• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ພະລັງແຮງໃໝ່ ຊຸກຍູ້ການພົວພັນ ຫວຽດນາມ-ລາວ

ເຫດການ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ສປປ ລາວ ເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງ ການ ແຕ່ວັນທີ 5-10 ມີນາ ເປັນຈຸດເດັ່ນ ອັນສຳຄັນ ໃນປີ ສອງປະເທດ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (5/9/1962 - 5/9/2017) ແລະ 40 ປີແຫ່ງວັນເຊັນ ສົນທິສັນຍາ ມິດຕະພາບ ແລະ ຮ່ວມມືລະຫວ່າງຫວຽດນາມ-ລາວ (18/7/1977 - 18/7/2017). ພ້ອມກັບການຊຸກຍູ້ ການຮ່ວມມື ໃນຫຼາຍຂົງເຂດ, ການຢ້ຽມຢາມດັ່ງກ່າວ ຍັງເປັນໂອກາດ ເພື່ອໃຫ້ສອງປະເທດ ເພີ່ມທະວີ ຄວາມສະໜິດຕິດພັນ ຄວາມສາມັກຄີແບບພິເສດລະຫວ່າງ ສອງປະເທດຫວຽດນາມ-ລາວຍິ່ງກວ່າອີກ. 
ທີ່ການພົບປະເຈລະຈາ, ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ໄດ້ມີການແລກປ່ຽນ ຫຼາຍບັນຫາທີ່ສຳຄັນ ໃນການເພີ່ມທະວີ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ບັນດາບັນຫາກ່ຽວກັບສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 

ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ທ່ານນາງ ປານີ ຢາທໍ່ຕູ້
ປະທານສະພາແຫ່ງຊາດລາວ. ພາບ: ຈ້ອງດຶກ/VNA



ປະທານສະພາແຫ່ງຊາດສອງປະເທດ ດຳເນີນການພົບປະເຈລະຈາ. ພາບ: ຈ້ອງດຶກ/VNA


ທ່ານນາງ ຫງວຽນທິກີມເງິນ  ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ
ລົງນາມໃນຂໍ້ຕົກລົງວ່າດ້ວຍ ການຮ່ວມມື ລະຫວ່າງ ສະພາແຫ່ງຊາດສອງປະເທດ. ພາບ: ຈ້ອງດຶກ/VNA



ປະທານສະພາແຫ່ງຊາດ ສອງປະເທດ ແລກປ່ຽນເອກະສານ ໃນຂໍ້ຕົກລົງວ່າດ້ວຍການຮ່ວມມື. ພາບ: ຈ້ອງດຶກ/VNA
 
ຕາມນັ້ນແລ້ວ, ທ່ານນາງປະທານສະພາແຫ່ງຊາດທັງສອງ ໄດ້ພ້ອມກັນໃຫ້ຂໍ້ສັງເກດວ່າ, ໃນສະຖານະການໂລກ ແລະ ພາກພື້ນສືບຕໍ່ມີການເປັນໄປ່ຢ່າງໄວວາ, ສັບສົນ, ບົ່ມຊ້ອນ ຫຼາຍປັດໄຈທີ່ ຍາກຈະຄາດຄະເນລ່ວງໜ້າ. ດ້ວຍເຫດນັ້ນ, ສອງຝ່າຍຕ້ອງມີການປະສານສົມທົບ ຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ທີ່ບັນດາ ເວທີປາໄສ ສາກົນ, ພາກພື້ນ, ກໍຄືບັນດາກົນໄກຮ່ວມມື ອະນຸພາກພື້ນ; ເຮັດໃຫ້ເລິກເຊິ່ງກວ່າອີກ ຂະບວນການ ຮ່ວມມື, ການຮ່ວມ ສຳພັນຂອງປະຊາຄົມອາຊຽນ (ASEAN), ເພີ່ມທະວີ ຄວາມສາມັກຄີ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ແລະ ສືບຕໍ່ຮັກສາ ຄໍາເວົ້າລວມຂອງອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ. 

ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິ ການໃຫຍ່ ຕ້ອນຮັບ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ. ພາບ: ຈີ້ຢຸງ/VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດ ຖະມົນຕີ  ໄດ້ແລກປ່ຽນ ຄຳຄິດຄຳເຫັນກັບ ທ່ານນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ລາວ. ພາບ: ຖົ໋ງເຍິດ/VNA


ສະຫາຍ ດິງລາທັງ, ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບ ສະຫາຍນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ.  ພາບ: ແທງຫວູ/VNA

ສອງຝ່າຍກໍໃຫ້ວ່າ, ສະພາແຫ່ງຊາດສອງປະເທດ ຕ້ອງສືບຕໍ່ ຊຸກຍູ້ ລັດຖະບານສອງປະເທດ ພິຈາລະນາ, ແກ້ໄຂ ບັນດາ ບັນຫາທີ່ຍັງຂ້າງຄາ, ນຳມາການຕັດສິນໃຈກໍຄືກົນໄກ, ມາດຕະການສົ່ງເສີມຢ່າງທ່ວງທັນ ແນໃສ່ນຳການພົວພັນ ການຄ້າ, ການລົງທຶນ, ຮ່ວມມືສຶກສາ… ລະຫວ່າງສອງ ປະເທດນັບມື້ນັບຂະຫຍາຍຕົວ.

