• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ຜູ້ຕາງໜ້າ WHO ຊີ້ແຈງ 3 ເຫດຜົນ ຊ່ວຍຫວຽດນາມ ຮັບມື ກັບການແຜ່ລະບາດ ໂຄວິດ-19 ຢ່າງມີປະສິດທິຜົນ

ແລກປ່ຽນກັບນັກຂ່າວ ວາລະສານ ຂ່າວພາບ ຫວຽດນາມ, ປອ Kidong Park, ຫົວໜ້າຜູ້ຕາງໜ້າ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໄດ້ໄຈ້ແຍກ 3 ເຫດຜົນຕົ້ນຕໍ່ ເຮັດໃຫ້ ການຮັບ ມື ຕໍ່ການແຜ່ລະບາດ COVID-19 ຢູ່ ຫວຽດນາມ ມີປະສິດທິຜົນ ເປັນ ຢ່າງດີ  ຄື: ລົງທຶນ ເຂົ້າໄລຍະ “ສັນຕິພາບ”, ກະຕຸ້ນຢ່າງໄວ ລະບົບ ຮັບມື ແລະ ວິທີເຂົ້າໃກ້ທົ່ວສັງຄົມ ພາຍໃຕ້ ການນຳພາຂັ້ນຕ່າງໆ. ດ້ວຍປະສົບການ ເຮັດວຽກ ໃນຂົງເຂດ ສາທາລະນະສຸກ ທົ່ວໂລກ ມາເປັນເວລາ ກວ່າ 30 ປີ. ປອ Kidong Park ພ້ອມກັບ WHO ໄດ້ ມີການໜູນຊ່ວຍຫຼາຍຢ່າງ ໃຫ້ລັດຖະບານ ຫວຽດນາມ ໃນວຽກງານ ເບິ່ງແຍງດູແລ ສຸຂະພາບ ທົ່ວປວງ ຊົນ. 
ນັກຂ່າວ: ກ່ອນອື່ນ ຂໍໃຫ້ທ່ານ ແບ່ງປັນບາງຕຳແໜ່ງ  ທີ່ທ່ານ ເຄີຍ ຮັບຜິດຊອບ ກ່ອນມາດຳລົງຕຳແໜ່ງ ເປັນຫົວໜ້າ ຜູ້ຕາງໜ້າ WHO ປະຈໍາ ຫວຽດນາມ? ໃນຖານະຕຳແໜ່ງນີ້ ທ່ານ ຮູ້ສຶກມີ ຄວາມກົດດັນຫຍັງ ເມື່ອທຽບກັບ ຕຳແໜ່ງ ທີ່ທ່ານ ເຄີຍຮັບຜິດຊອບ ໃນໄລຍະ ຜ່ານມາ?
 
ປອ Kidong Park: ກ່ອນເຂົ້າຮ່ວມ WHO, ຂ້າພະເຈົ້າ ເປັນເຈົ້າ ໜ້າທີ່ ຂອງ ລັດຖະບານ ສ ເກົາຫຼີ ເປັນເວລາກວ່າ 12 ປີ. ຂ້າພະເຈົ້າ ເລີ່ມເຮັດວຽກໃຫ້ແກ່ WHO ໃນປີ 2006 ແລະ ໃຊ້ເວລາ 3 ປີ ເຮັດວຽກ ສະເພາະ ກ່ຽວກັບການກະກຽມ ແລະ ຮັບມືກັບໂລກລະບາດ  ໄຂ້ຫວັດ ຢູ່ຫ້ອງການ ສຳນັກງານໃຫຍ່ WHO ທີ່ ນະຄອນ ເຊີແນວ (ສະວິດ). ຫຼັງຈາກນັ້ນ, ຂ້າພະເຈົ້າ ຍ້າຍມາ ປະຈໍາຢູ່ຫ້ອງການພູມີພາກ ຂອງ WHO  ປະຈຳປະເທດ ຟີລິບປິນ ໃນຖານະຕຳແໜ່ງ ເປັນ ຫົວໜ້າ ກຸ່ມ ຊ່ວຍເຫຼືອ ປະເທດຕ່າງໆ.

