ປະທັບໃຈຕະຫຼາດນໍ້າ ຫງາ໊ນຳ

ປະທັບໃຈຕະຫຼາດນໍ້າ ຫງາ໊ນຳ

ຕະຫຼາດ​​ນ້ຳ​ ຫງາ໊ນຳ ຢູ່​ບ້ານເລກ 1, ເທດສະບານ ຫງາ໊ນຳ, ແຂວງ ​ຊອັກຈັງ ເບິ່ງມາ​ຈາກ​​ມຸມສູງ.

ຕະຫຼາດເທິງແມ່ນ້ຳ ແມ່ນສັນຍະລັກພິເສດ ດ້ານວັດທະນະທຳ ຂອງ ເຂດແມ່ນ້ຳພາກຕາເວັນຕົກສ່ຽງໃຕ້, ປັດຈຸບັນ, ເຖິງວ່າ ຮູບພາບ “ການຄ້າຂາຍເທິງທ່າ ເທິງເຮືອ” ທີ່ຄຸ້ນເຄີຍນັ້ນ ຈະຄ່ອຍໆ ຫາຍໄປ ຍ້ອນທ່າອ່ຽງ ຂອງ ການດຳລົງຊີວິດ, ບັນຍາ ກາດບໍ່ຟົດຟື້ນຄືເກົ່າ, ແຕ່ຄວາມສຳຄັນ ຂອງຕະຫຼາດເທິງໜ້ານ້ຳ ຍັງຄົງຢູ່ຄຽງຄູ່ກັບການລ່ອງເຮືອໄປມາ ເພື່ອຮັບໃຊ້ຊີວິດການເປັນຢູ່ ຂອງປະຊາຊົນ ແລະ ພະລັງຊີວິດ ​ຂອງ​ຕະຫຼາດ​ນໍ້າ ຫງ໊ານຳ ​ແຂວງ ຊອັກຈັງ ​ແມ່ນ​ຍັງ​ຄຶກຄື້ນຄືເກົ່າ ພ້ອມກັບແມ່ນໍ້າ ຫງ໊ານຳ. 


ຕະຫຼາດ​ນໍ້າ ຫງ໊ານຳ ຂຶ້ນກັບເທດສະບານ ຫງ໊ານຳ, ແຂວງ ຊອັກຈັງ ເປັນ​ຊື່​ເອີ້ນທີ່​ຄຸ້ນ​ເຄີຍ ​ຂອງຕະຫຼາດ​ນໍ້າ ຢູ່​ຫ້າ​ແຍກ​ຂອງ ແມ່ ນໍ້າ- ຈຸດຕັດກັນຂອງ​ແມ່​ນ້ຳ 5 ສາຍແຍກ​ໄປ 5 ທິດ​ຄື: ຫວິ໊ງເກີຍ, ແທັກ ຈີ້ (ແຂວງ ຊອັກຈັງ), ລອງ​ໝີ, ຟຸ້ງ​ຮ້ຽບ (ແຂວງ ເຫົ້າ​ຢາງ) ແລະ ກ່າ​ເມົາ. ຕະຫຼາດ​ນໍ້າ ຫງ໊ານຳ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ເທິງໜ້ານ້ຳ ​ທີ່​ເກົ່າ​ແກ່​ທີ່​ສຸດ ​ແລະ ຫາ​ຍາກ​ທີ່​ຍັງ​ຄົງ​ມີ​ຢູ່​ພາກ​ຕາ​ເວັນ​ຕົກ. ນີ້​ຖືວ່າ ແມ່ນຕະ​ຫຼາດນໍ້າ “ດັ່ງເດີມຂອງພາກຕາ​ເວັນ​ຕົກ​” ເມື່ອຍັງ​ຄົງ​ຮັກ​ສາ​ລັກ​ສະ​ນະ​ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊີ​ວິດການເປັນຢູ່​ເທິງແມ່​ນ້ຳ​ ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.


ຖ້າ​ເມື່ອ​ກ່ອນ ​ຖືຕະຫຼາດ​ນ້ຳ ​ເປັນ​ການ​ຄ້າຂາຍ​ຕົ້ນຕໍ​ ຂອງ​ ເທດ ສະບານແຫ່ງນີ້, ນັບ​ແຕ່​ມີ​ການ​ພັດທະນາ​ ລະບົບ​ຄົມມະນາຄົມ​ຂົນ​ສົ່ງ ທາງ​ບົກ ໃນທ້ອງ​ຖິ່ນ, ​ກໍ່ຄືພາຍຫຼັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ - 19, ຊາວ​ທ້ອງ​ຖິ່ນ​ກໍ​່ຄ່ອຍໆ​ ຍ້າຍໄປ​ຕະຫຼາດ​ຂາຍ​ສົ່ງ​ ຫງ໊ານໍາ ຕິດກັບຝັ່ງແມ່ນໍ້າ ເພື່ອການແລກ ປ່ຽນຄ້າຂາຍໄດ້ສະດວກກວ່າ. ປັດຈຸ​ບັນ, ການຄ້າຂາຍຕົ້ນຕໍຂອງ ​ຕະຫຼາດ​ແຫ່ງນີ້ ​ສ່ວນຫຼາຍແມ່ນ​ຂົນ​ສົ່ງ​ຜະລິດ​ຕະພັນ​ກະ​ເສດ​ ໄປ​ຕະຫຼາດ​ຂາຍ​ສົ່ງ ຫຼື​ ຮັບໃຊ້ຂົນສົ່ງ​ປະຊາຊົນ ​ແລະ ​ນັກ ຮຽນ​ຂ້າມແມ່ນໍ້າ. 

