ເລົ່າເລື່ອງ ກັບວັດຖຸ ຫວຽດ

ເລົ່າເລື່ອງ ກັບວັດຖຸ ຫວຽດ

ນັກສິລະປິນ 3 ທ່ານ ຄື ທ່ານນາງ Yesenia Thibault-Picazo (ຊາວຝຣັ່ງ), ທ່ານນາງ Lola Lely ແລະ ທ່ານນາງ  Rocio Chacon (ຊາວ ອັງກິດ) ປັດຈຸບັນ ກຳລັງ ຮ່ວມມືກັບ ສູນປົກປ້ອງ ແລະ ພັດທະນາ ສິລະປະ APD ໄດ້ຈັດຕັ້ງກອງປະຊຸມ (workshop) ຫຼາຍໆ ຄັ້ງກ່ຽວກັບການປະດິດສ້າງ ເຄື່ອງຫັດຖະ ກຳ ຈາກການຝັ້ນເຊືອກ ແບບດັ້ງເດີມ, ແນະນຳ ໃຫ້ໄວໜຸ່ມ ຮ່າ ໂນ້ຍ ວິທີການເຮັດເຊືອກ ຂອງ ຊາວເຜົ່າ ມົ້ງ ຢູ່ຕາແສງ ປ່າກໍ່, ເມືອງ ມາຍເຈົາ, ແຂວງ ຮ່ວາບິ່ງ.

ຜູ້ເຂົ້າຮ່ວມ workshop ໄດ້ຮັບການແນະນໍາໂດຍ 3 ນັກສິລະປິນ Lola Lely, Yesenia Thibault-Picazo ແລະ Rocio Chacon.
.

ນັກສິລະປິນ Lola Lely, Yesenia Thibault-Picazo ແລະ Rocio Chacon ມາ ຫວຽດນາມ ເຮັດວຽກໃນໂຄງການຮ່ວມມື ວັດທະນະ ທໍາ ກ່ຽວກັບແຟຊັ່ນ ແບບຍືນຍົງ ລະຫວ່າງ ຫວຽດນາມ ແລະ ລາ ຊະອານາຈັກ ອັງກິດ. ຫົວ​ຂໍ້​ຂອງ workshop ​ໂດຍນັກ​ສິ​ລະ​ປິນ 3 ທ່ານ ດຳເນີນມີຊື່ວ່າ “ການ​ພົບ​ປະ​ກັນໄຂ່ວ-ຕາມ​ວົງຈອນຕົ້ນທາງ” ໃນ​ໂຄງ​ການ​ຮ່ວມ​ມື ​ລະ​ຫວ່າງຂະແໜງການ, ເຊື່ອມຕໍ່ຫຼາຍ​ວັດ​ທະ​ນະ​ທຳ​ ກ່ຽວ​ກັບ​ຫັດ​ຖະ​ກຳ ແລະ ວັດ​ຖຸ​ພື້ນ​ເມືອງ.

ບັນດານັກສິລະປິນ ໄດ້ໄປຍັງເຂດພູດອຍທາງພາກເໜືອ ເພື່ອຮຽນ ຮູ້ ກ່ຽວກັບ ວັດຖຸ ຫັດຖະກຳ ທີ່ຊາວ ຫວຽດນາມ ກຳລັງເຮັດຄື: ຈາກ ຫຍ້າເປັນເສັ້ນດ້າຍ, ຈາກເສັ້ນດ້າຍເປັນເຊືອກ. ດ້ວຍ​ຄວາມ​ປາ​ຖະ ໜາ​ ຢາກ​ເຜີຍ​ແຜ່​ຄວາມ​ສວຍ​ງາມ ​ແລະ ການໝູນ​ໃຊ້ຂອງ​ ບັນດາ​ຜະລິດ​ຕະພັນ ​ຫັດຖະກຳ ​ຫວຽດນາມ ໃນປະຊາຄົມ​ສາກົນ, ນັກ​ສິລະ​ປິນ ທັງ 3 ໄດ້​ຂຽນເລື່ອງ​ລາວ ວັດທະນະທຳ ​ກ່ຽວ​ກັບ​ວັດ​ຖຸ​​ຫັດຖະກຳ ຂອງ ​ຫວຽດນາມ. 


