• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ນັກສິລະປິນ trumpet ທ່ານ Yuki Urushihara

ເກີດ ແລະ ໃຫຍ່ຢູ່ ຍີ່ປຸ່ນ, ຮຽນດົນຕີຢູ່ ເຢຍລະມັນ, ເລືອກ ຫວຽດນາມ ເປັນບ່ອນເຮັດວຽກ, ນັກສິລະປິນເປົ່າ  trumpet ທ່ານ Yuki Urushihara ພ້ອມກັບເຄື່ອງດົນຕີ  ຂອງ ຕົນ ໄດ້ປະກອບສ່ວນໂຄສະນາເຜີຍແຜ່ ຄວາມມັກຮັກ ກັບການ ຫຼິ້ນ  trumpet ໃນປະຊາຄົມຊາວ ຫວຽດນາມ. 
ເກີດ ແລະ ໃຫຍ່ຂຶ້ນມາ ໃນຄອບຄົວ ທີ່ມີມູນເຊື້ອສິລະປະ, ພໍ່ ກັບແມ່ຂອງທ່ານ Yuki Urushihara ລ້ວນແຕ່ ເປັນນັກສິລະ ປິນ Cello ແລະ Violon ທີ່ມີຊື່ສຽງຢູ່ ຍີ່ປຸ່ນ. ທ່ານ Yuki ເລີ່ມ ຫຼິ້ນເປົ່າ Trumpet ເມື່ອອາຍຸ 7 ປີ ແລະ ດ້ວຍຄວາມພະຍາ ຍາມຢ່າງບໍ່ຢຸດຢັ້ງ, ເພິ່ນຮຽນຈົບ ປະລິນຍາຕີ ຢູ່ມະຫາວິທະ ຍາໄລດົນຕີ ແລະ ເວທີ Rostock (HMT Rostock), ປະເທດ ເຢຍລະມັນ. 

ແຕ່ປີ 2018, ທ່ານ Yuki Urushihara ໄດ້ຍ້າຍມາຢູ່ ແລະ ເຮັດວຽກທີ່ ຮ່າໂນ້ຍ, ຫວຽດນາມ. ເພິ່ນມີຄວາມປາຖະໜາຈະສ້າງປະຊາຄົມ ຜູ້ຫຼິ້ນ Trumpet ເພື່ອເຜີຍແຜ່ ຮູບແບບດົນ ຕີດ່ັ່ງກ່າວ ເຖິງທ່ານຜູ້ຊົມ ຢູ່ບັນດານະຄອນໃຫຍ່. ເພິ່ນເປັນ ຜູ້ແບ່ງປັນເຕັກນິກການຫຼິ້ນ Trumpet ທັງເປັນຜູ້ສອນໂດຍກົງ ໃຫ້ຜູ້ທີ່ມີຄວາມຮັກມັກ ກັບຮູບແບບດົນຕີດັ່ງກ່າວ. ເພາະສະ ນັ້ນ ເພິ່ນຈຶ່ງເຂົ້າຮ່ວມ ແລະ ເປັນຜູ້ຮັບຜິດຊອບການ ຫຼິ້ນ Trumpet ໃນວົງດົນຕີປະສານສຽງ ມັດເຈີ່ຍ - Sun Sym phony, ເປັນຄູສອນທີ່ ສູນບຳລຸງສ້າງ ແລະ ພັດທະນາດົນຕີ Inspirito (ຮ່າໂນ້ຍ) ແລະ ເປັນສະມາຊິກ ວົງດົນຕີ Hanoi Brass Week (ປະຊາຄົມ ຊາວຕ່າງປະເທດ ຫຼິ້ນ Trumpet ຢູ່ ຫວຽດນາມ).


