ລົດໄຟຟ້າ Metro ເລກ 1 ຄາດວ່າ ຈະໃຫ້ບໍລິການ ຊາວນະຄອນ ໂຮ່ຈີມິນ ໃນປີ 2024

ລົດໄຟຟ້າ Metro ເລກ 1 ຄາດວ່າ ຈະໃຫ້ບໍລິການ ຊາວນະຄອນ ໂຮ່ຈີມິນ ໃນປີ 2024

ມາຮອດທ້າຍເດືອນ ຕຸລາ 2023, ຄວາມຄືບໜ້າ ຂອງ ໂຄງການ ກໍ່ສ້າງລົດໄຟຟ້າໃຕ້ດິນ Metro ເລກ 1 ເບັ໋ນແທ່ງ-ຊວ໋ຍຕຽນ ໃນລະບົບເສັ້ນທາງລົດໄຟຕົວເມືອງ ນະ ຄອນ ໂຮ່ຈີມິນ ໄດ້ປະຕິບັດ ສໍາເລັດແລ້ວ ກວ່າ 96% ລາຍການທັງໝົດ, ຄາດວ່າ ໂຄງການດັ່ງກ່າວ ຈະຖືກນໍາເຂົ້າສູ່ການເຄື່ອນໄຫວ ໃນ ເດືອນ ກໍລະກົດ 2024.

ເສັ້ນທາງ Metro ເລກ 1 ມີຄວາມຍາວທັງໝົດ 19,7 ກມ, ໃນນັ້ນເສັ້ນທາງໃຕ້ດິນ ຍາວ 2,6 ກມ, ຜ່ານ 3 ສະຖານີ ແລະ ເສັ້ນທາງຍົກລະດັບ ຍາວ 17,1 ກມ ຜ່ານ 11 ສະ ຖານີ (ລວມທັງໝົດ 14 ສະຖານີ).

ເສັ້ນທາງ Metro ເລກ1 ມີຄວາມຍາວທັງໝົດ 19,7 ກມ, ໃນນັ້ນ ມີເສັ້ນທາງໃຕ້ດິນຍາວ 2,6 ກມ, ຜ່ານ 3 ສະຖານີ ແລະ ເສັ້ນທາງຍົກລະດັບ ມີຄວາມຍາວ 17,1 ກມ, ຜ່ານ 11 ສະຖານີ. (ທັງໝົດ ມີ 14 ສະຖານີ). ເຂດ Depot ເປັນບ່ອນບໍາລຸງຮັກສາ ແລະ ເຄື່ອນໄຫວ ຢູ່ຕາແສງ ລອງບິ່ງ, ນະຄອນ ຖູດຶກ. ເສັ້ນ​ທາງ​ນີ້ ​ມີຈຸເລີ່ມຕົ້ນ​ຈາກ ​ສະ​ຖາ​ນີ​ ເບັ໋ນ​ແທ່ງ, ຜ່ານໃຈກາງບັນດາເມືອງ 1, 3, 10, ບິ່ງແທັກ, ກໍ່ເວິບ ແລະ ຈຸດສຸດທ້າຍແມ່ນ ສະຖານີ ຊວ໋ຍຕຽນ (ເມືອງ ຖູດຶກ).

ອີງຕາມຂໍ້ມູນ ຈາກຄະນະຄຸ້ມຄອງ ທາງລົດໄຟ ຕົວເມືອງ ນະຄອນ​ໂຮ່ຈີ​ມິນ, ປັດຈຸ​ບັນ, ຂົວຍ່າງ​ຂ້າມ​ທາງ​ ທີ່​ເຊື່ອມ​ຕໍ່​ບັນດາ​ສະຖານີ​ ຍົກລະດັບ ຂອງ ເສັ້ນທາງ Metro ​ເລກ 1 ກັບ​ບັນດາສະຖານີ​ລົດ​ເມ​ ລຽບ​ຕາມຖະໜົນ​ ຫວໍງວຽນຢາບ ພວມ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຮີບ​ດ່ວນ, ຄາດ​ວ່າ ​ການ​ກໍ່ສ້າງ​ຈະສຳ​ເລັດ​ໃນ​ຕົ້ນ​ໄຕ​ມາດ​ ທີ 2 ປີ 2024.

ວິສະວະກອນ ກໍາລັງສໍາເລັດບັນດາຂັ້ນຕອນສຸດທ້າຍ ເພື່ອນຳເຂົ້າການແລ່ນທົດລອງ.

