• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຂຽນຕໍ່ໜ້າໃໝ່ ໃນສາຍພົວພັນ ອາເມລິກາ - ຫວຽດນາມ

ການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 - 26 ສິງຫາ ຂອງ ທ່ານນາງ Kamala Harris ຮອງປະທານາທິບໍດີ ສ ອາເມລິກາ ຕາມຄຳເຊື້ອເຊີນ ຂອງ ທ່ານນາງ ຫວໍທິແອ໋ງຊວນ ຮອງປະທານປະເທດ ຫວຽດນາມ ໄດ້ສິ້ນສຸດລົງ ດ້ວຍຜົນສຳເລັດຫຼາຍຢ່າງທີ່ລະອຽດ ແລະ ແທດເໝາະ ຕົວຈິງ. 
ວັນທີ 25 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານນາງ ຮອງປະທານປະເທດ ຫວໍທິແອ໋ງຊວນ ໄດ້ເປັນປະທານໃນພິທີຕ້ອນຮັບ ທ່ານນາງຮອງປະທານາທິບໍດີ ສ ອາເມລິກາ Kamala Harris. ທ່ານນາງ Kamala Harris ເປັນຮອງປະທານາທິບໍດີ ສ ອາເມລິກາ ພວມປະຈຳການຄົນທຳອິດ ທີ່ມາຢ້ຽມຢາມ ຫວຽດນາມ.

ຫວຽດນາມຍາມໃດກໍ່ຖື ສ ອາເມລິກາ ເປັນໜຶ່ງ ໃນບັນດາ ຄູ່ຮ່ວມມື ສຳຄັນທີ່ສຸດຂອງຕົນ

ພາຍຫຼັງພິທີຕ້ອນຮັບ, ທີ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງຮອງ ປະທານາທິບໍດີ ສ ອາເມລິກາ Kamala Harris. ທີ່ການພົບປະ, ທ່ານປະທານປະເທດ ໄດ້ຕີລາຄາສູງ ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສ ອາເມລິກາ ໃນຕະຫຼອດ 25 ປີຜ່ານມາ ແລະ ມີຄວາມປາດຖະໜາ ພ້ອມກັບ ສ ອາເມລິກາ ສືບຕໍ່ຊຸກຍູ້ ສາຍພົວພັນ ລະຫວ່າງ ສອງປະເທດ ເຂົ້າສູ່ຜົນຕົວຈິງ,  ມີປະສິດທິຜົນ ບົນຫຼັກການ ເຄົາລົບເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນ ອັນຄົບຖ້ວນ, ກົນໄກການເມືອງຂອງກັນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ໃນໂລກ. 

ຕອນເຊົ້າວັນທີ 25 ສິງຫາ 2021, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ທຳການຕ້ອນຮັບ ທ່ານນາງ ຮອງປະທານາທິບໍດີ ສ ອາເມລິກາ Kamala Harris ເນື່ອງໃນ ໂອກາດ
ມາຢ້ຽມຢາມ ຫວຽດນາມ. ໃນພາບ: ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາງ ຮອງປະທານາທິບໍດີ ສ ອາເມລິກາ Kamala Harris ໃນການຕ້ອນຮັບ. ພາບ: ຖົ໋ເຍິດ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ທຳການຕ້ອນຮັບ ທ່ານນາງຮອງ ປະທານາທິບໍດີ ສ ອາເມລິກາ Kamala Harris. ພາບ: ຖົ໋ງເຍິດ/VNA


ກ່ອນນັ້ນ, ທ່ານນາງ ຮອງປະທານປະເທດ ຫວໍທິແອ໋ງຊວນ ໄດ້ເປັນ ປະທານ ໃນພິທີຕ້ອນຮັບ ທ່ານນາງປະທານາທິບໍດີ ສ ອາເມລິກາ Kamala Harris. ພາບ: ຈ້ອງດຶກ/VNA
 
ທ່ານນາງຮອງປະທານາທິບໍດີ Kamala Harris  ສະແດງ ຄວາມເປັນກຽດ ທີ່ໄດ້ເປັນຮອງປະທານາທິບໍດີພວມປະຈຳການ ຄົນທໍາອິດ ຂອງ ສ ອາເມລິກາ ໄດ້ມາຢ້ຽມຢາມ ຫວຽດນາມ ແລະ ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບຢ່າງຊົງກຽດ ແລະ ຮອບຄອບ ທີ່ການນໍາ ແລະ ປະຊາຊົນ ຫວຽດນາມ ໄດ້ ສະຫງວນ ໃຫ້ແກ່ທ່ານນາງ ແລະ ຄະນະຜູ້ແທນຂັ້ນສູງ ສ ອາເມລິກາ ໃນເງື່ອນໄຂ ສະຖານະການ ການແຜ່ລະບາດ ໃນປັດຈຸບັນ.

