• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເຄື່ອງໝາຍການຄ້າ PNJ ສຳລັບສຸພາບສະຕີ

ດ້ວຍການກຳເນີດ ແລະ ຂະຫຍາຍຕົວເປັນເວລາ 30 ປີ, PNJ ໄດ້ກາຍເປັນເຄື່ອງໝາຍການຄ້າ ທີ່ຊົງ ອິດທິ ພົນ ກັບບັນດາຜະລິດຕະພັນ ເຄື່່ອງປະດັບເອ້ ຊັ້ນນຳ ດ້ວຍຄຳ ນຳໜ້າທ່າອຽງ ແລະ ມີລັກສະນະເຕັມ ໄປ ດ້ວຍຄວາມປະດິດສ້າງ ຈາກນັບຮ້ອຍໆຊຸດສະສົມ ທີ່ ມີຄວາມຫຼາກຫຼາຍ ກ່ຽວກັບທາດວັດຖຸຄຳ ແລະ ອຸດົມ ສົມບູນກ່ຽວກັບ ປະເພດຫີນພອຍ ນຳມາເຊີ່ງ ຄວາມ ງາມ ທີ່ສຸພາບຮຽບຮ້ອຍ ແລະ ລຳ້ປະຍຸກ ຂອງ ຜູ້ ບໍລິ ໂພກ ຫວຽດນາມ. 
ມີຕົ້ນກຳເນີດມາຈາກຮ້ານຊື້-ຂາຍເງິນຄຳ ຝູ໋ຍ້ວນ  ໄດ້ ຮັບການສ້າງຕັ້ງໃນວັນທີ 28 ເມສາ 1988, ແຕ່ PNJ ໄດ້ໃສ່ຊື່ຢ່າງເປັນທາງການວ່າ ບໍລິສັດວ່າງບາກ ດ໋າ ກີ໋ວ ຝູ໋ຍ້ວນ (ບໍລິສັດເງິນຄຳ ແລະ ເພັດພອຍ ຝູ໋ຍ້ວນ) ໃນປີ 1992 ພາຍຫຼັງກຳນົດຢ່າງຈະແຈ້ງ ກ່ຽວກັບ ນະ ໂຍບາຍ ໃນການພັດທະນາ ເປັນຜູ້ຜະລິດ ແລະ ດຳ ເນີນທຸລະກິດ ເຄື່ອງປະດັບ ມືອາຊີບ. ຫຼັງຈາກນັ້ນ, ບັນດາສາຂາຢູ່ຮ່າໂນ້ຍ, ດ່າໜັງ, ເກີ່ນເທີ ໄດ້ເປີດໂຕ ຕາມລຳດັບ ໃນທ້າຍຊຸມປີ 1990 ນີ້ກໍແມ່ນໄລຍະ ເລີ່ມຕົ້ນສ້າງເຄື່ອງໝາຍການຄ້າເປັນມືອາຊີບຂອງ PNJ ແລະ ເຄື່ອງປະດັບ PNJ ຊຶ່ງເວລານີ້ໄດ້ເລີ່ມ  ການຜະລິດເພື່ອສົ່ງອອກ.

ຫຼັງຈາກໂຮງງານເຄື່ອງປະດັບ PNJ ໄດ້ເປີດໂຕ ຢ່າງ ເປັນ ໃນປີ 2012, PNJ ໄດ້ຊຸກຍູ້ການລົງທຶນ, ຍົກລະ ດັບລະບົບຈຳໜ່າຍ ແລະ ສູນຜະລິດເຄື່ອງປະດັບດ້ວຍ ເງິນຄຳທີ່ທັນສະໄໝ ແລະ ມີຂະໜາດໃຫຍ່ສຸດຢູ່ ບັນ ດາແຂວງ, ນະຄອນເຊັ່ນ: ກຽນຢາງ, ບິ່ງເຢືອງ, ດົ່ງ ນາຍ, ຮ່າໂນ້ຍ ແລະ ດ່າໜັງ. ສະເພາະໂຮງງານ ຜະ ລິດເຄື່່ອງປະດັບ PNJ ກັບ ກ້ອນທຶນ 120 ຕື້ດົ່ງ ແລະ ມີກຳລັງການຜະລິດ 4 ລ້ານ ກວ່າ ຜະລິດຕະພັນຕໍ່ປີ ໄດ້ກາຍເປັນ ໜຶ່ງ ໃນບັນດາໂຮງງານຜະລິດ ເຄື່ອງປະ ດັບ ໃຫຍ່ສຸດໃນທະວີບອາຊີ. 