ໃນຖານະຕຳແໜ່ງ ຫົວໜ້າຜູ້ຕາງໜ້າ ປະຈຳ ຫວຽດນາມ ນັບແຕ່ ເດືອນ ກັນຍາ 2017, ຂ້າພະເຈົ້າ ຮັບຜິດຊອບ ວຽກງານ ປະສານ ງານ ການເຄື່ອນໄຫວ ຂອງ WHO ຢູ່ ຫວຽດນາມ ແນໃສ່ ໜູນຊ່ວຍ ດ້ານເຕັກນິກ ແລະ ເປັນທີ່ປຶກສາ ກ່ຽວກັບ ນະໂຍບາຍ ໃຫ້ແກ່ ລັດຖະບານ ຫວຽດນາມ. ຍ້ອນ ຫວຽດນາມ ກຳລັງ ມີການ ພັດທະນາ ຢ່າງໄວວາ ກ່ຽວກັບເສດຖະກິດ ກໍຄືຄວາມສາມາດ ດ້ານລະບົບສາ ທາລະນະສຸກ, ເພາະສະນັ້ນ ການໜູນຊ່ວຍ ດ້ານເຕັກນິກ ແລະ ເປັນທີ່ປຶກສາ ກ່ຽວກັບ ນະໂຍບາຍ ຂອງ WHO ກໍຕ້ອງສອດຄ່ອງ ກັບສະຖານະການ ຂອງ ຫວຽດນາມ. ນີ້ແມ່ນໜ້າທີ່ເຕັມໄປດ້ວຍ ຄວາມທ້າທາຍ ແຕ່ກໍມີກຽດທ່ີສູງສົ່ງ ສຳລັບຂ້າພະເຈົ້າ. 


ປອ Kidong Park, ຫົວໜ້າຜູ້ຕາງໜ້າ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ນັບແຕ່ປີ 2017. ພາບ: ໂດຍ WHO ສະໜອງໃຫ້


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ປອ Kidong Park, ຫົວໜ້າຜູ້ຕາງໜ້າ ອົງການອະນາໄມໂລກ (WHO) ປະຈຳ ຫວຽດ ນາມ ໃນວັນທີ 14 ມີນາ 2020. ພາບ: ຖົ໋ງເຍິດ


ປອ Kidong Park ເຮັດວຽກ ກັບກະຊວງສາທາລະນະສຸກ ຫວຽດ ນາມ ເນື່ອງໃນໂອກາດ ປອ Takeshi Kasai, ຜູ້ອໍານວຍການ ອົງ ການອະນາໄມໂລກ ຂົງເຂດ ປາຊີຟິກ
ຕາເວັນຕົກ ເນື່ອງໃນໂອ ກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ພາບ: ໂດຍ WHO ສະໜອງໃຫ້



ປອ Kidong Park ພ້ອມກັບພະນັກງານ WHO ປະຈໍາ ຫວຽດ ນາມ. ພາບ: ໂດຍ WHO ສະໜອງໃຫ້


ປອ Kidong Park ລົງພື້ນທີ່ຕົວຈິງ ແລະ ຊອກຮູ້ ລະບົບ ສາທາລະນະສຸກ ຂັ້ນຕາແສງ ຂອງ ຫວຽດນາມ. ພາບ: ໂດຍ WHO ສະໜອງ ໃຫ້

ນັກຂ່າວ: ທ່ານມີຄວາມຮັບຮູ້ແນວໃດ ກ່ຽວກັບ ລະດັບ ຄວາມອັນ ຕະລາຍ ແລະ ການແຜ່ລະບາດ ຂອງໂຄວິດ-19 ໃນປັດຈຸບັນ?

