ທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ Samdech Moha Bovor Thipadei Hun Manet ໄດ້ສິ້ນສຸດການ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11 – 12 ທັນ ວາ, ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ. ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຢ່າງ​ແຂງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໃນ​ຂອບການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ໄດ້​ວາງ​ພວງ​ມາ​ລາ ແລະ ເຂົ້າຢ້ຽມຂໍານັບ​ສຸ​ສານ​ປະ​ທານ ​ໂຮ່​ຈີ​ມິນ; ວາງພວງມາລາ ທີ່ອະນຸສອນສະຖານ ນັກຮົບ ເສຍສະ ຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ (ຮ່າໂນ້ຍ).

ໃນ​ຂອບການ​ຢ້ຽມຢາມ ຫວຽດນາມ ​ຢ່າງເປັນ​ທາງ​ການ, ທ່ານ​ນາ ຍົກລັດຖະມົນຕີ ກຳປູ​ເຈຍ Hun Manet ​ໄດ້​ມີ​ການ​ເຄື່ອນ​ໄຫວ​ສຳ ຄັນ​ຫຼາຍ​ຢ່າງ​ຄື: ​ພົບປະກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ; ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ​ແລະ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາ ຍົກລັດ ຖະມົນຕີ ຟ້າ​ມ​ມິ​ງຈິ໋ງ; ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້.

ໃນການ​ພົບ​ປະ, ​ເຈລະຈາຂັ້ນ​ສູງ, ການ​ນຳ​ຫວຽດນາມ ​ໄດ້​ຕີ​ລາຄາ ​ສູງຕໍ່​ການ​ຢ້ຽມຢາມ ​ຂອງ​ ທ່ານ​ນາຍົກລັດຖະມົນຕີ Hun Manet ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ຮັດ​ແໜ້ນ ​ແລະ ສ້າງ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ ຫວຽດນາມ - ກໍາປູ​ເຈຍ; ຊົມ​ເຊີຍ​ທ່ານ Hun Manet ທີ່​ໄດ້​ຮັບ​ເລືອກ​​ເປັນ​ນາຍົກລັດຖະມົນຕີ, ຮອງ​ປະ ທານ ພັກ​ປະຊາຊົນ ​ກຳປູ​ເຈຍ ​ແລະ ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ສຳຄັນ​ທີ່​ ກຳປູ​ເຈຍ ​ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ການຈັດ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII, ພັກ​ປະຊາຊົນ ​ກຳປູ​ເຈຍ ຍາດ​ໄດ້​ໄຊຊະນະ​ຢ່າງ​ໃຫຍ່​ຫຼວງ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຊຸດ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ, ພັກ​ປະຊາຊົນ​ ກຳປູ​ເຈຍ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ ວິ​ສາມັນ​ຢ່າງສຳເລັດຜົນ. ບັນດາ  ໝາກຜົນ​ດັ່ງກ່າວ​ ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ ທີ່ມີ​ຕໍ່​ພັກ​ປະຊາຊົນ ​ກຳປູ​ເຈຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ​ໄດ້​ພົບປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdech Hun Manet. ພາບ: ເຢືອງຢາງ/VNA

ການນຳ ຫວຽດນາມ ໄດ້ເນັ້ນໜັກເຖິງນະໂຍບາຍ ແບບສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ, ຖືສຳຄັນ ແລະ ໃຫ້ບຸລິມະສິດ ສູງ ຕໍ່ການພົວພັນ ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບ ທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ; ພ້ອມ​ທັງ​ເຄົາລົບ​ຮີດຄອງ​ປະ​ເພນີ​ແຫ່ງ​ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ແບ່ງປັນ ​ແລະ ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຂອງ​ສອງ​ປະ​ເທດ​ໃນ​ຂະບວນການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ທຸກ​ວັນ​ນີ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet ຢືນ​ຢັນ​ວ່າ ກຳ​ປູ​ເຈຍ ຈະ​ຮ່ວມ​ມື​ກັບ​ ຫວຽດ​ນາມ ເພື່ອ​ປົກ​ປັກ​ຮັກ​ສາ, ບຳ​ລຸງ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ແລະ ສົ່ງ​ຕໍ່​ໃຫ້​ຄົນ​ລຸ້ນ​ຫຼັງ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ​ໃນຄວາມພະຍາຍາມ​ ບັນລຸ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ໄດ້ 20 ຕື້ໂດລາສະຫະລັດ ​ໃນ​ໄລຍະ​ຈະ​ມາ​ເຖິງ; ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ ​ແລະ ການ​ຮ່ວມ​ມື​ ຂອງ ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ; ຍິນ​ດີ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ບັນດາ​ອົງ ການ​ທີ່​ກ່ຽວຂ້ອງ​ ຂອງ​ສອງ​ປະ​ເທດ ແນໃສ່ສືບ​ຕໍ່​ຮັກສາ ​ແລະ ​ປັບ ປຸງ​ ​ເສັ້ນຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ; ເຫັນດີຈະສືບຕໍ່ປະສານງານແກ້ໄຂ ບັນດາເຂດ 16% ເສັ້ນຊາຍແດນ ທີ່ຍັງບໍ່ທັນສຳເລັດ ການປັກຫຼັກໝາຍ ...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdech Hun Manet ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ​ຕ່າງ​ປະ​ເທດ. ພາບ: ຟ້າມກຽນ/VNA

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິ໋ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Manet ​ໄດ້​ເປັນ​ສັກຂີ​ພິ ຍານ​ ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື 3 ສະບັບ ລວມມີ: ບົດ​ບັນ ທຶກຊ່ວຍຈຳ ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ ສ້າງສັນ ລະຫວ່າງ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ແລະ ກະຊວງ ອຸດສາຫະກຳ, ວິ ທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ສ້າງສັນ ກຳປູ​ເຈຍ; ບົດ​ບັນທຶກ​ຊ່ວຍຈຳ ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ ສະຫະພັນ​ການ​ຄ້າ ​ແລະ ອຸດສາຫະກຳ​ ຫວຽດນາມ ​ແລະ ສະພາ​ການ​ຄ້າ ​ກຳປູ​ເຈຍ; ບົດ​ບັນ​ທຶກ​ຊ່ວຍຈຳ ​ກ່ຽວ​ກັບ​ການ​ຮ່ວມ​ມື​ ລະ​ຫວ່າງ​ ສະ​ຖາ​ບັນ​ການ​ທູດ​ ຫວຽດ​ນາມ ແລະ ສະ​ຖາ​ບັນ​ ການ​ທູດ ແລະ ການ​ພົວ​ພັນ​ກັບຕ່າງປະເທດ ກຳ​ປູ​ເຈຍ.

ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ​ແລະ ທ່ານ​ນາຍົກລັດຖະມົນຕີ Hun Manet ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ ຫວຽດນາມ -ກໍາປູ​ເຈຍ; ແລກ ປ່ຽນກັບນັກສຶກສາ ມະຫາວິທະຍາໄລ ການຄ້າຕ່າງປະເທດ.