• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສັນຍາລັກ ຂອງ ຫວຽດນາມ ໃນປີທຳອິດ ທີ່ເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023 - 2025

ພາຍຫຼັງ​ກວ່າ 1 ປີ​ດຳລົງ​ຕຳ​ແໜ່​ງ​ເປັນ​ສະມາຊິກ​ສະພາ​ສິດ ທິ​ມະນຸດ​ ສະຫະ​ປະຊາ​ຊາດ​ ອາຍຸການ 2023 – 2025, ຫວຽດນາມ ​ໄດ້​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ ​ໄດ້​ເປັນທ່ີຍອມ​ຮັບ​ແລະ ຕີ​ລາຄາ​ສູງ​ ຈາກ​ປະຊາ​ຄົມ​ໂລກ. ​ໃນ​ໂອກາດ​ນີ້, ວາ ລະສານຂ່າວພາບ ຫວຽດນາມ ຂໍຖືເປັນກຽດ ນຳສະເໜີ ເນື້ອໃນຂອງ​ບົດ​ສະຫຼຸບ​ຂອງທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດ໋ຮຸ່ງຫວຽດ. 

ພາຍຫຼັງ​ກວ່າ 1 ປີ​ດຳລົງ​ຕຳ​ແໜ່​ງ​ເປັນ​ສະມາຊິກ​ສະພາ​ສິດ ທິ​ມະນຸດ​ ສະຫະ​ປະຊາ​ຊາດ​ ອາຍຸການ 2023 2025, ຫວຽດນາມ ​ໄດ້​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ ​ໄດ້​ເປັນທ່ີຍອມ​ຮັບ​ແລະ ຕີ​ລາຄາ​ສູງ​ ຈາກ​ປະຊາ​ຄົມ​ໂລກ. ​ໃນ​ໂອກາດ​ນີ້, ວາ ລະສານຂ່າວພາບ ຫວຽດນາມ ຂໍຖືເປັນກຽດ ນຳສະເໜີ ເນື້ອໃນຂອງ​ບົດ​ສະຫຼຸບ​ຂອງທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດ໋ຮຸ່ງຫວຽດ.

ການ​ເຂົ້າຮັບ​ຕຳ​ແໜ່ງ ​ເປັນ​ສະ​ມາ​ຊິກ​ ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ອາຍຸການ 2023 2025 ໄດ້​ຮັບ​ການ​​ຍູ້​ແຮງຜັນຂະຫຍາຍນັບ​ແຕ່​ຊຸມມື້ທຳອິດ, ການເຄື່ອນໄຫວ​ທຳ​ອິດ ​ຂອງ​ ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ​ ໃນປີ 2023, ໂດຍ​ການ​ເຂົ້າ​ຮ່ວມ, ການ​ປະ​ສານ​ງານຈາກບັນດາ​ອົງການ​ ໃນ​ຄະນະ​ເຮັດ​ວຽກ​ລະຫວ່າງ​ຂະ​ແໜງ​ການ, ອົງ ການ​ຂ່າວ ​ແລະ ​ໄດ້​ສ້າງຄວາມປະທັບໃຈ, ມີ​ຜົນ​ກະທົບ ​ບໍ່​ພຽງ​ແຕ່​ໃນ​ວຽກ​ງານ​ ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ​ເທົ່າ​ນັ້ນ, ແຕ່​ຍັງ​ໃນ​ຫຼາຍ​ຂົງ​ເຂດ​ວຽກ​ງານ​ ອີກ​ດ້ວຍ.

1. ໃນປີ 2023, ສະພາບການໂລກ ແລະ ພາກພື້ນ ມີການປ່ຽນແປງຫຼາຍຢ່າງ ທ່ີເລິກເຊິ່ງ. ​ເຖິງ​ວ່າ​ ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ຍັງ​ຄົງ​ແມ່ນ​ທ່າ​ອ່ຽງ​ສໍາຄັນ, ​ແຕ່​ຍັງ​ມີ​ຄວາມທ້າ​ທາຍ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ ຢູ່​ຫຼາຍ​ພາກ​ພື້ນ​ຂອງ​ໂລກ, ​ເສດຖະກິດ​ໂລກ​ ຟື້ນ​ຕົວ​​ຊ້າ,... ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDG) ພ້ອມ​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ ທີ່​ບໍ່​ເປັນ​ມູນເຊື້ອ ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາ ຫານ, ຄວາມ​ໝັ້ນຄົງ​ທາງ​ນ້ຳ, ຄວາມ​ບໍ່​ສະ​ເໝີ​ພາບ ​ແລະ “ຂໍ້ເສຍ” ຂອງ ​ການ​ຫັນ​ເປັນ​ດີຈີຕອນ... ມີ​ຜົນ​ກະທົບ​ໂດຍ​ກົງ, ປະຈຳ​ວັນ​ຕໍ່​ຊີວິດ​ການ​ເປັນ​ຢູ່, ຄຸນ​ນະພາ​ບຊີວິດ ​ແລະ ຄວາມ​ສາມາດ ເພີດເພີນ ກັບສິດທິ ຂອງ ຜູ້ຄົນໃນທົ່ວໂລກ.

