ມາຮອດທ້າຍເດືອນ ຕຸລາ 2023, ຄວາມຄືບໜ້າ ຂອງ ໂຄງການ ກໍ່ສ້າງລົດໄຟຟ້າໃຕ້ດິນ Metro ເລກ 1 ເບັ໋ນແທ່ງ-ຊວ໋ຍຕຽນ ໃນລະບົບເສັ້ນທາງລົດໄຟຕົວເມືອງ ນະ ຄອນ ໂຮ່ຈີມິນ ໄດ້ປະຕິບັດ ສໍາເລັດແລ້ວ ກວ່າ 96% ລາຍການທັງໝົດ, ຄາດວ່າ ໂຄງການດັ່ງກ່າວ ຈະຖືກນໍາເຂົ້າສູ່ການເຄື່ອນໄຫວ ໃນ ເດືອນ ກໍລະກົດ 2024.
ມາຮອດທ້າຍເດືອນ ຕຸລາ 2023, ຄວາມຄືບໜ້າ ຂອງ ໂຄງການ ກໍ່ສ້າງລົດໄຟຟ້າໃຕ້ດິນ Metro ເລກ 1 ເບັ໋ນແທ່ງ-ຊວ໋ຍຕຽນ ໃນລະບົບເສັ້ນທາງລົດໄຟຕົວເມືອງ ນະ ຄອນ ໂຮ່ຈີມິນ ໄດ້ປະຕິບັດ ສໍາເລັດແລ້ວ ກວ່າ 96% ລາຍການທັງໝົດ, ຄາດວ່າ ໂຄງການດັ່ງກ່າວ ຈະຖືກນໍາເຂົ້າສູ່ການເຄື່ອນໄຫວ ໃນ ເດືອນ ກໍລະກົດ 2024.
ເສັ້ນທາງ Metro ເລກ 1 ມີຄວາມຍາວທັງໝົດ 19,7 ກມ, ໃນນັ້ນເສັ້ນທາງໃຕ້ດິນ ຍາວ 2,6 ກມ, ຜ່ານ 3 ສະຖານີ ແລະ ເສັ້ນທາງຍົກລະດັບ ຍາວ 17,1 ກມ ຜ່ານ 11 ສະ ຖານີ (ລວມທັງໝົດ 14 ສະຖານີ).
ເສັ້ນທາງ Metro ເລກ1 ມີຄວາມຍາວທັງໝົດ 19,7 ກມ, ໃນນັ້ນ ມີເສັ້ນທາງໃຕ້ດິນຍາວ 2,6 ກມ, ຜ່ານ 3 ສະຖານີ ແລະ ເສັ້ນທາງຍົກລະດັບ ມີຄວາມຍາວ 17,1 ກມ, ຜ່ານ 11 ສະຖານີ. (ທັງໝົດ ມີ 14 ສະຖານີ). ເຂດ Depot ເປັນບ່ອນບໍາລຸງຮັກສາ ແລະ ເຄື່ອນໄຫວ ຢູ່ຕາແສງ ລອງບິ່ງ, ນະຄອນ ຖູດຶກ. ເສັ້ນທາງນີ້ ມີຈຸເລີ່ມຕົ້ນຈາກ ສະຖານີ ເບັ໋ນແທ່ງ, ຜ່ານໃຈກາງບັນດາເມືອງ 1, 3, 10, ບິ່ງແທັກ, ກໍ່ເວິບ ແລະ ຈຸດສຸດທ້າຍແມ່ນ ສະຖານີ ຊວ໋ຍຕຽນ (ເມືອງ ຖູດຶກ).
ອີງຕາມຂໍ້ມູນ ຈາກຄະນະຄຸ້ມຄອງ ທາງລົດໄຟ ຕົວເມືອງ ນະຄອນໂຮ່ຈີມິນ, ປັດຈຸບັນ, ຂົວຍ່າງຂ້າມທາງ ທີ່ເຊື່ອມຕໍ່ບັນດາສະຖານີ ຍົກລະດັບ ຂອງ ເສັ້ນທາງ Metro ເລກ 1 ກັບບັນດາສະຖານີລົດເມ ລຽບຕາມຖະໜົນ ຫວໍງວຽນຢາບ ພວມໄດ້ຮັບການກໍ່ສ້າງຢ່າງຮີບດ່ວນ, ຄາດວ່າ ການກໍ່ສ້າງຈະສຳເລັດໃນຕົ້ນໄຕມາດ ທີ 2 ປີ 2024.
