ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

ໃນຈຳນວນ 15 ມໍລະດົກວັດທະນະທຳ ທີ່ເປັນນາມມະທຳຂອງ ຫວຽດນາມ ທີ່ໄດ້ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ຮັບຮອງເປັນ ມໍລະດົກວັດທະນະທຳ ທີ່ເປັນນາມະທຳ ຂອງມວນມະນຸດ,  ສ່ວນຫຼາຍ ລ້ວນແຕ່ປະກົດຕົວໃນງານບຸນປະເພນີຂອງ ຫວຽດນາມ. ງານບຸນ ວິຫານຮຸ່ງ (ວັນສັກກາລະບູຊາ ເຈົ້າຊີວິດ ຮຸ່່ງ) ໄດ້ ກາຍເປັນຈຸດພົບປະທາງດ້ານຈິດໃຈຂອງ ຊາວ ຫວຽດນາມ ທຸກຄົນ. ແຕ່ລະປີ, ຊາວ ຫວຽດນາມ ນັບລ້ານ ໄດ້ມາສະແຫວງ ບຸນ ຢູູ່ພູ ເຫງ້ຍຫຼິ໊ງ, ແຂວງ ຝູ໋ເຖາະ ເພື່ອລະນຶກເຖິງບັນພະບຸລຸດ ຜູ້ປະກອບສ່ວນ ໃນການ  ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ. ການສັກກາລະບູຊາ ບັນດາເຈົ້າຊີວິດ ຮຸ່ງ ບໍ່ພຽງແຕ່ ເປັນການ ເຄື່ອງໄຫວກິດຈະກຳທາງໃຈ ຂໍພອນ ບັນພະບຸລຸດ ດົນບັນດານ ໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນ ໃຊ້ຊີວິດ ໃນຄວາມຢູ່ເຢັນເປັນສຸກ, ຝົນຟ້າຕົກ ຕາມ ລະດູການເທົ່ານັ້ນ, ແຕ່ຍັງມີຄວາມໝາຍເຊື່ອມຕໍ່, ປັບປຸງ ຄວາມສາມັກຄີ, ຮັກຫອມ, ຕຸ້ມຫໍ່ ເຊິ່ງກັນ ແລະ ກັນ ຂອງ ວົງຄະນາຍາດ ຫວຽດນາມ ຜູ້ມີກົກເຄົ້າເຫງົ້າກໍດຽວກັນ.  

ການສະແດງຂັບ ກວານເຫາະ ຢູ່ງານບຸນ ໂກ່ລວາ ໃນລະດູ ບານໃໝ່ ປີມະໂລງ 2024. ພາບ: VNA

ເພື່ອແນໃສ່ເຊີດຊູ ຄຸນຄ່າ ວັດທະນະທຳ ຂອງ ງານບຸນ ໃນການ ອະນຸລັກຮັກສາ ແລະ ພັດທະນາ ມໍລະດົກ ວັດທະນະທຳ ຂອງ ຫວຽດນາມ, UNESCO ຍັງຮັບຮອງ ວັດທະນະທໍາ ຄ້ອງ ໄຕງວຽນ, ງານບຸນ ຢ໋ອງ ຢູ່  ເມືອງ ຊ໋ອກເຊີນ, ຮ່າໂນ້ຍ ແລະ ບັນດາພິທີກຳ ແລະ ການແຂ່ງຂັນດຶງເຊືອກ ມັກຈັດຂຶ້ນ ໃນວັນ ພັກຜ່ອນ ແລະ ງານບຸນປະເພນີ ຄື ບຸນປີໃໝ່, ງານບຸນວັດ ຫຼື ງານບຸນໝູ່ບ້ານ ຢູ່ເຂດພູດອຍ, ເຂດທົ່ງພຽງແມ່ນ້ຳແດງ ແລະ ພາກກາງທາງເໜືອ ແລະ ເຂດພູດອຍທາງພາກເໜືອ.

ພ້ອມກັບການອະນຸລັກຮັກສາ ແລະ ເຊີດຊູບັນດາຄຸນຄ່າ ວັດທະນະທຳ ຂອງ ງານບຸນປະເພນີ, ຫຼາຍທ້ອງຖິ່ນໄດ້ຈັດຕັ້ງ ບັນດາງານບຸນ ທີ່ນຳມາເຊິ່ງລົມຫາຍໃຈແຫ່ງຊີວິດໃໝ່ ແລະ ທັນສະໄໝ ດ້ວຍການເຂົ້າຮ່ວມຂອງບັນດາປະເທດໃນໂລກ.

ພິທີ ພະລາຊະທານ ປະຕິທິນ ຂອງ ລາຊະວົງ ຫງວຽນ ໄດ້ຈັດຕັ້ງ ຢູ່ນະຄອນ ເຫວ້, ແມ່ນໂຄງການເລີ່ມຕົ້ນ ງານ ມະໂຫລານ ເຫວ້ 2024 ຕາມທິດ ຈັດຕັ້ງງານບຸນ 4 ລະດູການ. ພາບ: VNA
 

ພົ້ນເດັ່ນຄື ແຂວງ ເທື່ອທຽນ-ເຫວ້ ປະສົບຜົນສຳເລັດ ໃນການ ຈັດຕັ້ງ ງານມະໂຫລານ ເຫວ້ ນັບແຕ່ປີ 2000. ເຫດການນີ້ ໄດ້ ສ້າງຄວາມປະທັບໃຈຢ່າງຕັ້ງໜ້າ ດ້ວຍບັນດາການເຄື່ອນໄຫວ ວັດທະນະທຳ, ສິລະປະ ທີ່ເປັນເອກະລັກ, ເສີມຂະຫຍາຍຄຸນຄ່າ ມໍລະດົກ ແລະ ວັດທະນະທຳ ຂອງນະຄອນຫຼວງບູຮານ. ງານ ມະໂຫາລານ ເຫວ້ ໄດ້ປະກອບສ່ວນໃນການໂຄສະນາເຜີຍແຜ່ ຮູບພາບທ້ອງຖິ່ນໄດ້ເຂັ້ມແຂງຍິ່ງຂຶ້ນ. 

