• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ-ກູບາ ເປັນສາຍພົວພັນພິເສດຕະຫຼອດໄປ

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງສະຫາຍ ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ ກູບາ Miguel Mario Díaz-CanelBermúdez ໄດ້ປະກອບສ່ວນ ເຮັດໃຫ້ສາຍ ພົວພັນສາມັກຄີ, ການຮ່ວມມືຮອບດ້ານ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງພັກ, ລັດ ແລະ ປາຊາຊົນສອງ ປະເທດ ຫວຽດນາມ-ກູບາ ເລິກເຊິ່ງກວ່າເກົ່າ.
ການພົວພັນມິດຕະພາບອັນເປັນມູນເຊື້ອ, ສາມັກຄີ ແລະ ສັດຊື່ບໍລິສຸດ

ພາຍຫຼັງການພົບປະເຈລະຈາກັບສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູ໋ຈ້ອງ, ກ່າວປສາໄສ ໃນກອງປະຊຸມຂ່າວ, ສະຫາຍ Miguel Mario Díaz-Canel Bermúdez, ປະທານສະພາແຫ່ງລັດ ແລະ ສະພາ ລັດຖະມົນຕີ ສ ກູບາ ໃຫ້ຮູ້ວ່າ ເພິ່ນໄດ້ຍິນກ່ຽວກັບຄວາມອົງອາດກ້າຫານຂອງປະຊາຊົນ ຫວຽດນາມ ໃນການສູ້ຮົບປົກປ້ອງປະເທດຊາດ ຕັ້ງແຕ່ນ້ອຍ. ປະຊາຊົນ ກູບາ ຖືສຳຄັນການພົວພັນສາມັກຄີ, ມິດຕະພາບ, ສັດຊື່ບໍລິສຸດກັບ ຫວຽດນາມ ແລະ ຮຽນ ຫວຽດນາມ ໄດ້ຫຼາຍບົດຮຽນທີ່ລຳ້ຄ່າໃນການກໍ່ສ້າງ ແລະ ພັດທະນາ ປະເທດຊາດ.

ທີ່ສຳນັກງານປະທານປະເທດ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ເປັນເຈົ້າພາບໃນພິທີຕ້ອນຮັບ ສະຫາຍ Miguel Mario Díaz-CanelBermúdez, ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ ກູບາ ພ້ອມດ້ວຍ ພັນລະຍາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນ ທາງການແຕ່ວັນທີ 8-10 ພະຈິກ 2018. ໃນພາບ: ສອງທ່ານປະມຸກລັດກວດກອງກຽດຕິຍົດໃນພິທີຕ້ອນຮັບ. ພາບ: ເລີມແຄງ/VNA


ສະຫາຍ Miguel Mario Díaz-CanelBermúdez, ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ ກູບາ ພ້ອມດ້ວຍ ພັນລະຍາ ມາວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ. ພາບ: ເລີມແຄງ/VNA


ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ສະຫາຍ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ. ພາບ: ຈີ໋ຢຸງ/VNA


ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ປະຕິບັດການພົບປະເຈລະຈາກັບສະຫາຍ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ. ພາບ: ຈີ໋ຢຸງ/VNA


ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ສະຫາຍ Miguel Mario Díaz-CanelBermúdez, ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ ໄດ້ເປັນສັກຂີພິຍານໃນພິທີເຊັນເອກະສານວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ. ພາບ: ຈີ໋ຢຸງ/VNA


ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະແລກປ່ຽນຄຳຄິດຄຳເຫັນກັບ
ທ່ານ Miguel Mario Díaz-CanelBermúdez, ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ. ພາບ: ຖົ໋ງເຍີດ/VNA



ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ມີການພົບປະແລກປ່ຽນຄຳຄິດຄຳເຫັນ ກັບທ່ານ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ
ສ ກູບາ. ພາບ: ຈ້ອງດຶກ/VNA
ສະຫາຍ Miguel Mario Díaz-Canel Bermúdez ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ສອງປະເທດ ບົນເວທີ ສາກົນ, ຫຼາຍຝ່າຍ; ຂອບໃຈ ຫວຽດນາມ ໄດ້ໃຫ້ການສະໜັບ ສະໜູນ ປະຊາຊົນ ກູບາ ໃນການຕໍ່ສູ້, ລົບລ້າງການຂວ້ຳບາດ.