ບັນດານັກອອກແບບຕົວແບບເຄື່ອງປະດັບ PNJ ເຮັດ ວຽກເປັນກຸ່ມ.


ໄລ່ສະເລ່ຍ ຫ້ອງການອອກແບບ PNJ ຈະອອກແບບ ປະມານ 224 ຕົວແບບຕໍ່ເດືອນ.


ແຕ້ມຕົວແບບ 2D.


ໂຮງຜະລິດເຄື່ອງປະດັບ PNJ.


PNJ ມີຖັນແຖວ ນາຍຊ່າງ ທີ່ມີຄວາມສາມາດ ແລະ ຊຳນານງານ. 


ເຄື່ອງຈັກຫຼໍ່ຄຳ. 


ຂັ້ນຕອນການຜະລິດຕະພັນເຄິ່ງສຳເລັດຮູບ.


ຂັ້ນຕອນກວດກາຄຸນນະພາບຜະລິດຕະພັນ ເຄື່ອງ ປະດັບ. 

ທ່ານນາງ ດັ້ງທິກິມລຽນ, ຫົວໜ້າຫ້ອງການ ອອກແບບ ຂອງ PNJ ໃຫ້ຮູ້ວ່າ ປັດຈຸບັນ ສະເລ່ຍຫ້ອງການໄດ້ ອອກແບບ ເຄື່ອງປະດັບ ປະມານ 224 ຕົວແບບຕໍ່ ເດືອນ ຊຶ່ງ ລວມມີ ຜະລິດຕະພັນເຄື່ອງປະດັບ ທຸກ ຊະ ນິດ. PNJ ມີຖັນແຖວນັກອອກແບບມືອາຊີບ, ຂະ ຫຍັນຂັນເຄື່ອນ, ປະດິດສ້າງ ແລະ ຊິງໄດ້ຫຼາຍ ລາງ ວັນ ກ່ຽວກັບການອອກແບບໃນລະດັບສາກົນ ແລະ ພາກພື້ນ. ບັນດາຕົວແບບ ຫຼັງຈາກໄດ້ຮັບການ ປະ ດິດສ້າງ ຈະໄດ້ອອກແບບເປັນຕົວແບບ 2D, 3D ກ່ອນສົ່ງໄປໂຮງການເພື່ອການຜະລິດ.

ຕາມທ່ານ ຫງວຽນແທ່ງຟຸກ, ຫົວໜ້າຫ້ອງການຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນ PNJ, ເພື່ອ ຜະລິດ ອອກ ຜະລິດຕະພັນ ເຄື່ອງປະດັບ PNJ ໜຶ່ງຕ້ອງ ຜ່ານ 20 ຂັ້ນຕອນ, ຊຶ່ງທຸກຂັ້ນຕອນ ລ້ວນມີຄວາມ ສຳຄັນ ເພື່ອເຮັດໃຫ້ຜະລິດຕະພັນ ເຄື່ອງປະດັບ ສຳ ເລັດຮູບ ທີ່ສົມບູນແບບ, ມີຄວາມປານີດ ແລະ ມີ ລັກ ລັກສະນະສະເພາະ ຂອງ PNJ.

ທີ່ໂຮງງານຜະລິດເຄື່ອງປະດັບ PNJ, ພວກຂ້າພະເຈົ້າ ໄດ້ເຫັນກັບຕາເກືອບທຸກຂັ້ນຕອນຜະລິດເຄື່ອງປະດັບ PNJ. ຈາກຕົວແບບເບື້ອງຕົ້ນ, ທາງໂຮງງານໃຫ້ ພິມ ເປັນຕົວແບບ 3D ແລະ ສ້າງເປັນຜະລິດຕະພັນ ເຄິ່ງ ສຳເລັດຮູບດ້ວຍ ປຼາສຕິກ. ຜະລິດຕະພັນເຄິ່ງສຳເລັດ ຮູບດ້ວຍ ປຼາສຕິກນີ້ ໄດ້ໃຊ້ເປັນພື້ນຖານໃນການ ສ້າງ ຂອບຫີນກາວເພື່ອຜະລິດ ຜະລິດຕະພັນ ເຄື່ອງ ປະ ດັບ. ທຸກຂັ້ນຕອນ, ບັນດານາຍຊ່າງຕ້ອງຕັ້ງໃຈ ໃນ ສ່ວນປີກຍ່ອຍ ເພື່ອປະດິດສ້າງໃຫ້ປະສົມກົມກຽວ ກັນລະຫວ່າງ ຄວາມງາມແບບຮຽບຮ້ອຍ ແລະ ເປັນ ເອກະລັກ, ແຟຊັ່ນ ແລະ ທັນສະໄໝ ໃນແຕ່ ລະ ຜະ ລິດຕະພັນຂອງ PNJ, ຕອບສະໜອງຄ່ານິຍົມ ຂອງ ທຸກເປົ້າໝາຍລູກຄ້າ.