ນະຄອນ ດ່າໜັງ ກໍ່ໄດ້ເຊີດຊູຄຸນຄ່າຂອງບັນດາເຫດການ ແລະ ງານບຸນ ໃນຫຼາຍປີມານີ້ ເຊິ່ງພົ້ນເດັ່ນໃນນັ້ນ ແມ່ນບຸນ ບັ້ງໄຟດອກ. ຕົວເມືອງແຫ່ງນີ້ໄດ້ຮັບການຮັບຮອງ ແມ່ນຈຸດນັດ  ໝາຍແຫ່ງເຫດການ ແລະ ງານບຸນນຳໜ້າຂອງ ອາຊີ 2 ຄັ້ງ ຄືໃນປີ 2016 ແລະ 2022.

ຢູ່ແຂວງ ກວາງນາມ, ໃນປີກາຍນີ້, ບຸນໄຫວ້ພະຈັນ ຂອງ ໂຮ້ຍອານ ໄດ້ຮັບນາມມະຍົດ  ມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ແຫ່ງຊາດ. ນາມມະຍົດນີ້ ໄດ້ຢັ້ງຢືນຕື່ມອີກ ບັນດາຄຸນຄ່າ ທີ່ບຸນໄຫວ້ພະຈັນ ໄດ້ນຳມາສູ່ຊີວິດການເປັນຢູ່ ຂອງປະຊາຊົນ, ທັງແມ່ນໂອກາດ ເພື່ອໃຫ້ ບັນດາຄຸນຄ່າ ວັດທະນະທຳ ພື້ນເມືອງ ໄດ້ຮັບການອະນຸລັກຮັກສາ ແລະ ເຊີດຊູ. ນີ້ກໍ່ແມ່ນຄວາມຈຳເປັນ ເພາະວ່າ ນະຄອນ ໂຮ້ຍອານ ພວມຢູ່ໃນຂະບວນການສ້າງສຳເນົາ ເອກະສານ ກ່ຽວກັບຂົງເຂດ ຫັດຖະກຳ ແລະ ສິລະປະພື້ນເມືອງ ເພື່ອເຂົ້າຮ່ວມການສະໝັກ ຄັດເລືອກ ເຂົ້າເຄືອຂ່າຍ ບັນດາຕົວເມືອງ ປະດິດສ້າງ ທົ່ວໂລກ ຂອງ UNESCO.

ງານແຂ່ງງົວ ໄບ໊ນຸ໋ຍ ໄດ້ຈັດຂຶ້ນໃນລະຫວ່າງງານບຸນ Sene Dolta (ພິທີ ໄຫວ້ບູຊາ ປູ່ຍ່າຕາຍາຍ) ຂອງຊາວເຜົ່າ ຂະແມຢູ່ ພາກໃຕ້. ພາບ: VNA

ນອກຈາກນັ້ນ, ຍັງມີຫຼາຍງານບຸນທີ່ມີຊື່ສຽງ ຢູ່ທົ່ວທຸກພາກຂອງ ປະເທດຄື: ບຸນລິມ ຂອງ ແຂວງ ບັກນິງ, ງານບຸນ ຈ່າງອານ ຂອງ ແຂວງ ນິງບິ່ງ, ງານບຸນ ດອກ ບັດວິດ ຢູ່ແຂວງ ຮ່າຢາງ, ບຸນປີໃໝ່ Chol Chnam Thmay ຂອງ ຊາວເຜ່ົາຂະແມ ຢູ່ ແຂວງ ຊ໋ອກຈັງ, ງານບຸນແຂ່ງງົວ ໄບ໊ນຸ໋ຍ ຢູ່ ແຂວງ ອານຢາງ... ແຕ່ລະ ທ້ອງຖິ່ນ ພວມມານະພະຍາ ຍາມຢ່າງບໍ່ຢຸດຢັ້ງ ເພື່ອຍົກສູງ ຄວາມຮັບຮູ້ ແລະ ຄວາມສາມາດຂອງຊຸມຊົນ, ບັນດາ ວັດທະນະທຳ ເພື່ອປົກປັກຮັກສາ ແລະ ເຊີດຊູຄຸນຄ່າ ອັນໃຫຍ່ຫຼວງ ແລະ ເປັນເອກະ ລັກສະເພາະ ຂອງງານບຸນ ຫວຽດນາມ, ສ້າງຊື່ສຽງຢ່າງກວ້າງຂວາງໃນປະຊາຄົມ ພາຍໃນ ແລະ ສາກົນ.

  • ບົດ: VNP - ພາບ: VNA - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ


Top