ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

 ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ພິທີ​ຍິງ​ປືນ​ໃຫຍ່ ເພື່ອ​ຂໍ່ານັບຮັບຕ້ອນ ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ​ແລະ ພັນ​ລະ​ຍາ​ ທໍາການ​ຢ້ຽມຢາມ ອົດ​ສະ​ຕຣາ​ລີ ຢ່າງ​ເປັນ​ທາງ​ການ. ພາບ: VNA

ນັບ​ແຕ່​ສ້າງ​ຕັ້ງ​ ການ​ພົວພັນ​ທາງ​ການ​ທູດ ​ໃນ​ປີ 1973 ​ແລະ ຍົກ​ລະ ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໃນ​ປີ 2018, ການ​ພົວພັນ​ລະຫວ່າງ ສອງປະ​ເທດ​ໄດ້ມີການ​ພັດທະນາ​ຢ່າງ​ແຂງ​ແຮງ, ຮອບດ້ານ ​ແລະ ມີ ລະດັບຍຸດ​ທະ​ສາດ​ໃນ​ທຸກ​ຂົງ​ເຂດ.

ພົ້ນເດັ່ນແມ່ນໃນ​ຂົງ​ເຂດ​ເສດ​ຖະ​ກິດ-ການ​ຄ້າ-ການ​ລົງ​ທຶນ, ຫວຽດ​ນາມ ໄດ້ພົ້ນເດັ່ນ​ກາຍ​ເປັນ ພື້ນຖານ​ເສດ​ຖະ​ກິດ ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຢູ່ ອາ​ຊີ ດ້ວຍ​ຕະ​ຫຼາດ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ແລະ ​ກຳ​ລັງ​ແຮງ​ງານ​ແຂ່ງ​ຂັນ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 13,8 ຕື້ ໂດລາສະ ຫະລັດ ​ໃນ​ປີ 2023, ​ເຮັດ​ໃຫ້ ອົດ​ສະ​ຕຣາ​ລີ ​ກາຍເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 10 ຂອງ ຫວຽດນາມ, ​ໃນ​ຂະນະ​ທີ່ ຫວຽດນາມ ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ ​ໃຫຍ່​ອັນ​ດັບ 7 ຂອງ ອົດ​ສະ​ຕຣາ​ລີ.

ການ​ພົວພັນ​ດ້ານ​ການ​ລົງທຶນ ​ລະຫວ່າງ​ສອງ​ປະ​ເທດ​ກໍມີການ​ພັດທະ ນາ​ ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ມີ​ເກືອບ 600 ​ໂຄງການ​ລົງທຶນ​ຂອງ ອົດ​ສະ​ຕຣາ​ລີ ເຂົ້າສູ່ ຫວຽດນາມ ດ້ວຍ ຍອດ​ເງິນ​ລົງທຶນ​ ບັນລຸ​ກວ່າ 2 ຕື້ ໂດລາສະຫະລັດ ​ແລະ ການ​ລົງທຶນ​ຂອງ ຫວຽດນາມ ເຂົ້າ ອົດ​ສະ​ຕຣາ​ລີ ບັນລຸ 600 ລ້ານ ໂດລາສະຫະ ລັດ. ອົດ​ສະ​ຕຣາ​ລີ ຍາມ​ໃດ​ກໍ່​ເປັນ ​ໜຶ່ງ​ໃນ​ຜູ້ສະໜອງການຊ່ວຍເຫຼືອ ລ້າໃຫຍ່ທີ່ສຸດ ຂອງ ຫວຽດນາມ ດ້ວຍແຫຼ່ງທຶນ ODA ບັນ​ລຸ 92,8 ລ້ານ ໂດລາອົດ​ສະ​ຕຣາ​ລີ/ປີ ໃນ​ໄລ​ຍະ 2022-2023. ຄຽງ​ຂ້າງ​ນັ້ນ, ການ​ພົບປະແລກປ່ຽນ​ປະຊາຊົນ​ ຍັງ​ມີ​ບົດບາດ​ສຳຄັນ ​​ຊ່ວຍ​ຮັດ​ແໜ້ນ​ ສາຍ​ພົວພັນ​ມິດຕະພາບ​ ທີ່​ເປັນ​ມູນ​ເຊື້ອ ​ລະຫວ່າງ​ສອງ​ປະ​ເທດ. ປັດ ຈຸ​ບັນ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອົດ​ສະ​ຕຣາ​ລີ ມີ​ຈຳນວນປະ ມານ 350.000 ຄົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ພັດທະ ນາ​ເສດຖະກິດ-ສັງຄົມ ຢູ່ຖິ່ນ ​ແລະ ກາຍ​ເປັນ​ຂົວ​ຕໍ່​ສຳຄັນ, ປະກອບ ສ່ວນ​ ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊີ່ງກັນ ແລະ ກັນ ກ່ຽວກັບດ້ານ ວັດ ທະນະທຳ ແລະ ການຮ່ວມ​ມື​ເສດຖະກິດ​ ລະຫວ່າງ ສອງປະ​ເທດ.

