ຕະຫຼາດເທິງແມ່ນ້ຳ ແມ່ນສັນຍະລັກພິເສດ ດ້ານວັດທະນະທຳ ຂອງ ເຂດແມ່ນ້ຳພາກຕາເວັນຕົກສ່ຽງໃຕ້, ປັດຈຸບັນ, ເຖິງວ່າ ຮູບພາບ “ການຄ້າຂາຍເທິງທ່າ ເທິງເຮືອ” ທີ່ຄຸ້ນເຄີຍນັ້ນ ຈະຄ່ອຍໆ ຫາຍໄປ ຍ້ອນທ່າອ່ຽງ ຂອງ ການດຳລົງຊີວິດ, ບັນຍາ ກາດບໍ່ຟົດຟື້ນຄືເກົ່າ, ແຕ່ຄວາມສຳຄັນ ຂອງຕະຫຼາດເທິງໜ້ານ້ຳ ຍັງຄົງຢູ່ຄຽງຄູ່ກັບການລ່ອງເຮືອໄປມາ ເພື່ອຮັບໃຊ້ຊີວິດການເປັນຢູ່ ຂອງປະຊາຊົນ ແລະ ພະລັງຊີວິດ ຂອງຕະຫຼາດນໍ້າ ຫງ໊ານຳ ແຂວງ ຊອັກຈັງ ແມ່ນຍັງຄຶກຄື້ນຄືເກົ່າ ພ້ອມກັບແມ່ນໍ້າ ຫງ໊ານຳ.
ຖ້າເມື່ອກ່ອນ ຖືຕະຫຼາດນ້ຳ ເປັນການຄ້າຂາຍຕົ້ນຕໍ ຂອງ ເທດ ສະບານແຫ່ງນີ້, ນັບແຕ່ມີການພັດທະນາ ລະບົບຄົມມະນາຄົມຂົນສົ່ງ ທາງບົກ ໃນທ້ອງຖິ່ນ, ກໍ່ຄືພາຍຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ - 19, ຊາວທ້ອງຖິ່ນກໍ່ຄ່ອຍໆ ຍ້າຍໄປຕະຫຼາດຂາຍສົ່ງ ຫງ໊ານໍາ ຕິດກັບຝັ່ງແມ່ນໍ້າ ເພື່ອການແລກ ປ່ຽນຄ້າຂາຍໄດ້ສະດວກກວ່າ. ປັດຈຸບັນ, ການຄ້າຂາຍຕົ້ນຕໍຂອງ ຕະຫຼາດແຫ່ງນີ້ ສ່ວນຫຼາຍແມ່ນຂົນສົ່ງຜະລິດຕະພັນກະເສດ ໄປຕະຫຼາດຂາຍສົ່ງ ຫຼື ຮັບໃຊ້ຂົນສົ່ງປະຊາຊົນ ແລະ ນັກ ຮຽນຂ້າມແມ່ນໍ້າ.
ນອກຈາກນັ້ນ, ຍັງມີເຮືອແພຫຼາຍລຳ ນຳເຄື່ອງໃຊ້ທ່ີຈໍາເປັນ ເຊັ່ນ: ສະບຽງອາຫານ, ກາເຟ, ເຄື່ອງດື່ມ, ອາຫານຫວ່າງ… ໄປຂາຍໃຫ້ບັນດາຄອບຄົວ ທີ່ດຳລົງຊີວິດຢູ່ລຽບແຄມແມ່ນ້ຳ. ຢູ່ ຫງ໊ານໍາ ຍັງມີເຮືອຫຼາຍລໍາ ຮັບໃຊ້ບໍລິການນັກທ່ອງທ່ຽວ, ຂົນສົ່ງຜູ້ໂດຍສານໄປທ່ອງທ່ຽວ, ຢ້ຽມຊົມຊີວິດການເປັນຢູ່ ປະຈຳວັນຂອງ ປະຊາຊົນຢູ່ເຂດແມ່ນ້ຳ, ຊີມອາຫານ ຢູ່ແຄມນ້ຳ ຫຼື ໄປຊົມໜອງບົວທຳມະຊາດ ຫ່າງຈາກນັ້ນ ປະມານ 1 ກມ. ທ່ານນາງ ທູເຟືອງ, ຜູ້ທີ່ທຳອາຊີບ ຂັບເຮືອ ນຳສົ່ງແຂກຂ້າມແມ່ນໍ້າ ຢູ່ຕະ ຫຼາດນ້ຳ ຫງ໊ານຳ ມາເປັນເວລາ 30 ກວ່າປີ ໃຫ້ຮູ້ວ່າ: “ໃນເມື່ອກ່ອນ, ຕະຫຼາດເປີດແຕ່ເຊົ້າໆ, ສຽງຄົນຮ້ອງ ແລະ ຂາຍເຄື່ອງແມ່ນຟົດຟື້ນ ໄປທົ່ວເຂດແມ່ນໍ້າ ແຫ່ງນີ້, ດຽວນີ້ ລູກຄ້າມາຊ້າ ປະມານ 7-8 ໂມງເຊົ້າ ກໍ່ຍັງເຫັນຕະຫຼາດເປີດຢູ່”.
