ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

 

ສິລະປະ​ແຕ້ມ​ໜ້າ​ກາກ​ ໄດ້​ປະກອບສ່ວນ​ເຮັດ​ໃຫ້ ​ໂຮ້ຍອານ ກາຍ​ເປັນ​ນະຄອນ​ປະດິດ​ສ້າງ​ ຂອງ UNESCO. ພາບ: ເອກະສານ ຈາກສູນວັດທະນະທຳ-ກິລາ, ວິທະຍຸກະ ຈາຍ ສຽງ-ໂທລະພາບ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

ນັກສິລະປິນ ຄົນນັ້ນຄື ທ່ານ ບຸ່ຍກຸ໋ຍຟອງ, ອາຍຸປະມານ 70 ປີ, ມີໃບໜ້າດຸດັນ ປະສົມກັບຄວາມທີ່ເຄີຍໄດ້ຜ່ານບັນຫາຊີວິດມາຫຼາຍແລ້ວ, ແຕ່ຍັງມີສິ່ງຕະຫຼົກຂົບຂັນ ແລະ ຫຼັກແຫຼມ ເຫັນແລ້ວແປກປະຫຼາດຫຼາຍ.

ທ່ານ ຟອງ ທຳອາຊີບແຕ້ມໜ້າກາກ ມາເປັນເວລາກວ່າ 40 ປີແລ້ວ. ສະໄໝຫາກໍປົດປ່ອຍພາກໃຕ້ ທ່ານ ຫາລ້ຽງຊີວິດ ດ້ວຍອາຊີບ ເຮັດຫົວສິງໂຕ, ແຕ່ທັນໃດນັ້ນ ກໍຫັນມາເປັນຜູ້ກຳກັບການສະແດງ “ຕ່ວງ” (ລີເກ). ໃນລະຫວ່າງມື້ ທີ່ທ່ານຕິດຕາມ ຄະນະເດີນທາງໄປສະແດງ, ບໍ່ພຽງແຕ່ເພື່ອປະຕິບັດ ຕາມຄວາມຝັນໄດ້ຂັບຕ່ວງເທົ່ານັ້ນ, ແຕ່ຍັງໄດ້ສົມໃຈ ກັບການຢູ່ ບໍ່ເປັນບ່ອນ ເປັນທີ່ຂອງຕົນ. 

 

ນັກ​ສິລະ​ປິນ ບຸ່ຍ​ກຸ໋ຍ​ຟອງ-ຜູ້​​​ໄດ້ແຕ້ມ​ຮູບ​ໜ້າ​ກາກ ຢູ່ຄຸ້ມ ເມືອງເກົ່າ ໂຮ້ຍ​ອານ ມາເປັນເວລາກວ່າ 40 ປີແລ້ວ. ພາບ: ແທງຮ່ວາ/VNP

ແຕ່ວ່າ ອາຊີບ ເປັນຜູ້ກຳກັບການສະແດງ ຕ່ວງ ກໍບໍ່ເຮັດໃຫ້ທ່ານຢູ່ ໄດ້ດົນ ຍ້ອນຄວາມຫຼົງໄຫຼ ໃນການແຕ້ມຮູບ ໄດ້ກະຕຸ້ນໃຫ້ ທ່ານ ກັບຄືນ. ແທນທີ່ຈະແຕ້ມຫົວສິງໂຕ ຄືເກົ່າ, ທ່ານໄດ້ແຕ້ມ ໜ້າກາກເຈ້ຍ. ວຽກງານທັງສອງນີ້ ເບິ່ງຄືວ່າ ບໍ່ມີຫຍັງ ກ່ຽວພັນ, ແຕ່ທີ່ຈິງ ມັນມີ ສາຍພົວພັນຕິດຕໍ່ເນື່ອງກັນ ເພາະເຕັກນິກການຕົບແຕ່ງ ຫົວສິງໂຕ ແລະ ການແຕ້ມໜ້າກາກ ຕ່ວງ ມີຄວາມຄ້າຍຄືກັນ ໃນດ້ານຮູບແບບ, ລວດລາຍ, ການຈັດໂຄງປະກອບ, ສີສັນ ແລະ ພິເສດແມ່ນລັກສະນະວາດພາບຄືນສູງ. 

