ວັດ ໂອຈູມ ເຂົ້າສູ່ງານບຸນ

ວັດ ໂອຈູມ ເຂົ້າສູ່ງານບຸນ

 

ກ່ອນວັນບຸນ ອ໋ອກອອມບອັກ (ພິທີໄຫວ້ພະຈັນ), ປະຊາຄົມຊາວເຜົ່າ ຂະແມ ຢູ່ບ້ານ ຫວິ໊ງແທງ, ຕາແສງ ຫວິ໊ງເກີ໋ວ, ເທດ ສະບານ ຫງ໊ານໍາ, ແຂວງ ຊອັກຈັງ ໄດ້ພາກັນ ມາເຕົ້າໂຮມຢູ່ວັດ ໂອຈູມ ອາຣາມ ເປີເຣັກ ເຈັກ (ຫຼື ວັດ ໂອຈູມ) ເພື່ອຕໍ່ເຮືອ ແລະ ຝືກຊ້ອມ ກະກຽມຈັດງານບຸນ ຊ່ວງເຮືອ ແກງໍ (ເຮືອ) ປະເພນີ ປະຈຳປີ. 


ຄົ້ນພົບອາຊີບຕໍ່ເຮືອ ແກງໍ ຂອງ ຊາວເຜົ່າ ຂະແມ

ເຮືອ ແກງໍ ມີຄວາມສະໜິດຕິດພັນ ກັບຊີວິດປະຈຳວັນ ຂອງ ຊາວເຜົ່າ ຂະແມ ຢູ່ເຂດແມ່ນ້ຳລຳເຊ ມາແຕ່ດົນນານ ແລະ ຍ້ອນເຫດຜົນນັ້ນ ອາຊີບຕໍ່ເຮືອ ແກງໍ ຈຶ່ງພັດທະນາ ໄປຄຽງຄູ່ ກັບຄວາມຕ້ອງການຂອງປະຊາຊົນ. ພິ​ເສດ, ກ່ອນ​ວັນ​ບຸນ ອ໋ອກ ອອມບອັກ, ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ໃຫຍ່ທີ່ສຸດ​ ຂອງ​ຊາວ​ເຜົ່າ​ຂະ​ແມ​ ໃນ​ປີ, ຈັດ​ຂຶ້ນ​ໃນ​ວັນເພັງ ເດືອນ 10 (ຕາມ​ຈັນທະ​ປະຕິທິນ), ທ່າມກາງບັນຍາກາດສ້ອມ​ແປງ, ຕໍ່ເຮືອ ແກງໍ ໃໝ່​ຂອງ​ຊາວ​ເຜົ່າ ​ຂະ​ແມ ກັບມາ​ຟົດຄື້ນ ອີກຄັ້ງໜຶ່ງ.

ໃນໂອກາດນີ້, ບັນດານາຍຊ່າງມືອາຊີບ ເຜົ່າ ຂະແມ ຢູ່ທ້ອງຖິ່ນ ໄດ້ພ້ອມກັບ ບັນດາພະສົງ ຂອງ ວັດ ໂອຈູມ ໄດ້ພ້ອມພຽງກັນ ຕໍ່ເຮືອ ແກງໍ ລຳໃໝ່ ໃຫ້ທີມແຂ່ງ ແກງໍ ທັງຊາຍ ແລະຍິງ. ເຮືອ ແກງໍ ມີ​ຮູບ​ ຄ້າຍ​ຄື​ ພະຍານາກ, ​ລຳຕົວສ້ວຍ, ອຽງໄປທາງໜ້າ, ສ່ວນຫົວໂຄ້ງ ແລະ ແຫຼມ. ເຮືອ ແກງໍ ລວມມີຫຼາຍຊ່ວງ, ໃນແຕ່ລະຊ່ວງ ປະກອບດ້ວຍ ບັນດາແຜ່ນໄມ້ ຍາວ 1,2 ມ ພໍເປັນບ່ອນນັ່ງ ໃຫ້ສີພາຍສອງຄົນນັ່ງ ເປັນຄູ່ຂະໜານກັນ ຢ່າງສະບາຍ.  


