ໂຮ້ຍອານ - ນະຄອນສ້າງສັນຂອງ UNESCO

ໂຮ້ຍອານ - ນະຄອນສ້າງສັນຂອງ UNESCO

ມໍ​ລະ​ດົກ ​ວັດ​ທະ​ນະ​ທຳ​ໂລກ ໂຮ້ຍອານ - ນະ​ຄອນ​ສ້າງ​ສັນຂອງ ອົງການ UNESCO. ພາບ: ແທງຮ່ວາ/VNP

ວັນ​ທີ 31 ຕຸລາ 2023, ກອງ​ເລຂາ​ເຄືອ​ຂ່າຍ​ນະຄອນ​ສ້າງສັນ​ຂອງ ອົງການ UNESCO​ ໄດ້​ຢັ້ງຢືນນະຄອນ ໂຮ້ຍອານ​ ຈະເປັນຜູ້ຕາງໜ້າ​ໃຫ້ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ຂອງ​ເຄືອ​ຂ່າຍ​ນະຄອນສ້າງສັນ ທ່ົວໂລກຂອງອົງການ UNESCO ​ໃນ​ຂົງ​ເຂດ​ຫັດຖະກຳ ​ແລະ ສິລະ​ປະ​ພື້ນ​ເມືອງ. ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຄວາມ​ພາກພູມ​ໃຈ​ຂອງ​ ຊາວນະຄອນ ​ໂຮ້ຍອານ ​ໂດຍ​ສະ​ເພາະ ​ແລະ ກວາງ​ນາມ, ​ ຫວຽດນາມ ​ເວົ້າ​ລວມ.

ຫັດຖະກຳ ແລະ ສິລະປະພື້ນເມືອງແມ່ນກຳລັງແຮງອັນພົ້ນເດັ່ນ ແລະ ແມ່ນຂົງເຂດທີ່ ໂຮ້ຍອານ ໄດ້ອະນຸລັກຮັກສາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນໃນໄລຍະຫຼັງໆ ມານີ້. ປັດຈຸ​ບັນ, ນະຄອນ​ມີ 5 ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ ມີ​ເກືອບ 50 ອາຊີບ​ຫັດຖະກຳ​ທີ່​ພວມເຄື່ອນ​ໄຫວ​ຄື: ຊ່າງ​ໄມ້, ​ເຮັດເຄື່ອງປັ້ນດິນ​ເຜົາ, ​ເຮັດ​ໂຄມ​ໄຟ, ຕັດຫຍິບ, ​ເຮັດ​ເຄື່ອງໜັງ... ໃນນັ້ນ ມີ 03 ໝູ່​ບ້ານອາຊີບ​ຫັດຖະກຳ ​ແລະ 01 ອາຊີບຫັດຖະກຳ​ພື້ນ​ເມືອງ​ທີ່​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນມໍລະດົກ ທ່ີເປັນນາມມະທໍາ ​ຂອງ​ຊາດ ແລະ 02 ໝູ່ບ້ານອາຊີບຫັດຖະກໍາກໍາລັງກະກຽມເອກະສານເພື່ອສະເໜີການຮັບຮອງ.

ໂຮ້ຍອານ ໄດ້ຮັບການຮັບຮອງເປັນນະຄອນສ້າງສັນໂລກຂອງ ອົງການ UNESCO ໃນຂົງເຂດຫັດຖະກຳ ແລະ ສິລະປະພື້ນເມືອງ. ພາບ: ເອກະສານ

ຊາວເມືອງ ໂຮ້ຍອານ ຈໍານວນຫຼວງຫຼາຍ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຫັດຖະກໍາ ແລະ ສິລະປະພື້ນເມືອງຢ່າງເປັນທາງການ ຫຼື ບໍ່ເປັນທາງການ, ໃນນັ້ນມີກຸ່ມ: ຄົນງານອິດສະລະ ແລະ ຜະລິດ, ດໍາເນີນທຸລະກິດ ຫັດຖະກໍາ; ກຸ່ມ​ນັກ​ສິລະ​ປິນ ​ແລະ ບຸກຄົນ​ທີ່​ຂຶ້ນ​ກັບ​ສະມາຄົມ​ອາຊີບ, ດຳ​ເນີນ​ບັນດາ​ວຽກ​ງານ​ຫັດຖະກຳ​ສ້າງສັນ; ກຸ່ມທີ່ເຫຼືອ ປະກອບມີບັນດາວິສາຫະກິດ ແລະນັກທຸລະກິດ ເຄື່ອນໄຫວໃນຂະແໜງຫັດຖະກຳ ແລະ ສິລະປະພື້ນເມືອງ. ປັດຈຸ​ບັນ, ນະຄອນ​ມີ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ 658 ​ແຫ່ງ, ມີ 1.710 ຄອບຄົວ​ດຳ​ເນີນ​ທຸລະ​ກິດ​ດ້ານ​ຫັດຖະກຳ ​ແລະ ສິລະ​ປະ​ພື້ນ​ເມືອງ. ຄາດ​​ວ່າມີ​ຄົນ​ງານ​ໂດຍ​ກົງ​ປະມານ 4000 ຄົນ​ມີ​ລາຍ​ຮັບ​ສະ​ເລ່ຍ​ແຕ່ 3.500 - 4.000 ໂດລາສະຫະລັດຕໍ່ປີ ຈາກ​ອາຊີບ​ຫັດຖະກຳ ​ແລະ ສິລະ​ປະ​ພື້ນ​ເມືອງ.