ສະຖານທີ່ປະດິດຄິດສ້າງ ຢູ່ສູນປົກປ້ອງ ແລະ ພັດທະນາສິລະປະ APD ຢູ່ເລກ 1, ຄຸ້ມຖະໜົນ ເລືອງອຽນ, ຮ່າໂນ້ຍ ໄດ້ກາຍເປັນສິ່ງ ມະຫັດສະຈັນ ເມື່ອມີພຽງເສັ້ນເຊືອກ ຂອງ ຊາວເຜົ່າ ມົ້ງ, ແຕ່ ນັກສິ ລະປິນ 3 ທ່ານ ໄດ້ຈັດຂຶ້ນ ບັນດາການເຄື່ອນໄຫວ ແລກປ່ຽນ, ປະ ສົບການ ແລະ ການປະດິດສ້າງ ທີ່ຫຼາກຫຼາຍ ໂດຍຜ່ານ ສາຍຕາ ຂອງ ສິລະປະ ຫັດຖະກຳ, ວັດຖຸ ແລະ ດຳເນີນຕົວຈິງ ເຄື່ອນທີ່. ​ໂຄງການໄດ້​ດຶງ​ດູດ​ບັນດາ​ໄວ​ໜຸ່ມ​ ທີ່​ໄດ້ ​ແລະ ກຳລັງ​ຮ່ຳຮຽນ ​ໃນ​ບັນດາ​ຂົງ​ເຂດສຳຜັດດ້ວຍ​ຕາ, ສິລະ​ປະການ​ສະ​ແດງ… ທີີ່ມາ​ສຳ​ຜັດ ​ແລະ ຄົ້ນ​ພົບ​ວິທີການປະດິດ​ສ້າງ​ສິລະ​ປະ​ໃໝ່. ຈາກທີ່ນີ້, ນັກ ຮຽນໄດ້ຄົ້ນຫາການເຊື່ອມຕໍ່ ລະຫວ່າງ ເນື້ອແທ້ຮູບປະທຳ ແລະ ບໍ່ມີຕົນຕົວ ຂອງ ວຽກງານຫັດຖະກໍາ ແລະ ການປະດິດສ້າງ ສິລະ ປະ, ເປີດມູມມອງ ແລະ ເລື່ອງລາວໃໝ່. 

ທີ່ workshop “ຈາກຫຍ້າ ສູ່ເສັ້ນ​ເຊືອກ”, ບັນດານັກ​ສິ​ລະ​ປິນ ໄດ້ ແນະ​ນຳ​ໃຫ້​ນັກ​ຮຽນ ​ວິທີການເຮັດ​ເຊືອກ​ ດ້ວຍ​ຫຼາຍ​ເຕັກ​ນິກ​​ສົມ​ທົບ​ກັບ​ເຄື່ອງ​ມື​ຝັ້ນເສັ້ນເຊືອກ ​ແບບ​ດັ້ງ​ເດີມ ແລະ ແປກໃໝ່. ຜະລິດ ຕະພັນສໍາເລັດຮູບໃນ workshop ຄັ້ງນີ້ ຍັງຖືກນໍາໃຊ້ ໃນການປະ ຕິບັດຕົວຈິງຄັ້ງຕໍ່ໆ ໄປ ໃນຫົວຂໍ້: “ເລົ່າເລື່ອງດ້ວຍວັດຖຸ” ແລະ “ລັກ ສະນະວັດຖຸ ຜ່ານກາຍະພາບ - ລັກສະນະການສະແດງ ໃນການ ຜະລິດ”. 