ຊາວ​ເຜົ່າ ຂະ​ແມ ​ຖື​ວ່າ ​ເຮືອ ແກງໍ ​​ແມ່ນ​ສິ່ງສັກສິດ, ສະ​ນັ້ນ ກ່ອນ​ຈະ​ນຳ ເຮືອແກງໍ ລຳໃໝ່​ເຂົ້າສູ່ການ​ຝຶກ​ຊ້ອມ ​ແລະ ແຂ່ງຂັນ ​ຈະ​ຕ້ອງ​ເຮັດ​ພິທີ​ປ່ອຍ ເຮືອແກງໍ ລົງນໍ້າ ເພື່ອ​ຂໍ​ເທວະດາຟ້າແຖນ ຈົ່ງຊ່ວຍເຫຼືອທີມ ແກງໍ ຍາດໄດ້ໄຊຊະນະ. ພິທີ​ດັ່ງ ກ່າວ​ມີການເຂົ້າຮ່ວມ ຂອງ ພະສົງ, ນັກກິລາ ພາຍໃນທີມ ພ້ອມດ້ວຍ ປະຊາຊົນ ໃນໝູ່ບ້ານ.

ຮູບແບບການຕົກແຕ່ງທີ່ເປັນເອກະລັກ ຢູ່ພາຍນອກຂອງເຮືອ ແກງໍ ມັກມີສັນຍາລັກ ແລະ ສີສັນທີ່ສົດໃສ, ເປັນສັນຍາລັກ ຂອງ ຄວາມເຂັ້ມແຂງ, ພາຍໄດ້ໄວ ແລະ ຍາດເອົາໄຊຊະນະ.

ຕັ້ງໜ້າຝຶກຊ້ອມ​ ​ໃຫ້​ງານ​ບຸນ ອ໋ອກອອມບອັກ

ຮູບພາບວັດ ໂອຈູມ ອາຣາມ ເປີເຣັດ ຫຼື ວັດ ໂອຈູມ ຕັ້ງຢູ່ບ້ານ ຫວິ໊ງແທງ, ຕາແສງ ຫວິ໊ງເກີ໋ວ, ເທດສະບານ ຫງ໊ານຳ, ແຂວງ ຊອັກຈັງ ເບິ່ງຈາກມຸມສູງ. 

ເປັນ​ທີ່​ຮູ້​ກັນ​ວ່າ, ວັດ ​ໂອ​ຈູມ​ ເປັນ​ວັດ ທີ່​ມີ​ມູນເຊື້ອ ​ແລະ ​ຜົນງານ​ ໃນ​ການ​ແຂ່ງເຮືອ ແກງໍ​ ຢູ່ທ້ອງຖິ່ນ. ວັດມີ ສອງທີມ, ທີມ ແກງໍ ຊາຍ ໄດ້ຮັບການສ້າງຕັ້ງເມື່ອປີ 2005, ທີມ ແກງງໍ ຍິງໄດ້ຮັບການສ້າງຕັ້ງເມື່ອປີ 2017. ທັງສອງທີມ ລ້ວນແຕ່ ໄດ້ເຂົ້າຮ່ວມບຸນຊ່ວງເຮືອ ແກງໍ ປະເພນີ ປະຈຳປີ ຂອງ ແຂວງ ຊອັກຈັງ ກໍຄືເຂົ້າຮ່ວມການແຂ່ງຂັນຈຳນວນໜຶ່ງ ທີ່ຈັດຂຶ້ນຢູ່ບັນດາເຂດໃກ້ຄຽງ. 