ປອ Kidong Park: ມີເວລາ 4 ເດືອນ ນັບຕັ້ງແຕ່ມີລາຍງານ ກໍລະນິ ຕິດເຊື້ອພະຍາດ ໂຄວິດ-19 ລາຍທໍາອິດ, ການລະບາດ ໄດ້ແຜ່ລະບາດ ໃນ 214 ປະເທດ ແລະ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 230.000 ຄົນ. ໃນຂະນະຫຼາຍປະເທດໄດ້ ແລະ ກຳລັງ ສະກັດກັ້ນ ການແຜ່ລະບາດ ໂດຍຜ່ານມາດຕະການຕ່າງໆ ເຊັ່ນ: ປະຕິບັດໄລຍະຫ່າງ ທາງສັງຄົມ, ເປັນເຈົ້າການຄົ້ນຫາ, ພົບເຫັນ ກໍລະນີພະຍາດຕິດແປດ ລະດັບການແຜ່ລະບາດອອກຢ່າງໄວ ຂອງ ໂລກລະບາດ ຍັງຄົງເປັນໄປ ຢູ່ຫຼາຍປະເທດ. ບັນດາ ຜູ້ຊ່ຽວຊານ ໄດ້ໃຫ້ຄຳເຕືອນວ່າ ໄວຣັດ ນີ້ ສາມາດຄົງຕົວ ໃນໄລຍະຍາວຂຶ້ນ. ຄວາມຈິງຊີ້ໃຫ້ເຫັນວ່າ ຄວາມສ່ຽງ ຕິດພະຍາດ ຍັງມີຢູ່ ຍ້ອນການ ແຜ່ລະບາດ ໂຄວິດ-19 ເປັນໄປຢ່າງສັບສົນ, ເພາະສະນັ້ນ ພວກເຮົາ ຕ້ອງສືບຕໍ່ມີ ສະຕິລະວັງຕົວ. 

ນັກຂ່າວ:  ຮຽນທ່ານ, WHO ຕີລາຄາແນວໃດ ກ່ຽວກັບວຽກງານ ປ້ອງກັນ, ສະກັດກັ້ນ ການແຜ່ລະບາດໂຄວິດ-19 ຂອງ ຫວຽດນາມ?

ປອ Kidong Park: ມາຮອດຈຸດເວລານີ້, ຫວຽດນາມ ໄດ້ປະສົບຜົນ ສຳເລັດ ໃນການຄວບຄຸມ ໂລກລະບາດ ແລະ ບໍ່ມີກໍລະນີເສຍຊີວິດ.

WHO ໃຫ້ຂໍ້ສັງເກດ ການຮັບມື ການແຜ່ລະບາດໂຄວິດ-19 ທີ່ບັນ ລຸ ປະສິດທິຜົນ ຂອງ ຫວຽດນາມ ດ້ວຍ 3 ປັດໄຈ: ໜຶ່ງ: ຫວຽດນາມ ບັນລຸໄດ້ ບັນດາຜົນສຳເລັດຫຼາຍພໍຄວນ ແລະ ຜົນສຳເລັດ ຂອງການ ລົງທຶນ ໃນໄລຍະ “ສັນຕິພາບ” ຊຶ່ງໄດ້ສະແດງໃຫ້ເຫັນ ໂດຍຜ່ານວຽກງານປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19. ສອງ: ຫວຽດນາມ ໄດ້ສ້າງຕັ້ງ ຄະນະຊີ້ນຳປ້ອງກັນ ແລະ ສະກັດກັ້ນການ ແຜ່ລະບາດ ໂຄວິດ-19 ຢ່າງທັນການ ເພື່ອມີແຜນການ ຮັບມືການ ແຜ່ລະບາດ ພ້ອມບັນດາ ການແນະນຳ ເຕັກນິກ ຊຶ່ງໄດ້ໝູນໃຊ້ ແຕ່ ສູນກາງ ເຖິງທ້ອງຖິ່ນ ໂດຍອີງໃສ່ ບັນດາ ຫຼັກຖານດ້ານ ວິທະຍາສາດ ທີ່ໄດ້ລາຍງານ ເປັນປະຈຳ ເພື່ອສອດຄ່ອງ ກັບການປ່ຽນແປງ ຂອງ ສະຖານະການ ໂລກລະບາດ. ບັນດາຫຼັກການ ຮັບມື ລວມມີ: ການວິເຄາະ ພົບເຫັນໄວ, ສຳຫຼວດ, ຂຶ້ນບັນຊີລາຍ ຊື່ຜູ້ສຳຜັດກັບ ແຫຼ່ງຕິດແປດ, ການແຍກອອກຫ່າງ ໄດ້ປະຕິບັດຢ່າງ ເດັດຂາດ. ປັດໄຈສຸດທ້າຍ ແມ່ນອາໄສ ການຊີ້ນຳຢ່າງຂຽວຂາດ, ຖືກຕ້ອງ ແລະ ທັນການ ຂອງ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຖິງ ບັນດາກະຊວງ, ຂະ ແໜງການ ພ້ອມກັບການປະຕິບັດ ຢ່າງເຂັ້ມງວດ ຂອງ ປະຊາຊົນ ອີກດ້ວຍ.


