ການສົ່ງອອກຜັກ ແລະ ໝາກໄມ້ ສ້າງສະຖິຕິໃໝ່

ການສົ່ງອອກຜັກ ແລະ ໝາກໄມ້ ສ້າງສະຖິຕິໃໝ່

ການສົ່ງອອກຜັກ ແລະ ໝາກໄມ້ ສືບຕໍ່ແມ່ນຈຸດພົ້ນເດັ່ນ ໃນການສົ່ງອອກສິນຄ້າ ຂອງ ຫວຽດນາມ, ຄາດວ່າ ດ້ວຍຈັງຫວະເຕີບໂຕ ໃນປັດຈຸບັນ, ຍອດມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ ຈະລື່ນກາຍຄາດໝາຍ 5,5 ຕື້ ໂດລາສະຫະລັດ ໃນປີ 2023.

ເຂດຜະລິດຜັກປອດສານພິດ ວັນດຶກ (ຕາແສງ ວັນດຶກ, ເມືອງ ຢາເລີມ) ແມ່ນໜຶ່ງໃນບັນດາເຂດຜະລິດຜັກ ໃຫຍ່ທີ່ສຸດ ຂອງນະຄອນ ຮ່າໂນ້ຍ, ດ້ວຍເນື້ອທີ່ກວ່າ 250 ເຮັກຕາ. ພາບ: VNA

ໃນ​ສະພາບ​ການ​ຂະແໜງສິນຄ້າ ​ທັງ​ໝົດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ກ່ຽວກັບ​ຕະຫຼາດ​ສົ່ງ​ອອກ ​ຍ້ອນ​ຄວາມ​ຕ້ອງການ​ຂອງ​ໂລກ​ຫຼຸດ​ລົງ, ​ແນວ​ໃດ​ກໍ​ດີ, ການສົ່ງອອກຜັກ ແລະ ໝາກໄມ້ ເປັນ​ຄັ້ງ​ທຳ​ອິດ ໄດ້ນຳໜ້າຂະແໜງກະສິກຳ, ລື່ນກາຍການສົ່ງອອກ ​ບັນດາ​ກຸ່ມພືດທີ່​ສຳຄັນ​ຄື: ເຂົ້າ, ໝາກມ່ວງ​ຫິມະພານ, ກາ​ເຟ, ມັນ​ຕົ້ນ...


ຕາມ​ສະມາຄົມ​ຜັກ ​ແລະ ​ໝາກ​ໄມ້ ​ຫວຽດນາມ, ຜະລິດ​ຕະພັນ​ຜັກ ແລະ ໝາກ​ໄມ້​ຂອງ​ ຫວຽດນາມ​ໄດ້​ສົ່ງ​ອອກ​ໄປຍັງ​ຕະຫຼາດ​ ສປ ຈີນ​ເປັນ​ຕົ້ນຕໍ (3,2 ຕື້ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 2,7%), ສ ອາ​ເມ​ລິ​ກາ (212 ລ້ານ ໂດລາສະຫະລັດ), ສ ​ເກົາຫຼີ (187 ລ້ານ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 35%), ຍີ່​ປຸ່ນ (151 ລ້ານ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 7%)... ໃນ​ນັ້ນ, ໝາກ​ມັງກອນ, ໝາກ​ມີ້, ໝາກ​ຖົ່ວລຽນ, ໝາກ​ໂມ, ໝາກ​ຟຸກ ​ແລະ ລຳໄຍ​ ແມ່ນ​ໝາກ​ໄມ້​ທີ່​ມີ​ປະ​ລິ​ມານ​ສົ່ງ​ອອກ​ຫຼາຍ​ທີ່​ສຸດ, ມີອັດຕາ​ການ​ເຕີບ​ໂຕ ແຕ່ 40-200% ​ເມື່ອ​ ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຊາວ​ກະ​ສິ​ກອນ ​ສະ​ຫະ​ກອນ​ໝາກ​ແຕງໂມ VietGAP (ຕາ​ແສງ​ຫວີງ​ຖ້ວນ​ໄຕ, ເມືອງ ວິຖ້ວນ, ແຂວງ ເຮົ້າ​ຢາງ) ເກັບ​ກູ້ ​ໝາກ​ແຕງໂມ ​ເພື່ອ​ສົ່ງ​ອອກ. ພາບ: VNA