ນອກຈາກ​ນັ້ນ, ຍັງ​ມີເຮືອ​ແພຫຼາຍລຳ ນຳເຄື່ອງໃຊ້ທ່ີຈໍາເປັນ ເຊັ່ນ: ​ສະບຽງອາຫານ, ກາ​ເຟ, ​ເຄື່ອງ​ດື່ມ, ອາຫານ​ຫວ່າງ​ໄປຂາຍໃຫ້​ບັນດາ​ຄອບຄົວ​ ທີ່​ດຳລົງ​ຊີວິດ​ຢູ່​ລຽບ​ແຄມ​ແມ່ນ້ຳ. ຢູ່​ ຫງ໊ານໍາ ​ຍັງ​ມີ​ເຮືອຫຼາຍລໍາ ຮັບໃຊ້ບໍລິການ​ນັກ​ທ່ອງ​ທ່ຽວ, ຂົນ​ສົ່ງ​ຜູ້​ໂດຍສານ​ໄປ​ທ່ອງ​ທ່ຽວ, ຢ້ຽມຊົມຊີວິດ​ການເປັນຢູ່ ປະຈຳ​ວັນ​ຂອງ​ ປະຊາຊົນ​ຢູ່​ເຂດ​ແມ່​ນ້ຳ, ຊີມ​ອາຫານ​ ຢູ່​ແຄມ​ນ້ຳ ຫຼື ​ໄປ​ຊົມ​ໜອງ​ບົວ​ທຳ​ມະ​ຊາດ ຫ່າງຈາກນັ້ນ ​ປະມານ 1 ກມ. ທ່ານ​ນາງ ທູ​ເຟືອງ, ​ຜູ້ທີ່ທຳອາຊີບ ຂັບເຮືອ ນຳສົ່ງແຂກຂ້າມແມ່ນໍ້າ ຢູ່​ຕະ ຫຼາດ​ນ້ຳ ​ຫງ໊ານຳ ມາ​ເປັນ​ເວລາ 30 ກວ່າ​ປີ ​​ໃຫ້​ຮູ້​ວ່າ: “​ໃນ​ເມື່ອ​ກ່ອນ, ຕະຫຼາດ​ເປີດ​ແຕ່ເຊົ້າໆ, ສຽງ​ຄົນ​ຮ້ອງ​​ ແລະ​ ຂາຍ​ເຄື່ອງ​ແມ່ນ​ຟົດຟື້ນ ໄປທົ່ວເຂດແມ່ນໍ້າ ແຫ່ງນີ້, ດຽວນີ້ ລູກຄ້າມາຊ້າ ປະມານ 7-8 ໂມງເຊົ້າ ກໍ່ຍັງເຫັນຕະຫຼາດເປີດຢູ່”.



ນັ່ງດື່ມ ກາເຟ ຢູ່ຮ້ານນ້ອຍໆ ຂ້າງຕະຫຼາດນໍ້າ ຫງ໊ານຳ, ພວກຂ້າ ພະເຈົ້າ ມີໂອກາດໄດ້ຟັງທ່ານ ດວ່ານວັນເວືອງ, ອາຍຸ 74 ປີ, ເປັນຊາວທ້ອງຖິ່ນ ໃຫ້ຮູ້ວ່າ ທຸກໆ ເຊົ້າມາດື່ມກາເຟ ຢູ່ຮ້ານແຫ່ງ ນີ້, ນັ່ງຢູ່ແຄມແມ່ນ້ຳ “ຮັບ” ສາຍລົມເຢັນໆ ພັດມາຈາກແມ່ນໍ້າ, ເບິ່ງປະຊາຊົນ ຄ້າຂາຍຢູ່ຕະຫຼາດ, ເວລາກິນເຂົ້າເຊົ້າ ກໍ່ສາມາດສັ່ງເຂົ້າປຸ້ນ, ເຝີ ກະດູກໝູ ຫຼື ເຝີ ເຄື່ອງທະເລ ຈາກແມ່ຄ້າ ພາຍເຮືອເລາະຂາຍ ເທິງແມ່ນໍ້າ.

ປັດຈຸ​ບັນ, ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ໃນ​ເທດສະບານ ​ນັບ​ມື້​ນັບ​ດີ​ຂຶ້ນ, ລະບົບ​ຕະຫຼາດ​ຂາຍເຄື່ອງກະສິກຳ ​ຫງ໊ານຳ (​ເທດ ສະບານ ຫງ໊ານຳ) ຫຼື ຕະຫຼາດ​ພື້ນ​ເມືອງ​ເຂດ 1, ​ເທດສະບານ ​ຫງ໊ານຳ ທີ່​ຕັ້ງ​ຢູ່​ຂ້າງ​ຕະຫຼາດ​ນໍ້າ ຫງ໊ານໍາ ຍາມໃດກໍ່ມີ​ຄວາມ​ຟົດ​ຟື້ນ, ຄ່ອຍໆ ​ປ່ຽນ​ແທນ​ການ​ຊື້​ຂາຍ​ສິນ​ຄ້າ​ ຕະຫຼາດນໍ້າ ຫງ໊ານຳ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຈຸດພິເສດສະເພາະຂອງ “ການຄ້າຂາຍເທິງທ່າ - ເທິງເຮືອ” ຢູ່ຕະຫຼາດນຳ້ ແຫ່ງນີ້ ຍັງ​ຄົງ​ຮັກສາ​ໄດ້​ຕາມ​ການ​ເວລາ, ​ໂດຍມີຄື້ນຊັດເຂົ້າຝັ່ງ ເມື່ອມີ​ເຮືອ​ໃຫຍ່ ແລ່ນ​ຜ່ານ​ຕະ ຫຼາດ​ນໍ້າ ຫງ໊ານຳ ແຫ່ງນີ້.


ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ

Top