• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ອາຈານ Rich, ຜູ້ພາສາ ອັງກິດ ໃຫ້ແກ່ເດັກນ້ອຍທຸກຍາກຢູ່ ບິ່ງອານ

ເລ່ືອງລາວຊອງອາຈານ Rich ຢູ່ ຫວຽດນາມ ມີຄວາມສະໜິດ ຕິດພັນກັບການສອນພາສາ ອັງກິດ ໃຫ້ແກ່ບັນດານ້ອງນ້ອຍ ທີ່ມີສະພາບການເປັນຢູ່ແບບພິເສດທີ່ສູນກາງເສີມຂະຫຍາຍ ບິ່ງອານ, ເມືອງ 8, ນະຄອນ ໂຮ່ຈີມິນ.
ອາຈານ Rich ເປັນຊື່ສະໜິດເຊິ່ງບັນດານ້ອງນ້ອຍ ແລະ ຄູສອນໃນສູນກາງເສີມຂະຫຍາຍ ບິ່ງອານ ມອບໃຫ້ແກ່ທ່ານ Richard Joseph Hoesch, ອາຍຸ 66 ປີ. 9 ໂມງເຊົ້າທຸກໆ ວັນພຸດ, ລາວມາສອນພາສາ ອັງກິດ ຢູ່ຫ້ອງຮຽນ 2 ຫ້ອງ ແລະ  ບຳລຸງສ້າງ ພາສາອັງກິດ ໃຫ້ແກ່ບັນດາຄູອາຈານ ໃນສູນກາງເສີມຂະຫຍາຍ ບິ່ງອານ.
 
ສູນກາງເສີມຂະຫຍາຍ ບິ່ງອານ ຕັ້ງຢູ່ຖະໜົນ ຟ້າມເຖຫຽນ, ຂຶ້ນກັບຄຸ້ມບ້ານ ບິ່ງອານ. ສູນກາງແຫ່ງນີ້ ນອນໃນກອບ ຂອງແຜນການ “ເພື່ອນຂອງນ້ອງນ້ອຍຕາມທ້ອງຖະໜົນ” (FFSC) ໄດ້ສ້າງຕັ້ງເມື່ອປີ 1984 ເພື່ອເຕົ້າໂຮມບັນດານ້ອງນ້ອຍທີ່ພວມອາໄສຕາມທ້ອງຖະໜົນ. ປະຈຸບັນ, ສູນກາງແຫ່ງນີ້ ພວມມີນັກຮຽນກວ່າ 240 ຄົນທີ່ເປັນລູກນ້ອງຂອງບັນດາ ຄອບຄົວທີ່ມີສະພາບການເປັນຢູ່ແບບທຸກຍາກຢູ່ເມືອງ 8 ແລະ ເມືອງ ບິ່ງແຈງ. ບັນດານັກຮຽນຢູ່ທີ່ນີ້ ຈະໄດ້ຮຽນທຸກໆ ວິຊາ ແຕ່ຊັ້ນອະນຸບານຈົນເຖິງຊັ້ນປະຖົງປີ 5 ໂດຍບໍ່ເສຍເງິນ. 2 ປີ ຜ່ານມາ, ອາຈານ Rich ເປັນຜູ້ສອນພາສາ ອັງກິດ, ທິດໜຶ່ງ 2 ຊົ່ວໂມງໃຫ້ແກ່ພວກນັກຮຽນຢູ່ທີ່ນີ້. 

ອາຈານ Rich, ຊື່ແທ້ແມ່ນ Richard Joseph Hoesch, ອາຍຸ 66 ປີ, ເປັນຄົນ ອາເມລິກາ,
ພວມສອນພາສາ ອັງກິດ ໃຫ້ແກ່ນັກຮຽນທີ່ມີສະພາບການເປັນຢູ່ແບບທຸກຍາກ
ທີ່ ສູນກາງເສີມຂະຫຍາຍ ບິ່ງອານ, ເມືອງ 8, ນະຄອນ ໂຮ່ຈີມິນ.



ສູນກາງເສີມຂະຫຍາຍ ບິ່ງອານ ນອນໃນກອບ ຂອງແຜນການ “ເພື່ອນຂອງນ້ອງນ້ອຍຕາມທ້ອງຖະໜົນ”
(
FFSC) ໄດ້ສ້າງຕັ້ງ ເມື່ອປີ 1984 ໂດຍທ່ານ ເຈິ່ນວັນສອຍ.



