• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ລົດຊາດອ່ອນຫວານຂອງເຂົ້າໜົມ ໂຊໂກເລດ ຝຣັ່ງ

ຫວ່າງແລ້ວນີ້, ດ້ວຍຫົວຂໍ້ “ປະເພດ ໂຊໂກເລດ ແຊບທີ່ສຸດ ເຊິ່ງເພື່ອນຍັງບໍ່ທັນໄດ້ກິນມາເທື່ອ-The Best Chocolate You’ve Never Tasted”, ນັກຂ່າວ Lawerence Osborne ຂອງໜັງສືພິມ New York Times (ອາເມລິກາ) ໄດ້ແນະນຳໃນບົດສາລະຄະດີຂອງຕົນກ່ຽວກັບເຂົ້າໜົມ ໂຊໂກເລດ ແຊບທີ່ສຸດໃນໂລກ ທີ່ກຳລັງໄດ້ຜະລິດໃນໂຮງງານແຫ່ງໜຶ່ງຢູ່ນະຄອນ ໂຮ່ຈີມິນ. ເຖິງວ່າ ຫາກໍ່ໄດ້ສ້າງຕັ້ງມາເປັນເວລາເກືອບ 5 ປີ ໂດຍນັກວິສາຫະກິດ ຝຣັ່ງ ສອງຄົນ, ແຕ່ ປະຈຸບັນ Chocolate Marou ໄດ້ຮັບການຕີລາຄາວ່າ ເປັນປະເພດ ໂຊໂກເລດ “ຂອງ ຝຣັ່ງ ແທ້” ດ້ວຍວັດຖຸດິບແມ່ນໝາກ ກາກາວ ທີ່ໄດ້ເກັບມາຈາກບັນດານິຄົມຢູ່ ຫວຽດນາມ.
5 ປີມາກ່ອນ, ທ້າວ Samuel Maruta ໄດ້ມາ ຫວຽດນາມ ເຮັດວຽກເປັນອາຈານ, ສ່ວນທ້າວ Vincent Mourou ເຄີຍເປັນນັກຊ່ຽວຊານໂຄສະນາ, ແຕ່ທັງສອງມີຄວາມເມົາມົວກັບ ໂຊໂກເລດ. ເມື່ອມີໂອກາດໄດ້ໄປຢ້ຽມຢາມ ແລະ ກິນໝາກ ກາກາວ ທີ່ໄດ້ປູກຢູ່ ຫວຽດນາມ, ເຂົາເຈົ້າຮູ້ສຶກປະທັບໃຈຍ້ອນລົດຊາດພິເສດຂອງ ມັນ ແລະ ຕັດສິນໃຈຍ້າຍມາເຮັດວຽກກັບຊາວກະສິກອນໃນນິຄົມປູກຕົ້ນກາກາວ ຢູ່ ໄຕງວຽນ ແລະ ທົ່ງພຽງແມ່ນຳ້ ກືວລອງ. ແຜນການທົດລອງຜະລິດ ໂຊໂກເລດ ຢູ່ ຫວຽດນາມ ກໍ່ເລີ່ມເກີດຂຶ້ນຕັ້ງແຕ່ຍາມນັ້ນ.
 
ເລີ່ມຕົ້ນຢູ່ແຂວງ ບ່າເຣ້ຍ-ຫວູງເຕົາ, ແລ້ວເຖິງແຂວງ  ຕ່ຽນຢາງ, ເບັນແຈ, ດົ່ງນາຍ, ພາຍຫຼັງການທົດລອງມາເປັນຫຼາຍເທື່ອ, ທ້າວ Samuel ແລະ Vincent ສັງເກດໄດ້ວ່າ ກາກາວ ຢູ່ແຕ່ລະທ້ອງຖິ່ນຈະຜະລິດອອກເຂົ້າໜົມ ໂຊໂກເລດ ທີ່ມີລົດຊາດແຕກຕ່າງກັນ.


ເປັນຜູ້ຖືສູງລັກສະນະທ້ອງຖິ່ນຂອງຜະລິດຕະພັນຕາມວັດທະນະທຳ ຝຣັ່ງ, ທ້າວ Samuel ແລະ Vincent ຕັດສິນໃຈຕັ້ງຊື່ໃຫ້ເຂົ້າໜົມ ໂຊໂກເລດ ແຕ່ລະປະເພດຕາມຊື່ຂອງທ້ອງຖິ່ນທີ່ປູກຕົ້ນ ກາກາວ.​ ເຖິງທ້າຍປີ 2011, ບໍລິສັດຜະລິດສະເພາະ chocolate single-origin (ປະເພດໂຊໂກເລດ ໄດ້ຜະລິດ 100% ຈາກເມັດ ກາກາວ) ໄດ້ສ້າງຕັ້ງຂຶ້ນດ້ວຍຊື່ວ່າ Marou Faiseurs de Chocolat, ໄດ້ປະກອບຈາກນາມສະກຸນຂອງສອງຄົນສ້າງຕັ້ງບໍລິສັດແມ່ນ Marata - Mourou.

