• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ມິງຝູ໋-ເຄື່ອງໝາຍການຄ້າລາຍໃຫຍ່ ຂອງສິນທະເລຫວຽດນາມ

ເປັນວິສາຫະກິດ ສະໜອງສະເພາະຜະລິດຕະພັນ ສິນທະເລ ແຊເຢັນ ຕົ້ນຕໍ່ແມ່ນ ກຸ້ງ, ປາເຂັງ ນ້ຳເຄັມ ເພື່ອສົ່ງໄປຍັງ ກວ່າ 80 ປະເທດ ແລະ ເຂດແຄ້ວນເຊັ່ນ: ສ.ອາເມລິກາ, ຍີ່ປຸ່ນ, ການາດາ, ສ.ເກົາຫຼີ, ອົສຕຣາລີ ແລະ ເອີຣົບ..., ບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດສິນທະເລ ມິງຝູ໋ (ເອີ້ນຫຍໍ້ວ່າ ມິງຝູ໋) ປັດຈຸບັນ ເປັນໜຶ່ງໃນບັນດາວິສາຫະກິດໃຫຍ່ທີ່ສຸດຢູ່ຫວຽດນາມ.
ມິງຝູ໋ ໄດ້ຮັບການສ້າງຕັ້ງເມື່ອເດືອນ ທັນວາ 1992 ໃນຖານະ ເປັນວິສາຫະກິດເອກະຊົນ ຢູ່ ກ່າເມົາ ດ້ວຍຕົ້ນທຶນພຽງ ເລັກ ນ້ອຍ. ມາຮອດປີ 2002, ມິງຝູ໋ ຫັນໄປເປັນບໍລິສັດຈຳກັດ ແລະ ມີການຂະຫຍາຍຕົວ ຈົນກາຍເປັນບໍລິສັດນຳໜ້າຂອງປະເທດໃນການສົ່ງອອກກຸ້ງ ດ້ວຍຂັ້ນຕອນລ້ຽງ ແລະ ຜະລິດກຸ້ງ ແບບຄົບວົງຈອນ. ປັດຈຸບັນ, ມິງຝູ໋ ເປັນບໍລິສັດຫຸ້ນສ່ວນ ແລະ ໄດ້ຈົດຊື່ເຂົ້າໃນຕະຫຼາດຫຼັກຊັບຫວຽດນາມ.

ສິນທະເລ ເປັນຜະລິດຕະພັນ ມັກປະສົບບັນຫາໄດ້ງ່າຍໃນ ຕະ ຫລາດ ແລະ ຊຸມປີຜ່ານມາ ມິງຝູ໋ ກໍບໍ່ສາມາດຫຼີກລ້ຽງ ໄດ້ບັນ ຫາດັ່ງກ່າວ. ລາຍຈ່າຍເຂົ້າໃນການລ້ຽງກຸ້ງ ນັບມື້ສູງຂຶ້ນ ແລະ ຂາດຄວາມແກ່ງແຍ້ງແຂ່ງຂັນ ເມື່ອທຽບກັບບັນດາປະເທດ ໃນ ພາກພື້ນ. ໂດຍຮັບຮູ້ໄດ້ບົດບາດ ແລະ ຄວາມຮັບຜິດຊອບຂອງ ຕົນໃນຕະຫຼາດສິນທະເລ, ດັ່ງນັ້ນມິງຝູ໋ ຈິ່ງໄດ້ກາຍເປັນຜູ້ນຳ ໃນການພັດທະນາວິສາຫະກິດ ຕາມທິດໝັ້ນຄົງຍາວນານ ແລະ ຮັບປະກັນຄວາມສົມດູນລະຫວ່າງບັນດາຂັ້ນຕອນການຜະລິດ. 


ມິງຝູ໋ ປະກອບເຄື່ອງປ້ອງກັນເວລາເຮັດວຽກຢ່າງຄົບຖ້ວນ ໃຫ້ ແກ່ກຳມະກອນ ແລະ ປະຕິບັດຕາມຫລັກການ ໃນຕ່ອງໂສ້ ການຜະລິດ. 


ກຸ້ງ ກ່ອນຈະໄດ້ຮັບການປຸງແຕ່ງສຳເລັດຮູບ. 


ກຳມະກອນມິງຝູ໋ ເລືອກເຟັ້ນ ແລະ ຈັດປະເພດກຸ້ງ. 