ປະຈຸ​ບັນ, ​ໂຮ້ຍອານ ​ມີ 5 ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ​ທີ່​ມີອາຊີບ​ຫັດຖະກຳ​ເກືອບ 50 ​ຢ່າງ. ພາບ: ແທງຮ່ວາ/VNP

ໂຮ້ຍອານ - ນະຄອນສ້າງສັນຂອງອົງການ UNESCO ບໍ່ພຽງແຕ່ແມ່ນນາມມະຍົດເທົ່ານັ້ນ, ຫາກຍັງແມ່ນເປົ້າໝາຍສູ້ຊົນ, ປະຕິບັດບັນດາຄຳໝັ້ນສັນຍາ ແລະ ນຳມາເຊິ່ງຄຸນຄ່າ ແລະ ຜົນປະໂຫຍດໃຫ້ແກ່ປະຊາຄົມ. ຄຽງ​ຄູ່​ກັບ​ການ​ສືບ​ຕໍ່ບັນດາການເຄື່ອນ​ໄຫວ​ອະນຸລັກ​ຮັກສາ ​ແລະ ຊຸກຍູ້​ຂະ​ແໜງ​ຫັດຖະກຳ ​ແລະ ສິລະ​ປະ​ພື້ນ​ເມືອງ​ແລ້ວ, ໂຮ້ຍອານຍັງ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມຄື: ​ໂຄງການ​ອາຊີບຊ່າງ​ໄມ້ ກິມບົ່ງ - ສົ່ງເສີມປະດິດສ້າງ, ບຳລຸງ​ສ້າງ​ຜູ້​ມີ​ພອນ​ສະຫວັນ​ດ້ານ​ປະດິດ​ສ້າງລຸ້ນໜຸ່ມ, ຄວາມຄິດສ້າງສັນໂຮ້ຍອານ​ໃນ​ພື້ນທ່ີດີຈີ​ຕອນ ​ແລະ ຂໍ້​ລິ​ເລີ່ມ​ ມີລັກສະນະສາກົນເຊັ່ນ: ງານ​ມະ​ໂຫລານ​ສິ​ລະ​ປະ​ພື້ນ​ເມືອງ​ສາ​ກົນ, ງານ​ບຸນ​ໂຄມ​ໄຟ​ສາ​ກົນ, ຫຼັງເຮືອນປະ​ດິດ​ສ້າງ ໂຮ້ຍອານ. ພ້ອມ​ກັນ​ນັ້ນ, ນະຄອນ​ຈະ​ສ້າງ​ເງື່ອນ​ໄຂ ​ແລະ ຊຸກຍູ້​ການ​ພັດທະນາ, ​ຫົວຄິດ​ປະດິດ​ສ້າງ​ໃນ​ຂົງ​ເຂດ​ອື່ນໆ; ເຊື່ອມຕໍ່, ພົບປະແລກປ່ຽນປະສົບການກັບສະມາຊິກອື່ນໆ ຢູ່ພາຍໃນແລະນອກເຄືອຂ່າຍ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂະຫຍາຍ​ເຄືອ​ຂ່າຍ...

 

ໃນນັ້ນ ມີ​ອາຊີບ​ຫັດຖະກຳ​ພື້ນ​ເມືອງ​ທີ່​ມີ​ຊື່​ສຽງ​ຫຼາຍ​ຢ່າງ​ຄື: ອາຊີບຊ່າງ​ໄມ້, ອາຊີບຜະລິດ​ເຄື່ອງປັ້ນດິນ​ເຜົາ, ​ອາຊີບເຮັດ​ຫົວ​ສິງໂຕ... ພາບ: ແທງຮ່ວາ ແລະ ເອກະສານ

ການອະນຸລັກຮັກສາຫຼາຍອາຊີບພື້ນເມືອງບໍ່ພຽງແຕ່ຊ່ວຍໃຫ້ ໂຮ້ຍອານ ຮັກສາບັນດາຄຸນຄ່າວັດທະນະທຳ, ປະຫວັດສາດເທົ່ານັ້ນ, ຫາກຍັງສ້າງແຮງຈູງໃຈໃຫ້ປະຊາຊົນມີຫົວຄິດປະດິດສ້າງ ແລະ ປະກອບອາຊີບນຳອີກ. ພາບ: ແທງຮ່ວາ ແລະ ເອກະສານ 

ຊາວ ໂຮ້ຍອານ ຊົມເຊີຍຂ່າວດີ ທີ່ໄດ້ຮັບຮອງເປັນນະຄອນສ້າງສັນທົ່ວໂລກຂອງອົງການ UNESCO. ພາບ: ເອກະສານ

 

ເຄືອ​ຂ່າຍ​ບັນດານະຄອນ​ສ້າງສັນ​ຂອງອົງການ UNESCO​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2004 ດ້ວຍ​ເປົ້າ​ໝາຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ນະຄອນ​ໄດ້​ຮັບ​ການ​ຮັບ​ຮອງເປັນນະຄອນສ້າງສັນ, ຖື​ວ່າ​ນີ້​ແມ່ນປັດໄຈ​ຍຸດ​ທະ​ສາດ​ຮັບໃຊ້​ການພັດທະນາ​ແບບ​ຍືນ​ຍົງ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ. ມາຮອດເດືອນຕຸລາ 2022, ເຄືອຂ່າຍນະຄອນສ້າງສັນຂອງອົງການ UNESCO ມີ 295 ນະຄອນ ທ່ີເປັນສະມາຊິກ ຈາກ 90 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີ 59 ນະຄອນເຄື່ອນໄຫວໃນຂົງເຂດຫັດຖະກຳ ແລະ ສິລະປະພື້ນເມືອງ.

 

  • ບົດ ແລະ ພາບ: VNP/ແທງຮວ່າ - ແປໂດຍ: ຢືຟຽນ
  •  

Top