ມາ ເມືອງ ເມືອງແຕ່ ເພີດເພີນກັບ ຍຳ ຍອດແຂມ ອ່ອນ

ມາ ເມືອງ ເມືອງແຕ່ ເພີດເພີນກັບ ຍຳ ຍອດແຂມ ອ່ອນ

ອາຫານການກິນ ​ຂອງ​ ຊາວ​ເຜົ່າ ກົ໋ງ ສຸດທີ່ລະອຽດອ່ອນ ແລະ ມີຄວາມຫຼາກຫຼາຍ​ ດ້ວຍເຍື່ອງອາຫານຕ່າງໆ ເຊ່ັນ: ບັນດາປະເພດເຂົ້າໜົມ, ຍຳ, ປາ​ແຫ້ງ, ຊີ້ນ​ແຫ້ງ ​ເຮັດ​ສົ້ມ​ ຫຼື ຂາງໄຟ ເພື່ອເກັບ​ຮັກສາ. ໃນນັ້ນ ຍຳຍອດແຂມອ່ອນ ອາດຈະແມ່ນລາຍການອາຫານ ທ່ີແປກ ຂອງ ຊາວເຜົ່າ ກົ໋ງ. ຕາມການບອກເລົ່າ ຂອງ ​ຜູ້​ເຖົ້າ​ຜູ້ແກ່ ໃຫ້ຮູ້ວ່າ ​ໃນ​ເມື່ອ​ກ່ອນ, ​ເມື່ອໄປເຮັດ​ໄຮ່, ຊາວ​ເຜົ່າ ກົ໋ງ ມັກ​ເກັບເອົາ​ ຍອດແຂມ ​ມາ​ກິນ. ເມື່ອຄ່ອຍໆ ລື້ງກິນແລ້ວ ເຂົາເຈົ້າເອົາກັບບ້ານ, ໜຶ້ງໃຫ້ສຸກ ແລະ ປົນກັບໝາກກອກນໍ້າ, ຜັກຫອມ ເພື່ອສ້າງເປັນລາຍການອາຫານ ທີ່ເປັນເອກະລັກ. 

ສ່ວນປະກອບຫຼັກໃນການປຸງແຕ່ງ ເຍື່ອງອາຫານ ຍຳຍອດແຂມອ່ອນ ມີຍອດແຂມອ່ອນ, ໝາກກອກນໍ້າ, ຜັກຫອມປ້ອມ... 

ຍອດແຂມອ່ອນ ທີ່ໃຊ້ໃນການເຮັດ ຍຳ.

ເພື່ອ​ເຮັດຍຳ ຍອດແຂມອ່ອນ, ຊາວ​ເຜົ່າ​ ກົ໋ງ ມັກ​ເລືອກ ແລະ ເດັດ​ເອົາ​ໜໍ່ແຂມ ມີສີຂຽວ​​ອ່ອນ ແລ້ວລ້າງໃຫ້ສະອາດ, ແຊ່ນໍ້າເກືອຈາງໆ ເພື່ອລະລາຍຄວາມຝາດ ຂອງແຂມ. ຫຼັງຈາກນັ້ນຕັກອອກ, ລ້າງນໍ້າ ແລ້ວນຳໄປໜຶ້ງໃຫ້ສຸກ.  


ສ່ວນປະສົມເພື່ອເຮັດ ຍຳຍອດແຂມອ່ອນ ໄດ້ປຸງແຕ່ງຈາກ ນໍ້າປາ, ນໍ້າຕານ, ນໍ້າໝາກນາວ, ​ໝາກ​ເຜັດ, ກະ​ທຽມ,... ຕາມສັດສ່ວນ​ພໍກິນ. ແຂມອ່ອນ ຫຼັງ​ຈາກໜຶ້ງສຸກ ແລ້ວກໍ່ເອົາລົງໝໍ້ກະທະ ພ້ອມກັບສ່ວນປະສົມ, ໃສ່ຜັກຫອມ, ໝາກຖົ່ວດິນຂົ້ວ ແລະ ຄົນໃຫ້ເຂົ້າກັນ.

ຍຳ ຍອດແຂມອ່ອນ ຈະມີລົດຊາດ ສົ້ມ, ຫວານ, ເຜັດ, ຫອມແຊບ ແລະ ກິນງ່າຍ. ອາຫານນີ້ ມັກຈະຖືກຮັບປະທານກັບ ເຂົ້າ ຫຼື ເຂົ້າປຸ້ນ. ນັກ​ທ່ອງ​ທ່ຽວ​ ທີ່​ມາ​ເມືອງ ເມືອງແຕ່ ​ຈະຮູ້ສຶກແປກໃຈ ແລະ ຕື່ນ​ເຕັ້ນ​ທີ່​ໄດ້​ຮູ້ຈັກ ​ແລະ ຊີມລາຍການ​ອາຫານ ​ທີ່​ເປັນ​ເອກະລັກ ສະ​ເພາະ​ນີ້.

ຍຳ ຍອດແຂມອ່ອນ ມັກຈະຖືກນໍາໃຊ້ເປັນອາຫານ ເລີ່ມຕົ້ນໃນງານລ້ຽງ. ອາຫານນີ້ບໍ່ພຽງແຕ່ແຊບ, ແຕ່ຍັງມີທາດບໍາລຸງ, ແກ້ຮ້ອນໃນ ແລະ ຂັບຖ່າຍສານພິດ ໃນຮ່າງກາຍ.

ເມືອງ ເມືອງແຕ່ ມີ 14 ຕາ​ແສງ, ຕົວ​ເມືອງ, ລວມ​ມີ 10 ຊົນ​ເຜົ່າ. ​ໃນ​ນັ້ນ, ຊົນເຜົ່າ ກົ໋ງ ແມ່ນ​ໜຶ່ງ​ໃນ 5 ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ທີ່​ປະສົບ​ກັບ ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ​ໄດ້​ດຳລົງ​ຊີວິດ ເຕົ້າໂຮມກັນ​ຢູ່​ ຕາ​ແສງ​ນ້ຳຄາວ ມີ 220 ຄອບຄົວ, ພົນລະເມືອງ 1.000 ກວ່າ​ຄົນ. ​ເຖິງ​ວ່າ​ປະຊາກອນ​ ມີ​ໜ້ອຍ​ກໍ່ຕາມ, ​ແຕ່​ບັນດາ​ຄຸນຄ່າ​ ວັດທະນະທຳ, ຮີດຄອງ​ປະ​ເພນີ ​ແລະ ພິ​ເສດ​ ແມ່ນ​ບັນດາລາຍການອາຫານ​ພື້ນ​ເມືອງ​ ຂອງ​ ​ເຜົ່າ​ ກົ໋ງ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັກສາ.

ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ


Top