ຈາກຄວາມຮັກ ທ່ີມີຕໍ່ເດັກນ້ອຍ, ຄູສອນ ເຈືອງຮົ່ງຍີ ໄດ້ເປີດສູນເບິ່ງແຍງດູແລ ແລະ ສິດສອນເດັກດ້ອຍໂອກາດ ເມີ່ມແຊງ (ນະ ຄອນ ແຣັກຢ໋າ, ແຂວງ ກຽນຢາງ) ດ້ວຍຄວາມປາດຖະໜາຢາກມີສ່ວນຮ່ວມກັບຄອບຄົວ ເພື່ອຊີ້ນຳ ນຳພາ ເດັກນ້ອຍ ໃນການຝຶກອົບຮົມ ແລະ ພັດທະນາ ເພື່ອກ້າວໄປສູ່ ຊີວິດ ປົກກະຕິ ເທື່ອລະກ້າວ.
ສູນເບິ່ງແຍງດູແລ ແລະ ສິດສອນເດັກດ້ອຍໂອກາດ ເມີ່ມແຊງ (ນະຄອນ ແຣັກຢ໋າ, ແຂວງ ກຽນຢາງ) ໂດຍ ທ່ານນາງ ຮົ່ງຍີ ສ້າງຂຶ້ນດ້ວຍຄວາມປາດຖະໜາທີ່ຈະຊ່ວຍ ໃຫ້ເດັກ ທ່ີມີການພັດທະນາຊ້າ, ມີບັນຫາດ້ານ ພາສາ ອໍທິສຕິກ, ເວົ້າຊັກຊ້າ ພັດທະນາທາງຮ່າງກາຍ ແລະ ສະຕິປັນຍາຕາມປົກກະຕິ.
ເພື່ອເຮັດໄດ້ຄືແນວນັ້ນ, ກ່ອນອື່ນໝົດ, ທ່ານນາງ ເຈືອງຮົ່ງຍີ ຕ້ອງມີຄວາມຮັກແບບບໍ່ມີຂອບເຂດຕໍ່ເດັກນ້ອຍທີ່ດ້ອຍໂອກາດ. ດ້ວຍການຊ່ວຍເຫຼືອ ຈາກເພື່ອນສອງຄົນ ທີ່ເປັນຜູ້ພິການທາງສາຍຕາ, ທ່ານນາງ ຍີ ໄດ້ຮັບຮູ້ເຖິງຄວາມຫຍຸ້ງຍາກ, ສິ່ງກີດຂວາງຂອງເຂົາເຈົ້າໃນຊີວິດ ພ້ອມທັງຄວາມມຸ່ງມາດປາດຖະໜາຢາກຮ່ຳຮຽນ, ລຸກຂຶ້ນດ້ວຍເຈດຕະນາສູງ ຂອງ ຄົນຕາບອດ ແລະ ໂຊກຊະຕາ ກໍມາເຖິງ, ໃນຂະນະຊອກຫາເອກະສານ ຢູ່ອິນເຕີເນັດ, ໂດຍບັງເອີນ ທ່ານນາງ ຍີ ໄດ້ຮູ້ເຖິງຮູບແບບສອນກິລາຂອງ ອາຈານມວຍ ແທງລວານ ດ້ວຍຫ້ອງຮຽນ ອາກີໂດ-ໂລກແມ່ນຄວາມຮັກແພງ ຢູ່ນະຄອນ ໂຮຈີມິນ.
ມີເດັກນ້ອຍ 30 ກວ່າຄົນໄດ້ຮັບການລ້ຽງດູຢູ່ສູນ ເມີ່ມແຊງ ໂດຍ ມີທຸກໄວ ແລະ ທຸກສະພາບຮ່າງກາຍ, ບຸກຄະລິກກະພາບ ແມ່ນສິ່ງທ້າທາຍໃຫຍ່ສຳລັບທ່ານນາງ ຍີ ແລະ ເພື່ອນຮ່ວມງານ. ທ່ານນາງ ຮົ່ງຍີ ໃຫ້ຮູ້ວ່າ: “ຫ້ອງຮຽນໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຄວາມປາດຖະໜາທີ່ຈະຊ່ວຍ ໃຫ້ເດັກ ທ່ີມີການພັດທະນາຊ້າ, ມີບັນຫາດ້ານພາສາ ອໍທິສຕິກ, ເວົ້າຊັກຊ້າ, ຊ່ວຍໃຫ້ເຂົາເຈົ້າພັດ ທະນາທາງຮ່າງກາຍ ແລະ ສະຕິປັນຍາ ຕາມປົກກະຕິ”.
