• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ສຈ Jan Gehl ແລະ ກັບບັນຍາກາດຕົວເມືອງ ທີ່ໃກ້ຊິດຜູ້ຄົນ

ສາດສະດາຈານ (ສຈ) Jan Gehl ຊາວ ແດນມາກ ໄດ້ມອບ ລິ ຂະສິດປຶ້ມຫົວໜຶ່ງ ທີ່ໃສ່ຊື່ “ຕົວເມືອງເພື່ອຊີວິດຂອງມະນຸດ” ໃຫ້ ແກ່ປະຊາຊົນ ຫວຽດນາມ ໂດຍບໍ່ຮຽກຮ້ອງຄ່າຕອບແທນ ດ້ວຍ ຄວາມປາດຖາໜາ ນຳຜູ້ຄົນເປັນເຂັມທິດ ໃຫ້ການອອກແບບ ຍ່ານເວຫາຕົວເມືອງ. ນີ້ກໍແມ່ນຂີດໝາຍ ແຫ່ງຜົນສຳເລັດ ຂອງ ປຶ້ມ ທີ່ໄດ້ຮັບການຈຳໜ່າຍ ເປັນປະເທດ ທີ 34 ນີ້. 
ມາຫວຽດນາມ ເມື່ອເດືອນ ມີນາ 2019 ໃນໂອກາດ ນໍາສະເໜີ ສູ່ສາຍຕາທ່ານຜູ້ອ່ານປຶ້ມຫົວໜຶ່ງທີ່ໃສ່ຊື່ວ່າ “ຕົວເມືອງ ເພື່ອ ຊີວິດຂອງມະນຸດ” (Cities for People) ທີ່ໄດ້ແປເປັນພາສາ ຫວຽດນາມ, ທ່ານ ສຈ Jan Gehl ໄດ້ມີການພົບປະແລກປ່ຽນ ກັບວົງການນັກສະຖາປານິກ ກໍຄືບັນດາຜູ້ເຮັດວຽກໃນ ຂົງເຂດ ວາງແຜນຜັງຕົວເມືອງ ຢູ່ ຫວຽດນາມ. ນອກຈາກນັ້ນ ຍັງມີ ຊາວ ໜຸ່ມ, ຜູ້ນິຍົມອ່ານປຶ້ມ ດ້ວຍຈຳນວນຫຼວງຫຼາຍມາຍັງທີ່ນີ້ ເພື່ອ ຮັບຟັງ ບັນດາປະສົບການຕົວຈິງ ອັນລໍ້າຄ່າ ຂອງ ນັກສະຖາປາ ນິກ ຜູ້ມີ ຊື່ສຽງອັນດັບໂລກນີ້ ຜ່ານເລື່ອງລາວຕ່າງໆ ຂອງເພິ່ນ.

“ຕົວເມືອງເພື່ອຊີວິດຂອງມະນຸດ” ໄດ້ກຳເນີດຂຶ້ນ ພາຍໃຕ້ການ ການປົກປ້ອງ ຂອງ ກອງທຶນມໍລະດົກ ແດນມາກ. ລັດຖະບານ ໃຫ້ທຶນໃນການຂຽນປຶ້ມຫົວນ້ີ ແລະ ສຈ Jan ໄດ້ມອບລິຂະສິດ ຂອງ ປຶ້ມຫົວນີ້ ໃຫ້ໝົດທຸກ ປະເທດ ໃນໂລກ ດ້ວຍຄວາມປາດ ຖະໜາວ່າ ເຂົາເຈົ້າ ຈະໝູນໃຊ້ແຫຼ່ງຄວາມຮູ້ ຈາກປຶ້ມຫົວນີ້ ເພື່ອ ປະດິດສ້າງ ບັນດາຕົວເມືອງທີ່ດີຍິ່ງຂຶ້ນ ໃຫ້ແກ່ປະເທດຕົນ.