ທ່ານນາງຮອງປະທານາທິບໍດີ ຢືນຢັນວ່າ ສ ອາເມລິກາ ຖືສຳຄັນ ການພົວພັນ ກັບ ຫວຽດນາມ ແລະ ມີຄວາມປາດຖະໜາ ການຢ້ຽມຢາມ ຄັ້ງນີ້ ຈະປະກອບສ່ວນ ຊຸກຍູ້ສາຍພົວພັນ ຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສ ອາເມລິກາຍິ່ງຂຶ້ນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາງ ຮອງປະທານາທິບໍດີ Kamala Harris ຢືນຢັນວ່າ ຫວຽດນາມ ແລະ ສ ອາເມລິກາ ຈະແບ່ງປັນ ໃນບັນຫາທີ່ຕ່າງຝ່່າຍຕ່າງ ມີຄວາມສົນໃຈ ກ່ຽວກັບ ການຮັບມື ກັບການປ່ຽນແປງ ຂອງ ດິນຟ້າອາກາດ ດ້ວຍ ຄວາມພະຍາຍາມ ປະຕິບັດ ຄໍາໝັ້ນໝາຍ ຂອງຊາດ, ຜັນຂະຫຍາຍ ບັນດາມາດຕະການແກ້ໄຂ ກ່ຽວກັບ ພະລັງງານສະອາດ, ພະລັງງານ ທົດແທນ ຢ່າງແຂງແຮງ. ຜູ້ນຳ ທັງສອງ ຍັງເຫັນດີເປັນເອກະພາບກັນ ເພີ່ມທະວີການຮ່ວມມື ເພື່ອຮັບມືກັບການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ -19 ແລະ ການຟື້ນຟູຫຼັງການແຜ່ລະບາດ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະແດງ ຄວາມຂອບອົກຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສ ອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງມີຄວາມໝາຍ ແລະ ທັນເວລາ, ໂດຍສະເພາະຢ່າງຍິ່ງແມ່ນ ວັກຊີນ 5 ລ້ານ ໂດສ ແລະ ອຸປະກອນ ການແພດ ອື່ນໆ ອີກຫຼາຍຢ່າງ.
ສ ອາເມລິກາໄດ້ບໍລິຈາກ ວັກຊີນ Pfizer ຕື່ມອີກ 1 ລ້ານໂດສ ໃຫ້ແກ່ ຫວຽດນາມ ໂດຍຜ່ານກົນໄກ COVAX. ແຕ່ກາງຄືນ ຂອງວັນທີ 26 ສິງຫາ ວັກຊີນ 533,520 ໂດສ ໄດ້ມາຮອດ ນະຄອນ ໂຮ່ຈີມິນ ແລະ 263,250 ໂດສ ໄດ້ມາຮອດ ຮ່າໂນ້ຍ. ໃນວັນທີ 27 ສິງຫາ, ຈຳນວນວັກຊີນ ທີ່ຍັງເຫຼືອ (263,250 ໂດສ) ໄດ້ຖືກສົ່ງເຖິງຮ່າໂນ້ຍ.

ທ່ານປະທານປະເທດ ຕີລາຄາສູງ ຄຳໝັ້ນໝາຍ ຂອງ ສ ອາເມລິກາ ທີ່ຈະສືບຕໍ່ເພີ່ມງົບປະມານ ເພື່ອຮຳບາດແຜຈາກ ສົງຄາມ, ໃນນັ້ນ ມີການກວດລ້າງ ທາດພິດສີສົ້ມ/ດີໂອຊິນ ຢູ່ສະໜາມບິນ ບຽນຮວ່າ ແລະ ບັນດາຈຸດຮ້ອນອື່ນໆ, ເກັບກູ້ລະເບີດ, ໜູນຊ່ວຍຄົນພິການ, ໜູນຊ່ວຍ ຫວຽດນາມໃນວຽກງານສັນລະສູດ ADN ອັດຖິທະຫານ ຫວຽດນາມ ຜູ້ເສຍສະຫຼະຊີວິດເພື່ອຊາດ ໃນປາງສົງຄາມ.

ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີ ຕໍ່ເລື່ອງ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສ ອາເມລິກາ (CDC) ປະກາດສ້າງຕັ້ງ ຫ້ອງການ CDC ພາກພື້ນ ຕັ້ງຢູ່ ຮ່າໂນ້ຍ, ປະກອບສ່ວນ ຊ່ວຍເຫຼືອ ຫວຽດນາມ ແລະ ບັນດາປະເທດ ໃນພາກພື້ນ ໃນການປ້ອງກັນພະຍາດ, ປົກປ້ອງສຸຂະພາບ ຂອງປະຊາຊົນ. ນຳທັງສອງກໍສະແດງຄວາມຊົມເຊີຍ ຕໍ່ເລື່ອງ ທັງສອງຝ່າຍໄດ້ເຊັນສັນຍາເຊົ່າທີ່ດິນ ຢ່າງເປັນທາງການ ເພື່ອ ສ້າງສຳນັກງານໃຫຍ່ແຫ່ງໃໝ່ ຂອງສະຖານທູດ ສ ອາເມລິກາປະຈຳ ຮ່າໂນ້ຍ. ເຫດການນີ້, ຮ່ວມກັບເຫດການ ທັງສອງຝ່າຍເຊັນສັນຍາ ການເຊົ່າ ອະສັງຫາລິມະສັບ ຢູ່ ວໍຊິງຕັນ ດີຊີ ເພື່ອສ້າງ ສະຖານທູດໃຫຍ່ ແຫ່ງໃໝ່ ຂອງ ຫວຽດນາມ ຢູ່ ສ ອາເມລິກາ ມີຄວາມໝາຍສຳຄັນຍິ່ງ ຊຶ່ງສະແດງໃຫ້ເຫັນເຖິງ ຄວາມຕັດສິນໃຈ ຂອງທັງສອງຝ່າຍ ໃນການ ແກ້ໄຂບັນຫາທີ່ດິນ ສໍາລັບ ການກໍ່ສ້າງຫ້ອງການຜູ້ຕາງໜ້າ ຂອງ ຫວຽດນາມ ແລະ ສ ອາເມລິກາ ຢູ່ ແຕ່ລະປະເທດ ນັບແຕ່ປີ 1995 ມາເຖິງປະຈຸບັນ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຝາກ ຄຳອວຍພອນ ຂອງສະຫາຍ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຖິງ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden. ສະຫາຍ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຊື້ອເຊີນ ທ່ານປະທານາທິບໍດີ Joe Biden ມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມຊົມເຊີຍ ຕໍ່ເລື່ອງ ສ ອາເມລິກາ ເພີ່ມທະວີການຮ່ວມມື ກັບພາກພື້ນ, ສະໜັບສະໜູນ ຄວາມສາມັກຄີພາຍໃນພາກພື້ນ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ແລະ ສະເໜີ ໃຫ້ ສ ອາເມລິກາ ເພີ່ມທະວີການຮ່ວມມືກັບ ອາຊຽນ ກໍຄືຊຸກຍູ້ ການຮ່ວມມື ຍຸດທະສາດ ອາຊຽນ-ສະຫະລັດ, ຄູ່ຮ່ວມມື ແມ່ຂອງ- ສ ອາເມລິກາ ແລະ ຕອນລຸ່ມແມ່ນຳ້ຂອງ. 

ພັດທະນາ ສາຍພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສອາເມລິກາ ນັບມື້ນັບມີເຂົ້າໃນຕົວຈິງ, ມີປະສິດທິຜົນ, ແລະ ມີສະຖຽນລະພາບ ໃນໄລຍະຍາວ. 

ຕອນທ່ຽງວັນທີ 25 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ໄດ້ທຳການຕ້ອນຮັບທ່ານນາງ ຮອງປະທານາທິບໍດີ ສ ອາເມລິກາ Kamala Harris. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ເນັ້ນໜັກວ່າ ຫວຽດນາມ ຖືສຳຄັນການພົວພັນ ກັບ ສ ອາເມລິກາ ແລະ ມີຄວາມປາດຖະໜາ ສືບຕໍ່ພັດທະນາສາຍພົວພັນ ຄູ່ຮ່ວມມື ຮອບດ້ານ ນັບມື້ນັບເຂົ້າ ໃນຕົວຈິງ, ມີປະສິດທິຜົນ, ສະຖຽນລະພາບຍາວນານ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະໃນໂລກ.