ກ່ຽວ​ກັບ​ການ​ເຄື່ອນ​ໄຫວ, ​ຄະນະ​ຄຸ້ມ​ຄອງ​ທາງ​ລົດ​ໄຟ ຕົວເມືອງ ​ນະຄອນ​ ໂຮ່ຈີ​ມິນ (MAUR) ໃຫ້ຮູ້ວ່າ ໜ່ວຍ​ງານ​ໄດ້​ສົມທົບ​ກັບ​ພາກສ່ວນ​ອື່ນໆ ​ເພື່ອຮັບສະໝັກ ແລະ ຝຶກອົບຮົມ ເຈົ້າໜ້າທ່ີປະຕິບັດການ ແລະບຳລຸງຮັກສາ​​ໂຄງ ການ ປະກອບມີ: ຄົນຂັບລົດໄຟ 58 ຄົນ, ຫົວໜ້າສະຖານີ 9 ຄົນ ແລະ ເຈົ້າໜ້າທ່ີປະຕິບັດການ ກວ່າ 400 ຄົນ ແລະ ເຈົ້າໜ້າທ່ີສະຖານີ ຮັບຜິດຊອບປີ້ 149 ຄົນ. ຄາດວ່າໃນຕົ້ນປີ 2024 ຈະ​ໄດ້​ສຸມ​ໃສ່​ໃນການ​ທົດສອບເຄືື່ອງຈັກ, ​ຝຶກ​ອົບ​ຮົມ ແລະ ​​ທົດ​ລອງຂຸດຄົ້ນ ເພື່ອປະເມີນ ຄວາມປອດໄພ. ຫຼັງຈາກນັ້ນ ຈະມີຄວາມປະເມີນຄວາມປອດໄພ ໂດຍກົມທາງລົດໄຟ ແລະ ມອບໂຄງການ ເຂົ້າສູ່ການເຄື່ອນ ໄຫວ ກ່ອນໄດ້ຮັບອະນຸຍາດ ດໍາເນີນການເຄື່ອນໄຫວ ເພື່ອການຄ້າ.​​

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 29 ສິງຫາ 2023, ຂະ ບວນ Metro ເລກ 1 ມີຄວາມຍາວ 61,5 ມ ເປັນຄັ້ງທຳອິດ ໄດ້ແລ່ນທົດລອງ ໃນເສັ້ນທາງ ເກືອບ 20 ກມ ຜ່ານ 11 ສະຖານີຍົກລະດັບ ແລະ 3 ສະຖານີ ໃຕ້ດິນ, ໂດຍເລີ່ມຈາກ ສະຖານີໃຕ້ດິນ ເບັ໋ນແທ່ງ (ເມືອງ 1) ໄປຫາສະ ຖານີ ຊ໋ວຍຕຽນ. ນີ້ເປັນຂີດໝາຍໃໝ່ ໃນຂະບວນການສໍາເລັດໂຄງການ.

 
ຂະບວນ Metro ໃນຖ້ຽວແລ່ນທົດລອງ ຕະຫຼອດເສັ້ນທາງ.

ດ້ວຍ​ເປົ້າ​ໝາຍ​ປັບປຸງ​ລະບົບ​ຄົມມະນາຄົມ ​ສາທາລະນະ ​ແລະ ຫຼຸດຜ່ອນ​ຄວາມ​ແອ​ອັດ ​ຂອງ​ ການ​ຈະລາຈອນ​ ຢູ່​ນະ ຄອນ ​ໂຮ່ຈີ​ມິນ, ​ເສັ້ນທາງ Metro ​ເລກ 1 ​ເມື່ອ​ໄດ້ນຳເຂົ້າ ໃຊ້ການ ຫວັງວ່າ ​ຈະ​ປະກອບສ່ວນ​ນຳ​ຄວາມ​ສະດວກ​ສະບາຍ​ ມາແກ່ໃຫ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ໃນການ ໄປມາ​ໃນ​ຕົວ​ເມືອງ, ປະກອບສ່ວນ ຫັນປ່ຽນໂສມໜ້າ ການຄົມມະນາຄົມ ສາທາລະນະ ຂອງຕົວເມືອງ ໄປຕາມທິດ ທັນສະໄໝ.

  • ບົດ: ເຊີນເຫງ້ຍ/VNP. ພາບ: ເລລິງ-ຮວ່າງຕວ໋ຽດ. ແປໂດຍ: ບິນລຽນ.


Top