ບັນດານັກຮຽນຢູ່ທີ່ນີ້ ຈະໄດ້ຮຽນທຸກໆ ວິຊາ ແຕ່ຊັ້ນອະນຸບານ ຈົນເຖິງຊັ້ນປະຖົງປີ 5 ໂດຍບໍ່ເສຍເງິນ.


ອາຈານ Rich ແລະ ຜູ້ແປພາສາ ພວມກະກຽມໃຫ້ແກ່ຊົ່ວໂມງຮຽນ.


ອາຈານ Rich ແຈກສໍສີຂີ້ເຜິ້ງ ແລະ ພາບແຕ້ມໃຫ້ແກ່ນັກຮຽນ.


ອາຈານ Rich ຝຶກອ່ານ ແລະ ສອນໄວຍາກອນໃຫ້ແກ່ ນັກຮຽນ.


ອາຈານ Rich ມີຄວາມຮັກມັກກັບການສອນພາສາ ອັງກິດ ໃຫ້ແກ່ນ້ອງນ້ອຍຢູ່ສູນກາງເສີມຂະຫຍາຍ ບິ່ງອານ.


ບໍ່ພຽງແຕ່ສອນພາສາເທົ່ານັ້ນ, ອາຈານ Rich ຍັງສອນ ແບບແຜນວິຖີຊິວິດໃຫ້ແກ່ນັກຮຽນຂອງຕົນອີກດ້ວຍ. 


ນ້ອງນ້ອຍຢູ່ສູນກາງເສີມຂະຫຍາຍ ບິ່ງອານ ລົມກັນກັບ ອາຈານ Rich ດ້ວຍພາສາ ອັງກິດ.


ອາຈານ Rich ມີຄວາມໃກ້ຊິດກັບບັນດານ້ອງນ້ອຍ ຢູ່ສູນກາງເສີມຂະຫຍາຍ ບິ່ງອານ.


ບັນດານ້ອງນ້ອຍຢູ່ສູນກາງເສີມຂະຫຍາຍ ບິ່ງອານ ຮຽນພາສາ ອັງກິດ ດ້ວຍຄວາມຕັ້ງໃຈ.

ອາຈານ Rich ຖີບລົບຖີບມາສູນກາງເສີມຂະຫຍາຍ ບິ່ງອານ. ລາວໂອ້ລົມກັນກັບຜູ້ແປພາສາ ແລະ ກະກຽມໃຫ້ແກ່ການຂຶ້ນຫ້ອງ. ຫ້ອງຮຽນຢູ່ທີ່ນີ້ ບໍ່ກວ້າງປານໃດ, ແຕ່ນັກຮຽນກວ່າ 40 ຄົນຮູ້ສຶກດີໃຈຕໍ່ການມີໜ້າຂອງອາຈານ Rich.
 
ອາຈານ Rich ໃຫ້ຮູ້ວ່່່າ: “ພວກເດັກນ້ອຍເຮັດໃຫ້ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ, ເຂົາເຈົ້າເປັນຄົນໃຈດີ. ຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຈາກຜູ້ແປພາສາຢ່າງຕັ້ງໜ້າ, ເຮັດໃຫ້ການສອນ ພາສາຂອງຂ້າພະເຈົ້າໄດ້ງ່າຍກວ່າ”.
 
ສຳລັບ ອາຈານ Rich, ຫວຽດນາມ ເປັນປະເທດທີ່ໜ້າຢູ່. ມານະຄອນ ໂຮ່ຈີມິນ ເມື່ອປີ 2013, ຜ່ານການແນະນຳຂອງເພື່ອນຄົນໜຶ່ງ, ອາຈານ Rich ຮູ້ເຖິງ FFSC ແລະ ຖືກຈັບໃຈດ້ວຍການກຳນົດທິດ, ເປົ້າໝາຍສຳລັບໃຫ້ແກ່ເດັກນ້ອຍ. ອາຈານ Rich ໃຫ້ຮູ້ວ່າ ລາວຮູ້ສຶກເໝາະສົມກັບພຸມອາກາດຢູ່ ຫວຽດນາມ ແລະ ບໍ່ຢາກເຫີນຫາງກັບພວກນ້ອງນ້ອຍ ຢູ່ສູນກາງເສີມຂະຫຍາຍ ບິ່ງອານ.

ບົດ: ຫງວຽນຫວູແທ່ງດາດ-ພາບ: ທົງຫາຍ


Top