“ຕົວເມືອງເພື່ອຊີວິດຂອງມະນຸດ” ເປັນຄໍານິຍາມ ກ່ຽວກັບ ຕົວເມືອງ ທີ່ມີຄວາມສະໜິດຕິດພັນກັບມະນຸດ, ຈາກນັ້ນ ການກໍ່ສ້າງ ນະຄອນ ຊຶ່ງເຮັດໃຫ້ມະນຸດ ມີຊີວິດທີ່ແຂງແຮງ ແລະ ມີຄວາມຜາສຸກ. ເນື່ອງຈາກການຜັນປ່ຽນຢ່າງບໍ່ຢຸດຢັ້ງ ກ່ຽວກັບ ອົງປະກອບ ຈຳນວນປະຊາກອນ ກໍຄືແບບແຜນວິຖີຊີວິດ ຂອງ ມະນຸດ, ຜູ້ແຕ່ງຕ້ອງໄດ້ຄິດກ່ຽວກັບວິທີການຕ່າງໆ ເພື່ອ ພັດທະນາ ຕົວເມືອງ ແບບມີຊີວິດຊີວາ, ປອດໄພ, ຍືນຍົງ ແລະ ສົດໃສຍິ່ງຂຶ້ນ. ບັນດາປັດໃຈທີ່ຈຳເປັນ ເພື່ອການ ກໍ່ສ້າງນະຄອນ ແຫ່ງໜຶ່ງທີ່ໜ້າຢູ່ ແມ່ນຕ້ອງມີ ບັນຍາກາດ ທີ່ປອດໄພ ຮັບໃຊ້ ການຍ່າງ, ຖີບລົດຖີບ ຊຶ່ງປ່ຽນແທນໃຫ້ແກ່ ແບບແຜນວິຖີຊີວິດ ຄ້ານເຄື່ອນເໜັງ, ແຕ່ນັ່ງຫຼັງພວງມາໄລ ຫຼື ໜ້າຈໍ ຄອມພິວເຕີ ອີກດ້ວຍ. 


ພິທີນຳສະເໜີປຶ້ມ “ຕົວເມືອງເພື່ອຊີວິດຂອງມະນຸດ” ທີ່ AGOhub, ເລທີ 12 ຖະໜົນ ຮວ່າໝ໊າ, ຮ່າໂນ້ຍ.


ປັດຈຸບັນ, ປຶ້ມ “ຕົວເມືອງເພື່ອຊີວິດຂອງມະນຸດ” (Cities for People) ຂອງ ສຈ Jan Gehl ກໍາລັງເປັນປຶ້ມທີ່ມີຊື່ສຽງ ຊຶ່ງ ລວບລວມເອົາການເຄື່ອນໄຫວໃນຕະຫຼອດຊ່ວງເວລາ
ກວ່າ 40 ປີ ຂອງເພິ່ນ ໃນຂົງເຂດການອອກແບບ ແລະ ວາງແຜນຜັງ ຕົວ ເມືອງ. 



ສຈ Jan Gehl ແລກປ່ຽນກັບວົງການນັກສະຖາປານິກ ກໍຄື ບັນດາ ຜູ້ຮັບຜິດຊອບການວາງແຜນຜັງຕົວເມືອງ ຢູ່ ຫວຽດນາມ ກ່ຽວກັບປຶ້ມ “ຕົວເມືອງເພື່ອຊີວິດຂອງມະນຸດ”
ຊຶ່ງມາຮອດ ປັດຈຸບັນ ໄດ້ແປ ເປັນ 34 ພາສາແລ້ວ. 



ສຈ Jan Gehl ໄດ້ໄຂຄວາມໃນໃຈກັບແຂກທີ່ໄດ້ຮັບຄໍາເຊີນ ໃນ ພິທີນຳສະເໜີປຶ້ມວ່າ: “ຂ້າພະເຈົ້າມອບປຶ້ມຫົວນີ້ ເພື່ອການແປ ເປັນພາສາອື່ນໆ ໂດຍບໍ່ຮຽກຮ້ອງຄ່າງຕອບແທນ,
ໃນນັ້ນມີທັງ ພາສາ ຫວຽດນາມ ຍ້ອນຂ້າພະເຈົ້າ ມີຄວາມປາດຖະໜາວ່າ ຜົນ ການຄົ້ນຄວ້າຂອງຕົນ ຈະປະກອບສ່ວນສ້າງຜົນປະໂຫຍດໃຫ້ ຜູ້ຄົນທັງຫຼາຍໃນທົ່ວໂລກ”. 



ທ່ານ Louise Holmsgaard, ເອກອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ ແລະ ສຈ Jan Gehl ໃນພິທີນໍາສະເໜີປຶ້ມ ຢູ່ ຮ່າໂນ້ຍ. 


ສຈ Jan Gehl ຕອບຄໍາຖາມ ຈາກບັນດາຜູ້ສົນໃຈໃນຂົງເຂດ ວາງແຜນສັງລວມຕົວເມືອງທີ່ ຫວຽດນາມ...