ທີ່​ຄຸ້ມເມືອງ​ເກົ່າ​ ໂຮ້ຍອານ, ນັກສິລະປິນ ບຸ່ຍ​ກຸ໋ຍ​ຟອງ ​ໄດ້​ເປີດຫ້ອງ ສະຕູດີໂອ ຂະໜາດ​ນ້ອຍ ໃສ່​ຊື່​ວ່າ “ໜ້າ​ກາກ ແຫ່ງ​ເວລາ” (The Timing Masks). ນີ້​ແມ່ນ​ບ່ອນ​ທ່ານປະດິດ​ແຕ່ງ​, ທັງ​ເປັນ​ບ່ອນ​ວາງສະ​ແດງ, ແນະນຳ ​ແລະ ຂາຍ​ໜ້າ​ກາກ ​ໃຫ້​ນັກ​ທ່ອງ​ທ່ຽວ.

 

ບໍ່ວ່າຈະແຕ້ມຫົວຂໍ້ໃດກໍ່ຕາມ, ໜ້າກາກ ລ້ວນແຕ່ມີລັກສະນະ ເຕັມໄປດ້ວຍສີສັນ ຂອງ ໜ້າກາກ ຕ່ວງ. ພາບ: ແທງຮ່ວາ/VNP

ໂຮງແຕ້ມ​ຂະ​ໜາດ​ນ້ອຍ​ ຍາມໃດກໍມີ​ຄວາມ​ແອ​ອັດ​ ​ຈາກຜູ້ ມາ​ຢາມ​ ແລະ ຊື້​ໜ້າ​ກາກ​, ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​. ຜູ້ຄົນມາກັບ “ໜ້າ​ກາກ ແຫ່ງເວລາ” ສ່ວນໜຶ່ງແມ່ນຍ້ອນ ຄວາມຢາກຮູ້ຢາກເຫັນ ກ່ຽວກັບພື້ນທີ່ ທີ່ໜ້າປະທັບໃຈ ຂອງ ສະຕູດີໂອ ແລະ ສ່ວນໜຶ່ງແມ່ນຍ້ອນເຈົ້າຂອງ ສະຕູດີໂອ ທີ່ມີພອນສະຫວັນ, ມັກມ່ວນ ແລະ ເອົາໃຈແຂກ ດ້ວຍການນັ່ງລົມກັນ ເປັນເວລາຫຼາຍຊົ່ວໂມງ ເພື່ອເວົ້າເຖິງ ຄວາມງາມ, ຄວາມແປກ ຂອງ ສິລະປະແຕ້ມໜ້າກາກ ຕ່ວງ ຢູ່ແຖບດິນ ກວາງ.

ເປັນ​ຜູ້​ທີ່​ໄດ້​ຮັບອິດທິພົນ ​ຢ່າງ​ເລິກ​ເຊິ່ງ ຈາກ​ສິລະ​ປະ ຕ່ວງ, ​ໂດຍ​ສະ​ເພາະ​ແມ່ນ​ສິລະ​ປະ ​ການ​ແຕ້ມ​ໜ້າ ​ຂອງ​ ນັກ​ສະ​ແດງ ຕ່ວງ, ນັກ​ສິລະ​ປິນ ບຸ່ຍກຸ໋ຍຟອງ ​ໄດ້​ນຳ​ເອົາ​ແຮງ​ບັນດານ​ໃຈ​ນັ້ນ ເຂົ້າ​ໃນ​ເຕັກ​ນິກ ການ​ແຕ້ມ​ໜ້າ​ກາກ​ເຈ້ຍ. ເພາະສະນັ້ນ, ບໍ່ວ່າຈະແຕ້ມຫົວຂໍ້ໃດກໍ່ຕາມ, ໜ້າກາກ ທີ່ແຕ້ມ ແມ່ນເຕັມໄປດ້ວຍສີສັນ ຂອງ ໜ້າກາກ ຕ່ວງ ກັບຮູບແບບ ການແຕ້ມ ທີ່ມີລັກສະນະວາດພາບຄືນສູງ, ມີລວດລາຍ, ສິ້ນສ່ວນປະກອບ ທີ່ຊັດເຈນ, ໂປ່ງໃສ ມີສີສັນປະຕິບັດ ເດັດຂາດຕາມ ທິດສະດີບວກ ແລະ ລົບ ໃນວັດຖຸທັງຫ້າ ທີ່ເປັນເຄົ້າກຳເນີດ ຂອງໂລກໂດຍ ບໍ່ເກີນ 5 ສີຕົ້ນຕໍຄື: ສີແດງ, ສີດໍາ, ສີຂາວ, ສີເຫຼືອງເຂັ້ມ ແລະ ສີຂຽວ.