ສະຫາຍ Miguel Mario Díaz-Canel Bermúdez ຕີລາຄາສູງຫຼາຍຜົນງານອັນດີເດັ່ນທີ່ ຫວຽດນາມ ບັນລຸໄດ້ ພາຍຫຼັງ 30 ປີ ປະຕິບັດການປ່ຽນແປງໃໝ່; ຢືນຢັນວ່າ ສາຍພົວພັນ ກູບາ-ຫວຽດນາມ ເປັນສາຍພົວພັນອັນເປັນພິເສດ ແລະ ເອີຍເຖິງ ຄຳເວົ້າຂອງປະທານ Fidel Castro: “ ກູບາ ພ້ອມແລ້ວ ອຸທິດເລືອດເນື້ອຂອງຕົນເພື່ອ ຫວຽດນາມ”.

ກ່າວປາໄສຕໍ່ຝ່າຍໜັງສືພິມ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໃຫ້ຮູ້ວ່າ ສອງຝ່າຍໄດ້ແລກປ່ຽນກ່ຽວກັບຫຼາຍບັນຫາ, ບັນລຸໄດ້ຫຼາຍຄວາມຮັບຮູ້ລວມ ແລະ ເປັນເອກະພາບ ຫຼາຍວິທີແກ້ໄຂທີ່ເໝາະກັບຄວາມເປັນຈິງ ເພື່ອສືບຕໍ່ເປີດກວ້າງ, ຍົກສູງສາຍພົວພັນຮ່ວມມືລະຫວ່າງ ສອງປະເທດ ໃຫ້ມີປະສິດທິຜົນ ແລະ ໝັ້ນຄົງກວ່າເກົ່າ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຢືນຢັນວ່າ ການພົວພັນທາງການເມືອງສອງຝ່າຍລະຫວ່າງສອງປະເທດ ນັບມື້ນັບດີງາມ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ, ສິ່ງດັ່ງກ່າວ ສະແດງອອກຜ່ານການແລກປ່ຽນບັນດາຄະນະຜູ້ແທນທຸກຂັ້ນ. ບັນດາກົນໄກຮ່ວມມືລະຫວ່າງລັດຖະບານ ແລະ ລະຫວ່າງບັນດາກະຊວງ, ຂະແໜງການ ໄດ້ຮັກສາ ແລະ ເຄື່ອນໄຫວຕາມຫຼາຍຮູບແບບ, ມີປະສິດທິຜົນເໝາະກັບຄວາມເປັນຈິງ. 
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ-ລາງວັນອັນສູງສົ່ງຂອງພັກ, ລັດ ຫວຽດນາມ ໃຫ້ແກ່ສະຫາຍ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ ເພື່ອການປະກອບສ່ວນຢ່າງຍິ່ງໃຫຍ່, ດີເດັ່ນໃນການກໍ່ສ້າງ, ພັດທະນາການພົວພັນສາມັກຄີມິດຕະພາບ ແລະ ຮ່ວມມືຮອບດ້ານ ຫວຽດນາມ-ກູບາ.
ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ຮອບດ້ານ ໃນການສ້າງສາ ແລະ ພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່; ພະຍາຍາມປັບປຸງ ແລະ ເຮັດໃຫ້ເລິກເຊິ່ງກວ່າ ສາຍພົວພັນມິດຕະພາບມູນເຊື້ອ, ການຮ່ວມມືຮອບດ້ານ, ສາມັກຄີ ແລະ ສັດຊື່ບໍລິສຸດ. ສອງຝ່າຍກໍ່ໄດ້ແລກປ່ຽນຫຼາຍ ວິທີການເພື່ອເຮັດໃຫ້ການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ ມີປະສິດພິຜົນ ແລະ ເໝາະກັບຄວາມເປັນຈິງ; ຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແລະ ພົວພັນການຕ່າງປະເທດ; ຍູ້ແຮງບັນດາຂົງເຂດຮ່ວມມືຂະແໜງສະເພາະກ່ຽວກັບກະສິກຳ, ຊີວະເຕັກໂນໂລຊີ, ການຢາ, ສາທາລະນະສຸກ, ການສຶກສາ, ວິທະຍາສາດເຕັກໂນໂລຊີ ແລະ ພົບປະສ້າງສັນ ປະຊາຊົນ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບຫຼາຍບັນຫາທີ່ ໂລກ ແລະ ພາກພື້ນມີຄວາມສົນໃຈ; ແບ່ງປັນຫຼັກໝັ້ນສະໜັບສະໜູນ ການແກ້ໄຂ ຂໍ້ຂັດແຍ້ງ ອະທິປະໄຕດ້ວຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ. ຫວຽດນາມ ແລະ ກູບາ ຢືນຢັນຈະເພີ່ມທະວີການຮ່ວມມື ຢູ່ບັນດາອົງການຈັດຕັ້ງສາກົນ ແລະ ບົນເວທີຫຼາຍ ຝ່າຍ, ເປັນຕົ້ນແມ່ນທີ່ສະຫະປະຊາຊາດ, ຂະບວນການ ບໍ່ຮ່ວມກັນ, ເວທີອາຊີຕາເວັນອອກ-ອາເມລິກາ ລາຕິນ ແລະ ອື່ນໆ.​

