• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ອາຊຽນ, ທົບທວນຄືນໜຶ່ງປີ

ຫ່າງຈາກນີ້ ໜຶ່ງປີ, ປະຊາຄົມບັນດາປະເທດຕາເວັນອອກ ສ່ຽງໃຕ້ (ອາຊຽນ) ໄດ້ສ້າງຕັ້ງຢ່າງເປັນທາງການ. ນີ້ແມ່ນບາດກ້າວພັດທະນາໜຶ່ງທີ່ສຳຄັນໃນວິວັດແຫ່ງການພັດທະນາຂອງປະຊາຊົນ. ປີ 2016, ປີທຳອິດຜັນຂະຫຍາຍວິໄສທັດ 2025, ອາຊຽນ ເລີ່ມບັນລຸໄດ້ຜົນງານທີ່ດີ, ແຕ່ຍັງມີຫຼາຍສິ່ງທ້າທາຍ ຢູ່ຕໍ່ໜ້າ.
ຜົນງານເບື້ອງຕົ້ນ
ເມື່ອຕີລາຄາກ່ຽວກັບຜົນງານທີ່ບັນລຸໄດ້ພາຍຫຼັງໜຶ່ງປີສ້າງຕັ້ງປະຊາຄົມອາຊຽນ, ທ່ານ ຫງວຽນຮວັ່ນນຳ, ເອກອັກຄະລັດ ຖະທູດ-ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອຳຊຽນ ໃຫ້ຮູ້ວ່າ ວຽກງານຜັນຂະຫຍາຍແຜນການທັງໝົດເທິງ 3 ເສົາຄຳ້ຄື: ການເມືອງ-ຄວາມສະຫງົບ; ເສດຖະກິດ; ວັດທະນະທຳ-ສັງຄົນ ບັນລຸໄດ້ໝາກຜົນທີ່ດີ.
 
140/290 ຂໍ້ເຄື່ອນໄຫວໃນແຜນການທັງໝົດກ່ຽວກັບ ປະຊາຄົມການເມືອງ-ຄວາມສະຫງົບ (APSC) 2025 ພວມໄດ້ຮັບການຜັນຂະຫຍາຍ. ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ກໍ່ບັນລະໄດ້ຜົນງານຢ່າງແທ້ຈິງ.
 
ໜ້າສົນໃຈ, ທ່ຽບກັບໄລຍະກ່ອນ, ໜຶ່ງປີຜ່ານມາ, ວຽກງານຜັນຂະຫຍາຍຂອງ ອາຊຽນ ໄດ້ເຮັດດີກວ່າ, ມີແບບມີ ແຜນກວ່າ, ຜ່ານການແບ່ງວຽກປັນງານ, ແບ່ງໜ້າທີ່ຕົວຈິງພ້ອມກັບກາກກໍ່ສ້າງລະບົບຕິດຕາມ, ຕີລາຄາ, ສະເໜີແນະແກ້ໄຂເມື່ອມີບັນຫາ, ບໍ່ພຽງແຕ່ເອົາໃຈໃສ່ກ່ຽວກັບຈຳນວນ ເທົ່ານັ້ນ, ຫາກຍັງມີຄຸນນະພາບ, ຜົນກະທົບຂອງການ ເຄື່ອນໄຫວໃນແຕ່ລະຂໍ້ອີກດ້ວຍ.
 
ການພົວພັນກັບຕ່າງປະເທດຂອງ ອາຊຽນ ໃນປີ 2016 ສືບຕໍ່ບັນລຸໄດ້ຫຼາຍຜົນງານອັນດີເດັ່ນ. ສຳລັບບັນດາຄູ່ຮ່ວມມື ສົນທະນາ, ນອກຈາກບັນດາກ້ອງປະຊຸມທີ່ໄດ້ຈັດຂຶ້ນ ເປັນປະຈຳ, ປີ 2016, ອາຊຽນ ໄດ້ຈັດກອງປະຊຸມຂັ້ນສູງກັບອາເມລິກາ, ກອງປະຊຸມຂັ້ນສູງສະເຫຼີມສະຫຼອງກັບ ສ.ຣັດເຊຍ ແລະ ຈີນ, ໃນນັ້ນ ໄດ້ອະນຸມັດຜ່ານບັນດາຖະແຫຼງການ, ແຜນການທີ່ ສຳຄັນ, ກຳນົດທິດໃຫ້ແກ່ການພົວພັນຮ່ວມມື ໃນໄລຍະ ຈະມາເຖິງ.
 