ຕອນທ່ຽງວັນທີ 25 ສິງຫາ 2021, ທີ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ທຳການຕ້ອນຮັບ ທ່ານນາງ ປະທານາທິບໍດີ ສ ອາເມລິກາ Kamala Harris
ເນື່ອງໃນໂອກາດ ການຢ້ຽມຢາມ ຫວຽດນາມ. ພາບ: ເຢືອງຢາງ/VNA



ພາບໃນການຕ້ອນຮັບ. ພາບ: ເຢືອງຢາງ/VNA
ທ່ານນາຍົກລັດຖະມົນຕີສະແດງຄວາມຫວັງ ຝ່າຍ ສ ອາເມລິກາ ຈະສືບຕໍ່ ສະໜັບສະໜູນ ຫວຽດນາມ ໃນວຽກງານປ້ອງກັນພະຍາດ, ພິເສດແມ່ນວັກຊີນໃນຫຼາຍຮູບແບບທີ່ມີຄວາມໄຫວພິບ, ແລະ ຖ່າຍທອດເຕັກໂນໂລຊີການຜະລິດວັກຊີນ.

ທ່ານນາຍົກລັດຖະມົນຕີ ກໍແຈ້ງ ກ່ຽວກັບການສົນທະນາ ທາງໂທລະສັບ ກັບປະທານ ແລະ ຜູ້ອຳນວຍການດ້ານບໍລິຫານຂອງ Pfizer ເມື່ອ ບໍ່ດົນມານີ້ ແລະ ກ່າວວ່າ ທ່ານໄດ້ເຊັນສັນຍາ ຊື້ວັກຊີນ Pfizer ປະມານ 50 ລ້ານໂດລາ, ແຕ່ມາຮອດປັດຈຸບັນ ຈໍານວນທີ່ໄດ້ຮັບ ແມ່ນຍັງມີໜ້ອຍ.

ທ່ານນາຍົກລັດຖະມົນຕີໄດ້ສະເໜີ ສ ອາເມລິກາ ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂ ໃຫ້ Pfizer ເລັ່ງການຈັດສົ່ງວັກຊີນໃຫ້ ຫວຽດນາມ ໄວຂຶ້ນ ແລະ ຫຼາຍກວ່ານີ້ ໃນປີນີ້ ແລະ ເອົາໃຈໃສ່ເຖິງການ ສົ່ງວັກຊີນ ສຳລັບ ເດັກນ້ອຍ ແລະ ຜູ້ມີອາຍຸຕໍ່າກວ່າ 18 ປີ ໃນເວລາ ເປີດສົກຮຽນໃໝ່່ ໃກ້ຈະມາເຖິງແລ້ວ.

ປຶກສາຫາລື ກ່ຽວກັບ ບັນດາມາດຕະການ ທີ່ລະອຽດເພື່ອຊຸກຍູ້ ການຮ່ວມມືສອງ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງເນັ້ນໜັກວ່າ ຫວຽດນາມ ຖືເສດຖະກິດ-ການຄ້າ ເປັນເສົາຄຳ້ ແລະ ເປັນກຳລັງໜູນ ຂອງການພົວພັນ ຫວຽດນາມ - ສ ອາເມລິກາ.

ທ່ານນາຍົກລັດຖະມົນຕີສະແດງຄວາມຍິນດີ ຕໍ່ເລື່ອງຜູ້ຕາງໜ້າ ດ້ານການຄ້າ ຂອງສ ອາເມລິກາ (USTR) ປະກາດການສະຫຼຸບ ການສືບສວນ ຕາມມາດຕາ 301 ກ່ຽວກັບ ບັນຫາເງິນຕາ ແລະ ບໍ່ ນຳໃຊ້ມາດຕະການ ການຄ້າໃດ ຕໍ່ກັບ ຫວຽດນາມ.

