• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ອາຊີບ ຕີເງິນຄຳ ຢູ່ຄຸ້ມຖະໜົນ ຮ່າງບາກ

ຮ່າງບາກ ເປັນຖະໜົນມີຊື່ສຽງໂດ່ງດັງ ໃນຈຳນວນ ຄຸ້ມເມືອງເກົ່າ 36 ແຫ່ງ ຂອງ ທັງລອງ-ຮ່າໂນ້ຍ. ເປັນເວລາດົນນານ ມາແລ້ວ, ນະແຫ່ງນ້ີ ເປັນເຂດການຄ້າທີ່ຄັບຄາໜາແໜ້ນ, ມີອາຊີບຕີເງິນ ຄຳທີ່ເປັນເອກະລັກ. 
ຄຸ້ມຖະໜົນ ຮ່າງບາກ ຖືກສ້າງຂຶ້ນ ແຕ່ສະຕະວັດທີ VXIII. ອາຊີບ ຕີເງິນຄຳ ຢູ່ທີ່ນີ້ໂດຍ ທ່ານ ລືວຊວນຕີ໋ນ, ຊາວບ້ານ ເຈົາເຄ (ແຂວງ ຫາຍເຢືອງ) ສະໄໝລາຊະວົງ ເລແທ່ງຕົງ (ສະຕະວັດທີ XVI) ເປັນຜູ້ກໍ່ຕັ້ງ. ພາຍຫຼັງເຈົ້າຊີວິດ ອະນຸຍາດ ໃຫ້ເປີດ ເຕົາຫຼອມເງິນ ເປັນເງິນຝັກ ໃຫ້ລາຊະວັງ, ທ່ານ ໄດ້ ລະດົມພີ່ນ້ອງ ແລະ ຊາວບ້ານ ມາຍັງ ທັງລອງ ເປີດບ້ານ ຫຼອມເງິນ. ສະໄໝກ່ອນ, ຄຸ້ມຖະໜົນ ຮ່າງບາກ ມີ 3 ອາຊີບ ທີ່ແຕກຕ່າງກັນເຊັ່ນ: ອາຊີບຫຼອມເງິນຝັກ, ອາຊີບຕີເງິນຄຳ ແລະ ອາຊີບ ແລກປ່ຽນເງິນ. ແຕ່ວ່າອາຊີບແລກປ່ຽນເງິນ ແລະ ຫຼອມເງິນຝັກ ຄົງຕົວໄດ້ບໍ່ດົນ ຍ້ອນເງິນສັງກະສີ ບໍ່ຄົງຕົວ ຢູ່ໃນຕະຫຼາດ.

ຄຸ້ມຖະໜົນ ຮ່າງບາກ ຕັ້ງຢູ່ໃຈກາງເຂດເມືອງເກົ່າ ສັງກັດເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ. ເຖິງວ່າໄດ້ຜ່ານຫຼາຍສະຕະວັດ ກັບ ການ ຜັນແປປ່ຽນແປງ ຫຼາຍຢ່າງຂອງປະຫວັດສາດ, ແຕ່ຄຸ້ມຖະໜົນ ຮ່າງບາກ ຍັງຄົງຮັກສາໄວ້ໄດ້ບັນດາແບບການສ້າງສາ ແລະ ວິຖີ ການດຳລົງຊີວິດ ຂອງໝູ່ບ້ານອາຊີບຂອງສະໄໝປາງກ່ອນ. ລຽບ ຕາມສອງເບື້ອງຂອງຄຸ້ມຖະໜົນ ແມ່ນບັນດາເຮືອນມູນເຊື້ອ ມຸງ ດ້ວຍດິນຂໍສີແດງ ຄຽງຂ້າງກັບ ບັນດາ ຫຼັງເຮືອນ ທ່ີສ້າງແບບ ສະ ຖາປັດຕະຍະກຳ ຂອງ ຊາວຕາເວັນຕົກ. ຢູ່ເທິງຄຸ້ມຖະໜົນ ແຫ່ງ ນີ້ ບາງຄັ້ງຄາວ ກໍສາມາດພົບເຫັນ ບັນດາວັດວາອາຮາມ, ຫໍວິ ຫານ ສັກກະລະບູຊາບັນພະບຸລຸດ ຂອງ ອາຊີບ ທີ່ປົກຄຸມເຕັມ ແຕ່ໄຄນຳ້. ຢູ່ຄຸ້ມຖະໜົນ ຮ່າງບາກ ກໍຍັງມີ ສາລາກິມເງິນ ຊຶ່ງ ເປັນກິດຈະກຳແຫ່ງການສະຖະປັດຕະຍະກຳບູຮານ ສະໄໝ ເຮົ້າເລ (1428-1527). ນີ້ເປັນບ່ອນຮັກສາໄວ້ ຮ່ອງຮອຍ ຂອງ ອາຊີບ ຕີ ເງິນຄຳ ຢູ່ເມືອງຫຼວງ ທັງລອງ ແຕ່ສະໄໝປາງກ່ອນ.









