ລົງທຶນກໍ່ສ້າງພື້ນຖານໂຄງລ່າງການບິນ, ເຊື່ອມຕໍ່ພັດທະນາເສດຖະກິດ

ລົງທຶນກໍ່ສ້າງພື້ນຖານໂຄງລ່າງການບິນ, ເຊື່ອມຕໍ່ພັດທະນາເສດຖະກິດ

ໃນຊຸມປີມໍ່ໆ ມານີ້, ພື້ນຖານໂຄງລ່າງການບິນ ຫວຽດນາມ ໄດ້ຮັບການຍົກລະດັບ, ຜັນຂະຫຍາຍ, ກໍ່ສ້າງໃໝ່ ດ້ວຍແຫຼ່ງເງິນລົງທຶນຂອງລັດ ແລະ ສັງຄົມ, ແຕ່ຍັງບໍ່ທ່ວງທັນກັບອັດຕາການເຕີບໂຕ ແລະ ພັດທະນາຂອງປະເທດຊາດ ແລະ ສາກົນ. ຖືວ່າ ນີ້ແມ່ນໜຶ່ງ ໃນບັນດາບາດກ້າວບຸກທະລຸ ເພື່ອຊຸກຍູ້ເສດຖະກິດ, ພັດທະນາການທ່ອງທ່ຽວ ແລະ ດຶງດູດການລົງທຶນ, ທ່ານນາຍົກ ລັດຖະມົນຕີ ໄດ້ອະນຸມັດຜ່ານແຜນສັງລວມ ພັດທະນາລະບົບສະໜາມບິນ ຮອດປີ 2030, ວິໄສທັດ 2050. 

ໃນ​ໄລຍະປີ 2011-2020, ອັດຕາ​ການ​ເຕີບ​ໂຕ​ຂອງ​ອຸດສາຫະ ກຳ​ ການບິນ ​ຫວຽດນາມ ​ແມ່ນ​ສູງ​ທີ່​ສຸດ, ​ສະ​ເລ່ຍແຕ່ 16-18%/ປີ, ​ໄດ້ຮັບຕີລາຄາວ່າ ມີອັດຕາການເຕີບໂຕ ໄວທີສຸດອາຊີ ຕາ ເວັນອອກສ່ຽງໃຕ້ ແລະ ຢູ່ອັນດັບ 5 ຂອງໂລກ ຈາກ​ສະມາຄົມ​ຂົນ​ສົ່ງ​ທາງ​ອາກາດ​ສາກົນ (IATA). ​ແຕ່ວ່າ ການ​ເຕີບ​ໂຕ​ ຢ່າງ​ວ່ອງ​ໄວ​ ຂອງ​ການ​ຂົນ​ສົ່ງ​ທາງ​ອາກາດ ​ໄດ້​ສ້າງແຮງ​ກົດດັນ​ຕໍ່​ພື້ນຖານ​ໂຄງ​ລ່າງ​ສະໜາມ​ບິນ.

ໃນ​ໄລຍະ​ນີ້, ໂຄງສ້າງພື້ນຖານ​ ດ້ານການບິນ​ຂອງ​ ຫວຽດນາມ ຕາມການອອກແບບ ສາມາດຕ້ອນຮັບຜູ້ ໂດຍສານ ໄດ້ 95 ລ້ານເທື່ອຄົນ ຕໍ່ປີ, ແຕ່ຕົວຈິງ ໃນຈຸດເວລາສູງສຸດຄືກ່ອນ ການລະບາດ ໂຄວິດ-19, ຈຳນວນ ​ຜູ້​ໂດຍສານຜ່ານສະໜາມບິນຂອງ ຫວຽດນາມ ໄດ້ບັນລຸ 116,5 ລ້ານເທື່ອຄົນ (ລື່ນກາຍປະມານ 20 ລ້ານເທື່ອຄົນ). ດ້ວຍ​ປະລິມານການ​ສັນ​ຈອນຄື​ດັ່ງ​ກ່າວ, ສະ​ໜາມ​ບິນ ບາງແຫ່ງໄດ້ເກີນກຳລັງດ້ານ​ພື້ນ​ຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ສະ​ໜາມ​ບິນ ເຕີນເຊີນເຍິດ, ໂນ້ຍບ່າຍ, ກາມແຣັງ ແລະ ດ່າໜັງ. 