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ສະແດງຄວາມໝັ້ນໃຈວ່າ ຜົນງານອັນດີງາມຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຂອງສະຫາຍ Miguel Mario Díaz-Canel Bermúdez ຈະຍົກສາຍພົວພັນຮ່ວມມືມູນເຊື້ອ ພິເສດ ຫວຽດນາມ-ກູບາ ຂຶ້ນລະດັບສູງໃໝ່, ຕອບສະໜອງໃຫ້ແກ່ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ ສອງປະເທດ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນນະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ.

ຍົກລະດັບການພົວພັນ ຫວຽດນາມ-ກູບາ
58 ປິຜ່ານມາ, ເຖິງວ່າສະພາບການໃນໂລກ ມີຫຼາຍການປ່ຽນ ແປງ, ແຕ່ສາຍພົວພັນສາມັກຄີ, ອ້າຍນ້ອງລະຫວ່າງ ຫວຽດນາມ-ກູບາ ນັບມື້ນັບມີການປັບປຸງ ແລະ ພັດທະນາຂຶ້ນ. ປັດຈຸບັນ, ເມື່ອສອງປະເທດ ແລະ ໂລກ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພັດ ແລະ ລັດສອງປະເທດ ຫວຽດນາມ-ກູບາ ຮັບຮູ້ໄດ້ຢ່າງ ຈະແຈ້ງວ່າ ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ຕ້ອງໄດ້ ຍົກຂຶ້ນລະດັບສູງໃໝ່.​ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກູບາ ພວມໄດ້ເປີດກວ້າງໃນຫຼາຍຂົງເຂດຄື: ການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກນິກ ແລະ ອື່ນໆ.