 

ວຽກງານປະຈຳວັນຢູ່ ຫ້ອງສະຕູດີໂອ “ໜ້າກາກ ແຫ່ງເວລາ” ຂອງນັກສິລະປິນ ບຸ່ຍກຸ໋ຍຟອງ. ພາບ: ແທງຮ່ວາ/VNP

ໃນຫ້ອງ ສະຕູດີໂອ ຂອງ ນັກສິລະປິນ ບຸ່ຍກຸ໋ຍຟອງ, ນອກຈາກ  ໜ້າກາກ ຕ່ວງ ທີ່ໄດ້ແຕ້ມຕາມແບບ ດັ້ງເດີມແລ້ວ ຍັງ ມີໜ້າກາກ ຫຼາຍອັນທີ່ທ່ານ ແຕ້ມໃນຫຼາຍຫົວເລື່ອງທີ່ ແຕກຕ່າງກັນເຊັ່ນ: ຮູບຄົນຫາບອາຫານຂາຍ, ຍິງສາວ, ທິວທັດໝູ່ບ້ານ, ມໍລະດົກ ໂຮ້ຍອານ, ຄວາມຮັກບ່າວສາວ​, ຮູບ​ຄົນ​, ດອກ​ໄມ້​, ໃນນັ້ນມີທັງຮູບພາບ ມີລັກສະນະ ທັນ​ສະ​ໄໝ ແລະ ​ບໍ່​ມີ​ຕົວຕົນ​... ແຕ່​ທັງ​ໝົດ ຕ່າງກໍມີ ລົດຊາດ​ຂອງ ເຕັກນິກ ​ການ​ແຕ້ມ​ຮູບ​ໜ້າ​ກາກ ຕ່ວງ. ນັ້ນ​ແມ່ນ​ພອນ​ສະຫວັນ ​ຂອງ ​ນັກ​ສິລະ​ປິນ ​ເມື່ອ​ປາດ​ຖະໜາ​ຢາກ​ປ່ຽນ​ໃໝ່​ຜົນ​ງານ ການປະດິດແຕ່ງ ຂອງຕົນ ​ເພື່ອ​ຕອບ​ສະໜອງ​ລົດ​ນິຍົມ​ຂອງ​​ນັກ​ຫຼິ້ນ ​ແຕ່​ຍັງ​ຄົງ​ຮັກສາ​ໄວ້ໄດ້ຈິດໃຈ ​ແລະ ວັດທະນະທຳ ​ຂອງ​ ຊາວ ​ຫວຽດນາມ.

ນັກ​ສິລະ​ປິນ ບຸ່ຍກຸ໋ຍຟອງ ​ໃຫ້​ຮູ້​ວ່າ ສິລະ​ປະ​ແຕ້ມ​ໜ້າ​ກາກ ຕ່ວງ​ ແມ່ນ​ວິທີ ແຕ້ມຮູບ​ພື້ນ​ເມືອງ​ ທີ່ເປັນເອກະລັກ ສະເພາະ ​ຂອງ​ ຊາວ ຫວຽດນາມ, ​ແຕກ​ຕ່າງ​ກັບ​ການແຕ້ມຮູບ​ໜ້າ​ກາກ ​ລະຄອນລຳ ປະຈຳຊາດ ຂອງ ຈີນ ຫຼື ​ຮູບ​ແຕ້ມ​ໜ້າ​ກາກ ​ອື່ນໆ ​ຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນຢ່າງຂາດຂັ້ນ.