... ແລະ ເຊັນມອບປຶ້ມ ໃຫ້ແກ່ຜູ້ອ່ານ ຫວຽດນາມ. 


ສຈ Jan Gehl ຖ່າຍຮູບຮ່ວມກັບບັນດາຜູ້ນິຍົມເພິ່ນ ທີ່ ສປ ຈີນ. ພາບ: ເອກະສານ


ປຶ້ມ “ຕົວເມືອງເພື່ອຊີວິດຂອງມະນຸດ” ສະບັບພາສາ ຫວຽດນາມ ຂອງ ສຈ Jan Gehl. 

ປີ 2010, ສຈ Jan ເລີ່ມຕົ້ນປະດິດແຕ່ງ “ຕົວເມືອງເພື່ອຊີວິດ ຂອງມະນຸດ” ຈາກ ບັນດາການຜັນປ່ຽນ ໃນສະຖາປັດຕະຍະກຳ ຂອງ ນະຄອນ Copenhagen (ແດນມາກ), ບ້ານເກີດ ເມືອງ ນອນຂອງເພິ່ນ. Copenhagen ເປັນນະຄອນ ທີ່ໜ້າຢູ່ສຸດ ໃນ ໂລກ ເນື່ອງຈາກວ່າ ໄດ້ຜ່ານການ ຜັນແປ ຂອງ ສັງຄົມ, ແຕ່ນະ ຄອນແຫ່ງນີ້ ຍາມໃດກໍເຄົາລົບຕາມ ທິດທາງການກໍ່ສ້າງ ທີ່ເອົາ ໃຈໃສ່ ເຖິງ ຄວາມຮຽກຮ້ອງຕ້ອງການ ຂອງຄົນມະນຸດ ເຊັ່ນ: ເບິ່ງ ແຍງດູແລ ດ້ານສຸຂະພາບ ຂອງ ປະຊາຊົນ ລວມທັງບັນດາການ ເຄື່ອນໄຫວສັງຄົມ, ປະຊາທິປະໄຕ. 

ດ້ວຍປະສົບການເປັນເວລາ 40 ປີ ໃນອາຊີບ ເປັນນັກສະຖາປາ ນິກ, ສຈ Jan Gehl ເຄີຍໄດ້ຮັບຫຼາຍລາງວັນ ສາກົນທີ່ຊົງກຽດ ເຊັ່ນ: ລາງວັນປີ 2011 ຂອງ ສະມາຄົມຄົ້ນຄວ້າ ອອກແບບສິ່ງ ແວດລ້ອມ (EDRA) Planetizen ແລະ ນໍາໜ້າ ບັນຊີລາຍຊື່ ປຶ້ມ 100 ຫົວມ່ວນທີສຸດ ກ່ຽວກັບ ອອກແບບ ຕົວເມືອງ ປີ 2013 ຂອງ Brent Toderian.
ປຶ້ມຫົວນີ້ໄດ້ປະດິດແຕ່ງ ດ້ວຍວິທະຍາສາດ ການສຶກສາ, ການ ອະທິບາຍ ດ້ວຍຮູບພາບ ແລະ ຮູບແຕ້ມ 700 ກວ່າແຜ່ນ ຢ່າງມີ ຊີວິດຊີວາ ຊຶ່ງໄດ້ທ້ອນໂຮມ ຈາກກິດຈະກຳຕ່າງໆ ຂອງ ສຈ Jan Gehl ໃນທົ່ວໂລກ. ຜ່ານນັ້ນ, ທ່ານຜູ້ອ່ານ ໄດ້ລະດົມກຳລັງໃຈ ໝູນໃຊ້ປະສົບການຕົວຈິງ ຂອງຕົນເອງ ເພື່ອຄົ້ນຄິດ ກ່ຽວກັບ ບັນ ຍາກາດຕົວເມືອງ ຂອງ ສະເພາະຕົນເອງ.

ປຶ້ມຫົວນີ້ໄດ້ແປເປັນພາສາຫວຽດນາມ ດ້ວຍຄວາມຫວັງ ຈະໄດ້ ນຳເຂົ້າ ເນື້ອໃນບົດສອນ ແລະ ບັນດາການອອກແບບ, ແຜນຜັງ ເມືອງ ກໍຄືສົ່ງແຮງບັນດານໃຈ ໃຫ້ແກ່ ບັນດາ ນັກວາງແຜນນະ ໂບບາຍ, ວາງແຜນຜັງເມືອງ ແລະ ການຄົມມະນາຄົມ ຢູ່ຫວຽດ ນາມ ອີກດ້ວຍ.