ປັດຈຸ​ບັນ, ຫວຽດນາມ ພວມ​ໃຫ້ບໍລິການ ​ສະໜາມ​ບິນ 22 ​ແຫ່ງ, ​ໃນ​ນັ້ນ​ມີ 21 ແຫ່ງ​ຄຸ້ມ​ຄອງ​ ໂດຍ​ລັດ​ວິ​ສາ​ຫະກິດ​ ຄື ບໍລິສັດໃຫຍ່ການບິນ ຫວຽດນາມ (ACV) ​ແລະ 1 ແຫ່ງໄດ້​ຮຽກຮ້ອງ ​ແລະ ລະດົມການລົງທຶນຈາກສັງຄົມ ​ດ້ວຍ​ຮູບ​ແບບ PPP ​ແມ່ນ​ສະໜາມ​ບິນ ເວິນໂດ່ນ, ແຂວງ ກວ່າງ​ນິງ. 

ໃນ​ປີ 2023, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ໄດ້​ກາຍ​ເປັນໜຶ່ງ​ ໃນ 3 ບາດກ້າວ​ບຸກທະລຸ, ເປັນ​ຄັ້ງ​ທຳ​ອິດ ​ເຮືອບິນຂະໜາດກາງ A320, A321 ​ແລະ Boing 737 ​ສາມາດ​ບິນຂຶ້ນ ​ແລະ ຈອດລົງດິນ ​ໂດຍ​ກົງ​ຢູ່ ດ້ຽນບຽນ, ​ເຊື່ອມ​ຕໍ່​ກັບ​ບັນດາ​ເສັ້ນທາງການບິນ ທີ່ຍາວ​ເຖິງ ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາປະ​ເທດ​ ​ໃນ​ອາ​ຊີ​. ​ສະຖານີຜູ້ໂດຍສານ ຟູ໋ບ່າຍ ໄດ້ສະເຫຼີມສະຫຼອງຄວາມສຳເລັດ; ສະຖານີຜູ້ໂດຍສານໃຫຍ່ສອງແຫ່ງຄື T3 ເຕີນເຊີນເຍິດ ​ແລະ ສະໜາມ​ບິນ​ສາກົນ ລອງແທ່ງ ​ໄດ້​ເລີ່​ມກໍ່ສ້າງ​.

 

ຕົວຈິງໄດ້ພິສູດໃຫ້ເຫັນວ່າ ການຄົມມະນາຄົມຂົນສົ່ງເວົ້າລວມແລະ ສະໜາມບິນ, ທ່າກໍາປັ່ນ ເວົ້າສະເພາະ ໄດ້ນໍາມາປະສິດທິຜົນ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢ່າງແຈ້ງຊັດ. ​ການ​ສັນຈອນ​ໄປມາ ພັດທະນາເຖິງ​ບ່ອນ​ໃດ ​ກໍ່​ຈະ​ເປີດ​ກວ້າງ ການ​ພັດທະນາ ເຖິງບ່ອນນັ້ນ, ​ເຂດ​ຕົວ​ເມືອງ, ເຂດອຸດສາຫະ ກຳ, ​ການ​ບໍລິການ ​ແລະ ທ່ອງ​ທ່ຽວ​ຫຼາຍ​ແຫ່ງໄດ້ປະກົດເປັນຮູບເປັນຮ່າງ, ທີ່ດິນ​ຖືກ​ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ. ໃນນັ້ນ, ພື້ນຖານ​ໂຄງ​ລ່າງ​ການ​ບິນ ​ແມ່ນ​ມີ​ລັກສະນະຈຳເພາະ​ສູງ, ສັບຊ້ອນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ຢ່າງ​ເລິກ​ເຊິ່ງ.

ທ່ານ​ນາຍົກລັດຖະມົນຕີ ຊີ້​ອອກຢ່າງຈະແຈ້ງ​ວ່າ: “ການ​ພັດທະ ນາ​ ດ້ານ​ການບິນ​ ​ມີລັກສະນະເສດຖະກິດ​ສູງ, ປະຢັດ​ເວລາ, ທັງມີການເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ໂລກ ແລະ ສອດ ຄ່ອງ​ກັບ​ທ່າ​ອ່ຽງ​ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ໂລກ”.

