• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ທ່ານເອກອັກຄະລັດຖະທູດ Grete Lochen: “ຄວາມສະເໝີ ພາບລະຫວ່າງຍິງ-ຊາຍ ແມ່ນເສັ້ນທາງພັດທະນາ ທີ່ຍືນຍົງ”

ໃນໄລຍະຕົ້ນ ການດໍາລົງຕໍາແໜ່ງຂອງຕົນ (ເດືອນ ກັນຍາ 2018), ທ່ານນາງ Grete Lochen ເອກອັກຄະລັດຖະທູດ ນອກແວ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນສິດສະ ເໝີພາບ ຂອງ ແມ່ຍິງ ແລະ ເດັກນ້ອຍ ຢູ່ ຫວຽດນາມ. 
ຫວຽດນາມ ເປັນປະເທດທຳອິດທີ່ທ່ານນາງ Grete Lochen ເລືອກເອົາ ເມື່ອຈົດທະບຽນເປັນເອກອັກຄະລັດຖະທູດ ສໍາ ລັບອາຍຸການນີ້. ເພິ່ນໄດ້ໄຂຄວາມໃນໃຈອອກມາວ່າ: “ຂ້າ ພະເຈົ້າ ໄດ້ມາ ຫວຽດນາມ ຄັ້ງທໍາອິດ ກ່ອນໜ້ານີ້ 25 ປີ. ຂ້າພະເຈົ້າມັກ ຫວຽດນາມ, ມັກບັນຍາກາດທີ່ຟົດຟື້ນ, ທຳມະຊາດທີ່ສວຍງາມ, ມູນເຊື້ອ, ວັດທະນະທຳ ອາຫານ ການກິນ, ພື້ນຖານເສດຖະກິດ ທ່ີປ່ຽນແປງຢ່າງໄວວາ ແລະ ຍິ່ງກວ່ານັ້ນ ແມ່ນຜູ້ຄົນຢູ່ທີ່ນີ້. ເພາະສະນັ້ນ ຂ້າພະເຈົ້າຮູ້ສຶກ ດີໃຈ ເມື່ອໄດ້ກັບມາ ຫວຽດນາມ ອີກຄັ້ງໜຶ່ງ”.

ເພາະສະນັ້ນ, ໃນອາຍຸການນີ້, ເພິ່ນໄດ້ມີການເຄື່ອນໄຫວ ຫຼາຍຢ່າງ ເພື່ອເສີມສ້າງ, ປົກປ້ອງມາດຕະຖານ ແລະ ແນວ ປະຕິບັດລະດັບໂລກ ກໍ່ຄືສິດ ຂອງ ແມ່ຍິງ ແລະ ເດັກຍິງຢູ່ ຫວຽດນາມ. ເພິ່ນໄດ້ນຳໃຊ້ມາດຕະການລວມ ທ່ີບໍ່ ເລືອກ ປະຕິບັດ ເພື່ອໂຄສະນາ ສະຖານະພາບ, ອຳນາດ ແລະ ໂອ ກາດ ໃຫ້ແກ່ເດັກຍິງ ແລະ ແມ່ຍິງ, ລວມທັງຜູ້ທີ່ຂຶ້ນ ກັບປະ ຊາຄົມ ຮັກຮ່ວມເພດ, ເປັນມາດຕະການ ທ່ີມີປະສິດ ທິຜົນ ສູງສຸດ. 

ທ່ານນາງ Grete Lochen ໃຫ້ຮູ້ວ່າ: “ປັດຈຸບັນ, ຍັງບໍ່ມີ ປະ ເທດໃດໃນໂລກ ບັນລຸໄດ້ ເປົ້າໝາຍສະເໜີພາບທາງ ເພດ. ສະເໜີພາບທາງເພດ ເປັນເສັ້ນທາງ ບັນລຸໄດ້ບັນດາເປົ້າ ໝາຍພັດທະນາທີ່ຍືນຍົງ, ບໍ່ປະໃຫ້ຜູ້ໃດ ຖືກຕົກຄ້າງຢູ່ ເບື້ອງ ຫຼັງ”. 


ພາບຖ່າຍທ່ານນາງ Grete Lochen ເມື່ອເດືອນ ພຶດສະພາ 2021. ພາບ: ຫວຽດ ເກື່ອງ/VNP


ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ມອບ ໃບຍ້ອງຍໍ ເພາະຄວາມກ້າວໜ້າຂອງແມ່ຍິງ ກະຊວງ ການ ຕ່າງປະເທດ ໃຫ້ແກ່ທ່ານນາງ Grete Lochen ທ່ີໄດ້ປະ ກອບສ່ວນໃຫ້ແກ່ວຽກງານສະເໝີພາບທາງເພດ ແລະ ຍົກ ສູງຄວາມສາມາດຂອງພະນັກງານ ຍິງ ໃນກະຊວງການ ຕ່າງປະເທດ. ພາບ: ໂດຍສະຖານທູດ ນອກແວ ສະໜອງ