ນັກສິລະປິນ  trumpet ທ່ານ Yuki Urushihara ເມື່ອເດືອນ ພຶດສະພາ 2021. ພາບ: ແທງຢາງ/VNP


ນັກສິລະປິນ  trumpet ທ່ານ Yuki Urushihara ມັກແລກປ່ຽນ
ກ່ຽວກັບ
 trumpet ກັບທ່ານຜູ້ຊົມ. ພາບ: ແທງຢາງ/VNP


ນັກສິລະປິນ  trumpet ທ່ານ Yuki Urushihara ພ້ອມກັບບັນດາສະມາຊິກໃນວົງດົນຕີ Trumpet ໃນການຝຶກແອບດົນດີໃນຄັ້ງໜຶ່ງ. ພາບ: ແທງຢາງ/VNP


ບັນດາສະມາຊິກໃນວົງດົນຕີ Trumpet ພ້ອມກັບທ່ານ Yuki ແລກປ່ຽນ ຄໍາຄິດເຫັນ ກ່ອນທີ່ຈະຂຶ້ນເວທີສະແດງ. ພາບ: ແທງຢາງ/VNP

Hanoi Brass Week ພ້ອມກັບ ທ່ານ Yuki Urushihara ໄດ້ ຈັດຫ້ອງຮຽນ Masterclasses ເພື່ອສອນຄົນ ຫວຽດ ແລະຕ່າງ ປະເທດທີ່ພວມເຮັດວຽກ ແລະ ອາໄສຢູ່ ຫວຽດນາມ ໂດຍບໍ່ ເກັບຄ່າ. ນີ້ເປັນບ່ອນສ້າງແຮງບັນດານໃຈໃຫ້ການຮຽນ, ຊອກ ຮູ້ກ່ຽວກັບເຕັກນິກການຫຼິ້ນ Trumpet. ອາຈານສອນ ແຕ່ລະ ຫ້ອງ ລ້ວນແຕ່ເປັນນັກສິລະປິນ ທີ່ມີຊື່ສຽງ, ເປັນສະມາຊິກ ຂອງ ວົງດົນຕີທີ່ມີຊື່ສຽງໂດງດັ່ງເຊັ່ນ: Berlin State Opera, the Deutsche Oper, Lübeck Philharmonic Orchestra, Deutschlandradio Kultur, Chicago Symphony Orchestra… ແລະ ເປັນຜູ້ມີປະສົບການ ຂອງ ມະຫາວິທະຍາໄລ ດົນຕີ Rostock, ເຢຍລະມັນ. ແຕ່ລະມື້, ນັກຮຽນ ຈະ ມີໂອກາດໄດ້ສຳຜັດກັບ ຄວາມຮູ້ສຶກຂອງ ນັກສິລະປິນ ສະແດງເທິງເວທີ ຜ່ານການສະແດງດົນຕີ ໄລຍະສັ້ນ ເຊິ່ງໄດ້ ຈັດຂຶ້ນ ໂດຍບັງເອີນ. 

ຫວ່າງແລ້ວນີ້, ສະຖາບັນ Goethe ໄດ້ເຊີນທ່ານ Yuki Urushihara ເຂົ້າຮ່ວມການສະແດງດົນຕີ ທີ່ມີຫົວຂໍ້ “ດົນຕີ ສະຕະວັດທີ 20”. ໂຄງການດັ່ງກ່າວ ໄດ້ເຊື່ອມຕໍ່ ນັກສິລະປິນ ຫວຽດນາມ ແລະ ເຢຍລະມັນ ກັບທ່ານຜູ້ຊົມດ້ວຍບັນດາ ບົດ ດົນຕີດີເດັ່ນ ທີ່ມີສານ ເຊື່ອມຕໍ່ນໍ້າໃຈ ມິດຕະພາບ, ວັດທະ ນະທຳ ລະຫວ່າງຜູ້ຄົນໃນໂລກ, ຮ່ວມຈິດຮ່ວມໃຈ ກຳຈັດ ໂຄວິດ-19. ເປັນສະມາຊິກໜຶ່ງ, ນັກສິລະປິນ Yuki Urushihara ພ້ອມກັບເພື່ອນຮ່ວມງານ ໄດ້ສ້າງ ຄວາມປະ ທັບໃຈໃຫ້ແກ່ຊາວນະຄອນຫຼວງ ຮ່າໂນ້ຍ ດ້ວຍບັນດາບົດ ດົນຕີທີ່ມີຄວາມໝາຍ. 

