• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ປະຕິບັດໜ້າທີີ່ຈຸດສຸມປີ 2019 ຢ່າງເຄັ່ງຄັດ

ກອງປະຊຸມທົ່ວປະເທດ ລະຫວ່າງລັດຖະບານກັບບັນດາທ້ອງຖິ່ນແນໃສ່ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດຊຸດທີ 14 ກ່ຽວກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2019 ໄດ້ສ້າງຄວາມ ເບີກບານສຳລານໃຈ, ຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ, ຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ ໃຫ້ແກ່ປະຊາຊົນໃນ ທົ່ວປະເທດ. ວາລະສານຂ່າວພາບ ຫວຽດນາມ ຂໍໄດ້ຄັດອອກ ເພື່ອລົງໜັງສຶືພິມ ເນື້ອໃນຊີ້ນຳຈຳນວນໜຶ່ງຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ທີ່ກອງປະຊຸມດັ່ງກ່າວ.
ກ່າວຄຳຊີ້ນຳ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຕ່າງໜ້າໃຫ້ການນຳພັກ, ລັດ ສະແດງຄວາມ ຊົມເຊີຍ, ຍ້ອງຍໍສັນລະເສີນ ແລະ ຂອບອົກຂອບໃຈ ເຖິງສະພາ ແຫ່ງຊາດ, ລັດຖະບານ, ອຳນາດການປົກຄອງ, ສ່ວນລວມ, ປະຊາຄົມວິສາຫະກິດ, ພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ນັກຮົບໃນທົ່ວປະເທດ ຕໍ່ຜົນງານອັນດີເດັ່ນທີ່ບັນລຸໄດ້ໃນຊຸມປີຜ່ານມາ. 

ເຖິງວ່າ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍປະການ,ປີ 2018, ຫວຽດນາມ ຍັງສືບຕໍ່ພັດທະນາໂດຍໄວ, ໃນທຸກ ຂົງເຂດ ແລະ ສຳເລັດທັງໝົດ 12 ເປົ້າໝາຍຕາມແຜນການ ທີ່ວາງອອກ.

ແຕ່ວ່າ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ມີຄຳເຕືອນວ່າ ຢ່າປະໝາດ ແລະ ພໍອົກພໍໃຈ. ປະເທດຊາດຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ. ສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ມີການປ່ຽນແປງໂດຍໄວ, ສັບສົນ. ເສດຖະກິດໂລກຍັງຖືກເຄາະຮ້າຍ, ເປັນຕົ້ນແມ່ນການເງິນ-ເງິນຕາ ແລະ ການສົ່ງອອກໄດ້ຮັບຜົນກະທົບຈາກສົງຄາມດ້ານການຄ້າ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຊີ້ແຈ້ງໃຫ້ເຫັນ 4 ໜ້າທີ່ຈຸດສຸມຕ້ອງປະຕິບັດໃນປີ 2019. ກ່ອນອື່ນ ໝົດແມ່ນຕ້ອງສືບຕໍ່ປັບປຸງພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງຄວາມສາມາດ ໃນການຮັບມືກັບການ ປ່ຽນແປງຢູ່ທ້ອງຕະຫຼາດ, ເປັນຕົ້ນແມ່ນຢູ່ທ້ອງຕະຫຼາດສາກົນ; ຮັກສາຕົວເລກຂະຫຍາຍຕົວ, ຍົກສູງຄຸນນະພາບການ ຂະຫຍາຍຕົວບົນພື້ນຖານປັບປຸງສະພາບແວດລ້ອມແຫ່ງການລົງທຶນເຮັດທຸລະກິດ, ຍົກສູງກຳລັງການຜະລິດ, ຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດແກ້ງແຍ່ງກັນຂອງພື້ນຖານເສດຖະກິດ. 