ທ່ານນາງ Louise Holmsgaard ອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ ມີຄວາມປາດຖະໜາວ່າ ແນວຄວາມຄິດ ແຜນສັງລວມຂຽວ ທີີ່ຖືມະນຸດເປັນໃຈກາງ ຈະມີ ຜົນປະໂຫຍດ ໃຫ້ແກ່ ຫວຽດນາມ, ປະເທດໜຶ່ງທີ່ພວມມີ ພື້ນຖານຕົວເມືອງ ພັດທະນາຢ່າງແຂງແຮງ. ປຶ້ມ ຂອງ ສຈ Jan ກໍເໝືອນດັ່ງຂົວຕໍ່ ຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ແດນມາກ.

ເຖິງວ່າຢູ່ ຫວຽດນາມ ເປັນເວລາສັ້ນໆ ກໍຕາມ ແຕ່ທ່ານ Jan ໄດ້ທັນໄປຢ້ຽມຢາມຄຸມຖະໜົນບູຮານຮ່າໂນ້ຍ ແລະ ກິດຈະການ ສະຖາປັດຕະຍະກຳ ຈຳນວນໜຶ່ງ ຢູ່ນະຄອນ ໂຮ່ຈີມິນ. ທ່ານ Jan ໄດ້ກ່າວວ່າ ພຽງສອງສາມມື້ ຈະບໍ່ສາມາດ ຕີລາຄາ ສັງລວມໄດ້ ກ່ຽວກັບ ສະຖາປັດຕະຍະກຳ ຂອງ ຫວຽດນາມ, ແຕ່ທ່ານຈະສະຫງວນເວລາ ເພື່ອການຄົ້ນຄວ້າ ຕົວເມືອງ ຫວຽດນາມ. ທ່ານຮູ້ ສຶກດີໃຈຫຼາຍ ເມື່ອເຫັນ ບັນດາສະຖານທີ່ ສາທາລະນະ ມີເດັກນ້ອຍ ມ່ວນຊື່ນ ຢອກຫຼິ້ນກັນຢ່າງ ໃກ້ຊິດ ສະໜິດສະໜົມເປັນຈຳນວນຫຼວງຫຼາຍ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການໃຊ້ຊີວິດຢູ່ຫວຽດນາມ ແມ່ນປອດໄພທີສຸດ.

“ຕົວເມືອງເພື່ອຊີວິດຂອງມະນຸດ” ໄດ້ຮັບຄວາມນິຍົມ ຈາກທ່ານ ຜູ້ອ່ານທົ່ວໂລກ ແລະ ເມື່ອ ສຈ Jan ໄປຕ່າງປະເທດ, ທ່ານ ກໍຫຍຸ້ງກັບການເຊັນມອບປຶ້ມ ໃຫ້ແກ່ເພື່ອນຜູ້ອ່ານ.

ທີ່ ຫວຽດນາມ, ສຈ Jan ຖືກຕ້ອນຮັບເໝືອນດັ່ງເພື່ອນຜູ້ໜຶ່ງ. ທ່ານເວົ້າວ່າ: ຂ້າພະເຈົ້າໄດ້ຂຽນຕົວໜັງສື ຫວຽດນາມ ຂຶ້ນ ໜ້າທຳອິດ ຂອງ ປຶ້ມ ດ້ວຍຄວາມມຸ່ງຫວັງ ປະເທດພວກເພື່ອນ ຈະກາຍເປັນປະເທດທີ່ໜ້າຢູ່ ແລະ ຜາສຸກທີສຸດໃນໂລກ.


ປັດຈຸບັນ, ສຈ Jan Gehl  ເປັນທີ່ປຶກສາຂັ້ນສູງ ທີ່ Gehl Architects. ປັດຈຸບັນ, ທ່ານ ກໍກຳລັງຄົ້ນຄວ້າ ພັດທະນາ ວິທີ ສຳຜັດ “ເພື່ອຊີວິດ” ໂດຍຜ່ານການຂຽນປຶ້ມ ແລະ ສິດສອນ. 
ພາບ: ບິກເວິນ-ພາບ: ຫວຽດເກື່ອງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top