ທ່ານນາງ Grete Lochen ເຮັດວຽກກັບພະນັກງານ ກະ ຊວງການຕ່າງປະເທດ ຫວຽດນາມ. ພາບ: ໂດຍ ສະຖານ ທູດ ນອກແວ ສະໜອງ


ທ່ານນາງ Grete Lochen ໃນການໄປປະຕິບັດງານ ຄັ້ງ ໜຶ່ງ ຢູ່ແຂວງ ກວາງຈີ້. ພາບ: ໂດຍສະຖານທູດ ນອກ ແວ ສະໜອງ


ໃນການໄປປະຕິບັດວຽກງານແຕ່ລະຄັ້ງ, ທ່ານນາງ Grete Lochen ໄດ້ມີການໂອ້ລົມກັບຊາວທ້ອງຖິ່ນ ເພື່ອ ໃຫ້ ມີຄວາມເຂົ້າໃຈ ກ່ຽວກັບຊີວິດການເປັນຢູ່ ແລະ ເສດ ຖະກິດຂອງທ້ອງຖິ່ນ. ພາບ: ໂດຍສະຖານທູດ ນອກແວ ສະໜອງ

ຈາກການເປັນຂົວເຊື່ອມຕໍ່ຂອງທ່ານນາງ Grete Lochen, ນອກແວ ຍັງໃຫ້ການສະໜັບສະໜູນໂຄງການ “ການແກ້ໄຂ ບັນຫາ ການເລືອກເພດ ບົນພື້ນຖານ ຂອງ ການເໝົາລວມ ທາງເພດ ແລະ ການປະຕິບັດ ທີ່ເປັນອັນຕະລາຍຢູ່ ຫວຽດ ນາມ” ແລະ ອີກໂຄງການໜຶ່ງ ພວມປະຕິບັດຢູ່ 5 ແຂວງ ຂອງ ຫວຽດນາມ ຄື: ກວາງບິ່ງ, ບິ່ງດິ້ງ, ບິ່ງຖ້ວນ, ດ່າລາດ ແລະ ບິ່ງເຢືອງ ເພື່ອປຸກລະດົມການມີສ່ວນຮ່ວມ ຂອງ ແມ່ ຍິງ ຢູ່ທ້ອງຖິ່ນ ໃນການກໍ່ສ້າງ ບັນດາຕົວແບບປະສົມປະ ສານ ຢ່າງມີປະສິດທິຜົນ ໃນການຄຸ້ມຄອງສິ່ງເສດເຫຼືອ ແລະ ການຈັດການກັບສິ່ງເສດເຫຼືອ ປຼາສະຕິກ. 

ທ່ານນາງ Grete Lochen ໃຫ້ຮູ້ວ່າ: “ລົງທຶນໃຫ້ແກ່ເດັກຍິງ ແລະ ແມ່ຍິງ ບໍ່ພຽງແຕ່ແມ່ນວຽກເຮັດທ່ີຖືກຕ້ອງ, ມັນຍັງເປັນວຽກທີ່ສະຫຼາດ ແລະ ສຸດທີ່ມີປະໂຫຍດ. ເພາະສະນັ້ນຂ້າ ພະເຈົ້າ ຮູ້ສຶກດີໃຈ ເມື່ອຮູ້ວ່າ ຢູ່ ຫວຽດນາມ, ຈາກການອຸດ ໜູນ ດ້ານການເງິນ ຂອງ ນອກແວ, UNFPA (ກອງທຶນ ປະ ຊາກອນ ສະຫະປະຊາຊາດ) ພວມເປັນຜູ້ນຳໜ້າໃນການພະ ຍາຍາມແກ້ໄຂສະພາບການເລືອກທາງເພດ ເມື່ອເກີດລູກ”. 

ໃນຖານະຕຳແໜ່ງ ເອກອັກຄະລັດຖະທູດ, ທ່ານນາງ Grete Lochen ໄດ້ພົບປະ, ໂອ້ລົມກັນ ແລະ ເຮັດວຽກ ກັບຊາວ ຫວຽດນາມ ຫຼາຍຄົນໃນທົ່ວປະເທດ. ຢູ່ ຮ່າໂນ້ຍ, ທ່ານນາງ Grete Lochen ພ້ອມກັບບັນດາ ທ່ານ ເອກອັກຄະ ລັດຖະ ທູດ ມາອວຍພອນປີໃໝ່ ທີມບານເຕະຍິງ ຫວຽດນາມ, ເຂົ້າ ຮ່ວມການແຂ່ງຂັນແລ່ນ ກັບເດັກ ຕາບອດ, ພ້ອມກັບນັກ ສຶກສາ ບັນດາມະຫາວິທະຍາໄລ ຂອງ ຮ່າໂນ້ຍ ເຂົ້າຮ່ວມ ຍຸດທະນາການ “16 ວັນ ເຄື່ອນໄຫວຕ້ານການໃຊ້ ຄວາມ ຮຸນແຮງທາງເພດ” ໂດຍ UN Women (ແມ່ຍິງ ສະ ຫະປະ ຊາຊາດ) ຫວຽດນາມ ເປັນຜູ້ຈັດ. 


