• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ສີ ຂັດມັນ ຮ້າຖາຍ

ອາຊີບຫັດຖະກຳມູນເຊື້ອ ກ່ຽວກັບເຄື່ອງໃຊ້ພາຍໃນບ້ານ​ ຮ້າ ຖາຍ, ເມືອງ ເທ່ື່ອງຕິນ, ນະຄອນ ຮ່າໂນ້ຍ ໄດ້ມີມາແຕ່ ສະ ຕະວັດທີ XVII. ເຖິງປີ 1930, ບັນດານັກແຕ້ມ ຫວຽດນາມ ຄົນ ທຳອິດໄດ້ຮຽນຢູ່ໂຮງຮຽນວິຈິດສິນ ດົງເຢືອງ (ປັດຈຸບັນ ແມ່ນ ມະຫາວິທະຍາໄລ ວິຈິດສິນ ຫວຽດນາມ) ໄດ້ມີການ ຄົ້ນຫາ, ປະກົດເຫັນເຕັກນິກ ຂັດມັນ ແລະ ໄດ້ບັນດານາຍ ຊ່າງ ຢູ່ບ້ານ ຮ້າຖາຍ ນຳໃຊ້ເພື່ອເຮັດໃຫ້ຜະລິດຕະພັນ ຂອງ ຕົນສວຍ ງາມ ກວ່າເກົ່າ.

ຈົນເຖິງປັດຈຸບັນ, ໝູ່ບ້ານ ອາຊີບແຫ່ງນີ້ ນັບມື້ນັບພັດທະນາ ຍ້ອນຄວາມຕ້ອງການນຳໃຊ້ຜະລິດຕະພັນ ທີ່ມີຄວາມຊັບຊ້ອນ ຂອງ ຕະຫຼາດພາຍໃນ ແລະ ຕ່າງປະເທດ. ສະມາຄົມ ຂັດມັນ ຮ້າຖາຍ ໄດ້ຮັບການສ້າງຕັ້ງ ມີຈຳນວນສະມາຊິກ 125 ຄົນ. ບ້ານ ຮ້າຖາຍ ມີພົນລະເມືອງ 800 ຄອບຄົວ, ໃນ ນັ້ນ ຊາວບ້ານ ເກືອບ 90% ແມ່ນທຳອາຊີບ ຂັດມັນ, ມີແຮງ ງານ 1.600 ຄົນ ແລະ ແຮງງານອີກຫຼາຍພັນຄົນມາ ຈາກບັນ ດາ ໝູ່ບ້ານທີ່ໃກ້ຄຽງ. ແຕ່ລະປີ, ຮ້າຖາຍ ໄດ້ຜະລິດອອກ ຜະ ລິດຕະພັນ ຫຼາຍລ້ານ ຜະລິດຕະພັນ ຕາມຄວາມຕ້ອງການ ຂອງ ລູກຄ້າ. ຜະລິດຕະພັນ ຂັດມັນ ຮ້າຖາຍ ຢືນຢັນໄດ້ເຄື່ອງ ໝາຍຂອງຕົນ ຢູ່ຕະຫຼາດ ບໍ່ພຽງແຕ່ຍ້ອນຊື່ສຽງ ແລະ ຄວາມ ເຊື່ອຖື, ຄຸນນະພາບ, ຄວາມທົນທານສູງເທົ່ານັ້ນ, ຫາກຍັງ ດ້ວຍຝີມື ທີ່ ຄ່ອງແຄ້ວ, ຄວາມປະດິດສ້າງຂອງນາຍຊ່າງບ້ານ ຮ້າຖາຍ ອີກດ້ວຍ. 


ຂັ້ນຕອນການນວດແຜ່ນເງິນໃຫ້ແກ່ຜະລິດ
ຕະພັນ ໄດ້ປະຕິບັດຢ່າງລະອຽດລະອໍ ແລະ ໃຫ້ຫ້ອງບໍ່ມີລົມ. ພາບ: ເຟືອງລິງ/VNP



ຂັ້ນຕອນການຫໍ່ຜ້າໄໝປ່ານ ເພື່ອປະຕິບັດ ການທາສີ. ພາບ: ເຟືອງລິງ/VNP


ຂັ້ນຕອນການນວດແຜ່ນເງິນໃຫ້ແກ່ຜະລິດ
ຕະພັນ ໄດ້ປະຕິບັດຢ່າງລະອຽດລະອໍ ແລະ ໃຫ້ຫ້ອງບໍ່ມີລົມ. ພາບ: ເຟືອງລິງ/VNP

 