ນະຄອນ ໂຮ່ຈີມິນ ຕ້ອນຮັບປີໃໝ່. ພາບ: VNA


ເດືອນ 10/2018, ທະນາຄານແພຈຸລັງແຫ່ງທຳອິດຂອງ ຫວຽດນາມ ໄດ້ເປີດນຳໃຊ້ຢ່າງເປັນທາງການຢູ່ໂຮງໝໍ ຫວຽດ-ດືກ. ພາບ: VNA


ພະແນກສຶກສາ ແລະ ກໍ່ສ້າງນະຄອນ ຮ່າໂນ້ຍ ສົມທົບກັບບໍລິສັດ
ຫຸ້ນສ່ວນ ນຳ້ນົມ ຫວຽດນາມ Vinamilk ຈັດຕັ້ງພິທີປຸກລະດົມ
ການປະຕິບັດແຜນການນັກຮຽນນຳໃຊ້ນຳ້ນົມຢູ່ໂຮງຮຽນ. ພາບ: ແທງຕຸ່ງ/VNA


ນັກທ່ອງທ່ຽວໄດ້ນຳໃຊ້ “ກະເຊົ້າລອຍຟ້າ 3 ສາຍຂ້າມທະເລຍາວທີ່ສຸດໃນໂລກ-7.899,9 ແມັດ”,
ເຊື່ອມຕໍ່ເທດສະບານ ອານເຖີຍ, ຮ່ອນຣອຍ, ຮ່ອນເຢື່ອ ແລະ ຮ່ອນເທີມ (ຝູ໋ກວກ-ກຽນຢາງ).​ ພາບ: ຢາຖ້ວນ/VNA

ຢາກເຮັດໄດ້ຄືແນວນັ້ນ, ຕ້ອງສືບຕໍ່ຍູ້ແຮງການປະຕິຮູບ ດ້ານບໍລິຫານ, ແກ້ໄຂສິ່ງກີດຂວາງໃຫ້ແກ່ການລົງທຶນຜະລິດ, ເຮັດທຸລະກິດຂອງປະຊາຊົນ ແລະ ວິສາຫະກິດ; ແກ້ໄຂສະພາບປະກາດໃຊ້ເອກະສານແນະນຳການປະຕິບັດກົດໝາຍຢ່າງຊັກຊ້າ, ຫຼື ປະກາດໃຊ້ເອກະສານທີ່ມີເນື້ອໃນບໍ່ຊັດເຈນ, ບໍ່ຖືກຕ້ອງ.

ຕ້ອງພັດທະນາຢ່່າງຄົບຊຸດ, ປອດໃສບັນດາຮູບແບບການ ຕະຫຼາດ, ເປັນຕົ້ນແມ່ນຕະຫຼາດສິນຄ້າ, ບໍລິການທີ່ຈຳເປັນ ແລະຕະຫຼາດສະໜອງບັນດາປັດໄຈຮັບໃຊ້ໃຫ້ແກ່ການຜະລິດ​, ຮັບປະກັນການສະໜອງ ແລະ ຄວາມຕ້ອງການຢູ່ທ້ອງຕະຫຼາດຂອງບັນດາພື້ນຖານເສດຖະກິດ; ຍູ້ແຮງການຈັດກຽມຄືນ, ປ່ຽນແປງໃໝ່, ຍົກສູງຜົນງານການເຄື່ອນໄຫວຂອງບັນດາວິສາຫະກິດແຫ່ງລັດ; ລະດົມການເຂົ້າຮ່ວມຂອງບັນດາພາກສ່ວນ ເສດຖະກິດພາຍໃນ ແລະ ຕ່າງປະເທດໃຫ້ແກ່ການລົງທຶນ ພັດທະນາ.

ຄຽງຄູ່ກັນນັ້ນ, ຕ້ອງສືບຕໍ່ຍູ້ແຮງວຽກງານກໍ່ສ້າງກົດບັດຍັດ ເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ; ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4; ພັດທະນາການກໍ່ສ້າງພື້ນຖານໂຄງລ່າງແບບຄົບຊຸດຕາມທິດ ທັນສະໄໝ; ປ່ຽນແປງໃໝ່ຮູບແບບການຂະຫຍາຍຕົວ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ເພື່ອໃຫ້ພື້ນຖານເສດຖະກິດຂອງ ຫວຽດນາມ ໄດ້ເຄື່ອນໄຫວຕາມກົນໄກການຕະຫຼາດ, ປະຕິບັດຢ່າງຄົບຖ້ວນ, ຖືກຕ້ອງຕາມກົດໝາຍຂອງການຕະຫຼາດ, ເໝາະສົມກັບການພັດທະນາປະເທດຊາດໃນສະພາບການໃໝ່.
ບົດ: VNP-ພາບ:VNA
 
 

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top