriguez Lovell ສຸມໃສ່ໃນການປົກປັກຮັກສາມໍລະດົກ ທີ່ເປັນນາມມະທຳ ຂອງ ຫວຽດນາມ ຜ່ານການປະຕິບັດຕົວຈິງກັບ AR. ຊາວ​ໜຸ່ມ ​ຮ່າ​ໂນ້ຍ ​ໄດ້​ສ້າງ​ໂຄມ​ໄຟ ​ດ້ວຍ​ເຕັກ​ໂນ​ໂລ​ຊີ AR ແລະ ຈັດວາງສະ​ແດງ​ ຜະ​ລິດ​ຕະ​ພັນ​ສຳ​ເລັດ​ຮູບ.

ເພື່ອນໍາປະສົບການທີ່ເປັນເອກະລັກ ແລະ ເພີ່ມການຈື່ຈໍາ ຮູບໂຄມໄຟ, ທ່ານ Lucian Rodriguez Lovell ໃຊ້ເຕັກໂນໂລຊີ AR ເພື່ອປ່ຽນກ່ອງເຄັກ ແລະ ໂຄມໄຟ ໃຫ້ເປັນເຄື່ອງມືເລົ່າເລື່ອງດ້ວຍ ວິທີປະດິດສ້າງ ແລະ ວັດທະນະທໍາ. ຍ້ອນ​ແນວ​ນັ້ນ, ນິທານ​ພື້ນ​ເມືອງ​ ທີ່​ລຽບ​ງ່າຍ​ໄດ້​ນຸ່ງ “ເສື້ອ”  ທີ່ໜຸ່ມແໜ້ນ, ທັນ​ສະ​ໄໝ ​ແລະ ມີລັກສະນະ ດັ້ງ​ເດີມ.

ບັນດາຊາວໜຸ່ມ ໄດ້ແຕ້ມຮູບສັດເຊັ່ນ: ປາ, ກະຕ່າຍ, ທ້າວ “ກ້ວຍ” (ທ້າວ ນ້ອຍ ນັ່ງຢູ່ໃຕ້ຕົ້ນໂພ (ເຊິ່ງເປັນຄົນຂີ້ຕົວະເກັ່ງ), ດວງເດືອນ, ຄວາຍ, ແສງເດືອນ ຕາມຄວາມຮູ້ສຶກຂອງຕົນ ແລະ ເມື່ອໄດ້ຮຽນຮູ້ເຕັກໂນໂລຊີ AR ທີ່ແນະນຳໂດຍທ່ານ Lucian Rodriguez Lovell, ຜະລິດຕະພັນ ຂອງ ເຂົາເຈົ້າ ເຄື່ອນໄຫວລະຍິບລະຍັບ ແລະ ເຄື່ອນຍ້າຍໃນຊີວິດຈິງ, ເຮັດໃຫ້ຜະລິດຕະພັນ ໂຄມໄຟ ມີຄວາມສົມບູນແບບຍິ່ງຂຶ້ນ.

ສຳລັບເຂົ້າຕົ້ມ ແມ່ນຮູບພາບທີ່ແກວ່ນເຄີຍກັບຊາວ ຫວຽດນາມ ກໍໄດ້ຮັບການອອກແບບ ແລະ ຖ່າຍ​ທອດ​ດ້ວຍ​ວິ​ທີ​ທີ່​ເປັນ​ມິດ​ໂດຍທ່ານ Lucian Rodriguez Lovell. ທ່ານໄດ້​ແນະ​ນຳໃຫ້​ນັກ​ຮຽນ​ກ່ຽວ​ກັບ​ວິ​ທີ​ຈັດອົງປະກອບ ຂອງ ​ຮູບ​ພາບ, ສ້າງ​ເອບເຟັກ ແລະ​ ສ້າງ​ຜະ​ລິດ​ຕະ​ພັນ ເຂົ້າຕົ້ມ ເຕັກໂນໂລຊີລວງຕາ ແລະ ເຕັມໄປດ້ວຍສີສັນຂອງ ບຸນປີໃໝ່ ປະຈຳຊາດ. 



 

ທ່ານ Lucian Rodriguez Lovell ​ໃຫ້​ຮູ້​ວ່າ: “ຫວຽດນາມ ​ແມ່ນ​ປະ​ເທດ​ ທີ່​ມີ​ວັດທະນະທຳ​ພື້ນ​ເມືອງ​ ທີ່​ສວຍ​ງາມ​ຫຼາຍ​ຢ່າງ​ ໃນ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ພື້ນ​ເມືອງ. ປັດຈຸບັນ, ການອອກແບບປະ ດິດສ້າງ ໂດຍໃຊ້ເຕັກກໂນໂລຊີ AR ກຳລັງເປັນແນວໂນ້ມ ທີ່ເຫດ ການມຸ່ງໄປເຖິງ ເພື່ອເຮັດໃຫ້ຜູ້ຊົມປະສົບການທີ່ຫຼາກຫຼາຍ ກ່ຽວ ກັບຄວາມຈິງລວງຕາ. ເປັນເຈົ້າ ເຕັກໂນໂລຊີນີ້, ເພື່ອນຊາວໜຸ່ມ ຫວຽດນາມ ຈະໄດ້ແນະນຳ ປະກອບອາຊີບທີ່ດີ ໃຫ້ແກ່ອາຊີບຂອງຕົນ ໃນຂະແໜງອຸດສາຫະກຳ ປະດິດສ້າງຂອງໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. 

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ


Top