ການດຳລົງຊີວິດ ເທິງເກາະ ຊອງຕື໋ໄຕ

ການດຳລົງຊີວິດ ເທິງເກາະ ຊອງຕື໋ໄຕ

ທະຫານ​ ແລະ​ ປະຊາຊົນ​ ຕາ​ແສງ​ເກາະ ຊອງຕື໋ໄຕ (​ຂຶ້ນ ກັບ​ເມືອງ​ເກາະ ເຈື່ອງຊາ, ​ແຂວງ ​ແຄ໋ງຮ່ວາ) ຮ່ວມກັບ​ປະ ຊາຊົນ ​ໃນທົ່ວ​ປະ​ເທດ ​ພວມ​ຕ້ອນຮັບ​ລະດູບານ​ໃໝ່ ​ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ຫວັງ​ໃໝ່.

ລະດູ​ການ​ນີ້ ມີ​ຄື້ນ​ທະ​ເລແຮງ, ກຳ​ປັ່ນໝາຍເລກ 571 (ກອງ​ບັນຊາ​ການ​ກອງທັບ​ເຮືອ​ເຂດ 4) ໄດ້ແລ່ນຜ່ານຄື້ນຟອງ​ສີຂາວ​​ ເພື່ອເດີນທາງໄປ ຢ້ຽມຢາມ​ເກາະ ຊອງຕື໋ໄຕ. ທະ ຫານ​ຢູ່​ເທິງເກາະ ​ໄດ້​ຮ່ວມ​ກັນ​ໃຊ້​ເຊືອກ​ເພື່ອ​ດຶງ​ກຳ​ປັ່ນ​ຂຶ້ນ​ຝັ່ງ, ຂົນ​ສິນຄ້າລົງຈາກກໍາປັ່ນ​ເຂົ້າ​ເກາະ. ການທັກທາຍ, ການຈັບມືຢ່າງໜັກແໜ້ນ, ສາຍຕາ ທີ່ເບີກບານມ່ວນຊື່ນ ແລະ ສຽງຫົວ ທີ່ມີຄວາມສຸກ ໄດ້ຕ້ອນຮັບແຂກແຕ່ດິນຕໍ່ ແຜ່ນ ມາຢາມເກາະ ດ້ວຍຄວາມ ຮັກແພງ ແລະ ມ່ວນຊື່ນ.

ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເທິງເກາະ ໄປຢ້ຽມ ຊົມວັດ ຊອງຕື໋ໄຕ ໃນໂອກາດປີໃໝ່. ພາບ: ເຊີນເຫງ້ຍ/VNP

ຄວາມ​ເບີກບານ​ມ່ວນ​ຊື່ນ ​ໃນ​ການ​ຕ້ອນຮັບ​ປີ​ໃໝ່ ຢູ່ບ່ອນ ຫົວ​ຄື້ນ ຍອດລົມ​ເບິ່ງ​ຄື​ວ່າ​ ​ເພີ່ມ​ຂຶ້ນຫຼາຍເທົ່າ​ເນື່ອງໃນ​ໂອກາດ ​ນີ້, ​ຂອງຂວັນປີໃໝ່ ແຕ່ດິນຕໍ່ແຜ່ນ ຊຶ່ງ​ກຳ​ປັ່ນ ໝາຍເລກ 571 ​ໄດ້​ນໍາມາ​ຢ້ຽມຢາມ, ມອບ​ ​ແລະ ອວຍພອນ ​ປີໃໝ່, ປະກອບສ່ວນເຮັດໃຫ້​ ບຸນປີໃໝ່ ຂອງ ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ ​ຢູ່​ບັນດາ​ເກາະ​ຫ່າງ​ໄກ​ ມີຄວາມອົບອຸ່ນ ຍິ່ງຂຶ້ນ.

ທ່ານພັນໂທ ຫງວຽນວັນເຖາະ, ຮອງຜູ້ບັນຊາການກອງພົນ ນ້ອຍ 146, ກອງທັບເຮືອເຂດ 4, ຫົວໜ້າຄະນະ ປະຕິບັດ ງານ ໃຫ້ຮູ້ວ່າ: ແຕ່ລະປີ ເມື່ອເຖິງລະດູບານໃໝ່ ແລະ ບຸນປີໃໝ່, ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ເອົາໃຈໃສ່ ເຖິງ ເຈື່ອງຊາ, ມີການກະກຽມທີ່ດີ ທາງດ້ານ​ວັດຖຸ ​ແລະ ຈິດ​ໃຈ ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ ຢ້ຽມຢາມ ​ແລະ ປຸກລະດົມ ກຳລັງໃຈ ​ບັນດາພະນັກງານ, ນັກຮົບ ​ແລະ ປະຊາຊົນ ຢູ່ເທິງເກາະ.