ສປ ຈີນ ​ຍັງ​ແມ່ນ​ລູກ​ຄ້າ​ໃຫຍ່​ທີ່​ສຸດ​ ຂອງ​ຜັກ ​ແລະ ​ໝາກ​ໄມ້​ຫວຽດ ນາມ, ກວມ​ເກືອບ 65% ວົງເງິນສ່ົງອອກ. ພິ​ເສດ​ແມ່ນ​ໝາກ​ໄມ້​ຂອງ ​ຫວຽດນາມ ທີ່​ສົ່ງ​ອອກ​ໄປ​ຍັງຕະຫຼາດ​ແຫ່ງ​ນີ້ ນອກຈາກ​ໝາກ​ຖົ່ວລຽນ ​ທີ່ໄດ້ຮັບຄວາມ​ນິຍົມ​ ​ແລ້ວ, ນັບ​ແຕ່​ນີ້​ໄປ​ຮອດ​ທ້າຍ​ປີ ​ຈະ​ມີ​ໝາກ​ມີ້, ໝາກມັງກອນ ຕື່ມອີກ..., ສິ່ງດັ່ງກ່າວ ຄາດ​ວ່າ ການສົ່ງອອກ ໝາກ​ມັງກອນ​ ຈະ​ຟື້ນ​ຕົວ​ຄືນ​ໃໝ່. ຫວ່າງມໍ່ໆ ນີ້, ໝາກພ້າວ ໄດ້ສະໜອງ “visa” ສົ່ງອອກ ໄປຍັງຕະຫຼາດ ສ ອາເມລິກາ ​ແລະ ພ້ອມ​ກັນນັ້ນ ແມ່ນການ​ເຈລະຈາ​ສົ່ງ​ອອກ ໃນໂຄຕ້າ ບັນດາ​ຜະລິດ​ຕະພັນ​ໝາກ​ພ້າວ​ໄປຍັງ​ ສປ ຈີນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ໝາກພ້າວ ​ຫວຽດນາມ ໄດ້ມີຄວາມຫວັງ​ວ່າ​ ຈະ​ກາຍ​ເປັນ​ສິນຄ້າ​ ທີ່​ມີ​ມູນ​ຄ່ານັບ​ຕື້ ໂດລາສະຫະລັດ.


ສະເພາະ​ຜະລິດ​ຕະ​ພັນໝາກຖົ່ວລຽນ, ​ໃນ 10 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ໝາກ​ຖົ່ວລຽນ ຄາດ​ວ່າ ​ບັນລຸ 1,82 ຕື້ ໂດລາສະຫະລັດ. ຄຽງ​ຄູ່​ກັບ​ໝາກ​ຖົ່ວລຽນ, ໝາກ​ຟຸກ​ ກໍ​ໄດ້​ກາຍ​ເປັນ​ຈຸດພົ້ນເດັ່ນ ​ໃນ​ການ​ສົ່ງ​ອອກ​ໝາກ​ໄມ້, ຕາມ​ຂໍ້​ມູນ​ເບື້ອງ​ຕົ້ນ ຈາກ​ສະ​ມາ​ຄົມ​ຜັກ ແລະ ໝາກ​ໄມ້​ ຫວຽດ​ນາມ, ປີ 2023, ໝາກ​ຟຸກ ໄດ້​ຈົດ​ຊື່​ເປັນ​ໝາກ​ໄມ້​ທີ່​ມີ​ມູນ​ຄ່າ​​ສົ່ງ​ອອກ​ເພີ່ມ​ຂຶ້ນສູງ. ​ໃນ 8 ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ໝາກ​ຟຸກ ບັນລຸ 29,6 ລ້ານ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 144% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022, ​ແມ່ນ​ອັນດັບເພີ່ມ​ຂຶ້ນ ຫຼາຍທີສຸດ​ໃນ 5 ປີຜ່ານມາ.