ທ່່ານນາຍົກລັດຖະມົນຕີ ໄດ້ສະເໜີ ໃຫ້ທັງສອງຝ່າຍ ສືບຕໍ່ ເພີ່ມທະວີ ການຮ່ວມມື ພາຍໃນຂອບສັນຍາກອບການຄ້າ ແລະ ການລົງທຶນ (TIFA), ພ້ອມກັນນັ້ນ ພິຈາລະນາຄວາມສາມາດຈັດສ້າງ ຂອບ ການຮ່ວມມື ດ້ານເສດຖະກິດ-ການຄ້າໃໝ່ ເພື່ອຊຸກຍູ້ການພົວພັນ ຮ່ວມມືສອງຝ່າຍໃຫ້ມີຄວາມກົມກຽວ, ຍືນຍົງ ແລະ ມີຜົນປະໂຫຍດ ຍິ່ງກວ່າອີກ.
ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ສ. ອາເມລິກາ ໃນ 7 ເດືອນຕົ້ນປີ 2021 ບັນລຸ 62,5 ຕື້ ໂດລາສະຫະລັດ (ເພີ່ມຂຶ້ນ 32,8% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2020).

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດ ກໍ່ພ້ອມແລ້ວທີ່ຈະ ສ້າງເງື່ອນໄຂສະດວກ ໃຫ້ບັນດາວິສາຫະກິດ ສ ອາເມລິກາມາ ດຳເນີນທຸລະກິດຢູ່ ຫວຽດນາມ, ສົ່ງເສີມ, ຊຸກຍູ້ ແລະ ຄາດຫວັງ ໃຫ້ ສ ອາເມລິກາ ສະໜັບສະໜູນ ແລະ ສ້າງເງື່ອນໄຂ ສະດວກ ໃຫ້ບັນດາວິສາຫະກິດ ມີກຳລັ ບົ່ມຊ້ອນ, ມີທ່າແຮງຂອງ ຫວຽດນາມ ລົງທຶນເຂົ້າສູ່ບັນດາຂົງເຂດ ທີ່ ສ ອາເມລິກາ ມີຄວາມ ຕ້ອງການ (ເຊັ່ນ: VinGroup ຕັ້ງໃຈ ລົງທຶນສູ່ຂົງເຂດ ລົດໄຟຟ້າ ແລະ ຖ່ານໄຟລົດໄຟຟ້າ ດ້ວຍກ້ອນເງິນລົງທຶນຫຼາຍກວ່າ 1 ຕື້ ໂດລາສະຫະລັດ) ເພື່ອປະກອບສ່ວນສ້າງຄວາມດຸ່ນດ່ຽງ ໃນການລົງທຶນ ແລະ ການຄ້າສອງ່າຍ.


ໃນການຢ້ຽມຢາມ ຫວຽດນາມ, ຕອນບ່າຍວັນທີ 25 ສິງຫາ 2021, ຢູ່ ຮ່າໂນ້ຍ, ທ່ານນາງຮອງປະທານາທິບໍດີ ສ ອາເມລິກາ Kamala Harris ໄດ້ເຂົ້າຮ່ວມພິທີ ເປີດຫ້ອງການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສ ອາເມລິກາ (USCDC). ເຂົ້າຮ່ວມ ພິທີດັ່ງກ່າວ ມີທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ. ພາບ: ເລີມແຄ໋ງ/VNA


ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳປາໄສ ໃນພິທີ ເປີດຫ້ອງການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສ ອາເມລິກາ (USCDC) ທີ່ຮ່າໂນ້ຍ.
ພາບ: ເລີມແຄ໋ງ/VNA



ຜູ້ແທນບັນດາປະເທດ ເຂົ້າຮ່ວມ ພິທີເປີດຫ້ອງການ ພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ ສ ອາເມລິກາ (CDC). ພາບ: ເລີມແຄ໋ງ/VNA


ທ່ານນາງຮອງປະທານາທິບໍດີ ສ ອາເມລິກາ Kamala Haris ແລະ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃນພິທີ ເປີດຫ້ອງການ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງສູນ ຄວບຄຸມ
ແລະ ປ້ອງກັນ ພະຍາດ ສ ອາເມລິກາ (USCDC) ທີ່ ຮ່າໂນ້ຍ. ພາບ: ເລີມແຄ໋ງ/VNA



ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ກ່າວ ຄຳເຫັນທີ່ພິທີ. ພາບ: ເລີມແຄ໋ງ/VNA