ໃນຂົງເຂດການເມືອງ, ຫວຽດນາມ ແລະ ກູບາ ເພີ່ມທະວີຄວາມສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ສົມທົບກັນ ເຄື່ອນໄຫວບົນເວທີສາກົນ. ການນຳຂັ້ນສູງສອງພັກ, ລັດ ແລະ ລັດຖະບານ ໄດ້ປະຕິບັດການຢ້ຽມຢາມເຊິ່ງກັນ ແລະ ກັນ, ຈາກນັ້ນ ຈະເຂົ້າໃຈກັນຫຼາຍກວ່າ, ປະກອບສ່ວນຊຸກຍູ້ການ ພົວພັນສອງຝ່າຍມີປະສິດທິພາບໃນຫຼາຍຂົງເຂດ, ແຕ່ການເມືອງ, ປ້ອງກັນຊາດ ຈົນເຖິງການຄ້າ ແລະ ການລົງທຶນ. ຫວ່າງແລ້ວນີ້, ການຢ້ຽມຢາມ ກູບາ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ມີຄວາມໝາຍດ້ານປະຫວັດສາດ, ບັນດາຂົງເຂດຮ່ວມມືໃໝ່ລະຫວ່າງສອງປະເທດໄດ້ສ້າງຂຶ້ນມາ.​ ສອງຝ່າຍຢືນຢັນ ຈະສືບຕໍ່ສືບທອດ ແລະ ຜັນຂະຫຍາຍຢ່າງ ແຂງແຮງມູນເຊື້ອອັນດີງາມ, ຕັດສິນໃຈພາເຮັດໃຫ້ການພົວພັນ ຫວຽດນາມ-ກູບາ ກ້າວໄປສູ່ໄລຍະພັດທະນາໃໝ່, ນັບມື້ນັບ ເລິກເຊິ່ງ ແລະ ມີປະສິດທິພາບ, ໃນນັ້ນ ສຸມໃສ່ຍົກການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຂຶ້ນທຽມທັນກັບ ການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ ຢ່າງເທື່ອລະກ້າວ. 


ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ  ພ້ອມພັນລະຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມພັນລະຍາ ຕ້ອນຮັບທ່ານ Miguel Mario Díaz-CanelBermúdez ແລະ ພັນລະຍາ ມາເຂົ້າຮ່ວມງານລ້ຽງຮັບຮອງ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ເລີມແຄງ/VNA


ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ສະຫາຍ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ ທີ່ງານລ້ຽງຮັບຮອງ. ພາບ: ເລີມແຄງ/VNA


ທ່ານນາງ ໂງທິເມິນ, ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພົບປະກັບທ່ານນາງ Lis Cuesta Peraza, ພັນລະຍາຂອງທ່ານ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ. ພາບ: ວັນດຽບ/VNA


ທ່ານນາງ ເຈີ່ນທິຫງວຽດທູ, ພັນລະຍາຂອງ ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານນາງ Lis Cuesta Peraza, ພັນລະຍາຂອງທ່ານ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ. ພາບ: ເລີມແຄງ/VNA
ເດືອນກັນຍາ 2018, ທ່ານ Salvador Valdes Mesa, ຮອງປະທານຜູ້ທີໜຶ່ງ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ ກູບາ ໄດ້ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນຜູ້ບັນຊາການສູງສຸດ Phidel Castro ມາຢ້ຽມຢາມ ຫວຽດນາມ ເທ່ືອທຳອິດ ແລະ ມາເຂດຫາກໍ່ໄດ້ປົດປ່ອຍ ກວາງຈີ້ (9-1973/9-2018). ການເຂົ້າຮ່ວມຂອງການນຳຂັ້ນສູງສອງປະເທດ ທີ່ບັນດາການ ເຄື່ອນໄຫວສະເຫຼີມສະຫຼອງ ໄດ້ເຊີດຊູສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຫວຽດນາມ-ກູບາ ແລະ ການປະກອບສ່ວນຂອງທ່ານ Phidel Castro ໃຫ້ແກ່ສາຍພົວພັນດັ່ງກ່າວ, ປະກອບສ່ວນຮັດແໜ້ນມູນເຊື້ອສາມັກຄີລະຫວ່າງສອງປະເທດ.

ການພົວພັນທາງການເມືອງອັນດີງາມ, ພິເສດ, ໄວ້ເນື້ອເຊື່ອໃຈສູງລະຫວ່າງ ຫວຽດນາມ-ກູບາ ໄດ້ສ້າງກຳລັງແຮງໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ ພັດທະນາຂຶ້ນ.