ແຂວງ ດັກ​ລັກ​ສຸມ​ໃສ່​ເກັບ​ກ່ຽວ​ໝາກ​ກາ​ເຟ​ສຸກ​ ຮັບ​ປະ​ກັນ​ຄຸນ​ນະ​ພາບ​ເພື່ອ​ສົ່ງ​ອອກ. ພາບ: ຮວ່າຍທູ/VNA

ພ້ອມ​ກັບ​ຄວາມ​​ພະຍາຍາມ​ ຕອບສະໜອງ ເປັນຢ່າງດີ ກ່ຽວກັບ​ມາດຖານ​ຄຸນ​ນະພາ​ບ, ທ່ານ​ຮອງ​ລັດຖະມົນຕີ ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຟຸ່ງດຶກ​ຕ໋ຽນ ​ໃຫ້​ຮູ້​ວ່າ: ອຸດສາຫະກຳຜັກ ແລະ ໝາກໄມ້​ຈະ​ສືບ​ຕໍ່​ເຈລະຈາ ​ເພື່ອ​ເປີດ​ກວ້າງ​ຕະຫຼາດ​ໝາກ​ໄມ້ ຫວຽດນາມ ​ໄປຍັງບັນດາຕະຫຼາດ ທີ່ມີ ຄວາມສາມາດບົ່ມຊ້ອນ, ພິເສດແມ່ນຕະຫຼາດ​ທີ່​ມີ​ມູນ​ຄ່າ​ສູງ. ​ໂດຍ​ສະ​ເພາະ​ ສປ ​ຈີນ ແມ່ນ​​ອະນຸ​ສັນຍາ ​ກ່ຽວ​ກັບ​ຜະລິດ​ຕະພັນ​ລວມມີ: ໝາກ​ໂມ​ ຈາກເປັນສິນຄ້າ​ສົ່ງ​ອອກ​ແບບ​ດັ້ງ​ເດີມ ​ຫັນໄປສູ່ ການລົງນາມໃນອະນຸສັນຍາ ເພື່ອ​ສ້າງ ມາດຕະຖານ ຂໍ້ກຳນົດ; ໝາກຖົ່ວລຽນ ເຢັນ, ໝາກເຜັດ, ຢາສະໝຸນໄພ ແລະ ໝາກໄມ້ ມີງີມ. ຖ້າ​ຫາກ​ບັນ​ຫາ​ໃນ​ການ​ສົ່ງ​ອອກບັນດາ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້ ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງຄົບຊຸດ, ການພົວພັນການ​ຄ້າ​ຈະ​ມີ​ຄວາມ​ສະ​ດວກ​ຫຼາຍ​ແລະ ​ອັດ​ຕາ​ການ​ຈະເລີນເຕີບໂຕຈະ​ຫຼາຍ​ກວ່າ​ເກົ່າ.

 

ພ້ອມ​ກັນ​ນັ້ນ, ຂະແໜງກະສິກຳ​ ຫວຽດນາມ ກຳລັງ​ຊຸກຍູ້ ສ້າງບັນດາ​ຮູບແບບ ​ການ​ຜະລິດ ​ຕາມ​ມາດຕະຖານ VietGAP ​ແລະ GlobalGAP ຢ່າງຮີບດ່ວນ, ຕອບສະໜອງ ບັນດາຂໍ້ກຳນົດ ກ່ຽວກັບ ກັກກັນພະຍາດ ຈາກຕະຫຼາດນຳເຂົ້າ​ຢ່າງ​ຄົບ​ຖ້ວນ. ພຽງ​ແຕ່​ເທົ່າ​ນັ້ນ, ອຸດສາຫະກຳຜັກ ແລະ ໝາກໄມ້ ແລະ ສົ່ງອອກຜັກ ​ແລະ​ ໝາກ​ໄມ້​ ຈຶ່ງບັນລຸ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ປະກອບສ່ວນຍົກສູງ ວົງ​ເງິນ​ສົ່ງ​ອອກ ​ຂອງທົ່ວ​ຂະ​ແໜງ​ການ​ຜັກ​ ແລະ ​ໝາກ​ໄມ້ ​ໃນ​ໄລຍະ​ຈະ​ມາ​ເຖິງ.

  • ບົດ: VNP - ພາບ: VNA
  • ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

Top