ສ້າງ “ຄວາມຫວັງ” ໃຫ້ແກ່ເດັກນ້ອຍດ້ອຍໂອກາດ

ສ້າງ “ຄວາມຫວັງ” ໃຫ້ແກ່ເດັກນ້ອຍດ້ອຍໂອກາດ

ຈາກຄວາມ​ຮັກ ທ່ີມີຕໍ່ເດັກນ້ອຍ, ຄູສອນ​ ເຈືອງ​ຮົ່ງ​ຍີ ​ໄດ້​ເປີດສູນ​​ເບິ່ງ​ແຍງ​ດູ​ແລ ​ແລະ ສິດສອນ​ເດັກ​ດ້ອຍ​ໂອກາດ ເມີ່ມແຊງ (ນະ ຄອນ ແຣັກຢ໋າ, ແຂວງ ກຽນຢາງ) ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ມີສ່ວນຮ່ວມ​ກັບ​ຄອບຄົວ ເພື່ອຊີ້​ນຳ​ ນຳພາ ເດັກນ້ອຍ ໃນການຝຶກອົບຮົມ ແລະ ພັດທະນາ ເພື່ອກ້າວໄປສູ່ ຊີວິດ ປົກກະຕິ ເທື່ອລະກ້າວ.

ສູນເບິ່ງແຍງດູແລ ແລະ ສິດສອນເດັກດ້ອຍໂອກາດ ເມີ່ມແຊງ (ນະຄອນ ແຣັກຢ໋າ, ແຂວງ ກຽນຢາງ) ໂດຍ ທ່ານ​ນາງ ​ຮົ່ງ​ຍີ ສ້າງຂຶ້ນດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຊ່ວຍ ​ໃຫ້​ເດັກ ທ່ີ​ມີ​ການ​ພັດທະນາ​ຊ້າ, ມີບັນຫາດ້ານ ພາສາ ອໍທິສຕິກ, ​ເວົ້າ​ຊັກ​ຊ້າ ​ພັດທະນາ​ທາງ​ຮ່າງກາຍ ​ແລະ ສະຕິ​ປັນຍາ​ຕາມປົກກະຕິ. 

ເພື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ, ກ່ອນ​ອື່ນ​ໝົດ, ທ່ານນາງ ​ເຈືອງ​ຮົ່ງ​ຍີ ຕ້ອງ​ມີ​ຄວາມ​ຮັກ​ແບບ​ບໍ່​ມີ​ຂອບ​ເຂດ​ຕໍ່​ເດັກນ້ອຍທີ່​ດ້ອຍ​ໂອກາດ. ດ້ວຍ​ການ​​ຊ່ວຍເຫຼືອ ​ຈາກເພື່ອນ​ສອງ​ຄົນ​ ທີ່​ເປັນຜູ້ພິການທາງສາຍ​ຕາ, ທ່ານນາງ​ ຍີ ໄດ້​ຮັບ​ຮູ້​ເຖິງຄວາມ​ຫຍຸ້ງ​ຍາກ, ສິ່ງ​ກີດ​ຂວາງ​ຂອງເຂົາເຈົ້າໃນ​ຊີ​ວິດ ພ້ອມ​ທັງ​​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ຮ່ຳ​ຮຽນ, ລຸກ​ຂຶ້ນ​ດ້ວຍ​ເຈດ​ຕະ​ນາ​ສູງ​ ຂອງ​ ຄົນ​ຕາ​ບອດ ​ແລະ ​ໂຊກ​ຊະ​ຕາ​ ກໍ​ມາ​ເຖິງ, ​ໃນ​ຂະນະ​ຊອກ​ຫາ​ເອກະສານ ​ຢູ່​ອິນ​ເຕີ​ເນັດ, ໂດຍບັງເອີນ ທ່ານນາງ​ ຍີ ໄດ້​ຮູ້ເຖິງ​ຮູບແບບ​​ສອນ​ກິລາ​ຂອງ​ ອາຈານມວຍ ​ແທງ​ລວານ ດ້ວຍ​ຫ້ອງຮຽນ ​ອາກີ​ໂດ-ໂລກ​ແມ່ນ​ຄວາມ​ຮັກ​ແພງ ຢູ່​ນະຄອນ ໂຮຈີມິນ.


ມີ​ເດັກນ້ອຍ 30 ກວ່າ​ຄົນ​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່ສູນ ເມີ່ມແຊງ ​ໂດຍ ມີທຸກ​ໄວ ​ແລະ ທຸກສະພາບ​ຮ່າງກາຍ, ບຸກຄະ​ລິກກະພາບ​ ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ທ່ານ​ນາງ ຍີ ​ແລະ ເພື່ອນ​ຮ່ວມ​ງານ. ທ່ານ​ນາງ ຮົ່ງຍີ ​ໃຫ້​ຮູ້​ວ່າ: ຫ້ອງ​ຮຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຊ່ວຍ ​ໃຫ້​ເດັກ ທ່ີ​ມີ​ການ​ພັດທະນາ​ຊ້າ, ມີບັນຫາດ້ານພາສາ ອໍທິສຕິກ, ​ເວົ້າ​ຊັກ​ຊ້າ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພັດ ທະນາ​ທາງ​ຮ່າງກາຍ ​ແລະ ສະຕິ​ປັນຍາ​ ຕາມປົກກະຕິ​.