ບໍ່ພຽງແຕ່ເຊີດຊູຄວາມງາມ, ນຳມາເຊີ່ງ ຄວາມເອກ ອ້າງ ທະນົງໃຈ ໃຫ້ແກ່ລູກຄ້າ ດ້ວຍ ບັນດາຊຸດສະສົມ ເຄື່ອງປະດັບເອ້ ທີ່ລະອຽດອ່ອນເທົ່ານັ້ນ, PNJ ກໍຍັງ ເປັນ ໜຶ່ງໃນບັນດາເຄື່ອງໝາຍການຄ້າ ນຳໜ້າ ພັດທະ ນາ ປະເພດຜະລິດຕະພັນ ທີ່ໃຊ້ເປັນ ຂອງຂວັນ ໃຫ້ ແກ່ລູກຄ້າ ອີກດ້ວຍ.

ເມື່ອເອີ່ຍເຖິງ PNJ, ຜູ້ທີ່ສົນໃຈເຄື່ອງປະດັບ ຕ່າງ ກໍຮູ້ ຈັກເຖິງຊຸດສະສົມເຄື່ອງປະດັບ ທີ່ໃສ່ຊື່ “ແຮ້ງ ຟຸກວ່າງ” ທີ່ມີຊື່ສຽງ ຂອງ PNJ ຫຼື ບັນດາປະເພດເຄື່ອງປະດັບ ທີ່ໄດ້ຮັບຄວາມ ນິຍົມຈາກລູກຄ້າ ເຊັ່ນ: ເຟື້ອງຮວ່າງ, Mystery, ຫງອກບ່ຽນ, ຫງູ ແຮ່ງ ແລະ ອື່ນໆ. ຜ່ານ ນັ້ນ ລູກຄ້າໄດ້ສົມປະສົງ ຄວາມຕ້ອງການ ກ່ຽວກັບ ຄວາມງາມ, ໄດ້ເຊີດຊູຄຸນຄ່າຕົນເອງ, ພ້ອມນັ້ນ ແມ່ນ ການຢັ້ງຢືນ ຂອງ ເຄື່ອງໝາຍການຄ້າ PNJ ດ້ວຍບັນ ດາຜະລິດຕະພັນທີ່ມີຄຸນນະພາບດີເລີດ.



ຜະລິດຕະພັນເຄື່ອງປະດັບ PNJ ເຊີດຊູຄວາມງາມ, ຄວາມພູມໃຈຂອງສຸພາບສະຕີ ກັບເຄື່ອງປະດັບ ມີ ຄວາມງາມ ທີ່ຍອດຢ້ຽມ. 


ຜະລິດຕະພັນເຄື່ອງປະດັບ PNJ ມີຄວາມງາມ ຢ່າງ ປານີດ ເນື່ອງຈາກ ມີຖັນແຖວ ນາຍຊ່າງ ທີ່ມີຄວາມສາມາດ ແລະ ຊຳນານງານ. 


ແຫວນແຕ່ງດອງ PNJ ທີ່ມີຄວາມຫຼາກຫຼາຍ ດ້ານຕົວ ແບບ, ຮູບຊົງ, ໄດ້ຮັບຄວາມນິຍົມ ຈາກບັນດາ ຄູ່ຮັກ.


ຜະລິດຕະພັນເຄື່ອງສຳອາງ PNJ ມີຄວາມປະສົມກົມ ກຽວກັນລະຫວ່າງ ຄວາມສວຍງາມ
ທີ່ສຸພາບຮຽບຮ້ອຍ ແລະ ເປັນເອກະລັກ, ແຟຊັ່ນ ແລະ ທັນສະໄໝ. 


ຜະລິດຕະພັນເຄື່ອງປະດັບ PNJ ຕອບສະໜອງ ຄ່ານິ ຍົມ ຂອງ ທຸກເປົ້າໝາຍລູກຄ້າ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top