ປອ Kidong Park ຫົວໜ້າຜູ້ຕາງໜ້າ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ກ່າວປາໄສ ວ່າດ້ວຍ ສະພາບການ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19
ຂອງ ຫວຽດນາມ ໃນການປະຊຸມ ກັບ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບ ການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19. ພາບ: ວັນດຽບ



ປອ Kidong Park ຮັບການປະກອບສ່ວນຂອງ ຫວຽດນາມ ໃນການ ສະໜັບສະໜູນ ເຂົ້າກອງທຶນ ຮັບມືກັບການແຜ່ລະບາດ ໂຄວິດ-19 ຂອງ WHO. ພາບ: VNA

ນັກຂ່າວ:  WHO ໄດ້ມີການໜູນຊ່ວຍຄືແນວໃດ ໃຫ້ ຫວຽດນາມ ໃນ ວຽກງານ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19?

ປອ Kidong Park:  ນັບແຕ່ ສປ ຈີນ ປະກາດກໍລະນີ ຕິດເຊື້ອ ພະ ຍາດ ໂຄວິດ-19  ລາຍທຳອິດ, WHO ໄດ້ມີການຮ່ວມມື ຢ່າງແໜ້ນແຟ້ນ ກັບລັດຖະບານ ຫວຽດນາມ ໃນວຽກງານ ການກະກຽມ ເພື່ອ ຮັບມືກັບໂລກລະບາດ ຊຶ່ງລວມມີ ການສ້າງ ແຜນການກຽມເພື່ອ, ເພີ່ມທະວີການຄວບຄຸມກວດກາ ແລະ ວິໄຈ, ພ້ອມກັບ ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນ ການຕິດເຊື້ອພະຍາດ, ສຳຫຼວດເພື່ອຂຶ້ນລາຍຊື່ ຜູ້ສຳຜັດ ກັບຜູ້ສົງໄສ ຕິດເຊື້ອພະຍາດ ໂຄວິດ-19 ແລະ ສົ່ງຂ່າວ ກ່ຽວກັບຄວາມສ່ຽງ ເຖິງປະຊາຊົນ. 

ປະຈຸບັນ WHO ໄດ້ ແລະ  ກຳລັງໜູນຊ່ວຍ ຫວຽດນາມ ໃນການຈັດ ຝຶກອົບຮົມ ທີ່ຈຳເປັນ ຊຶ່ງລວມມີ ແນະນຳເຄື່ອງມື, ເກັບກໍາຂໍ້ມູນ ຢູ່ ພູມສາດຕົວຈິງ ເພື່ອສຳຫຼວດໂລກລະບາດ, ບຳລຸງສ້າງ ຄວາມສາມາດ ໃຫ້ບັນດາພື້ນຖານສາທາລະນະສຸກ ທີ່ໄດ້ບົ່ງຕົວ ວິໄຈ ຄົ້ນພົບ ໂຄວິດ-19, ບັນດາຊຸດຝຶກອົບຮົບ ທາງໄກ ກ່ຽວກັບ ການຄວບຄຸມ ການຕິດເຊື້ອ ແລະ ຄຸ້ມຄອງ ກໍລະນີຕິດເຊື້ອພະຍາດ. WHO ຈະສືບ ຕໍ່ໜູນຊ່ວຍ ຫວຽດນາມ ເຄື່ອງອຸປະກອນ ຈຳນວນໜຶ່ງ ໃຊ້ໃນການ ວິເຄາະ ຄົ້ນພົບ ໄວຣັດ ເຊື້ອໄວຣັດ Sars-CoV2 ແລະ ອຸປະກອນ ປ້ອງກັນຕົວສ່ວນ ບຸກຄົນ ໃຫ້ລັດຖະກອນ ສາທາລະນະສຸກ. 

ນັກຂ່າວ: ປັດຈຸບັນ ຍັງບໍ່ທັນມີວັກຊີນ ສໍາລັບການປິ່ນປົວໂຄວິດ-19, WHO ໄດ້ມີຍຸດທະສາດ ແນວໃດ ເພື່ອຮ່ວມມື ກັບ ຫວຽດນາມ ແລະ ບັນດາປະເທດ ໃນວຽກງານ ຄວບຄຸມ ແລະ ຍູ້ຖອຍການແຜ່ລະບາດ ໂຄວິດ-19?

