• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຖ້ຽວລົດໄຟຊານເມືອງ

ພາຍຫຼັງໜຶ່ງເດືອນ​ເປີດ​ການ​ນໍາ​ໃຊ້, ຖ້ຽວລົດໄຟຊານເມືອງທີ່ອອກ​ຈາກ​ສະຖານີ ໄຊງ່ອນ ໄປຫາສະຖານີ ຢີອານ (ແຂວງ ບິ່ງເຢືອງ) ແລ້ວກັບຄືນມາສາມາດດຶງດູດປະຊາຊົນ​ຈໍານວນ​ຫລວງຫລາຍ​ເຂົ້າຮ່ວມ. ຈ່າຍ​ພຽງ 10.000 ດົ່ງ ຜູ້​ໂດຍສານ​ກໍ່​ສາມາດ​ເດີນທາງ​ຢ່າງ​ໜ້າ​ປະ​ທັບ​ໃຈທີ່​ສຸດ. 
ພວກຂ້າພະເຈົ້າມີໜ້າຢູ່ສະຖານີລົດໄຟ ໄຊງ່ອນ ເມື່ອເວລາ 8 ໂມງເຊົ້າຂອງວັນອາທິດ, ລົດໄຟໝູນ​ລໍ້​ແລ່​ນຜ່ານສະຖານີ ງໍ່ເວີບ, ບິ່ງຈ້ຽວ, ຊອງເທິ່ນ ແລະ ຈຸດສຸດທ້າຍແມ່ນສະຖານີຢີອານ. ໃນຕູ້ລົດໄຟບໍ່ມີຕັ່ງ ຫວ່າງຈັກບ່ອນ. ​​ເມື່ອລົດໄຟ​ແລ່ນຂ້າມຂົວ ຫຼື ແມ່ນຳ້ແຕ່ລະເທື່ອ, ພວກນ້ອງນ້ອຍກໍ່ຮ້ອງ​ໂຮ​ຂຶ້ນ​ພ້ອມ​ກັບຕົບມືຊົມເຊີຍດ້ວຍຄວາມດີ​ໃຈ,ເຮັດໃຫ້ຜູ້ໂດຍສານໝົດທຸກຄົນຮູ້ສຶກສະບາຍໃຈ.ນີ້ແມ່ນການເດີນທາງທີ່ໜ້າຈື່ຈຳຂອງຄາວ​ໄວ​ເດັກ.

ສະຫະບໍລິສັດຫຸ້ນສ່ວນຂົນສົ່ງທາງລົດໄຟ ໄຊງ່ອນ ໄດ້ກໍ່ສ້າງສາຍທາງລົດໄຟຊານເມືອງນີ້​ຂຶ້ນ ໂດຍຈຸດປະສົງເພື່ອຫຼຸດຜ່ອນສະພາບລົດຕິດຂອງນະຄອນ ໂຮ່ຈີມິນ ແລະ ກະຈາຍວຽກງານຂົນສົ່ງຜູ້ໂດຍສານ​ໄປ​ຍັງພາຫະນະຕ່າງໆ. ອາດສາມາດເວົ້າໄດ້ວ່າສາຍທາງລົດໄຟດັ່ງກ່າວ ຕອບສະໜອງໄດ້ຄວາມຕ້ອງການຂອງຜູ້ໂດຍສານຢ່າງທັນການ. ແຕ່ລະມື້ມີຜູ້ໂດຍສານທີ່ມານຳໃຊ້ ບໍລິການກວ່າ 3.500​ເທື່ອຄົນ, ວັນທ້າຍອາທິດ ແລະ ວັນພັກລັດຖະການ​ມີ​ຜູ້​ມາ​ບໍລິການ​ເຖິງ6.000 ກວ່າຄົນຕໍ່ມື້. 

ສາຍທາງລົດໄຟອອກຊານເມືອງເລີ່ມຕົ້ນແຕ່ສະຖານີລົດໄຟ ໄຊງ່ອນ.


ຜູ້ໂດຍສານຫຼາຍຄົນ​ເລືອກ​ໃຊ້​ບໍ​ລິການດ້ວຍ​ຖ້ຽວ​ລົດ​ໄຟອອກຊານເມືອງ.