ບັນດາຂັ້ນຕອນຜະລິດເຄື່ອງປະດັບ ຂອງ ນັກສິລະປິນ ຄຸ້ມຖະໜົນ ຮ່າງບາກ. ພາບ: ແທງຢາງ, ຟອງທູ


ຜະລິດຕະພັນແຫວນ ຖືກຂັດໃຫ້ກ້ຽງດ້ວຍເຄື່ອງຈັກ. ພາບ: ແທງຢາງ


ນັກທ່ອງທ່ຽວສາກົນມາຍັງຄຸ້ມຖະໜົນ ຮ່າງບາກ ຍ້ອນ ນະແຫ່ງນີ້ ມີສິນຄ້າດ້ວຍເງິນ ຫຼາຍປະເພດ ທີ່ມີຄວາມງາມ ຢ່າງປານີດ. ພາບ: ຟອງທູ

ຖະໜົນ ຮ່າງບາກ ມີຄວາມຍາວພຽງປະມານ 0,5 ກິໂລແມັດ ແຕ່ ມີຮ້ານຜະລິດເງິນຄຳ ແລະ ຂາຍເຄື່ອງສິລະປະຫັດຖະກຳ ເງິນຄຳ ໃຫຍ່-ນ້ອຍ ນັບຫຼາຍຮ້ອຍຮ້ານ. ປັດຈຸບັນ, ບັນດາ ຫ້າງຮ້ານ ດັ່ງກ່າວ ໄດ້ລົງທຶນຊື້ເຄື່ອງຈັກ ທ່ີທັນສະໄໝ ຈາກຕ່າງປະເທດເປັນ ສ່ວນຫຼາຍ, ແຕ່ຄຽງຂ້າງນັ້ນ ມີຫຼາຍ ຄອບຄົວ ຍັງຄົງຮັກສາໄວ້ ອາຊີບ ຜະລິດເຄື່ອງຫັດຖະກຳ ທີ່ ເຮັດດ້ວຍມືແບບບູຮານ.

ພວກຂ້າພະເຈົ້າໄດ້ມາຍັງພື້ນຖານສ້ອມແປງ ແລະ ຜະລິດ ເຄື່ອງ ປະດັບ ຂອງຄອບຄົວທ່ານ ໂບ໋ນ ຢູ່ທີ່ເຮືອນເລກທີ 27 ຄຸ້ມຖະໜົນ ຮ່າງບາກ. ໂຮງຜະລິດຂອງທ່ານ ແມ່ນເຮືອນຫຼັງໜຶ່ງ ກວ້າງ ປະມານ 15 ຕາຕະລາງແມັດ ຢູ່ຮ່ອມນ້ອຍເລິກເຂົ້າຂ້າງ ໃນ, ຫົນທາງ ເຂົ້າແຄບໆ ພໍໃຫ້ ຄົນໆ ໜຶ່ງ ເທົ່ານັ້ນ. ຢູ່ທີ່ນີ້ມີ ແຮງງານພຽງ 6-7 ຄົນ, ແຕ່ລະຄົນ ຈະຮັບຜິດຊອບໜຶ່ງຂັ້ນຕອນ, ເປັນຕ່ອງໂສ້ຄົບວົງຈອນ ນັບແຕ່ການໃຊ້ແຮງຜະລິດ, ຜັດຖູ, ເຮັດໃຫ້ສົມບູນແບບ, ຂັດໃຫ້ກ້ຽງ ໄປເຖິງ ຮັບ-ສົ່ງ ສິນຄ້າ ໃຫ້ລູກຄ້າ.

ໂດຍສາເພະ, ເມື່ອກ່າວເຖິງ ຄຸ້ມຖະໜົນ ຮ່າງບາກ ໃນປະຫວັດ ສາດ 36 ຄຸ້ມະຖະໜົນ ຂອງ ທັງລອງ-ຮ່າໂນ້ຍ, ມີຫຼາຍຄົນ ຍັງ ກ່າວເຖິງ ຄຳວ່າ “ຍິງສາວ ຮ່າງບາກ” ຊຶ່ງແຝງໄວ້ຄວາມໝາຍ ແມ່ຍິງ ຮ່າງບາກ ແມ່ນຄົນງາມ ທັງມີນິໄສໃຈດີ. ແມ່ຍິງ ຮ່າງບາກ ບໍ່ ພຽງແຕ່ເກັ່ງ ໃນການທຳມາຫາກິນ ແລະ ຄ້າຂາຍ ເທົ່ານັ້ນ, ແຕ່ຍັງ ຮູ້ວິທີລ້ຽງລູກໃຫ້ເປັນຄົນດີ ແລະ ຮັກສາ ຄວາມສະຫງົບສຸກ ໃນ ຄອບຄົວອີກດ້ວຍ. ປັດຈຸບັນ ເມື່ອ ຄອບຄົວຍຸກໃໝ່ ຫຼາຍຄອບຄົວ ໄດ້ຄ່ອຍເຮັດໃຫ້ສູນເສຍໄປ ຊ່ວງເວລາຕິດພັນ ກັບຄອບຄົວ, ແຕ່ ຍັງມີຫຼາຍຄອບຄົວ ຍັງຄົງ ໃຊ້ຊີວິດ ຮ່ວມກັນຢ່າງອົບອຸ່ນ ແລະ ຮັກສາໄວ້ໄດ້ ບັນດາຄຸນຄ່າ ມູນເຊື້ອຂອງ ຄອບຄົວ ແລະ ວົງຕະກູນ.













ບັນດາຜະລິດຕະພັນດ້ວຍເງິນ ທີ່ວາງ ຂາຍ ຢູ່ ຄຸ້ມຖະໜົນ ຮ່າງບາກ. ພາບ: ແທງຢາງ 
ປະຕິບັດ: ແທງຢາງ - ຟອງທູ

Bài và ảnh: Thanh Giang - Phong Thu

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top