ກຳມະກອນເຮັດວຽກ ຢູ່ໂຮງງານຂອງ ກຸ່ມບໍລິສັດ ສິນທະເລ ມິງຝູ໋ ຢູ່ນະຄອນກ່າເມົາ. 


ໂຮງງານມິງຝູ໋ສອງແຫ່ງຄື: ມິງຝູ໋ກ່າເມົາ ແລະ ມິງຝູ໋ ເຮົ້າຢາງ ມີຍອດກຳລັງການຜະລິດກຸ້ງສຳເລັດຮູບໄດ້ເຖິງ 60.000 ໂຕນ/ປີ,
ນຳໃຊ້ແຮງງານທ້ອງຖິ່ນກວ່າ 13.000 ຄົນ, ໃນນັ້ນ ຕົ້ນຕໍແມ່ນແຮງງານເພດຍິງ. 



ປະຈຸບັນ ມິງຝູ໋ ໄດ້ນຳໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນ ຕ່ອງ ໂສ້ ການຜະລິດ. 


ບັນດາຜະລິດຕະພັນຂອງມິງຝູ໋ ທີ່ຫຼາກຫຼາຍ, ມີຄຸນນະພາບ ດີເລີດ ແມ່ນໄດ້ຮັບຄວາມໄວ້ວາງໃຈຈາກບັນດາຄູ່ຮ່ວມມື.


ບັນດາຜະລິດຕະພັນຂອງມິງຝູ໋ ໄດ້ຮັບການກວດກາຄຸນນະ ພາບຢ່າງເຄ່ັງຄັດ ກ່ອນຈະຫຸ້ມຫໍ່ໃສ່ຖົງ. 


ບັນດາຜະລິດຕະພັນ ຂອງ ມິງຝູ໋ ສົ່ງອອກໄປຍັງ ຕະຫລາດ ກວ່າ 80 ປະເທດ ແລະ ເຂດແຄ້ວນ ເຊັ່ນ: ສ.ອາເມລິກາ, ຍີ່ປຸ່ນ, ການາດາ, ສ.ເກົາຫຼີ, ອົສຕຣາລີ ແລະ ເອີຣົບ. 
 
ໃນປີ 2015, ມິງຝູ໋ ໄດ້ສ້າງຍຸດທະສາດ “ສາຍມູນຄ່າມີ ຄວາມ ຮັບຜິດຊອບ” ຜ່ານການເຊື່ອມຕໍ່ ແລະ ຄົບວົງຈອນ ໃນ ຕ່ອງ ໂສ້ ການຜະລິດກຸ້ງ ນັບແຕ່ ກຸ້ງພໍ່ແມ່ພັນ, ອາຫານກຸ້ງ, ການປຸງ ແຕ່ງເພື່ອສົ່ງອອກ, ນຳເຂົ້າ, ການຂົນສົ່ງ, ຈຳໜ່າຍ ແລະ ຂາຍ ຍ່ອຍ. ມາດຕະຖານຂອງຕົວແບບສາຍມູນຄ່າມີຄວາມຮັບ ຜິດຊອບ ແມ່ນໃຫ້ແຕ່ລະໜ່ວຍງານ ໃນແຕ່ລະຂັ້ນຕອນການ ຜະລິດເປັນຜູ້ຮັບຜິດຊອບຕໍ່ຂອດການຜະລິດ ແລະ ຜະລິດ ຕະພັນ ທີ່ຕົນຜະລິດອອກມາ. ຈາກນັ້ນສ້າງເປັນສາຍມູນຄ່າ ມີຄວາມຮັບຜິດຊອບສູງສຸດ ແລະ ບັນດາຜະລິດຕະພັນທີ່ມີ ຄຸນນະພາບດີທີສຸດ, ຄ່າສິ້ນເປືອງໜ້ອຍທີສຸດ. ພ້ອມນີ້ ຄະ ນະນຳ ກຸ່ມບໍລິສັດໄດ້ຖື ມີງຝູ໋ ເປັນຈຸດໃຈກາງທີ່ມີບົດບາດ ນຳພາ ແລະ ເຊື່ອມຕໍ່ ກັບບັນດາຕ່ອງໂສ້ ການຜະລິດກຸ້ງ ນັບ ແຕ່ຂັ້ນຕອນທຳອິດ ເຖິງ ຂັ້ນຕອນສຸດທ້າຍ ແນໃສ່ນຳມາ ບັນດາຄຸນຄ່າທີ່ດີທີສຸດໃຫ້ບໍລິສັດ, ລູກຄ້າ, ຄູ່ຮ່ວມມື, ສັງຄົມ ແລະ ສິ່ງແວດລ້ອມ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ ມິງຝູ໋ ຜ່ານຜ່າ ຄວາມຫຍຸ້ງຍາກນາໆ ປະການ ແລະ ຈຳກັດ ຄວາມສ່ຽງ ທີ່ ອາດຈະເກີດຂຶ້ນໃຫ້ຢູ່ໃນລະດັບຕ່ຳສຸດ.