ເຄື່ອງຍົກຮັບໃຊ້ ການກໍ່ສ້າງ ສະຖານີ ສະໜາມບິນ ລອງ ແທ່ງ. ພາບ: VNA
ວິສະວະກອນກວດກາສະຖານີຜູ້ໂດຍສານສະໜາມບິນ ລອງແທ່ງ. ພາບ: ກົງຟອງ/VNA

 ຕາມ​ແຜນ​ແມ່​ບົດ ​ພັດທະນາ​ ລະບົບ​ສະໜາມ​ບິນ​ແຫ່ງ​ຊາດ ​​ທີ່ໄດ້​ຮັບ​ການ​ອະນຸມັດຜ່ານ ​ຈາກ​ນາຍົກລັດຖະມົນຕີ ເມື່ອ​ບໍ່​ດົນ​ມາ​ນີ້, ຈາກ​ນີ້​ຮອດ​ປີ 2030, ທົ່ວ​ປະ​ເທດ​ຈະ​ມີ​ສະໜາມ​ບິນ 30 ​ແຫ່ງ; ວິໄສທັດ ​ຮອດ​ປີ 2050, ທົ່ວປະ​ເທດ​​ຈະ​ມີ​ສະໜາມ​ບິນ 33 ແຫ່ງ. ແຜນຜັງ ດັ່ງກ່າວກຳນົດ ບັນດາໂຄງການແຫ່ງຊາດ ແລະ ບັນດາໂຄງການສຳຄັນ ບຸລິມະສິດ ລົງທຶນກໍ່ສ້າງໃໝ່ ຫຼື ເປີດກວ້າງ, ໃນນັ້ນລວມມີ ບັນດາສະໜາມບິນສາກົນ ທີ່ສຳຄັນ, ຊຶ່ງມີບົດບາດຫຼັກຄື: ສະໜາມບິນ ລອງແທ່ງ, ເຕີນເຊີນເຍິດ, ໂນ້ຍບ່າຍ, ດ່າໜັງ, ກາມແຣັງ ແລະ ຝູ໋ກວກ. 

ຄວາມຕ້ອງການເງິນລົງທຶນ ເພື່ອພັດທະນາລະບົບສະໜາມບິນຮອດປີ 2030 ແມ່ນປະມານ 420.000 ຕື້ດົ່ງ, ໄດ້ລະດົມຈາກແຫຼ່ງທຶນງົບປະມານ ຂອງ ລັດ, ທຶນນອກງົບປະມານ ແລະ ບັນ ດາແຫຼ່ງທຶນ ທີ່ຖືກຕ້ອງຕາມກົດໝາຍອື່ນໆ.

 

ຕາມ​ບັນດາ​ຜູ້​ຊ່ຽວຊານ​, ພວກ​ເຮົາ​ຕ້ອງ​ສ້າງ​ແລວນິຕິກຳ​ທີ່​ສະ ດວກ ​ແລະ ມີ​ລະບຽບ​ການ​ບໍລິຫານ​ທີ່​ງ່າຍດາຍ; ຕ້ອງ​ມີ​ວິທີ​ການເປີດກວ້າງພື້ນຖານ​ໂຄງ​ລ່າງ​ການບິນ, ​ເພາະ​ບໍ່​ດັ່ງ​ນັ້ນ, ບໍ່​ພຽງ​ແຕ່​ເປັນ​ສິ່ງ​ກີດຂວາງ ​ໃນການ​ເດີນທາງ​ເທົ່າ​ນັ້ນ, ແຕ່​ຍັງ​ຈະເປັນສິ່ງ​ກີດຂວາງໃນດ້ານ​ເສດຖະກິດອີກດ້ວຍ, ຍ້ອນບໍ່​ສາມາດ​ເຊື່ອມ​ໂຍງ, ບໍ່​ສາມາດ​ພັດທະນາ ​ດ້ານການທ່ອງທ່ຽວ, ບໍ່​ສາມາດ​ດຶງ​ດູດ​ການ​ລົງທຶນ... ນອກ​ຈາກນັ້ນ ຕ້ອງ​ປັບປຸງ​ວິທີ​ການ​ຈັດ​ຕັ້ງ​ການ​ລົງທຶນ ​ແລະ ປະຕິ​ຮູບ​ດ້ານ​ບໍລິຫານ ​ເພື່ອ​ແນ​ໃສ່​ຄັດ​ເລືອກ​​ບັນ ດາ​ນັກ​ລົງທຶນ​ທີ່​ມີ​ຄວາມ​ສາມາດ, ປະສົບ​ການ ​ແລະ ມີຄວາມ​ກະຕືລືລົ້ນ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ ​ການ​ລະດົມບັນດາ​ແຫຼ່ງກຳ ລັງໃຫ້ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ການບິນ.

ບົດ: VNP - ພາບ: VNA -​ ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

 


Top