• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຕົ້ມແກງໄກ່ໃສ່ໃບສົ້ມລົມ

ແກງໄກ່ໃສ່ໃບສົ້ມລົມ ເປັນອາຫານພື້ນເມືອງ ຂອງປະ ຊາຊົນເຂດພາກກາງ ຫວຽດນາມ. ອາຫານເຍື່ອງນີ້ມີ ລົດສົ້ມໆຫວານໆ, ກິນງ່າຍ, ບັນຈຸທາດ canxi ຫລາຍ ແລະ ເຄີຍ ໃຊ້ເປັນລາຍການອາຫານຮັບປະທານໃນລະດູຮ້ອນ. 
ສົ້ມລົມເປັນຕົ້ນໄມ້ນອນຢູ່ໃນຕະກູນຕົ້ນເປັນເຄືອ, ເກີດຂຶ້ນຫລາຍໃນປ່າທຳມະຊາດ, ມີລົດຊາດສົ້ມ, ເຢັນສ່ວນຫລາຍແມ່ນນຳໃຊ້ເພື່ອຕົ້ມແກງ. ແລະ ສາມາດນຳໃຊ້ໃບສົ້ມລົມເປັນເຄື່ອງປຸງຂອງບາງລາຍການອາຫານທີ່ແຊບ ເຊັ່ນ: ຕົ້ມໃສ່ໄກ່, ປາທະເລ... ແຕ່ສາມາດເວົ້າໄດ້ວ່າແກງ ໄກ່ຕົ້ມໃສ່ໃບສົ້ມລົມຍັງໄດ້ຮັບຖືວ່າເປັນ ອາຫາຍທີ່ແຊບທີ່ສຸດ.

ແຕ່ເຖິງຢ່າງໃດກໍ່ດີ, ບໍ່ແມ່ນໃຜກໍ່ປຸງແຕ່ງອາຫານເຍື່ອງນີ້ ໃຫ້ແຊບ. ຕົ້ມໄກ່ກັບໃບສົ້ມລົມ, ໄກ່ຕ້ອງເປັນໄກ່ປ່າ ຫຼື ໄກ່ ລ້ຽງປ່ອຍໃນສວນ, ຊີ້ນຂອງມັນຈຶ່ງແໜ້ນ ແລະ ແຊບນົວດີ . ໃບສົ້ມລົມຕ້ອງເປັນໃບສີຂຽວ ແລະ ອ່ອນ ເພາະວ່າຖ້າເປັນໃບແກ່ຈະເຮັດໃຫ້ແກງມີລົດຝາດບໍ່ແຊບ.

ຕົ້ນສົ້ມລົມນອນຢູ່ໃນຕະກູນຕົ້ນໄມ້ເປັນເຄືອ, ເກີດຂຶ້ນໃນປ່າທຳມະຊາດ ແລະ ໃນສວນຢູ່ເຂດພາກກາງຢ່າງຫລວງຫລາຍ.


ຄວນເລືອກປະເພດໄກ່ປ່ອຍລ້ຽງໃນສວນ ຫຼື ໄກ່ປ່າ, ຊີ້ນໄກ່ຈະແໜ້ນ ແລະ ແຊບນົວດີ.


ຄວນເລືອກເອົາໃບສົ້ມລົມທີ່ຂຽວອ່ອນ ເພາະວ່າໃບແກ່ຈະ ເຮັດໃຫ້ແກງມີລົດຝາດບໍ່ແຊບ.


ແກງໄກ່ຕົ້ມໃສ່ໃບສົ້ມລົມອາດຕົ້ມກັບຫມາກປີກ້ວຍນຳອີກກໍ່ໄດ້.


ອາຫານເຍື່ອງນີ້ຖ້າຢາກໃຫ້ແຊບທີ່ສຸດແມ່ນຕ້ອງກິນກັບເຂົ້າຈ້າວຮ້ອນ, ນອກນັ້ນອາດກິນກັບເສັ້ນໝີ່ ຫຼື ເຂົ້າປຸ້ນກໍ່ໄດ້.
 
ສິ່ງທີ່ຄວນເອົາໃຈໃສ່ເວລາປຸງແຕ່ງອາຫານເຍື່ອງນີ້ ແມ່ນຕ້ອງຍ່ອງໃບສົ້ມລົມໃຫ້ມຸ່ນກ່ອນຈະນຳໄປຕົ້ມ ເພື່ອລ້າງທາດສົ້ມອອກ ແລະ ເພື່ອບໍ່ໃຫ້ແກງສົ້ມເກີນໄປ. ເມື່ອຕົ້ມແກງສຸກພໍປານກາງໃຫ້ປົງລົງ, ຫລີກລ້ຽງການຕົ້ມນານເກີນໄປຈະເຮັດໃຫ້ຫມໍ້ແກງສົ້ມຫລາຍ ແລະ ເສຍລົດຊາດຂອງອາຫານ.

ອາຫານລາຍການດັ່ງກ່າວຮັບປະທານກັບເຂົ້າຈ້າວຮ້ອນແມ່ນແຊບທີ່ສຸດ, ນອກນັ້ນອາດກິນກັບເສັ້ນໝີ່ ຫຼື ເຂົ້າປຸ້ນກໍ່ໄດ້. ໃນຍາມລະດູຮ້ອນອົບເອົ້າປະຊາຊົນເຂດພາກກາງ ໄດ້ຖືເປັນອາຫານຫລັກ ແລະ ນິຍົມຊົມຊອບ.

ໂດຍຮັບຮູ້ໄດ້ຄຸນຄ່າພິເສດຂອງປະເພດໃບໄມ້ດັ່ງກ່າວ, ໃນຊຸມປີມໍ່ໆນີ້ ມີຫຼາຍຄອບຄົວໄດ້ປູກ ແລະ ຂະຫຍາຍ ແນວພັນປະເພດຕົ້ນໄມ້ນີ້ ເພື່ອສະໜອງໃຫ້ແກ່ ບັນດາ ຮ້ານອາຫານທີ່ຕ້ອງການ ແລະ ກໍ່ເປັນຕົວແບບເສດ ຖະກິດຫນຶ່ງທີ່ບັນລຸປະສິດທິຜົນສູງພໍສົມຄວນ.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top