ຫວຽດນາມ ພວມເປັນຄູ່ຮ່ວມມືການຄ້າອັນດັບສອງຂອງ ກູບາ ທີ່ຂົງເຂດ ອາຊີ ແລະ ທະວີບມະຫາສະໝຸດ. ມູນຄ່າການຄ້າ ສອງສົ້ນແຕ່ປີ 2012-2014 ບັນລຸໄດ້ 170 ລ້ານໂດລາສະຫະລັດ ຕໍ່ປີ; ປີ 2015 ບັນລຸໄດ້ 218 ລ້ານໂດລາສະຫະລັດ; ປີ 2016 ແລະ 2017 ຮັກສາຢູ່ລະດັບ 230 ລ້ານໂດລາສະຫະລັດ, ໃນນັ້ນ ສ່ວນຫຼາຍແມ່ນ ຫວຽດນາມ ສົ່ງອອກ. ບັນດາຜະລິດຕະພັນຕົ້ນຕໍ່ຂອງ ຫວຽດນາມ ສົ່ງອອກໄປສູ່ ກູບາ ແມ່ນ: ເຂົ້າ, ກາເຟ, ຜະລິດຕະພັນເຄມີທາດ, ຕຳ່ແຜ່ນຕັດຫຍິບ, ເກີບ, ຄອມຜິວເຕີ, ອຸປະກອນກໍ່ສ້າງ, ເຄື່ອງປັ້ນດິນເຜົາ ແລະ ອື່ນໆ. ບັນດາ ຜະລິດຕະພັນນຳເຂົ້າຂອງ ຫວຽດນາມ ຈາກ ກູບາ ສ່ວນຫຼາຍ ແມ່ນຢາ ແລະ ວັກຊີນ.

ໃນປະເພດສິນຄ້າສົ່ງອອກ ແລະ ນຳເຂົ້າລະຫວ່າງສອງປະເທດ, ເຂົ້າສືບຕໍ່ເປັນພະລິດຕະພັນມີມູນຄ່າສູງກວ່າໝູ່, ກວມເກືອບ 60% ມູນຄ່າສົ່ງອອກຂອງ ຫວຽດນາມ ໄປ ກູບາ. ນີ້ແມ່ນຕະຫຼາດສົ່ງອອກເຂົ້າຊິນເຄີຍຂອງ ຫວຽດນາມ ດ້ວຍຈຳນວນເຂົ້າສົ່ງອອກປະມານ 350.000-400.000 ໂຕນຕໍ່ປີ. 
ທີ່ຫໍປະຊຸມ ຖົ໋ງເຍີດ, ທ່ານ ຫງວຽນທ້ຽນເຍີນ, ກຳມະການ ກົມການເມືອງ, ເລຂາຄະນະພັກ ນະຄອນ ໂຮ່ຈີມິນ ພົບປະແລກປ່ຽນຄວາມຄິດເຫັນກັບທ່ານ Miguel Mario Díaz-CanelBermúdez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ. ພາບ: ຊວນຄູ/VNA


ທ່ານ Miguel Mario Díaz-CanelBermúdez, ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ ພ້ອມກັບຄະນະຜູ້ແທນຂັ້ນສູງ ກູບາ ມາຢ້ຽມຢາມເຂດ ເຕັກໂນໂລຊີ ລະດັບສູງ ນະຄອນ ໂຮ່ຈີມິນ. ພາບ: ຕຽນລຶກ/VNA


ທ່ານ Miguel Mario Díaz-CanelBermúdez, ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ ພ້ອມກັບພັນລະຍາ ມາຢ້ຽມຢາມເຂດຮ່ອງຮອຍປະຫວັດສາດ ອຸໂມງໃຕ້ດິນ ກູຈີ ທີ່ເມືອງ ກູຈີ, ນະຄອນ ໂຮ່ຈີມິນ.
ພາບ: ຊວນຄູ/VNA