ປອ Kidong Park: WHO ສະເໜີ ບັນດາເປົ້າໝາຍລະດັບໂລກ ຊຶ່ງ ລວມທັງປຸກລະດົມ ບັນດາກະຊວງ, ຂະແໜງການ ແລະ ຊຸມຊົນ; ເປັນເຈົ້າການເຂົ້າຮ່ວມຮັບມື ກັບ ໂລກລະບາດ ແລະ ປ້ອງກັນເພື່ອ ກັນການຕິດແປດ. ກວດກາ ບັນດາກໍລະນີຕິດເຊື້ອ ແລະ ກັນເພື່ອ ການຕິດແປດ ໃນຊຸມຊົນ ຢ່າງທັນການ, ແຍກອອກຫ່າງ ແລະ ປິ່ນປົວຢ່າງສອດຄ່ອງ. ຫຼຸດຜ່ອນການ ເສຍຊີວິດ ໂດຍຜ່ານການເບິ່ງແຍງດູແລ, ປິ່ນປົວ ໃຫ້ແກ່ຄົນເຈັບ ຕິດເຊື້ອໂຄວິດ-19 ລົງສູ່ລະດັບຕໍ່າສຸດ, ຮັບປະກັນສືບຕໍ່ສະໜອງ ໃຫ້ ລັດຖະກອນ ສາທາລະນະສຸກ ທ່ີຢູ່ແຖວໜ້າ ແລະ ໃນຊຸມຊົນ ຜູ້ໄດ້ຮັບຜົນກະທົບງ່າຍ ຈາກໂລກລະບາດ. ພັດທະນາວັກຊີນ ທີ່ມີ ຄວາມປອດໄພ ແລະ ມີປະສິດທິຜົນ ພ້ອມວິທີການ ປິ່ນປົວ ທີ່ສາມາດປະຕິບັດ ໃນວົງກວ້າງ.

- ຕອນແລງວັນທີ 22 ພຶດສະພາ, ຮອງນາຍົກລັດຖະມົນຕີ ຫວູດຶກ ດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບ ການປ້ອງກັນ ແລະ ຕ້ານການລະບາດ ອັກເສບປອດ ຍ້ອນ ເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (COVID-19) ໄດ້ເຮັດວຽກ ກັບ ອົງການ ອະນາໄມໂລກ (WHO) ປະຈໍາ ຫວຽດນາມ, ນັກຊ່ຽວຊານ ສາກົນ, ຜູ້ນຳກະຊວງ ສາທາລະນະສຸກ ແລະ ຜູ້ຕາງໜ້າກະຊວງ, ຂະແໜງການຈຳນວນໜຶ່ງ... ກ່ຽວກັບ ສະຖານະການ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19 ຢູ່ ຫວຽດນາມ.

- ແບ່ງປັນຄວາມຮູ້ສຶກປອດໄພ ເມື່ອໃຊ້ຊີວິດ ແລະ ເຮັດວຽກ ຢູ່ ຫວຽດນາມ ໃນໄລຍະຜ່ານມາ, ປອ Kidong Park ແລະ ນັກຊ່ຽວ ຊານສາກົນ ຫຼາຍທ່ານ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງ ການເປັນເຈົ້າການ ປະສານສົມທົບ ຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ຢ່າງຄົບຖ້ວນ ຂອງ ຫວຽດນາມ ກ່ຽວກັບ ທຸກ ການເຄື່ອນໄຫວ ປ້ອງກັນ, ສະກັດກັ້ນ ການແຜ່ລະບາດ ໂຄວິດ-19, ນັບທັງຂໍ້ມູນ ກ່ຽວກັບກໍລະນີ ຕິດເຊື້ອ ພະຍາດ, ຈຳນວນຜູ້ຖືກ ປິ່ນປົວຫາຍດີ, ແລະ ຍັງບໍ່ທັນມີ ກໍລະນີເສຍຊີວິດ.

(ແຫຼ່ງ: Chinhphu.vn)

ປະຕິບັດ: ເງິນຮ່າ - ພາບ: VNA  ແລະ ໂດຍ WHO ສະໜອງໃຫ້

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top