ນອກຈາກນັ້ນ, ອາຊຽນ ກໍ່ສືບຕໍ່ເປີດກວ້າງ ແລະ ສ້າງຕັ້ງການພົວພັນຮ່ວມມືກັບບັນດາຄູ່ເຈລະຈາໃໝ່ຄື: ສ້າງກົດລະບຽບຄູ່ຮ່ວມມືສົນທະນາຕາມຂົງເຂດໃຫ້ປະເທດ ສະວິດ ແລະ ຄູ່ຮ່ວມມືພັດທະນາໃຫ້ແກ່ປະເທດ ເຢຍລະມັນ; ເປີດກວ້າງ ສັນຍາຮ່ວມມື ແລະ ມິດຕະພາບ (TAC) ໃຫ້ປະເທດ ຈຳນວນໜຶ່ງທີ່ເຂົ້າຮ່ວມຄື: ຈີເລ, ອາຣັບ, ອີຣານ, ມາຣົກ ແລະ ອື່ນໆ.
 
ຄຽງຄູ່ກັນນັ້ນ, ໃນປີ 2016, ອາຊຽນ ໄດ້ແຕ່ງເອກະສານສຳຄັນ 2 ສະບັບກໍ່ຄື: ແຜນການທັງໝົດເຊື່ອມຕໍ່ ອາຊຽນ 2025​ (MPAC 2025) ແລະ ແຜນການປະຕິບັດຫົວຄິດປະດິດສ້າງ ສຳພັນ ອາຊຽນ ໄລຍະ III (IAI) ທີ່ໄດ້ອະນຸມັດຜ່ານຢູ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 28, ຈາກນັ້ນ ຈຶ່ງກໍ່ສ້າງ ສຳເລັດເອກະສານຊຸດນັ້ນ ເພື່ອໃຫ້ບັນດາປະເທດ ອາຊຽນ ເລີ່ມລົງມືຜັນຂະຫຍາຍ ແຕ່ນີ້ ເຖິງປີ 2025. 

ພາຍຫຼັງໜຶ່ງປີສ້າງຕັ້ງປະຊາຄົມອາຊຽນ, ວຽກງານຜັນຂະຫຍາຍແຜນການທັງໝົດເທິງ 3 ເສົາຄຳ້ຄື:
ການເມືອງ-ຄວາມສະຫງົບ;ເສດຖະກິດ;  ວັດທະນະທຳ-ສັງຄົນ ບັນລຸໄດ້ໝາກຜົນທີ່ດີ. ໃນພາບ: ຫົວໜ້າຄະນະຜູ້ແທນ
ບັນດາ
ປະເທດ ອາຊຽນ ຖ່າຍຮູບຮ່ວມກັນທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 29 (2016) ຢູ່ ລາວ. ພາບ: ຖົ໋ງເຍິດ/VNA



ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ເຂົ້າຮ່ວມພິທີ ເປີດຍຸດທະນາການ “ທ່ອງທ່ຽວ ອາຊຽນ@50” ເນື່ອງໃນ
ໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 29 (2016) ຢູ່ ລາວ. ພາບ: ຖົ໋ງເຍິດ/VNA



ປີ 2016, ໃນຂອບຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ທີ່ໄດ້ຈັດຂຶ້ນຢູ່ ລາວ, ສອງຝ່າຍໄດ້
ອະນຸມັດຜ່ານຖະແຫຼງການຮ່ວມ ອາຊຽນ-ຈີນ ວ່າດ້ວຍການປະຕິບັດຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງຝ່າຍ
ຕ່າງໆ ເທິງທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິພາບ. ພາບ: XNA/VNA



ບັນຫາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກໄດ້ບັນດາປະເທດ
ອາຊຽນ ມີຄວາມສົນໃຈແບບພິເສດ. ໃນພາບ: ງານສຳມະນາ “ຊອກຫາສັນຕິວິທີໃຫ້ແກ່ບັນດາ ຂໍ້ຂັດແຍ້ງ
ຢູ່ທະເລຕາເວັນອອກຕາມທັດສະນະຂອງ ອາຊຽນ” ໄດ້ຮັບການຈັດຂຶ້ນທີ່ປະເທດ ອິນໂດເນເຊຍ. ພາບ: ໂດ໋ກວຽນ/
VNA



ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 (2016) ຊຶ່ງໄດ້ຈັດຂຶ້ນຢູ່ ລາວ. ພາບ: XNA/VNA


ກອງປະຊຸມເຈົ້າຄອງນະຄອນຫຼວງບັນດາປະເທດ ອາຊຽນຄັ້ງທີ 4 ໄດ້ຮັບການຈັດຂຶ້ນຢູ່ ລາວ
ດ້ວຍຫົວຂໍ້ “ຄຳໝັ້ນສັນຍາ, 
ຄວາມຮັບຜິດຊອບຂອງບັນດານະຄອນຫຼວງ ອາຊຽນ ຫັນໄປ
ສູ່ ອາຊຽນ ໜຶ່ງແຫ່ງການເຊື່ອມໂຍງ”. ພາບ: ຟ້າມກຽນ/VNA


ຄະນະເລຂາຂອງ ອາຊຽນ ຈັດຕັ້ງງານສຳມະນາສະໜອງຂໍ້ມູນ
ຂ່າວສານເພື່ອຊ່ວຍເຮັດໃຫ້ບັນດາຄູ່ເຈລະຈາ ເຂົ້າໃຈຕໍ່ ອາຊຽນ ໄດ້ແຈ້ງກວ່າ. ພາບ: ໂດ໋ກວຽນ/VNA

ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ
ແຕ່ວ່າ, ໃນໄລຍະພັດທະນາໃໝ່ຂອງ ອາຊຽນ, ມີຄວາມ ຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ໜ້ອຍ, ທັງພາຍໃນ ແລະ ພາຍນອກ.
 
ສຳລັບຄວາມຫຍຸ້ງຍາກຢູ່ພາຍໃນ, ກ່ອນອ່ືນໝົດແມ່ນຮັບປະກັນກົງຈັກຂອງ ອາຊຽນ ເຄື່ອນໄຫວຢ່າງມີປະສິດທິຜົນ,ມີກຳລັງຄວາມສາມາດເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນໃນການຮ່ວມສຳພັນ ແລະ ຮ່ວມມື ອາຊຽນ, ກໍ່ຄືລະຫວ່າງ ອາຊຽນ ກັບຄູ່ເຈລະຈາ, ພິເສດແມ່ນການແກ້ໄຂບັນດາສິ່ງທ້າທາຍໃນສະພາບການໃໝ່. ການສົມທົບລະຫວ່າງອົງການຂອງບັນດາປະເທດ ໃນການປະຕິບັດລາຍການ, ແຜນການກໍ່ສ້າງປະຊາຄົມຕ້ອງ ຄົບຊຸດ, ແໜ້ນແຟ້ນ ແລະ ລຸລ່ວງ.
 
ຄຽງຂ້າງນັ້ນ, ເພື່ອໃຫ້ ອາຊຽນ ເຂົ້າຮ່ວມໃນຊີວິດການເປັນຢູ່ແລະ ນຳຜົນປະໂຫຍດຢ່າງແທ້ຈິງມາໃຫ້ແກ່ປະຊາຊົນ, ຕ້ອງສືບຕໍ່ປະຕິບັດ ແລະ ຜັນຂະຫຍາຍບັນດາແຜນການທີ່ໄດ້ທຸກໆ ປະເທດລວມເປັນເອກະພາບ ຢ່າງມີປະສິດທິພາບ.