ໃນ​ຊຸມ​ມື້​ນີ້, ບັນດາ​ການ​ເຄື່ອນ​ໄຫວ​ກະກຽມ​ຕ້ອນຮັບ​ປີໃໝ່​ ຂອງ​ກອງທັບ ​ແລະ ປະຊາຊົນ ​ຢູ່​ທີ່​ນີ້​ ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ບັນດາ​ຄອບຄົວ ​ພວມ​ຫຍຸ້ງ​ຢູ່​ໃນ​ການ​ສ້ອມ​ແປງ, ທໍາ​ຄວາມ​ສະອາດ, ປະດັບ​ປະດາ​ເຮືອນ​ຢູ່, ​ກວາດ​ເດີ່ນ​ບ້ານ ເພື່ອ​ຕ້ອນຮັບ​ບຸນ​ເຕັດ. ບັນດາ​ພະນັກງານ ​ແລະ ທະຫານ​ ພ້ອມກັນທໍາຄວາມ​ສະອາດ, ປະດັບ​ປະດາ​ທຸງ ​ແລະ ດອກ ​ໄມ້​ ຢູ່​ຖະໜົນ​ຫົນທາງ ​ແລະ ຢູ່ບັນດາກິດຈະກຳ​ ສາທາລະ ນະ​ ເຊັ່ນ: ວິຫານ ຊອງຕື໋ໄຕ, ຮູບ​ປັ້ນ ຮຶງດ້າວ ເວືອງ ​ເຈິ່ນ​ກວັກຕວ໋ນ, ສຳນັກງານ​ ຄະນະ​ກຳມະການ​ ປະຊາຊົນ, ສຳ ນັກບັນຊາ, ເຮືອນຮັບແຂກ...

ຕາມ​ປົກກະຕິ, ​ເນື່ອງໃນໂອກາດປີໃໝ່ ຈະມີພິທີ​ສວນ ສະໜາມ ແລະ ເຄົາລົບທຸງ ຕ້ອນຮັບ​ປີ​ໃໝ່ ເຊິ່ງໄດ້ຈັດ ຂຶ້ນ​ ຢູ່​ຫຼັກໝາຍ​ອະທິປະ​ໄຕ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກອງທັບ ​ແລະ ປະຊາຊົນ ​ຢູ່ເທິງເກາະ; ອ່ານຈົດໝາຍອວຍພອນ ປີ   ໃໝ່ ຂອງ ຫົວໜ້າກອງບັນຊາການທະຫານເຂດ. ຫຼັງ​ຈາກ​ນັ້ນ, ທຸກ​ຄົນ​ໄດ້​ພ້ອມ​ກັນ​ໄປ​ຢ້ຽມ​ຢາມ​ວັດ ຊອງຕື໋ໄຕ ໃນ​ຕົ້ນ ປີ​ໃໝ່.

 



ມີ​ການ​ເຄື່ອນ​ໄຫວ​ກິລາ ​ແລະ ​ການຫຼິ້ນພື້ນ​ເມືອງ ​ຢ່າງ​ຟົດ​ຟື້ນ​ຄື: ບານ​ເຕະ, ບານ​ສົ່ງ, ຍູ້​ໄມ້, ໂດດ​ເປົາປ່ານ...ໄດ້​ດຶງ​ດູດ​ປະຊາຊົນ ​ເຂົ້າ​ຮ່ວມ ​ແລະ ​ເຊຍ​ຢ່າງ​ຟົດ​ຟື້ນ. ພິ​ເສດ, ຕາ​ແສງ​ເກາະ ຊອງຕື໋ໄຕ ມັກ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ຫໍ່​ເຂົ້າຕົ້ມ ລະ ຫວ່າງ ​ບັນ​ດາ​ຫົວ​ໜ່ວຍ​ຢູ່​ເທິງເກາະ. ນອກຈາກ​ເຄື່ອງ​ປະ ກອບ​ທີ່​ຄຸ້ນ​ເຄີຍ​ໃນ​ການ​ຫໍ່​ເຂົ້າຕົ້ມເຊັ່ນ: ເຂົ້າ​ໜຽວ, ຖົ່ວ​ຂຽວ, ຊີ້ນ​ໝູ, ໃບ​ຕອງ, ໃບ​ກ້ວຍ​, ງານ​ປະ​ກວດ​ຍັງ​ໄດ້​ນຳ​ໃຊ້​ໃບ ຈາ໋ ​(ຕົ້ນໄມ້ຊະນິດໜຶ່ງມີຫຼາຍຢູ່ເທິງເກາະ ຊອງຕື໋ໄຕ) ແລະ ​ໃບຫູກວາງ ສີ່ລ່ຽມ-ເປັນພືດ​ທຳມະຊາດ ຢູ່​ເທິງເກາະ, ນຳ​ໃຊ້​ເພື່ອ​ຫໍ່ເຂົ້າຕົ້ມ. ໃນ​ຕອນ​ແລງ, ຈະລາຍການສະ​ແດງ ​ສິ ລະ​ປະ ​ແລະ ລາຍການ​ເກັບ​ດອກ​ໄມ້ ​ປະຊາທິປະ​ໄຕ​. ຄະ ນະສິລະ​ປະ​ ຕາແສງ ຊອງຕື໋ໄຕ ​ແລະ ນັກຮຽນ​ໂຮງຮຽນ​ປະ ຖົມ ​ຊອງຕື໋ໄຕ ​ໄດ້​ນຳ​ເອົາ​ບັນດາ​ລາຍ ການ​ສະ​ແດງ​ທີ່​ມີ​ຄວາມ​ຟົດຟື້ນ ​ແລະ ມີ​ຄຸນ​ນະພາ​ບ ມາປະກອບສ່ວນ​ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ໄລຍະປີໃໝ່.


ບົດ ແລະ ພາບ: VNP/ເຊີນເຫງ້ຍ - ແປໂດຍ: ຢືຟຽນ


Top