ບັນດາ​ປັດ​ໄຈ​ເຫຼົ່ານີ້​ ມີຄວາມກ່ຽວພັນ ​ແລະ ປ່ຽນແປງ​ເຊິ່ງກັນ ​ແລະ ກັນ, ​ໃນ​ດ້ານ​ໜຶ່ງ​ກໍ່​ສ້າງ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ເພີ່ມ​ທະວີ​ ຫັນເປັນການ​ເມືອງ, ຈຳກັດ​ຊ່ອງ​ຫວ່າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ບັນຫາ​ສິດທິ​ມະນຸດ; ຄຽງ​ຄູ່​ກັນ​ນັ້ນ, ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ​ຂອງ​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ ລວມ ຂອງ​ ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ ຂອງ​ ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ.

ຄະນະ​ຜູ້​ແທນ​ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລົງ​ຄະ​ແນນ​ສຽງ ​ແລະ ປະກາດ​ໝາກຜົນ​ການ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສະຫະປະຊາຊາດ. ພາບ: VNA

2. ການ​ໄດ້​ຮັບ​ເລືອກ​ ເປັນ​ສະມາຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ອາຍຸ​ການ 2023 -2025 ມີ​ຄວາມ​ໝາຍ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ ​ແລະ ອິດທິພົນ​ຂອງ​ ຫວຽດ ນາມ ທ່ີນັບ​ມື້​ນັບ​ສູງ​ຂຶ້ນ, ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ໂລກ ​ສຳລັບ​ບັນດາ​ນະ​ໂຍບາຍ, ຄວາມມານະ​ພະຍາຍາມ ​ແລະ ໝາກຜົນ ​ຂອງ ​ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດ ທິມະນຸດ.

ຫວຽດນາມ ໄດ້ຖື​ເອົາ​ຕຳແໜ່ງ​ນີ້​ ເມື່ອພວມມານະ​ພະຍາ ຍາມ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່, ຍົກສູງລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮັບ ປະກັນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ສະພາບ​ການ​ໂລກ ແລະ ຫວຽດນາມ ຍັງມີສິ່ງທ້າທາຍຫຼາຍຢ່າງ.

 

ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ລືວກວາງ ​ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 52 ຂອງ​ສະພາ​ສິດທິ​ມະນຸດ ສະຫະປະຊາຊາດ. ພາບ: VNA

3. ສອດຄ່ອງກັບຄວາມເປັນຫ່ວງຢ່າງຍິ່ງຂອງໂລກກ່ຽວກັບສິດທິມະນຸດ ໃນປັດຈຸບັນ, ບັນດາຂໍ້ລິເລີ່ມຂອງຫວຽດນາມ ໄດ້ຮັບການຕອບສະໜອງ ແລະ ປະກອບສ່ວນຢ່າງຕັ້ງໜ້າຈາກບັນດາປະເທດ. ຕົວຢ່າງ: ຖະແຫຼງການຮ່ວມກ່ຽວກັບຫົວຂໍ້ ການສັກຢາປ້ອງກັນພະຍາດ ແລະ ສິດທິມະນຸດທີ່ ຫວຽດນາມ ສະເໜີ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 54 ຂອງສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ໄດ້ດຶງດູດກວ່າ 60 ປະເທດເຂົ້າຮ່ວມ ແລະ ສະໜັບສະໜູນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ ອາ​ຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ສົນທະນາ​ກັບ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (AICHR). ພາບ: VNA

4. ຫວຽດນາມ ​ຍັງມີຮ່ວມ​ຢ່າງ​ເລິກ​ເຊິ່ງ ຫຼາຍຂຶ້ນ ເຂົ້າ​ໃນ​ວຽກ​ງານ​ລວມ, ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື​ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ບົນ​ຈິດ​ໃຈ “ເຄົາລົບ ​ແລະ ຄວາມ​ເຂົ້າ​ໃຈ. ການສົນທະນາ ແລະ ການຮ່ວມມື. ສິດທິທັງໝົດ. ໃຫ້ສໍາ​ລັບ​ທຸກ​ຄົນ”. ຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການ​ກວ່າ 80 ສະບັບ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ຮັບປະກັນ​ສິດ​ທີ່ຢູ່​ອາ​ໄສ, ສິດ​ອາຫານ, ສິດ​ວັດທະ ນະທຳ, ສິດ​ພັດທະນາ, ປົກ​ປ້ອງ​ບັນດາ​ກຸ່ມ​ເບາະບາງ.