ນັ່ງດື່ມ ກາເຟ ຢູ່ຮ້ານນ້ອຍໆ ຂ້າງຕະຫຼາດນໍ້າ ຫງ໊ານຳ, ພວກຂ້າ ພະເຈົ້າ ມີໂອກາດໄດ້ຟັງທ່ານ ດວ່ານວັນເວືອງ, ອາຍຸ 74 ປີ, ເປັນຊາວທ້ອງຖິ່ນ ໃຫ້ຮູ້ວ່າ ທຸກໆ ເຊົ້າມາດື່ມກາເຟ ຢູ່ຮ້ານແຫ່ງ ນີ້, ນັ່ງຢູ່ແຄມແມ່ນ້ຳ “ຮັບ” ສາຍລົມເຢັນໆ ພັດມາຈາກແມ່ນໍ້າ, ເບິ່ງປະຊາຊົນ ຄ້າຂາຍຢູ່ຕະຫຼາດ, ເວລາກິນເຂົ້າເຊົ້າ ກໍ່ສາມາດສັ່ງເຂົ້າປຸ້ນ, ເຝີ ກະດູກໝູ ຫຼື ເຝີ ເຄື່ອງທະເລ ຈາກແມ່ຄ້າ ພາຍເຮືອເລາະຂາຍ ເທິງແມ່ນໍ້າ.
ປັດຈຸບັນ, ຊີວິດການເປັນຢູ່ ຂອງປະຊາຊົນໃນເທດສະບານ ນັບມື້ນັບດີຂຶ້ນ, ລະບົບຕະຫຼາດຂາຍເຄື່ອງກະສິກຳ ຫງ໊ານຳ (ເທດ ສະບານ ຫງ໊ານຳ) ຫຼື ຕະຫຼາດພື້ນເມືອງເຂດ 1, ເທດສະບານ ຫງ໊ານຳ ທີ່ຕັ້ງຢູ່ຂ້າງຕະຫຼາດນໍ້າ ຫງ໊ານໍາ ຍາມໃດກໍ່ມີຄວາມຟົດຟື້ນ, ຄ່ອຍໆ ປ່ຽນແທນການຊື້ຂາຍສິນຄ້າ ຕະຫຼາດນໍ້າ ຫງ໊ານຳ. ເຖິງຢ່າງໃດກໍ່ຕາມ, ຈຸດພິເສດສະເພາະຂອງ “ການຄ້າຂາຍເທິງທ່າ - ເທິງເຮືອ” ຢູ່ຕະຫຼາດນຳ້ ແຫ່ງນີ້ ຍັງຄົງຮັກສາໄດ້ຕາມການເວລາ, ໂດຍມີຄື້ນຊັດເຂົ້າຝັ່ງ ເມື່ອມີເຮືອໃຫຍ່ ແລ່ນຜ່ານຕະ ຫຼາດນໍ້າ ຫງ໊ານຳ ແຫ່ງນີ້.
ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