ຊ່າງຂັດມັນ ຮ້າຖາຍ ປະຕິບັດຂັ້ນຕອນຂັດເຫຼືອມ ໃຫ້ແກ່ຜະລິດຕະພັນ. ພາບ: ເຟືອງລິງ/VNP


ຫຼັງຈາກຜະລິດຕະພັນໄດ້ນວດແຜ່ນເງິນແລ້ວ ຈະໄດ້ເອົາໄປກວດກາ ແລະ ດັດປ່ຽນໂດຍລະອຽດ. ພາບ: ເຟືອງລິງ/VNP
 

ປັດຈຸບັນ, ບ້ານ ຮ້າຖາຍ ຍັງມີຊື່ສຽງ ດ້ວຍປະເພດ ຮູບປັ້ນຂັດມັນ ຂະໜາດໃຫຍ່. ພາບ: ເຟືອງລິງ/VNP
 

ປັດຈະບັນ, ບ້ານ ຮ້າຖາຍ ມີຫ້ອງແນະນຳ ແລະ ວາງຂາຍຜະລິດຕະພັນຂັດມັນຫຼາຍແຫ່ງໃນທົ່ວປະເທດ. 
ພາບ: ເຟືອງລິງ/VNP

ຄວາມໝັ້ນຄົງຂອງໝູ່ບ້ານແຫ່ງນີ້ ພ້ອມກັບການອະນຸລັກ ຮັກ ສາຄຸນຄ່າດ້ານວັດທະນະທຳ, ວັດຖຸ ແລະ ຈິດໃຈຂອງ ຜະລິດ ຕະພັນ ໄດ້ປະກອບສ່ວນເຮັດໃຫ້ ຮ້າຖາຍ ກາຍເປັນ ໜຶ່ງໃນ ສອງໝູ່ບ້ານອາຊີບຫັດຖະກຳ ສິລະປະກຳ ມູນເຊື້ອ ຢູ່ ຫວຽດ ນາມ ໄດ້ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ເລືອກ ເປັນຈຸດ ຍຸດທະສາດພັດທະນາໝູ່ບ້ານອາຊີບ ທີ່ໝັ້ນຄົງເຖິງປີ 2010. 

ຈາກການຊອກຮູ້, ປະດິດສ້າງຂອງນັກແຕ້ມຫຼາຍຄົນ, ເຖິງປັດ ຈຸບັນ, ຈຳນວນສີຂອງ ຂັດມັນ ບ້ານ ຮ້າຖາຍ ໄດ້ສົມບູນກວ່າ ເກົ່າ. ບັນດາຜະລິດຕະພັນ ຂັດມັນ ມີຮູບຊົງທີ່ເບົາບາງ ແລະ ເປັນຕາເບິ່ງ, ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດ ຄື: ທ່ານຳ້ ກັບ ຕົ້ນໄຮ, ເຮືອແພ ກັບໄມ້ໄຜ່, ອ່າວຮ້າລອງ, ວັດເສົາດຽວ... ເຊິ່ງໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວຕ່າງປະເທດ ຢ່າງ ຫຼວງຫຼາຍ. 

ພິເສດ, ນາຍຊ່າງ ຮ້າຖາຍ ຮູ້ວິທີການແກະສະຫຼັກ ໃນການທາ ສີ ເພື່ອປະດິດສ້າງເປັນບັນດາລວດລາຍທີ່ອ່ອນຊ້ອຍ ແລະ ມີຊີ ວິດຊີວາ. 

ເຕັກນິກການຂັດມັນ ມີຫຼັກການລວມ, ແຕ່ຈຸດແຕກຕ່າງຂອງໝູ່ບ້ານອາຊີບ ຂັດມັນ ຮ້າຖາຍ ແມ່ນປະສົບການ, ເຕັກນິກ ຂອງນາຍຊ່າງແຕ່ລະຄົນ, ແຕ່ລະຄອບຄົວ ແລະ ໄດ້ນຳໃຊ້ ເພື່ອຜະລິດບັນດາຜະລິດຕະພັນມູນເຊື້ອຂອງ ຫວຽດນາມ. 
. 
ນອກຈາກສືບທອດບົດຮຽນມູນເຊື້ອ ຂອງ ບັນພະບຸລຸດ, ບັນດາ ນາຍຊ່າງ ຂັດມັນ ບ້ານ ຮ້າຖາຍ ຍັງໄດ້ຄົ້ນພົບສີສັນໃໝ່ໆ ດ້ວຍຫຼາຍລະດັບແຕກຕ່າງກັນ ເພື່ອຍົກສູງຄຸນຄ່າໃຫ້ແກ່ຜະລິດຕະພັນ ຂອງ ຕົນ. 
ຜະລິດຕະພັນຂັດມັນຈຳນວນໜຶ່ງຂອງ ຮ້າຖາຍ:









 
ບົດ ແລະ ພາບ: ເຕິດເຊີນ

Bài và ảnh: Phương Linh

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top