ບັນດາຄະນະກຳມະການຂອງສະພາແຫ່ງຊາດຂອງປະເທດ ສືບຕໍ່ຄວບຄຸມ ການປະຕິບັດບັນດາຂໍ້ໝັ້ນໝາຍ ແລະ ຂໍ້ຕົກລົງທີ່ບັນລຸໄດ້ ລະຫວ່າງສອງລັດຖະບານ, ໂດຍສະເພາະຢ່າງຍິ່ງ ແມ່ນບັນດາບັນຫາທີ່ກ່ຽວພັນເຖິງ ແຫຼ່ງຊັບພະຍາກອນມະນຸດ ສິ່ງແວດລ້ອມ, ພ້ອມກັນກໍ່ສ້າງ ເສັ້ນຊາຍແດນ ລາວ-ຫວຽດນາມ ແຫ່ງສັນຕິພາບ, ມີການ ຮ່ວມມື ແລະ ພັດທະນາ.

ສະພາແຫ່ງຊາດສອງຝ່າຍ ຈະປະສານສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ໂຄງການກໍ່ສ້າງ ຫໍສະພາ ແຫ່ງຊາດ ລາວ ເນື່ອງຈາກວ່າ ນີ້ແມ່ນກິດຈະກຳຈຸດສຸມ ແລະ ມີຄວາມໝາຍທີສຸດໃນການປັບປຸງ, ເພີ່ມທະວີ ຄວາມສາມັກຄີແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ-ລາວ.

ອາດເວົ້າໄດ້ວ່າ, ການຢ້ຽມຢາມຂອງທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ຄັ້ງນີ້ ມີຄວາມໝາຍສຸດ ທີ່ສຳຄັນ ໃນການປະກອບສ່ວນເພີ່ມທະວີ ຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງກວ່າອີກ.


ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ ຕ້ອນຮັບທ່ານ ເຈິ່ນວັນຕຸ໋ຍ, ປະທານສະມາຄົມ ມິດຕະພາບ ຫວຽດນາມ-ລາວ ແລະ ບັນດາ ນັກຊ່ຽວຊານ,
ພະນັກງານ, ທະຫານອາສາສະໝັກຫວຽດນາມ ເຄີຍຮ່ຳຮຽນ, ເຮັດວຽກ ແລະ ສູ້ຮົບຢູ່ລາວ. ພາບ: ຫງວຽນເຢິນ/VNA



ທ່ານນາງ ປານີ ຢາທໍ່ ຕູ້ ປະທານສະພາແຫ່ງຊາດລາວ ໄປຢ້ຽມຢາມ ຫຼັກໝາຍ ຈຸດພິກັດແຫ່ງຊາດ GPS 0001 ຕັ້ງຢູ່ແຫຼມ ກ່າເມົາ. ພາບ: ກິມຮ່າ/VNA


ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ມາວາງພວງມາລາ ແລະ ເຂົ້າໄວ້ອາໄລ ສຸສານ ປະທານ ໂຮ່ຈີມິນ. ພາບ: ເຟືອງຮວາ/VNA

 


ໃນຂອບການຢ້ຽມຢາມ, ທ່ານນາງ ປານີ ຢາທໍ່ຕູ້, ປະທານ ສະພາແຫ່ງຊາດລາວ ໄດ້ເຂົ້າຢ້ຽມຂຳ່ນັບ ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ແລະ ພົບປະແລກປ່ຽນຄຳຄິດຄຳເຫັນ ກັບທ່ານ  ຫງວຽນຊວນຟຸກ ນາຍົກລັດຖະມົນຕີ; ຕ້ອນຮັບ ຄະນະສູນກາງ ສະມາຄົມມິດຕະພາບ ຫວຽດນາມ-ລາວ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ; ຢ້ຽມຢາມ ແລະ ເຮັດວຽກກັບນະຄອນ ໂຮ່ຈີມິນ, ແຂວງ ກ່າເມົາ, ແຂວງ ບາກລຽວ ແລະ ເຂົ້າຮ່ວມ ຫຼາຍເຫດການທີ່ສຳຄັນອື່ນໆອີກ. 
 

ປະຕິບັດ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top