ຖ້ຽວລົດໄຟອອກຊານເມືອງອອກ​ຈາກສະຖານີລົດໄຟ ໄຊງ່ອນ
ໄປຮອດສະຖານີລົດໄຟ ຢີອານ
(ແຂວງ ບິ່ງເຢືອງ) ແລ້ວກັບຄືນ.



ຜູ້ໂດຍສານຂຶ້ນລົດໄຟເພື່ອໄປຫາເຂດທ່ອງທ່ຽວ ຖຸຍເຈົາ (ແຂວງ ບິ່ງເຢືອງ).


ຫ້ອງ​ນໍ້າ​ສະອາດ​ເທິງ​ຖ້ຽວ​ລົດ​ໄຟ​ຊານ​ເມືອງ.


ເຄື່ອງ​ເຟີ​ນີ​ເຈີ​ພາຍ​ໃນ​ຕູ້​ລົດ​ໄຟ​ຕົບ​ແຕ່ງ​ດ້ວຍ​ໄມ້ ສະທ້ອນ​ເຖິງ​ຄວາມ​ໂບຮານ ​ແລະ​ຫລູຫລາ.


ຕັ່ງນັ່ງຂອງຜູ້ໂດຍສານອອກແບບງາມຕາແລະ ສະດວກສະບາຍ.

ໄລຍະທາງລົດໄຟແຕ່ ໄຊງ່ອນ ໄປຮອດ ຢີອານ ຍາວປະມານ 30 ກິໂລແມັດ, ​ໃຊ້ເວລາປະມານ 40 ນາທີ. ຜູ້ໂດຍສານຂຶ້ນ​ລົດຊື້ປີ້ ຄືປີ້ລົດເມ ແລະ ເດັກນ້ອຍອາຍຸຕໍ່າ​ກວ່າ6 ປີບໍ່ຕ້ອງຊື້ປີ້. ຖ້າຜູ້ໂດຍສານເອົາລົດຈັກໄປນຳ ກໍ່ຈະຕ້ອງເສຍອີກ 5.000. ລົດໄຟມີທັງໝົດ 8 ຕູ້, ໄດ້ຮັບການອອກແບບທີ່ທັນສະໄໝ ແລະ ສະດວກສະບາຍ, ສະອາດ. ສຳລັບຜູ້ໂດຍສານທີ່ນຳໃຊ້ສາຍທາງລົດໄຟ ເໜືອ-ໃຕ້, ຕ້ອງໄປປ່ຽນ​ຢູ່ສະຖານີລົດໄຟ ຊອງເທິ່ນ ເຖິງສະຖານີລົດໄຟ ບຽນຮວ່າ (ແຂວງ ດົ່ງນາຍ) ເພື່ອສືບຕໍ່ການ ເດີນທາງ.
 
ຄວາມພໍອົກພໍໃຈ ແລະ ຄວາມໃກ້ຊິດຂອງຜູ້ໂດຍສາຍແມ່ນສິ່ງທີ່ເຫັນໄດ້ງ່າຍ​ເທິງ​ສີ​ໜ້າ​ຂອງ​ຜູ້​ໂດຍສານ. ພະນັກງານຮັບໃຊ້ຜູ້ໂດຍສານດ້ວຍຄວາມ ສຸພາບ. ອ້າຍ ລອງ, ບ້ານຢູ່ເມືອງ ຝູຖ້ວນ ໃຫ້ຮູ້ວ່າ “ເຖິງວ່າ ລາຄາປີ້ລົດໄຟຈະຖືກ ແຕ່ຄຸນນະພາບຂອງບໍລິການ​ແມ່ນ​ດີ​ທີ່​ສຸດ, ລູກ ຂອງຂ້າພະເຈົ້າຍາມ​ໃດ​ກໍ່​ແອ່ວຢາກ​ໃຫ້ພໍ່ພາໄປທາງລົດໄຟ, ອາດຈະແມ່ນຄວາມແປກໃໝ່ເຮັດໃຫ້ເຂົາຮູ້ສຶກຈັບໃຈ”.