ຕາມທ່ານ ຫງວຽນຮວັ່ນນຳ ແລ້ວ, ບັນດາບັນຫາທີ່ໄດ້ສະເໜີຢູ່ຂ້າງເທິງ ພວມໄດ້ບັນດາປະເທດ ອາຊຽນ ສືບຕໍ່ພິຈາລະນາເພື່ອຊອກເຫັນວິທີແກ້ໄຂ, ໃນນັ້ນ ມີການປັບປຸງແບບແຜນ ແລະ ວິທີການເຄື່ອນໄຫວ, ຍົກສູງກຳລັງຄວາມສາມາດຂອງກົງຈັກ; ສ້າງຂຶ້ນກົນໄກໜຶ່ງ ເພື່ອສຳພັນພາຍໃນກຸ່ມຜ່ານບັນດາວິທີຄື: ຫັນເປັນສະດວກການຄ້າ, ການລົງທຶນ, ແຮງງານ, ການຄົມມະນາຄົມ ແລະ ເຊື່ອມຕໍ່, ນຳ ອາຊຽນ ເຂົ້າໃນຊີວິດການເປັນຢູ່ດ້ານສັງຄົມຂອງພາກພື້ນ.
  
ສຳລັບພາຍນອກ, ບັນດາເຫດການທີ່ເກີດຂຶ້ນຢູ່ພານໃນ ແລະ ສາກົນໃນປະຈຸບັນ, ແຕ່ບັນຫາຄວາມສະຫງົບອັນເປັນມູນເຊື້ອ ແລະ ບໍ່ເປັນມູນເຊື້ອ, ເຖິງທ່າອ່ຽງປົກປ້ອງການຄ້າຂາຍແລກ ປ່ຽນ, ບັນຫາທີ່ເກີດຂຶ້ນລະຫວ່າງບັນດາປະເທດພັດທະນາ, ສະພາບກັານຜັນແປສັບສົນຢູ່ທະເລຕາເວັນອອກ... ກໍ່ພວມສ້າງສິ່ງທ້າທາຍໃໝ່ໃຫ້ແກ່ ອາຊຽນ. ເພາະສະນັ້ນ, ເລື່ອງ ອາຊຽນ ສືບຕໍ່ຮັກສາຄວາມສາມັກຄີ, ຜັນຂະຫຍາຍບົດບາດ
ທີ່ເປັນໃຈກາງ ມີຄວາມໝາຍສຸດທີ່ສຳຄັນ ເພື່ອຍົກສູງຖານະບົດບາດຂອງ ອາຊຽນ, ພ້ອມກັນນັ້ນ ກໍ່ປະກອບສ່ວນຮັກສາສັນຕິພາບ, ສະຖຽນນະພາບ, ຄວາມສະຫງົບ ແລະ ພັດທະນາຢູ່ພາກພື້ນອີກດ້ວຍ.
 
ການປະກອບສ່ວນຂອງ ຫວຽດນາມ
ຕາມຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ແລ້ວ, ບັນດາ ປະເທດສະມາຊິກໄດ້ຮັບຮອງເອົາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການພັດທະນາຂອງປະຊາຄົນ ໃນໄລຍະ ຜ່ານມາ.
 
ສືບຕໍ່ຈິດໃຈ “ຕັ້ງໜ້າ, ເປັນເຈົ້າ ແລະ ມີຄວາມຮັບຜິດຊອບ”, ໃນໄລຍະພັດທະນາໃໝ່ຂອງ ອາຊຽນ, ຫວຽດນາມ ຈະມີການສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວບຸລິມະສິດໃນການກໍ່ສ້າງປະຊາຄົນເທິງ 3 ເສົາຄຳ້; ຜັນຂະຫຍາຍບັນດາ ຫົວຄິດປະດິດສ້າງກ່ຽວກັບການເຊື່ອມຕໍ່ ແລະ ຫຍໍ້ເຂົ້າລະຍະຫ່າງພັດທະນາທີ່ຫາກໍ່ໄດ້ການນຳຂັ້ນສູງ ອາຊຽນ ອະນຸມັດຜ່ານທີ່ນະຄອນຫຼວງ ວຽງຈັນ (ລາວ) ຢ່າງມີປະສິດ ທິຜົນ; ປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ໃນການ ກໍ່ສ້າງປະຊາຄົນ ອາຊຽນ ຢ່າງຄົບຖ້ວນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ
ກອງປະຊຸມສຸດຍອດເສດຖະກິດ ອາຊຽນ 2016 ທີ່ ຮ່າໂນ້ຍ.​ ພາບ: ຖົ໋ງເຍິດ/
VNA



ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເປັນປະທານໃນວາລະປະຊຸມຄັ້ງທີ 1,
ຄະນະກຳມະການຊີ້ນຳແຫ່ງຊາດ ກ່ຽວກັບກົນໄກປະຕູດຽວຂອງ ອາຊຽນ. ພາບ: ຮວ່າງຮຸ່ງ/
VNA



ງານສຳມະນາ “ພັດທະນາແຫຼ່ງຊັບພະຍາກອນມະນຸດ ທ່ອງທ່ຽວ ຫວຽດນາມ ທີ່ມີຄຸນນະພາບສູງ
ເພື່ອຕອບສະໜອງ ໃຫ້ແກ່ຄວາມຕ້ອງການຂອງສັງຄົມໃນໄລຍະເຊື່ອມໂຍງ ເຂົ້າກັບ ອາຊຽນ”. ພາບ: ອານຫ້ຽວ/
VNA



ລາຍການສະແດງສິລະປະ “ອາທິດວັດທະນະທຳ ມາເລເຊຍ, ອິນໂດເນຍ ແລະ ຫວຽດນາມ ປີ 2016”. ພາບ: ທຸຮັ່ງ/VNA


ການສອບເສັງພາສາອັງກິດຮອບຊີງຊະນະເລີດດ້ວຍຫົວຂໍ້ “ພົນລະເມືອງໜຸ່ມ
ອາຊຽນ - ເຈົ້າແມ່ນໃຜ?” ທີ່ນະຄອນ ໂຮ່ຈີມິນ. ພາບ: ອານຫ້ຽວ/
VNA

ນອກຈາກນັ້ນ, ປີ 2017 ເປັນປີທີ່ ອາຊຽນ ໄດ້ຈັດຕັ້ງ ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ, ຫວຽດນາມ ມີແຜນການສົມທົບກັບບັນດາປະເທດ, ໃນນັ້ນ ມີ ຟິລິບປິນ ເປັນປະເທດພວມຮັກສາຕຳແໜ່ງປະທານ, ເຂົ້າຮ່ວມຈັດຕັ້ງ ບັນດາການເຄື່ອນໄຫວສະເຫຼີມສະຫຼອງດ້ວຍເປົ້າໝາຍຍົກສູງສະຕິຮູ້ສຶກຕໍ່ປະຊາຄົມ ແລະ ເຮັດໃຫ້ການພົວພັນລະຫວ່າງ ປະຊາຊົນບັນດາປະເທດ ອາຊຽນ ມີຄວາມເລິກເຊິ່ງກວ່າເກົ່າ.
 
ທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນຳ ຢືນຢັນວ່າ ໃນສະພາບການຢູ່ພາກພື້ນ ແລະ ສາກົນມີຫຼາຍການຜັນແປຢ່າງສັບສົນ, ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາປະເທດສະມາຊິກ ຢ່າງແໜ້ນແຟ້ນເພື່ອຮັກສາຄວາມສາມັກຄີ, ຜັນຂະຫຍາຍບົດບາດທີ່ເປັນໃຈກາງຂອງ ອາຊຽນ ໃນການແກ້ໄຂສິ່ງທ້າທາຍຢູ່ພາກພື້ນ, ເພື່ອຮັກສາຄວາມສັນຕິພາບ ແລະ ຄວາມສະຫງົບ, ເຮັດໃຫ້ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ມີຄວາມເລິກເຊິ່ງກວ່າເກົ່າ.
 
ພິເສດ, ໃນປີ 2017, ຫວຽດນາມ ຈະຮັບຜິດຊອບ 3 ຕຳແໜ່ງ ແມ່ນ: ປະເທດປະສານງານການພົວພັນລະຫວ່າງ ອາຊຽນ-ອິນເດຍ, ປະທານກຸ່ມຮັບພິດຊອບຫົວຄິດປະດິດສ້າງເຊື່ອມໂຍງ ອາຊຽນ (IAI) ແລະ ປະເທດປະສານງານການພົວພັນ ລະຫວ່າງ ອາຊຽນ - ສະຫະພາບ ປາຊີຟິກ (PA). ຫວຽດນາມ ຈະພະຍາຍາມຈັດຕັ້ງ ແລະ ຮັບຜິດຊອບບັນດາບົດບາດໜ້າທີ່ນັ້ນ ເປັນຢ່າງດີ.

ປະຕິບັດໂດຍ: VNA/VNP 


Top