 
ທ່ານ Miguel Mario Díaz-CanelBermúdez, ປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ ກູບາ ພ້ອມກັບພັນລະຍາ ມາຢ້ຽມຢາມຂຸມຂວາກ ທີ່ເຂດຮ່ອງຮອຍ ປະຫວັດສາດ ອຸໂມງໃຕ້ດິນ ກູຈີ. ພາບ: ຊວນຄູ/VNA
ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການສິ້ນສຸດເຈລະຈາສັນຍາການຄ້າສະບັບໃໝ່ ລະຫວ່າງ ຫວຽດນາມ ແລະ ກູບາ. ຫຼັງຈາກໄດ້ລົງນາມ, ສັນຍາສະບັບດັ່ງກ່າວ ຈະນຳຜົນປະໂຫຍດອັນ ແທ້ຈິງມາໃຫ້ແກ່ສອງປະເທດ, ຍົກການພົວພັນດ້ານເສດຖະກິດການຄ້າ ຫວຽດນາມ-ກູບາ ຂຶ້ນທຽມທັນກັບການພົວພັນທາງການເມືອງພິເສດທີ່ມີພ້ອມ. ພ້ອມກັນນັ້ນ ຈະສ້າງພື້ນຖານຫຼັກແຫຼ່ງ ກົດໝາຍເພື່ອຍົກມູນຄ່າການຄ້າສອງສົ້ນຂຶ້ນລະດັບ 500 ລ້ານໂດລາສະຫະລັດ ໃນໄລຍະ 5 ປີຈະມາເຖິງ.

ສອງຝ່າຍກໍ່ເອົາໃຈໃສ່ເຖິງການພັດທະນາການຮ່ວມມືສຳຫຼວດ ແລະ ຂຸດຄົ້ນນຳ້ມັນອາຍແກັດ ຢູ່ ກູບາ, ຊຸກຍູ້ຄວາມອາດສາມາດຮ່ວມມືລະຫວ່າງກຸ່ມບໍລິສັດສື່ສານທາງໄກ ກອງທັບ Viettel ແລະ ບໍລິສັດສື່ສານທາງໄກແຫ່ງລັດ ກູບາ ETECSA… ເອກະສານ, ຂໍ້ຕົກລົງຮ່ວມມືຫຼາຍສະບັບກໍ່ໄດ້ລົງນາມ, ສ້າງພື້ນຖານຫຼັກແຫຼ່ງກົດໝາຍໃຫ້ແກ່ການເຄື່ອນໄຫວຮ່ວມມືເຮັດທຸລະກິດຂອງບັນດາວິສາຫະກິດໃນປັດຈຸບັນ ກໍ່ຄືໃນອະນາຄົດ.

ກູບາ ຊ່ວຍເຫຼືອ ຫວຽດນາມ ກໍ່ສ້າງພະນັກງານ ຊັ້ນມະຫາວິທະຍາໄລ ແລະ ເຫຼືອມະຫາວິທະຍາໄລ ດ້ວຍຈຳນວນຫຼາຍພັນຄົນ. ແຕ່ລະປີ, ກູບາ ໃຫ້ມອບທຶນການສຶກສາຊັ້ນມະຫາວິທະຍາໄລ 20 ຊຸດ. ສອງປະເທດໄດ້ຮັກສາ ແລະ ເພີ່ມທະວີການແລກປ່ຽນບັນດາຄະນະນັກຊ່ຽວຊານມາຮຳ່ຮຽນ ແລະ ຖອດຖອນບົດຮຽນໃນຂົງເຂດກະສິກຳ, ລ້ຽງສັດ, ກໍ່ສ້າງ, ສາທາລະນະສຸກ, ລ້ຽນສິນໃນນຳ້, ການຢາ ແລະ ອື່ນໆ.
ບົດ: VNP - ພາບ: VNA
 

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top