ໃນ​ຕະຫຼອດເວລາ 8 ປີ​ທີ່​ຜ່ານ​ມາ, ສະ​ຖານ​ທີ່​ ແຫ່ງນີ້ ໄດ້​ຊ່ວຍ​ໃຫ້​ເດັກ​ນ້ອຍ​ປະ​ມານ 20 ຄົນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊຸມ​ຊົນ. ​ເປັນ​ທີ່​ຮູ້​ກັນ​ວ່າ ວິທີ​ການ​ສອນ​ຕາມ​ຮູບແບບຫ້ອງ​ຮຽນ ອາກີໂດ-ໂລກ ແມ່ນຄວາມຮັກແພງ ຂອງ ອາຈານມວຍ ແທງລວານ ແມ່ນ​ການ​ໝູນ​ໃຊ້​ການ​ເຄື່ອນ​ໄຫວ ​ແລະ ການ​ຝຶກແອບ​ກິລາ​ຜ່ານ​ວິຊາມວຍ ອາກີໂດ, ການຊົກມວຍ, ບັນດາທ່າມວຍຄື: ທ່າບຸກທ່າປ້ອງ ກັນ, ຕີລັງກາ... ສົມທົບ​ກັບ​ການຫຼິ້ນ ກິລາ ຕາມຄວາມສົນໃຈຂອງ ເດັກນ້ອຍເຊັ່ນ: ບານເຕະ, ບານສົ່ງ, ລອຍນໍ້າ... ຈາກນັ້ນ ຈຶ່ງຊ່ວຍໃຫ້ເຂົາເຈົ້າ ພັດທະນາທາງດ້ານຮ່າງກາຍ, ມີຄວາມໝັ້ນໃຈໃນການເຄື່ອນໄຫວ ແລະ ການສື່ສານ ຜ່ານກິດຈະກໍາຂ້າງເທິງນີ້ ແນໃສ່ຫັນໄປສູ່ການພັດທະນາ ຂອງເດັກ ປົກກະຕິ.

ອາຈານມວຍ ແທງລວານ ໃຫ້ຄຳເຫັນວ່າ: ທ່ານນາງ ຮົ່ງຍີ ແມ່ນຜູ້ທີ່ມີຄວາມຕັ້ງໃຈ ແລະ ກະຕືລືລົ້ນຫຼາຍ, ຈາກຄວາມ ຕັ້ງໃຈມາຫາຂ້າພະເຈົ້າ ແລະ ເຂົ້າຮ່ວມການເຝິກອົບຮົມ ທັງໝົດນີ້ເພື່ອຢາກເຂົ້າໃຈວິທີການສິດສອນຢ່າງຄົບຖ້ວນ ເພື່ອນຳມາໃຊ້ໃນສູນຂອງຕົນ, ຂ້າພະເຈົ້າສາມາດ ເຂົ້າໃຈຄວາມຮັກອັນຍິ່ງໃຫຍ່ຂອງເພິ່ນ ແລະ ການ​ເສຍ​ສະລະ​ເພື່ອ​ເດັກນ້ອຍ​ທີ່​ດ້ອຍ​ໂອກາດ. ສຳລັບ​ຂ້າພະ​ເຈົ້າ, ​ເມີ່ມແຊງ ໄດ້​​ຖື​ວ່າ​ ແມ່ນ​ຫ້ອງຮຽນ ອາກີໂດ-ໂລກ​ແຫ່ງຄວາມ​ຮັກແພງ​ມີສາຂາ​ ທ່ີນະຄອນ​ ກຽນ​ຢາງ”.

 


ບັນດາບົດຮຽນໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ລະອຽດ​ຂອງ​ທ່ານ​ນາງ ຮົ່ງ​ຍີ.

ເດັກນ້ອຍຢູ່ສູນ ເມີ່ມແຊງ ໄດ້ສະແດງໃຫ້ເຫັນສັນຍານດີ ໃນການເຊື່ອມໂຍງເຂົ້າກັບຊຸມຊົນ. ເດັກ​ບາງຄົນ ມີຄວາມເປີດໃຈ​ ແລະ​ ມີ​ຄວາມ​ມ່ວນຊື່ນ, ຄ່ອຍໆ​ ຄວບ​ຄຸມ​ພຶດ​ຕິ​ກຳ ​ຂອງ​ຕົນ, ເດັກ​ບາງ​ຄົນ​ໄດ້​ຝຶກ​ກິ​ລາ​ ທີ່​ເຂົາ​ເຈົ້າ​ມັກ.

ພິ​ເສດ, ສະມາຊິກ​ໜຸ່ມ 4 ຄົນ​ຂອງສູນ ເມີ່ມແຊງ ໄດ້​ຮັບ​ຄວາມ​ ເຫັນ​ດີ​ ຈາກ​ພໍ່​ແມ່ ​ຂອງ​ ຕົນ​ເພື່ອ​ຕິດຕາມ​ທ່ານນາງ ຍີ ເຂົ້າ​ຮ່ວມ​ງານ​ກິລາ​ເດັກ​ພິການ ເຊິ່ງໄດ້ຈັດຂຶ້ນ ​ທີ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ເດືອນ ພະຈິກ 2023 ດ້ວຍ​ເນື້ອ​ໃນ​ການ​ລົງທະບຽນ​ແມ່ນ​ຊົກ ມວຍ. ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຊ່ວຍ​ໃຫ້​ເດັກ​ມີ​ຄວາມ​ໝັ້ນ​ໃຈ ຍິ່ງຂຶ້ນ ໃນການສື່ສານກັບ​ໝູ່​ເພື່ອນ​ໃນ​ໄວ​ດຽວ​ກັນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້ອອກ​ກຳ​ລັງ​ກາຍ, ສະໜຸກສະໜານ, ຊ່ວຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທາງ​ດ້ານ​ຮ່າງ​ກາຍ ແລະ ບຸກ​ຄະ​ລິກ​​ ຂອງ​ເດັກ​ນ້ອຍ.

ບົດ: VNP/ເຊີນເງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ


Top