ໃນແຜນການຢ້ຽມຢາມ ຫວຽດນາມ, ຕອນບ່າຍ ວັນທີ 25 ສິງຫາ 2021, ທ່ານນາງຮອງປະທານາທິບໍດີ ສ ອາເມລິກາ Kamala Harris ໄດ້ເປັນ ສັກຂີພິຍານໃນພິທີລົງນາມໃນ ສັນຍາ ເຊົ່າທີ່ດິນ ເພື່ອສ້າງ ສຳນັກງານໃໝ່ ຂອງສະຖານທູດ ສ ອາເມລິກາປະຈຳ ຫວຽດນາມ ລະຫວ່າງ ຄະນະການທູດ ສ ອາເມລິກາ ກັບ ພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ຮ່າໂນ້ຍ. ພາບ: VNA


ພິທີລົງນາມໃນຂໍ້ຕົລົງວ່າດ້ວຍການເຊົ່າທີ່ດິນ ເພື່ອກໍ່ສ້າງ ສຳນັກງານໃໝ່ ຂອງສະຖານທູດ ສ ອາເມລິກາ ປະຈຳ ຫວຽດນາມ. ພາບ: VNA


ຕອນບ່າຍວັນທີ 26 ສິງຫາ 2021, ທີ່ ຮ່າໂນ້ຍ, ທ່ານນາງ ຮອງປະທານາທິບໍດີ ສ ອາເມລິກາ Kamala Harris ໄດ້ເຂົ້າຮ່ວມ ກອງປະຊຸມຂ່າວ ເພື່ອແຈ້ງ ກ່ຽວກັບ ການຢ້ຽມຢາມ ຫວຽດນາມ. ພາບ: VNA
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ມີຄວາມ ຕ້ອງການ ຢ່າງໃຫຍ່ຫຼວງ ວ່າດ້ວຍການຮ່ວມມື ໃນຂົງເຂດການສຶກສາ - ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ສະເໜີ ໃຫ້ຝ່າຍ ສ ອາເມລິກາ ເພີ່ມທະວີ ການສະໜອງ ທຶນການສຶກສາ ໃຫ້ນັກສຶກສາ ຫວຽດນາມ.

ເມື່ອໂອ້ລົມສົນທະນາຕື່ມອີກ ກັບທ່ານນາງຮອງປະທານາທິບໍດີ Kamala Harris, ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ ສ ອາເມລິກາ ເອົາໃຈໃສ່ ເຖິງ ປະຊາຄົມຊາວ ຫວຽດນາມ ທີ່ພວມຮໍ່າຮຽນ, ດໍາລົງຊີວິດ ແລະ ເຮັດວຽກຢູ່ ສ ອາເມລິກາ; ເນັ້ນໜັກວ່າ ນີ້ແມ່ນປະຊາຄົມໃຫຍ່ ແລະ ເປັນປັດໄຈສຳຄັນ ປະກອບສ່ວນ ຊຸກຍູ້ສາຍພົວພັນ  ລະຫວ່າງ ສອງປະເທດ.

ທ່ານນາງຮອງປະທານາທິບໍດີ Kamala Harris ຢືນຢັນວ່າ ສ ອາເມລິກາ ຈະສືບຕໍ່ ຊ່ວຍເຫຼືອການເຂົ້າໃນຕົວຈິງ ເພື່ອໃຫ້ ຫວຽດນາມ ຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ໄພອັນຕະລາຍ ຂອງການແຜ່ລະບາດອື່ນໆ ໃນອະນາຄົດ ຢ່າງມີ ປະສິດທິຜົນ, ຮັກສາລະບົບຕ່ອງໂສ້ການສະໜອງທົ່ວໂລກ.

ນອກຈາກນັ້ນ, ຜູ້ນໍາທັງສອງໄດ້ທຳການແລກປ່ຽນ ກ່ຽວກັບ ສະຖານະການ ສາກົນ ແລະ ພາກພື້ນ, ຢືນຢັນບົດບາດເປັນໃຈກາງ ຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ແມ່ນໍ້າຂອງ ແລະ ມຽນມາ, ເນັ້ນໜັກຫຼັກການເຄົາລົບກົດໝາຍສາກົນ ໃນການຮ່ວມມື ແລະ ແກ້ໄຂ ບັນດາບັນຫາພາກພື້ນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ກົດໝາຍທະເລ 1982 (UNCLOS), ຮັບປະກັນ ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີ ໃນການເດີນທະເລ ແລະ ການເດີນອາກາດ.

ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top