ໃນຕະຫຼອດເວລາ 8 ປີທີ່ຜ່ານມາ, ສະຖານທີ່ ແຫ່ງນີ້ ໄດ້ຊ່ວຍໃຫ້ເດັກນ້ອຍປະມານ 20 ຄົນເຊື່ອມໂຍງເຂົ້າກັບຊຸມຊົນ. ເປັນທີ່ຮູ້ກັນວ່າ ວິທີການສອນຕາມຮູບແບບຫ້ອງຮຽນ ອາກີໂດ-ໂລກ ແມ່ນຄວາມຮັກແພງ ຂອງ ອາຈານມວຍ ແທງລວານ ແມ່ນການໝູນໃຊ້ການເຄື່ອນໄຫວ ແລະ ການຝຶກແອບກິລາຜ່ານວິຊາມວຍ ອາກີໂດ, ການຊົກມວຍ, ບັນດາທ່າມວຍຄື: ທ່າບຸກ, ທ່າປ້ອງ ກັນ, ຕີລັງກາ... ສົມທົບກັບການຫຼິ້ນ ກິລາ ຕາມຄວາມສົນໃຈຂອງ ເດັກນ້ອຍເຊັ່ນ: ບານເຕະ, ບານສົ່ງ, ລອຍນໍ້າ... ຈາກນັ້ນ ຈຶ່ງຊ່ວຍໃຫ້ເຂົາເຈົ້າ ພັດທະນາທາງດ້ານຮ່າງກາຍ, ມີຄວາມໝັ້ນໃຈໃນການເຄື່ອນໄຫວ ແລະ ການສື່ສານ ຜ່ານກິດຈະກໍາຂ້າງເທິງນີ້ ແນໃສ່ຫັນໄປສູ່ການພັດທະນາ ຂອງເດັກ ປົກກະຕິ.
ອາຈານມວຍ ແທງລວານ ໃຫ້ຄຳເຫັນວ່າ: “ທ່ານນາງ ຮົ່ງຍີ ແມ່ນຜູ້ທີ່ມີຄວາມຕັ້ງໃຈ ແລະ ກະຕືລືລົ້ນຫຼາຍ, ຈາກຄວາມ ຕັ້ງໃຈມາຫາຂ້າພະເຈົ້າ ແລະ ເຂົ້າຮ່ວມການເຝິກອົບຮົມ ທັງໝົດນີ້ເພື່ອຢາກເຂົ້າໃຈວິທີການສິດສອນຢ່າງຄົບຖ້ວນ ເພື່ອນຳມາໃຊ້ໃນສູນຂອງຕົນ, ຂ້າພະເຈົ້າສາມາດ ເຂົ້າໃຈຄວາມຮັກອັນຍິ່ງໃຫຍ່ຂອງເພິ່ນ ແລະ ການເສຍສະລະເພື່ອເດັກນ້ອຍທີ່ດ້ອຍໂອກາດ. ສຳລັບຂ້າພະເຈົ້າ, ເມີ່ມແຊງ ໄດ້ຖືວ່າ ແມ່ນຫ້ອງຮຽນ “ອາກີໂດ-ໂລກແຫ່ງຄວາມຮັກແພງ” ມີສາຂາ ທ່ີນະຄອນ ກຽນຢາງ”.
ບັນດາບົດຮຽນໄດ້ຮັບການຊີ້ນຳຢ່າງລະອຽດຂອງທ່ານນາງ ຮົ່ງຍີ.
ເດັກນ້ອຍຢູ່ສູນ ເມີ່ມແຊງ ໄດ້ສະແດງໃຫ້ເຫັນສັນຍານດີ ໃນການເຊື່ອມໂຍງເຂົ້າກັບຊຸມຊົນ. ເດັກບາງຄົນ ມີຄວາມເປີດໃຈ ແລະ ມີຄວາມມ່ວນຊື່ນ, ຄ່ອຍໆ ຄວບຄຸມພຶດຕິກຳ ຂອງຕົນ, ເດັກບາງຄົນໄດ້ຝຶກກິລາ ທີ່ເຂົາເຈົ້າມັກ.
ພິເສດ, ສະມາຊິກໜຸ່ມ 4 ຄົນຂອງສູນ ເມີ່ມແຊງ ໄດ້ຮັບຄວາມ ເຫັນດີ ຈາກພໍ່ແມ່ ຂອງ ຕົນເພື່ອຕິດຕາມທ່ານນາງ ຍີ ເຂົ້າຮ່ວມງານກິລາເດັກພິການ ເຊິ່ງໄດ້ຈັດຂຶ້ນ ທີ່ນະຄອນ ໂຮ່ຈີມິນ ໃນເດືອນ ພະຈິກ 2023 ດ້ວຍເນື້ອໃນການລົງທະບຽນແມ່ນຊົກ ມວຍ. ການເຂົ້າຮ່ວມການແຂ່ງຂັນຊ່ວຍໃຫ້ເດັກມີຄວາມໝັ້ນໃຈ ຍິ່ງຂຶ້ນ ໃນການສື່ສານກັບໝູ່ເພື່ອນໃນໄວດຽວກັນ, ຊ່ວຍໃຫ້ເຂົາເຈົ້າໄດ້ອອກກຳລັງກາຍ, ສະໜຸກສະໜານ, ຊ່ວຍຊຸກຍູ້ການພັດທະນາທາງດ້ານຮ່າງກາຍ ແລະ ບຸກຄະລິກ ຂອງເດັກນ້ອຍ.
ບົດ: VNP/ເຊີນເງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