ນັກສິລະປິນ  trumpet ທ່ານ Yuki Urushihara ພວມສະແດງບົດເພງ “ຫວຽດນາມ ບ້ານເກີດຂອງຂ້າພະເຈົ້າ” ຂອງນັກດົນຕີ ໂດ໋ຍ້ວນ. ພາບ: ແທງຢາງ/VNP


ນັກສິລະປິນ  trumpet ທ່ານ Yuki Urushihara ພ້ອມກັບບັນດາສະມາຊິກໃນວົງດົນຕີ Trumpet ສະແດງດົນຕີໃນຄັ້ງໜຶ່ງ. ພາບ: ແທງຢາງ/VNP


ການສະແດງຂອງນັກສິລະປິນ  trumpet ທ່ານ Yuki Urushihara ໃນລາຍການປະສານດົນຕີ “ດົນຕີ ສະຕະວັດທີ XX”. ພາບ: ແທງຢາງ/VNP


ບັນດາສະມາຊິກໃນວົງດົນຕີ Trumpet ຮ່ວມກັນສະແດງ
ບົດດົນຕີໜຶ່ງໃນລາຍການປະສານດົນຕີ “ດົນຕີ ສະຕະວັດທີ XX”. ພາບ: ແທງຢາງ/VNP



ທ່ານ Yuki ບັນຊາວົງດົນຕີ Trumpet ສະແດງບົດເພງ “ຫວຽດນາມ ບ້ານເກີດຂອງຂ້າພະເຈົ້າ” ຂອງນັກດົນຕີ ໂດ໋ຍ້ວນ ໃນລາຍການປະສານດົນຕີ “ດົນຕີ ສະຕະວັດທີ XX”. ພາບ: ແທງຢາງ/VNP


ນັກສິລະປິນ  trumpet ທ່ານ Yuki Urushihara ມັກແລກປ່ຽນກັບທ່ານຜູ້ຊົມ ເພື່ອຊ່ວຍເຮັດໃຫ້ເຂົາເຈົ້າມີຄວາມຮູ້ຄວາມເຂົ້າໃຈຫຼາຍກວ່າກ່ຽວກັບ  trumpet. ພາບ: ແທງຢາງ/VNP

\ລາຍການສະແດງດົນຕີ “ດົນຕີ ສະຕະວັດທີ 20” ຢູ່ ຫວຽດ ນາມ ໄດ້ເຮັດໃຫ້ເພິ່ນມີຄວາມຮູ້ສຶກຫຼາຍຢ່າງ ທີ່ສະແດງອອກ ຜ່ານບົດດົນຕີແຫ່ງຄວາມຮັກຫຼາຍບົດ. ທຸກສິ່ງທຸກຢ່າງ ໄດ້ ເຮັດໃຫ້ ທ່ານ Yuki Urushihara ມີຄວາມ ຮັບຮູ້ຢ່າງ ເລິກ ເຊິ່ງ ກ່ຽວກັບທຸກແງ່ມູມ ກໍ່ຄືການພັດທະນາ ຂອງ ພື້ນຖານ ດົນຕີບູຮານ.

ທ່ານ Yuki Urushihara ພ້ອມກັບນັກສິລະປິນ ຫຽດນາມ ຫຼາຍຄົນ ພວມຄົ້ນຫາ ແລະ ສະແດງບັນດາບົດເພງມູນເຊື້ອ ຂອງ ຫວຽດນາມ ດ້ວຍເຄື່ອງດົນຕີ Trumpet , ພ້ອມກັບ Trumpet ສະແດງອອກມາບັນດາບົດດົນຕີ ແຫ່ງຄວາມຮັກ ຊີວິດ ແລະ ຄວາມງາມ “ເພື່ອ ຮ່າໂນ້ຍ ທີ່ໜ້າຢູ່”. 

ບົດ: ບິກເວິນ - ພາບ: ແທງຢາງ 

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top