ຫວຽດນາມ ​ໄດ້​ຮັບ​ຟັງ ​ແລະ ​ເຄົາລົບ​ຄວາມ​ຕ້ອງການ​ ໃນ​ການ​ຮ່ວມ​ມື ​ແລະ ​ຊ່ວຍ​ເຫຼືອດ້ານ​ວິຊາ​ການ ​ແລະ ມີ​ລັກ ສະນະ​ສ້າງສັນ ​ໃນ​​ບັນຫາ​ສິດທິ​ມະນຸດ​ ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ, ຖືກຫັນເປັນ​ການ​ເມືອງ, ມີ​ຄວາມ​ຂັດ​ແຍ່ງ​ກັນ​ຫຼາຍ​ຢ່າງ ​ຢູ່ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ຄືສະພາບການຢູ່ບັນດາປະເທດ (ຢູແກຣນ, ລັດເຊຍ, ປາແລດສຕິນ, ຊູດັງ ...), ການພົວພັນລະຫວ່າງ ການພັດທະນາ ແລະ ສິດທິມະນຸດ, ສຸຂະພາບຈະເລີນພັນ ແລະ ການສຶກສາທາງເພດ...

 

ທ່ານນາງ Ramla Khalidi, ຮັກສາການຜູ້ປະສານງານອົງການສະຫະປະຊາຊາດປະຈຳ ຫວຽດນາມ. ພາບ: VNA

5. ຄວາມປະທັບໃຈໃນປີທໍາອິດທີ່ເປັນສະມາຊິກສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ອາຍຸການ 2023-2025 ຍັງມີຜົນກະທົບທາງບວກຕໍ່ວຽກງານການຕ່າງປະເທດດ້ານອື່ນໆ ກ່ຽວກັບສິດທິມະນຸດ.

ການ​ປະກອບສ່ວນ ​ຂອງ ​ຫວຽດນາມ ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ​ໄດ້​​ຊ່ວຍໃຫ້​ປະຊາ​ຄົມ​ໂລກ ​ເຂົ້າ​ໃຈ​ຄວາມ​ມານະ​ພະຍາຍາມ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດ ນາມ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້ສິດທິ​ມະນຸດ, ຜ່ານ​ນັ້ນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະເທດ, ບັນດາອົງ ການ​ຈັດຕັ້ງສາກົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ ຫວຽດ​ນາມ ປະ​ຈຳ​ ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ), ທີ່​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres. ພາບ: VNA

6. ປີ 2024 ເປັນປີ ສຳຄັນ ຂອງ ອາຍຸການທີ່ເປັນສະມາຊິກສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ 2023-2025, ມີການເຄື່ອນໄຫວສຳຄັນຫຼາຍຢ່າງເຊັ່ນ: ການນຳສະເໜີ ແລະ ປຶກສາຫາລືກ່ຽວກັບບົດລາຍງານແຫ່ງຊາດ ຕາມກົນໄກ UPR ຮອບວຽນ IV, ສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມ, ບຸລິມະ ສິດ, ໂດຍສະເພາະແມ່ນຂໍ້ລິເລີ່ມ ກ່ຽວກັບການປ່ຽນແປງຂອງ ດິນຟ້າອາກາດ ແລະ ສິດຂອງມະນຸດ, ສົມທົບກັບວຽກງານຂົນຂວາຍ ບັນດາປະເທດ ສືບຕໍ່ໜູນຊ່ວຍ ຫວຽດ ນາມ ໄດ້ຮັບເລືອກເປັນສະມາຊິກ ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ ອາຍຸການ 2026 2028.

ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ​ເຂັ້ມ​ແຂງ​ຈາກ​ຄວາມ​ສາມັກຄີ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ຂອງ​ ທົ່ວ​ລະບົບ​ການ​ເມືອງ ພາຍໃຕ້​ການ​ເອົາ​ໃຈ​ໃສ່ ​ແລະ ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ການ​ນຳ​ພັກ ​ແລະ ລັດ, ແນ່ນອນວ່າ ຫວຽດນາມ ຈະ​ສືບ​ຕໍ່​ມີການປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ ສະ​ຫະ​ປະ​ຊາ​ຊາດ, ສ້າງ​ຂີດໝາຍ ​ໃນ​ປີ 2024 ​ແລະ ​ໄລຍະ​ຈະ​ມາ​ເຖິງ, ປະກອບສ່ວນ​ສ້າງ​ວຽກ​ງານ​ການ​ຕ່າງປະ​ເທດ​ຢ່າງ​ເຂັ້ມ​ແຂງ, ຮອບດ້ານ, ທັນ​ສະ​ໄໝ, ​ເປັນ​ອາຊີບ​ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ​ ຫຼາຍ​ຝ່າຍ ບົນ​ຈິດ​ໃຈ​ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ​ແລະ ຄຳສັ່ງເລກທີ 25-CT/TW ຂອງ​ ຄະນະ​ເລຂາທິການ.

 

ປະຕິບັດ: VNP/VNA - ແປໂດຍ: ຢືຟຽນ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top