ໃນ​ຊຸມ​ປີ​ມໍ່ໆ ​ມາ​ນີ້, ອົດ​ສະ​ຕຣາ​ລີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ໝາຍປາຍ ທາງຍອດ​​ນິຍົມ ສຳລັບ​ນັກ​ສຶກສາ ຫວຽດນາມ​, ໂດຍມີນັກສຶກສາ ແລະ ນັກຄົ້ນ​ຄວ້າ ​ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ກວ່າ 32.000 ຄົນ. ສອງປະເທດໄດ້ມີການແບ່ງປັນ ແລະ ຮ່ວມມືຢ່າງມີປະສິດທິຜົນ ຢູ່ ບັນດາເວທີປາໄສ ສາກົນ ແລະ ພາກພື້ນ, ພິເສດ ແມ່ນການຮ່ວມມື ໃນພາກພື້ນ ASEAN ແລະ ອະນຸພາກພື້ນ ແມ່ນໍ້າຂອງ.

ຕາມ​ຖະ​ແຫຼ​ງການ​ຮ່ວມ, ມີ 6 ທິດ​ທາງ​ການ​ຮ່ວມ​ມືທີ່ສຳຄັນ ​ໃນ​ໄລ ຍະ​ຈະ​ມາ​ເຖິງ​ ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ລວມມີ​ບັນດາ​ຂົງ​ເຂດ​ຮ່ວມ​ມື ສອງຝ່າຍ ​ກໍ່​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ. ພົ້ນ​ເດັ່ນ ສຸດ ​ແມ່ນ​ຈິດ​ໃຈ ​ຂອງ​ການ​ຮ່ວມ​ມື​ ເພື່ອ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ​​ຍືນ​ຍົງ, ການສະໜິດຕິດພັນ ໃນດ້ານເສດຖະກິດ, ຮ່ວມມືວິທະຍາ ສາດ​ ເຕັກ​ໂນ​ໂລຊີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ. ນີ້​ສາ​ມາດ​ຖື​ວ່າ ​ເປັນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ສູງ ແລະ ເປັນແຮງກະຕຸ້ນ ມີຄວາມ ໝາຍ​ຍຸດ​ທະ​ສາດ ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ. ນອກຈາກນັ້ນ, ໃນ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍຈະເປີດ ກວ້າງການຮ່ວມມື ກ່ຽວກັບອຸດສາຫະກຳ ປ້ອງກັນຊາດ, ຄວາມໝັ້ນ ຄົງໃນການເດີນທະເລ, ແບ່ງປັນຂໍ້ມູນຂ່າວສານ ແລະ ສອດແນມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຜ່ານ​ປະ​ສົບ​ການຕົວຈິງກັບການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ ທີ່​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ໂດຍ CSIRO. ພາບ: VNA
 
 

ສອງຝ່າຍ​ສືບ​ຕໍ່​ຮຽກຮ້ອງ​ ​ປະຕິບັດ ​ຖະແຫຼງການວ່າດ້ວຍ ການປະ ພຶດຕໍ່ ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ປີ 2002 ຢ່າງ​ຄົບ​ຖ້ວນ ​ແລະ ປະມວນກົດລະບຽບການປະພຶດຕໍ່ໃດໆ ບົນ​ທະ​ເລ​ຕາ​ເວັນ​ອອກ ກໍຕ້ອງ​ແທດ​ຈິງ, ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ໂດຍສະເພາະແມ່ນ ສົນທິສັນຍາສະຫະປະຊາຊາດວ່າ ດ້ວຍ ກົດໝາຍທະເລ 1982 (UNCLOS), ພ້ອມທັງບໍ່ກໍ່ຄວາມເສຍຫາຍ ຕໍ່ສິດຜົນປະໂຫຍດ ຂອງ ປະເທດອື່ນ ຕາມກົດໝາຍສາກົນ.

ໝາກຜົນ​ນີ້​ກໍ່​ແມ່ນ​ບາດກ້າວຜັນຂະຫຍາຍ​ ເສັ້ນທາງການຕ່າງປະ ເທດ ຂອງ ​ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກ ທີ່ແທດເໝາະກັບຕົວຈິງ, ​ໃນ​ນັ້ນ​ມີການສືບ​ຕໍ່​ຊຸກຍູ້ ​ແລະ​ ເຮັດໃຫ້ ເລິກເຊິ່ງຍິ່ງຂຶ້ນ ການພົວພັນກັບບັນດາຄູ່ຮ່ວມມື, ໂດຍສະເພາະຢ່າງ ຍິ່ງ ແມ່ນ ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ບັນດາ ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ, ມຸ່ງ​ໄປ​ເຖິງ​ຮັບໃຊ້ ເປົ້າໝາຍພັດທະນາທີ່ແທດເໝາະຕົວຈິງ, ຮັກສາສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ, ຍົກສູງຖານະບົດບາດ, ຊື່ສຽງ​ຂອງ​ປະ​ເທດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ ​ຂອງ ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


Top