ມູມໜຶ່ງໃນໂຮງງານຜະລິດ Chocolate Marou ທີ່ຕັ້ງຢູ່ເຂດ ຖູດືກ, ນະຄອນ ໂຮ່ຈີມິນ. 


ກຳມະກອນຕ່າງປະເທດ ເຮັດວຽກໃນບໍລິສັດ Marou Faiseurs de Chocolat ທີ່ເຂດ ຖູດືກ, ນະຄອນ ໂຮ່ຈີມິນ.


ເມັດ ກາກາວ ໄດ້ຂົ້ວກ່ອນທີ່ຈະເອົາເປືອກອອກ.


ຂັ້ນຕອນການຂົ້ວ ກາກາວ.


ເມັດ ກາກາວ ຫຼັງຈາກທີ່ໄດ້ຕາກແຫ້ງ.


ເມັດ ກາກາວ ຫຼັງຈາກທີ່ຕາກແຫ້ງ ຈະໄດ້ນຳເຂົ້າມາເພື່ອຜະລິດ
Chocolate Marou.



ແບບຢ່າງເມັດ ກາກາວ ທີ່ຂີດໝາຍໄວ້ແຕ່ລະຂົງເຂດຜະລິດແຕກຕ່າງກັນ.


ທ່ານ Samuel Maruta, ຜູ້ຮ່ວມສ້າງຕັ້ງເຄື່ອງໝາຍການຄ້າ Samuel Maruta
ພວມກວດກາຄຸນນະພາບຂອງເມັດ ກາກາວ.

ທີ່ໂຮງງານຜະລິດ Chocolate Marou ຢູ່ເຂດ ຖູດືກ, ນະຄອນ ໂຮ່ຈີມິນ, ພວກຂ້າພະເຈົ້າໄດ້ເຫັນໂດຍຕາ ຕ່ອງໂສ້ຜະລິດ ໂຊໂກເລດ ແບບຄົບວົງຈອນ, ແຕ່ຂັ້ນຕອນການຄັດເລືອກເມັດ ກາກາວ ເຖິງການຫຸ້ມຫໍ່, ຈຳໜ່າຍອອກ ໂຊໂກເລັດ. ຮູບການຜະລິດແບບນີ້ ບໍ່ເຄີຍໄດ້ເຫັນມາກ່ອນຢູ່ ຫວຽດນາມ. ປະຈຸບັນ, Chocolate Marou ໄດ້ຈຳໜ່າຍອອກ 6 ປະເພດ ໂຊໂກເລດ ດ້ວຍປະລິມາດ ກາກາວ ແຕ່ 70-80%,  ໄດ້ປຸງແຕ່ຈາກເມັດ ກາກາວ ຂອງ 6 ທ້ອງຖິ່ນແມ່ນ: ດັກລັກ, ເລີມດົ່ງ, ບ່າເຣ້ຍ-ຫວູງເຕົາ, ຕ່ຽນຢາງ, ດົ່ງນາຍ ແລະ ເບນແຈ. ໃນນັ້ນ Marou ຕ່ຽນຢາງ ມີປະລິມານ ກາກາວ ເຖິງ 80%, ໂຊໂກເລດ ປະເພດນີ້ ໄດ້ສ້າງຄວາມປະທັບໃຈຫຼາຍກວ່າໝູ່ຍ້ອນມັນມີລົດຊາດຂົມ. ກົງກັນຂ້າມແມ່ນ Marou ບ່າເຣ້ຍ ມີປະລິມານ ກາກາວ 76%, ມີລົດຊາດອ່ອນຫວານ. ນັ້ນແມ່ນສອງປະເພດ ໂຊໂກເລດ ດີເດ່ັນທີ່ສຸດຂອງ Marou. ນອກຈາກນັ້ນ ຍັງມີ Marou ດົ່ງນາຍ 72%, ເລີມດົ່ງ 74%, ເບນແຈ 78% ແລະ ໂຊໂກເລດ ຈຳນວນໜຶ່ງໄດ້ຜະລິດສຳລັບໃຫ້ຜູ້ຄົວກີນທີ່ມີຊື່ສຽງ.
 
ຕາມທ້າວ Samuel, ຫຼັງຈາກຄັດເລືອກເອົາໜ່ວຍ ກາກາວ ທີ່ແຊບກວ່າໝູ່, ເຈົ້າຂອງສວນຕ້ອງຮັບປະກັນການປະຕິບັດຂັ້ນຕອນປຸງແຕ່ງ ໂຊໂກເລດ ໃນຂັ້ນຕົ້ນຢ່າງລະອຽດ, ຍ້ອນຖ້າເຮັດລົ້ວໄປຈະເຮັດໃຫ້ລົດຊາດເສຍໄປໝົດ. ເພາະສະນັ້ນ, ບັນດາຜະລິດ ຕະພັນ Chocolate Marou ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຂອງຄົນຕ່າງປະເທດຢ່າງຫຼວງຫຼາຍ. ຫຼັງຈາກທີ່ໄດ້ຮັບລາງວັນ ຊົມເຊີຍ ທີ່ນະຄອນຫຼວງ ປາຣີດ ຂອງ ຝຣັ່ງ ໃນປີ 2012, Marouມີກຽດໄດ້ຮັບ 3 ລາງວັນ ຄຳ, ເງິນ, ທອງ ຂອງສະຖາປັນ ໂຊໂກເລດ ລອນດອນ. ພິເສດ, ທີ່ງານຕະຫຼາດນັດ ໂຊໂກເລດ ຢູ່ນະຄອນຫຼວງ ປາຣີດ ເມື່ອປີ 2013 (Salon du Chocolat 2013), 400 ກິໂລກຣາມ Chocolate Marou ໄດ້ຂາຍອອກໝົດພຽງ 4 ມື້ ເທ່ົານັ້ນ.
 