ແມ່ນກຸ່ມບໍລິສັດລາຍໃຫຍ່ ກັບກວ່າ 10 ບໍລິສັດສະມາຊິກ ພ້ອມກັບຄູ່ຮ່ວມມື ແລະ ລູກຄ້າເປັນຈຳນວນຫຼວງຫຼາຍ, ປັດ ຈຸບັນ ມິງຝູ໋ ພວມສ້າງວຽກເຮັດງານທຳໃຫ້ແກ່ແຮງງານ ນັບ ຫຼາຍໝື່ນຄົນ ຢູ່ເຂດທົ່ງພຽງແມ່ນ້ຳກືວລອງ. ພິເສດ, ໂຮງງານ ສອງແຫ່ງຄື ມິງຝູ໋ກ່າເມົາ ແລະ ມິງຝູ໋ເຮົ້າຢາງ ຊຶ່ງມີກຳລັງການ ຜະລິດກຸ້ງສຳເລັດຮູບສູງເຖິງ 60.000 ໂຕນ/ປີ, ນຳໃຊ້ ແຮງ ງານ ກວ່າ 13.000 ຄົນ, ໃນນັ້ນແຮງງານເພດຍິງກວມສ່ວນ ຫຼາຍ. ມິງຝູ໋ປຸງແຕ່ງສິນຄ້າກວ່າ 7.000 ປະເພດ ຊຶ່ງລວມ ມີ ບັນ ດາສິນຄ້າ ທີ່ຜະລິດຈາກກຸ້ງ ແລະ ສິນຄ້າທີ່ມີມູນຄ່າສູງ ເຊັ່ນ: sushi, nobashi, tempura… ເຮັດໃຫ້ພື້ນຖານໂຄງ ລ່າງ, ຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ສະຖານທີ່ຕັ້ງ ໂຮງ ງານ ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ, ພິເສດແມ່ນ ບັນ ດາຄອບຄົວລ້ຽງກຸ້ງ ແລະ ຂະແໜງການ ອາຊີບອື່ນໆທີ່ກ່ຽວ ຂ້ອງ.

ປີ 2016 ນີ້ ແລະ ໃນຊຸມປີຕໍ່ໜ້າ, ມິງຝູ໋ ຈະສືບຕໍ່ປ່ຽນ ໃໝ່ ຂັ້ນຕອນການຜະລິດ, ເຕັກໂນໂລຊີການປຸງແຕ່ງເພື່ອເຮັດໃຫ້ ດີທີສຸດຕ່ອງໂສ້ການຜະລິດ ແລະ ຂາຍສິນຄ້າ ແນໃສ່ຍົກສູງ ອັດຕາກຳໄລຂຶ້ນ ເຖິງ 9%-10%./.


 

ມິງຝູ໋ໄດ້ເປັນທີ່ຮູ້ຈັກເຖິງເປັນວິສາຫະກິດສິນທະເລແຫ່ງທຳອິດໄດ້ສ້າງຕັ້ງສະຖາບັນຄົ້ນຄວ້າ AquaMekong ຊຶ່ງເປັນບ່ອນ ຄົ້ນຄວ້າກ່ຽວກັບພະຍາດຂອງກຸ້ງ, ປາ, ກໍຄືການພັດທະນາບັນ ດາຕົວແບບທີ່ມີລັກສະນະເສດຖະກິດ ແລະ ຍືນຍົງ. ສຳລັບ ການຕະຫຼາດ, ມິງຝູ໋ ເປັນວິສາຫະກິດສິນທະເລ ແຫ່ງທຳອິດ ຢູ່ ຫວຽດນາມ ໄດ້ຮັບໃບຢັ້ງຢືນຈາກສາກົນກ່ຽວກັບຂັ້ນຕອນ ການຜະລິິດກໍຄືຄຸນນະພາບ ຂອງ ຜະລິດຕະພັນເຊັ່ນ: BAP 4 ດາວ, ASC, Global GAP ແລະ Naturland. 

ບົດ: ເຊີນເງ້ຍ - ພາບ: ດັ້ງກີມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top