 

ນັກສິລະປິນ ບຸ່ຍກຸ໋ຍຟອງ  ກັບບັນດາໜ້າກາກ ທີ່ເປັນຜະລິດຕະພັນ ທີ່ມີຢູ່ໜຶ່ງດຽວ ຂອງຕົນ. ພາບ: ແທງຮ່ວາ/VNP

ນັກສິລະປິນ ບຸ່ຍກຸ໋ຍຟອງ ໃຫ້ຮູ້ວ່າ: “ໜ້າ​ກາກ​ ຕ່ວງ ຫວຽດ​ນາມ ​ໃຊ້​ພຽງ 5 ສີ ​ເທົ່າ​ນັ້ນ, ໃນ​ຂະ​ນະ​ທີ່​ໜ້າ​ກາກ ລະຄອນ ລຳ ປະຈຳຊາດ ​ຂອງ ​ຈີນ​ ​ຈະໃຊ້​ 8 -10 ສີ. ໃນການແຕ້ມຮູບ, ສິ້ນສ່ວນປະກອບ ແລະ ສີສັນ ຂອງ ໜ້າກາກ ລະຄອນ ລຳ ປະຈຳຊາດ ຂອງ ຈີນ ສາມາດປະສົມ ແລະ ຊ້ອນກັນໄດ້, ໃນຂະນະທີ່ໜ້າກາກ ຕ່ວງ ຈະມີສິ້ນສ່ວນປະກອບ ແລະ ສີສັນ ໄດ້ຖືກກໍານົດຢ່າງຈະແຈ້ງ”. 

ສິ່ງ​ທີ່​ໜ້າ​ສົນ​ໃຈ ໃນການແຕ້ມ​ໜ້າ​ກາກ ​ຂອງ​ ນັກສິລະປິນ ບຸ່ຍ​ກຸ໋ຍຟອງ ກໍຄື ທ່ານ​ ບໍ່ນຳໃຊ້ຮູບພາບ, ລວດລາຍທີ່ມີ ລັກສະນະ ດຸຮ້າຍ ເພື່ອການຕົກແຕ່ງ. ທ່ານ ຈະໃຊ້ແບບຕົກແຕ່ງ ທີ່ມີລັກສະນະ ມ່ວນຊື່ນສົດໃສ ແລະ ມີຄວາມໝາຍ ດ້ານມະນຸດສະທຳ, ເພາະວ່າທ່ານ ມີຄວາມຫວັງຢາກ ມຸ່ງສູ່ສິ່ງທີ່ຈົບງາມ ຊຶ່ງໃນນັ້ນ ຜູ້ຫຼິ້ນຈະມີຄວາມຮູ້ສຶກຮັກຫອມ, ສະຫງົບ ແລະ ບັນຈຸຫຼາຍສິ່ງຫຼາຍຢ່າງ ທີ່ຕັ້ງໜ້າໃນຊີວິດ.

 

ສະ​ຕູ​ດິີໂອ​ແຕ້ມ “ໜ້າ​ກາກ​ ແຫ່ງ​ເວ​ລາ” ແມ່ນ​ຈຸດ​ນັດ​ພົບ ​ທີ່​ນັກ​ທ່ອງ​ທ່ຽວນິຍົມ​ ເມື່ອ​ມາ​ເຖິງ​ຄຸ້ມເມືອງເກົ່າ ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP

ກວ່າ 40 ປີ​ ທີ່​ຜ່ານ​ມາ, ຈາກ​ສີມື ທີ່​ມີ​ພອນ​ສະຫວັນ ​ຂອງ​ນັກ​ສິລະ​ປິນ ບຸ່ຍ​ກຸ໋ຍ​ຟອງ, ໜ້າ​ກາກ​ນັບຫຼາຍ​ພັນອັນ​ໄດ້​ກຳ​ເນີດ, ບໍ່​ມີອັນໃດ ຄືກັບອັນໃດ, ໜ້າ​ກາກ​ ແຕ່​ລະ​ອັນແມ່ນ​ຜະລິດ​ຕະພັນ ​ທີ່​ມີ​ຢູ່ໜຶ່ງດຽວ, ຊຶ່ງແມ່ນເລື່ອງລາວ ມີຄວາມໝາຍ​ດ້ານມະນຸດສະທຳ ​ແລະ ​ດີ​ງາມ ທີ່​ຜູ້​ສ້າງ ຢາກ​ສົ່ງເຖິງ​ຜູ້​ຫຼິ້ນວ່າ​ ນັບມື້ນັບມີຫຼາຍຄົນ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບມໍລະດົກ, ທຳມະຊາດ, ວັດທະນະທຳ ແລະ ຜູ້ຄົນ ຂອງ ແຖບດິນ ກວາງ ຂອງຕົນ. 

ບົດ: ແທງຮ່ວາ - ພາບ: ແທງຮ່ວາ ແລະ ເອກະສານ - ແປໂດຍ: ບິກລຽນ


Top