ສິ່ງ​ທີ່​ພິ​ເສດ ​ແມ່ນ​ທີມແຂ່ງ​ ແກງໍ ຍິງ ວັດໂອຈູມ ກໍາລັງ ເປັນຜູ້ ຄອງຊະນະເລີດ ​ລາງວັນຊ່ວງ ແກງໍ ເປີດກວ້າງ ແຂວງ ຊອັກຈັງ ປີ 2023, ເພາະສະ​ນັ້ນ ​ບັນ​ດາ​ນັກ​ກິ​ລາ​ຍິງ ໄດ້ຕັ້ງໜ້າ​ຝຶກຊ້ອມ ແລະ ຕັ້ງ​ໃຈ​ຮັກ​ສາ​ຕຳ​ແໜ່ງ​ ແຊ້ມ. ທຸກໆ ຕອນບ່າຍ ເວລາ 14ໂມງ, ບັນດານັກກິລາຍິງ ຈະມາເຕົ້າໂຮມກັນຝຶກຊ້ອມ ຢູ່ຝັ່ງ ແມ່ນ້ຳ ຢູ່ຕໍ່ໜ້າວັດ ໂອຈູມ. ເຂົາເຈົ້າ ຝຶກຊ້ອມກັບເຮືອ ແກງໍ ຈຳລອງ ກ່ອນຈະຝຶກຊ້ອມກັບເຮືອ ແກງໍ ແທ້. ຮູບ​ພາບ​ບັນດາ​ຍິງສາວ ​ຊາວ​ເຜົ່າ ຂະ​ແມ ​ໃສ່​ກຸບໄມ້ ຕັ້ງໜ້າ​ຝຶກ​ຊ້ອມ ​ບໍ່​ວ່າ​ຝົນຈະຕົກ ແດດຈະກ້າ, ຈໍ້າໄມ້ພາຍໃຫ້ສະເໝີ ຈົນນໍ້າພົ້ງກະຈາຍ, ສ້າງບັນຍາກາດຟົດຟື້ນ ໄປທ່ົວແມ່ນໍ້າ ຕອນໜຶ່ງ ໄດ້ຮັບການຮັກແພງ, ສະໜັບສະໜູນ ແລະ ໃຫ້ກຳລັງໃຈ ຈາກ ພໍ່ແມ່ປະຊາຊົນ ໃນທ້ອງຖິ່ນ. 


 ສ່ວນທີມຊາຍ ຈະຝຶກຊ້ອມໃນເວລາຕໍ່ມາ ຄື 17ໂມງ, ກ່ອນໜ້ານັ້ນ, ເຂົາເຈົ້າໄດ້ອຸ່ນເຄື່ອງຢ່າງໜັກ ດ້ວຍການ ຍົກນໍ້າໜັກ ແລະ ອອກກຳລັງກາຍຢູ່ເດີ່ນວັດ. ນອກ​ເວລາ​ເຮັດ​ວຽກ, ​ເຂົາ​ເຈົ້າ​ໄດ້​ພະຍາຍາມ ​ຝຶກແອບ, ເພາະ​ຄວາມສຸກ ​ແລະ ຄວາມ​ພາກພູມ​ໃຈ​ຂອງເຂົາເຈົ້າ ແມ່ນ​ໄດ້​ປະກອບສ່ວນ​ ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ກິລາ​ຂອງ​ທ້ອງ​ຖິ່ນ.

ທີມ​ແຂ່ງເຮືອ ແກງໍ ຍິງ ວັດ ໂອ​ຈູມ​ ກໍາລັງເປັນຜູ້ຄອງ ຊະນະເລີດ ລາງວັນແຂ່ງເຮືອ ແກງໍ ຂອງ ແຂວງ ຊອັກຈັງ.

ວັດໂອຈຸມ ມີອາຍຸ 2 ສັດຕະວັດ, ຫາກໍ່ໄດ້ສ້າງໃໝ່ ແລະ ສະຫຼອງຄວາມສຳເລັດຫ້ອງໂຖງໃຫຍ່ໃນຕົ້ນປີ 2023. ປະຈຸບັນນີ້, ທາງວັດ ພວມສືບຕໍ່ເຮັດໃຫ້ສຳເລັດກິດຈະການສຳຮອງ, ເດີ່ນວັດ, ຮົ້ວ;  ບັນດາພື້ນຖານໂຄງລ່າງອື່ນໆເຊັ່ນ: ຖະໜົນຫົນທາງ, ຂົວ, ຄອງໃນທ້ອງຖີ່ນ ນັບມື້ນັບກວ້າງຂວາງ ແລະ ໜັກແໜ້ນ, ປະກອບສ່ວນເຂົ້າໃນການຫັນປ່ຽນໂສມໜ້າຊົນນະບົດໃໝ່ຂອງທ້ອງຖິ່ນ.

ບົດ: ເຊີນເງ້ຍ -​ ພາບ: ຫງວຽນລວນ - ແປໂດຍ: ບິກລຽນ


Top