ສາຍທາງລົດໄຟອອກຊານເມືອງ ບໍ່ພຽງແຕ່​ເປັນວິທີການແກ້ໄຂທີ່ດີກ່ຽວກັບການຄົມມະນາຄົມເທົ່ານັ້ນ, ຫາກຍັງເປັນການ ປະສານສົມທົບກັບການທ່ອງທ່ຽວອີກດ້ວຍ. ແນ່ນອນວ່າ ຜູ້ໂດຍສານຈະຮູ້ສຶກພໍອົກພໍໃຈເມື່ອໄດ້ໄປທ່ຽວດ້ວຍລົດໄຟ,ພິເສດ, ຜູ້ໂດຍສານສາມາດນຳໃຊ້ບໍລິການທ່ອງທ່ຽວດ້ວຍທາງລົດໄຟຊານເມືອງ ໄປຮອດເຂດທ່ອງທ່ຽວ ຖຸຍເຈົາ (ແຂວງ ບິ່ງເຢືອງ) ແລ້ວກັບຄືນດ້ວຍລາຄາ 160.000 ດົ່ງຕໍ່ຄົນສຳລັບ ຕຽງນອນ. 


ໃນທ້າຍອາທິດ, ຕູ້ລົດໄຟບໍ່ມີຕັ່ງຫວ່າງຈັກບ່ອນ. 


ພະນັກງານຮັບໃຊ້ຜູ້ໂດຍສານດ້ວຍຄວາມສຸພາບ ແລະ ຕັ້ງໃຈ.


ເດັກຊາຍຄົນໜຶ່ງກຳລັງຊົມທິວທັດທຳມະສາດຜ່ານປ່ອງຢ້ຽມຂອງລົດໄຟ.


ນັກທ່ອງທ່ຽວຕ່າງປະເທດໄປຊົມທິວທັດທຳມະຊາດ
ຢູ່ເຂດຊານເມືອງຂອງ ໄຊງ່ອນ ດ້ວຍລົດໄຟ



ຜູ້ໂດຍສານໂອ້ລົມກັນຢ່າງມ່ວນຊື່ນ​ເທິງ​ຖ້ຽວ​ລົດ​ໄຟ.


ຖ້ຽວ​ລົດໄຟ​ແລ່ນຜ່ານໂບດຫຼັງໜຶ່ງຂອງສາສະໜາ ກາວດ່າຍ.


ການເດີນທາງທີ່ປະທັບໃຈດ້ວຍລົດໄຟອອກຊານເມືອງຂອງ
ບັນດາ​ທ່ານ​ຜູ້ໂດຍສານ. 

ທ່ານ ໂດ໋ກວາງວັນ, ຜູ້ອຳນວຍການສາຂາຂົນສົ່ງທາງລົດໄຟ ໄຊງ່ອນ ໃຫ້ຮູ້ວ່າ: “ຖ້ຽວລົດໄຟຊານເມືອງ ຊ່ວຍ​ໃຫ້ປະຊາຊົນໄປມາຫາ​ສູ່ໄດ້ຢ່າງສະດວກສະບາຍ, ພວກຂ້າພະເຈົ້າຮູ້ສຶກດີໃຈເມື່ອເຫັນສາຍທາງລົດໄຟອອກຊານເມືອງໄດ້ຮັບການນິຍົມຊົມໃຊ້ຈາກປະຊາຊົນ ແລະ ນັກທ່ອງທ່ຽວຢ່າງຫຼວງຫຼາຍ. ​ໃນ​ຕໍ່ໜ້າ​ນີ້, ພວກຂ້າພະເຈົ້າຈະມີການດັດປັບແລະ ຄົ້ນຄວ້າກໍ່ສ້າງຫຼາຍຈຸດທ່ອງທ່ອງທີ່ໜ້າຈັບໃຈຕື່ມ​ອີກ ເພື່ອດຶງດູດ ຜູ້ໂດຍສານ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ”.
ບົດ: ຫງວຽນແອງ - ພາບ: ຫງວຽນລວນ


Top