ທ່ານນາງ Grete Lochen ໂອ້ລົມກັບບັນດາຄົນ ໜຸ່ມ ສາວ ກ່ຽວກັບຜະລິດຕະພັນ ເຮັດຈາກຂີ້ເຫຍື້ອ ຜະລິດ ຄືນໃໝ່ ເປັນມິດກັບສິ່ງແວດລ້ອມ. ພາບ: ຫວຽດ ເກື່ອງ/VNP


ທ່ານນາງ Grete Lochen ໂອ້ລົມກັນກັບຜູ້ຄຸ້ມຄອງຮ້ານ ກາເຟ Coffee House ກ່ຽວກັບການນຳໃຊ້ວັດສະດຸກ ກໍ່ສ້າງ ເປັນມິດກັບສິ່ງແວດລ້ອມ ໃນຮ້ານ ກາເຟ. ພາບ: ຫວຽດ ເກື່ອງ/VNP
 

ທ່ານນາງ Grete Lochen ເຂົ້າຮ່ວມໃນຂະບວນການແລ່ນ ພ້ອມກັບເດັກຕາບອດ ຢູ່ ຮ່າໂນ້ຍ. ພາບ: ໂດຍສະຖານທູດ ນອກແວ ສະໜອງ


ທ່ານນາງ Grete Lochen ມັກຫຼິ້ນກັບເດັກນ້ອຍ ຫວຽດນາມ ແລະ ເພື່ອນຮ່ວມງານຢູ່ສະຖານທູດ ນອກແວ. ພາບ: ໂດຍສະຖານທູດ ນອກແວ ສະໜອງ


ທ່ານນາງ Grete Lochen ໃນການພົບປະກັບ ນັກຮຽນຂອງໂຮງຮຽນ Vinschool ຢູ່່ ຮ່າໂນ້ຍ. ພາບ: ໂດຍສະຖານທູດ ນອກແວ ສະໜອງ


ທ່ານນາງ Grete Lochen ພ້ອມກັບບັນດາຄົນໜຸ່ມ ສາວ ຫັນໄປສູ່ຄວາມສະເໝີພາບທາງເພດ, ມອບສິດໃຫ້
ແກ່ແມ່ຍິງ. ພາບ: ໂດຍສະຖານທູດ ນອກແວ ສະໜອງ

ທ່ານນາງ Grete Lochen ຍັງພົບປະບັນດາສະມາຊິກ ຂອງ ເຄືອຂ່າຍ ນັກທຸລະກິດຍິງ ຮ່າໂນ້ຍ ເພື່ອຊຸກຍູ້ການ ມອບສິດ ແລະ ໂອກາດເຮັດທຸລະກິດຢ່າງສະເໝີພາບ ໃຫ້ແກ່ແມ່ຍິງ ຫວຽດນາມ. ເພິ່ນໄປຢ້ຽມຢາມຫຼາຍ ທ້ອງຖິ່ນ ແລະ ແຂວງ ຢູ່ ຫວຽດນາມ ເພື່ອຊອກຮູ້ສະພາບການ ກໍ່ຄືບັນດາ ສິ່ງທ້າ ທາຍ ທີ່ທ້ອງຖິ່ນ ພົບເຫັນໃນວຽກງານ ພັດທະນາເສດຖະ ກິດ - ສັງຄົມ, ກໍ່ຄືຮັບປະກັນການເຂົ້າຮ່ວມ ຂອງແມ່ຍິງ ແລະ ບັນດາກຸ່ມຄົນ ດ້ອຍໂອກາດ ໃນຄວາມພະຍາຍາມ ດັ່ງກ່າວ. ໃນກອງປະຊຸມສາກົນ ກ່ຽວກັບບົດບາດ ຂອງ ແມ່ຍິງ ແລະ ການປ້ອງກັນ ແລະ ຕ້ານການແຜ່ລະບາດ ຂອງໂຄວິດ - 19 ໃນການເຄື່ອນໄຫວຮັກສາສັນຕິພາບໂດຍ ກະຊວງ ປ້ອງກັນ ປະເທດ ຫວຽດນາມ ແລະ ສະຫະ ປະຊາຊາດ ຈັດຂຶ້ນ, ເພິ່ນ ໄດ້ຢືນຢັນວ່າ ຍາມໃດກໍ່ເປັນ ເພື່ອນຮ່ວມທາງ ຂອງ ແມ່ຍິງ ຫວຽດນາມ, ເພິ່ນຈະສະໜັບ ສະໜູນ ແລະ ຊ່ວຍເຫຼືອເຂົາເຈົ້າ ເສີມຂະຫຍາຍສຸດຄວາມ ສາມາດ ຂອງຕົນໃນຂົງເຂດ ເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ອື່ນໆ. 
 
ບົດ: ບິກເວິນ-ພາບ: ຫວຽດເກື່ອງ, ເອກະສານໂດຍສະຖານທູດ ນອກແວ ສະໜອງ 

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top