ບັນດາ​ຜູ້​ເຂົ້າ​ຮ່ວມ workshop “ເລົ່າ​ນິທານ​ ກັບ​ວັດ​ຖຸ ຫວຽດ” ​ແມ່ນ​ໄດ້​ສະໜອງ​ວັດຖຸດິບ ຕ່າງໆ ​ເຊັ່ນ: ຂີ້​ເຜິ້ງ, ຜ້າ, ສາຍ​ເຊືອກ, ​ເສັ້ນ​ໃຍ​ທຳ​ມະ​ຊາດ ​ເພື່ອສ້າງເປັນ ຜົນງານການຈັດວາງສະເພາະ ຂອງ ຕົນເອງ ໃນ​​ບ່ອນໃດໜຶ່ງໂດຍຕົນເອງເລືອກ. ຫຼັງຈາກນັ້ນ ແຕ່ລະ ຄົນ ຈະອະທິບາຍ ກ່ຽວກັບຜົນງານການປະດິດສ້າງ ຂອງຕົນ, ການ ກ່ຽວພັນຂອງບັນດາປັດໄຈ ທີ່ເຂົ້າຮ່ວມການຈັດວາງ ກໍຄືແນວ ຄວາມຄິດ ແລະ ຄວາມໝາຍ ຂອງເລື່ອງລາວນັ້ນ.  

ນັກສິລະປິນ Lola Lely ກຳເນີດຢູ່ ຮ່າໂນ້ຍ, ໃຫຍ່ຢູ່ ລອນດອນ ແລະ ຕັ້ງແຕ່ ຍັງນ້ອຍ ທ່ານນາງ ໄດ້ມີຄວາມຮັກມັກ ເຄື່ອງຫັດຖະ ກໍາ ຂອງ ຫວຽດນາມ. ນັກສິລະປິນ Yesenia Thibault-Picazo ແມ່ນນັກດົນຕີ ແລະ ນັກອອກແບບ ຊາວ ຝຣັ່ງ, ສ່ວນນັກສິລະປິນ Rocio Chacon ແມ່ນນັກສິລະປິນ ສິລະປະສຳ ຜັດດ້ວຍຕາ. ນັກ​ສິລະ​ປິນ ທັງ​ສາມ ​ມີ​ຄວາມ​ຮັກ​​ດຽວ​ກັນ ​ໃນ​ການ​ພັດທະນາ​ເຄື່ອງ​ຫັດຖະກຳ ຫວຽດນາມ ​ແລະ ​ເຜີຍ​ແຜ່ສູ່ປະຊາ​ຄົມ. ນັກ​ສິລະ​ປິນ Lola Lely ​ໃຫ້​ຮູ້​ວ່າ: “ພວກ​ຂ້າພະ​ເຈົ້າ​ໄດ້ ​ແລະ ກຳລັງສືບຕໍ່​ປະຕິ ບັດ​ຄວາມ​ມຸ່ງ​ມາດ​ປາ​ຖະໜາ “ເລົ່າ​ເລື່ອງ ​ດ້ວຍ​ວັດ​ຖຸ​ ຫວຽດ” ​ ຜະ ລິດອອກບັນດາຜະລິດຕະພັນຫັດຖະກໍາ, ຢືນຢັນ ສິ່ງຍອດຍິ່ງ ຫວຽດນາມ ດ້ວຍ​ພະລັງຊີວິດ ອັນແຮງກ້າ ຂອງມັນ. 


ນັກສິລະປິນ Lola Lely ກຳເນີດຢູ່ ຮ່າໂນ້ຍ, ໃຫຍ່ຢູ່ ລອນດອນ. Lola Lely ​ແລະ Yesenia Thibault-Picazo ​ໄດ້​ສ້າງ​ຕັ້ງ​ໂຮງງານ ຜະລິດ Wax Atelier ຢູ່ ລອນ​ດອນ ປະ​ເທດ​ອັງກິດ ​ແຕ່​ປີ 1997 ເພື່ອ ຜະລິດ ເຄື່ອງ​ຫັດຖະກຳ​ ຫວຽດນາມ ດ້ວຍ​ຄວາມ​ປາ​ຖະໜາ​ ຢາກ​ເຜີຍແຜ່ ຢ່າງ​ແຮງ​ຢູ່ ອັງກິດ ດ້ວຍ​ການ​ເປີດ​ຮ້ານ​ຂາຍ ​ແລະ ​ເຂົ້າ​ຮ່ວມ​ງານຕະຫຼາດນັດ, workshop ສາກົນ.


ແຕ່ລະຄົນໄດ້ແບ່ງປັນ ກ່ຽວກັບ ການປະດິດສ້າງ ຂອງ ຕົນໃນ workshop.
ບົດ: ບິກເວິນ - ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ

 


Top