ວິສະວະກອນ ກໍາລັງສໍາເລັດບັນດາຂັ້ນຕອນສຸດທ້າຍ ເພື່ອນຳເຂົ້າການແລ່ນທົດລອງ.
ກ່ຽວກັບການເຄື່ອນໄຫວ, ຄະນະຄຸ້ມຄອງທາງລົດໄຟ ຕົວເມືອງ ນະຄອນ ໂຮ່ຈີມິນ (MAUR) ໃຫ້ຮູ້ວ່າ ໜ່ວຍງານໄດ້ສົມທົບກັບພາກສ່ວນອື່ນໆ ເພື່ອຮັບສະໝັກ ແລະ ຝຶກອົບຮົມ ເຈົ້າໜ້າທ່ີປະຕິບັດການ ແລະບຳລຸງຮັກສາໂຄງ ການ ປະກອບມີ: ຄົນຂັບລົດໄຟ 58 ຄົນ, ຫົວໜ້າສະຖານີ 9 ຄົນ ແລະ ເຈົ້າໜ້າທ່ີປະຕິບັດການ ກວ່າ 400 ຄົນ ແລະ ເຈົ້າໜ້າທ່ີສະຖານີ ຮັບຜິດຊອບປີ້ 149 ຄົນ. ຄາດວ່າໃນຕົ້ນປີ 2024 ຈະໄດ້ສຸມໃສ່ໃນການທົດສອບເຄືື່ອງຈັກ, ຝຶກອົບຮົມ ແລະ ທົດລອງຂຸດຄົ້ນ ເພື່ອປະເມີນ ຄວາມປອດໄພ. ຫຼັງຈາກນັ້ນ ຈະມີຄວາມປະເມີນຄວາມປອດໄພ ໂດຍກົມທາງລົດໄຟ ແລະ ມອບໂຄງການ ເຂົ້າສູ່ການເຄື່ອນ ໄຫວ ກ່ອນໄດ້ຮັບອະນຸຍາດ ດໍາເນີນການເຄື່ອນໄຫວ ເພື່ອການຄ້າ.
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 29 ສິງຫາ 2023, ຂະ ບວນ Metro ເລກ 1 ມີຄວາມຍາວ 61,5 ມ ເປັນຄັ້ງທຳອິດ ໄດ້ແລ່ນທົດລອງ ໃນເສັ້ນທາງ ເກືອບ 20 ກມ ຜ່ານ 11 ສະຖານີຍົກລະດັບ ແລະ 3 ສະຖານີ ໃຕ້ດິນ, ໂດຍເລີ່ມຈາກ ສະຖານີໃຕ້ດິນ ເບັ໋ນແທ່ງ (ເມືອງ 1) ໄປຫາສະ ຖານີ ຊ໋ວຍຕຽນ. ນີ້ເປັນຂີດໝາຍໃໝ່ ໃນຂະບວນການສໍາເລັດໂຄງການ.
ຂະບວນ Metro ໃນຖ້ຽວແລ່ນທົດລອງ ຕະຫຼອດເສັ້ນທາງ.
ດ້ວຍເປົ້າໝາຍປັບປຸງລະບົບຄົມມະນາຄົມ ສາທາລະນະ ແລະ ຫຼຸດຜ່ອນຄວາມແອອັດ ຂອງ ການຈະລາຈອນ ຢູ່ນະ ຄອນ ໂຮ່ຈີມິນ, ເສັ້ນທາງ Metro ເລກ 1 ເມື່ອໄດ້ນຳເຂົ້າ ໃຊ້ການ ຫວັງວ່າ ຈະປະກອບສ່ວນນຳຄວາມສະດວກສະບາຍ ມາແກ່ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວໃນການ ໄປມາໃນຕົວເມືອງ, ປະກອບສ່ວນ ຫັນປ່ຽນໂສມໜ້າ ການຄົມມະນາຄົມ ສາທາລະນະ ຂອງຕົວເມືອງ ໄປຕາມທິດ ທັນສະໄໝ.
ບົດ: ເຊີນເຫງ້ຍ/VNP. ພາບ: ເລລິງ-ຮວ່າງຕວ໋ຽດ. ແປໂດຍ: ບິນລຽນ.