ປະຈຸບັນ, ນອກຈາກໂຮງແຮມຈຳນວນໜຶ່ງ ແລະ ວົງຄະນະຍາດ ຊາວຕ່າງປະເທດ ອາໄສຢູ່ ຫວຽດນາມ, Chocolate Marou ມີຕະຫຼາດຕົ້ນຕໍ່ແມ່ນຢູ່ ເອີຣົບ, ເປັນຕົ້ນແມ່ນຢູ່ປະເທດ ຝຣັ່ງ, ຊູແອດ ແລະ ອັງກິດ. ຜະລິດຕະພັນ Chocolate Marou ກໍ່ໄດ້ ມີໜ້າຢູ່ ອາເມລິກາ, ການາດາ, ອົດສຕາລີ, ນິວຊີແລນ, ໄທ, ຍີ່ປຸ່ນ… ອ້າຍ Samuel ໃຫ້ຮູ້ວ່າ ຖ້າໄດ້ເກັບກ່ຽວຖືກກັບໄລຍະ ແລະ ຮັບປະກັນຕາມຂັ້ນຕອນການປຸງແຕ່ງໃນຂັ້ນຕົ້ນ, ກາກາວ ຫວຽດນາມ ຈະມີຄຸນນະພາບທຽບເທົ່າກັບປະເພດກາກາວ ທີ່ມີຊື່ສຽງມາແຕ່ ອາເມລິກາໃຕ້ ຫຼື Madagascar. ຄວາມຈິງ, ຢູ່ຫຼາຍປະເທດ, ເປັນຕົ້ນແມ່ນ ຝຣັ່ງ, ລູກຄ້າສະແດງຄວາມ ພໍອົກພໍໃຈເມືອໄດ້ຮູ້ Chocolate Marou ຜະລິດ ແລະ ມີວັດຖຸດິບ 100% ຢູ່ ຫວຽດນາມ. 


ໝາກກາກາວ ຫວຽດນາມ ໄດ້ນຳໃຊ້ເພື່ອຜະລິດ Chocolate Marou ທີ່ມີຊື່ສຽງ.


ໃສ່ຂອບຫຼໍ່ຜະລິດ Chocolate Marou ຕາມແບບຫັດຖະກຳ.


ຫຸ້ມຫໍ່ຜະລິດຕະພັນ Chocolate Marou.


ຜະລິດຕະພັນ Chocolate Marou ເບນແຈ 78% ໄດ້ນຳໃຊ້
ໝາກ ກາກາວ ທີ່ແຂວງ ເບນແຈ. 



ທ່ານ Samuel Maruta, ຜູ້ຮ່ວມສ້າງຕັ້ງບໍລິສັດ Marou Faiseurs de Chocolat
ດ້ວຍເຄ່ືອງໝາຍການຄ້າ Chocolate Marou.



ບໍ່ພຽງແຕ່ຮັບປະກັນດ້ານຄຸນນະພາບ, ບັນດາຜະລິດຕະພັນ Chocolate Marou
ຍັງອອກແບບຖົງເຈ້ຍໃສ່ ໂຊໂກເລດ ຢ່າງສວຍງາມ ແລະ ປະທັບໃຈອີກດ້ວຍ. 

ແຕ່ເມັດ ກາກາວ ທີ່ໄດ້ເກັບກ່ຽວ, ຈັດແບ່ງປະເທດ ແລະ ປຸງແຕ່ງແບບຫັດຖະກຳ, Chocolate Marou ໄດ້ຮັບຮອງເປັນປະເພດ ໂຊໂກເລດ ລະດັບສູງ ເມື່ອ Chocolate Marou ສ້າງໄດ້ທີ່ຕັ້ງຢ່າງໝັ້ນຄົນເທິງຕະຫຼາດ ໂຊໂກເລດ ໂລກ.​ ປະຈຸບັນ ເຄື່ອງໝາຍການຄ້າ Chocolate Marou ໄດ້ມີໜ້າຢູ່ຮ້ານຂາຍເຄື່ອງ, ຮ້ານຊັບພະສິນຄ້າທີ່ມີຊື່ສຽງໃນໂລກ ຫຼາຍແຫ່ງຄື: ລະບົບຮ້ານຊັບພະສິນຄ້າ Harvey Nichols ຂອງ ອັງກິດ ຫຼື Whole Foods ຂອງ ອາເມລິກາ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top