• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ການເຄື່ອນໄຫວ ຕ້ານ ຂີ້ເຫຍື້ອ ປຼາສຕິກ ຢູ່ທ້ອງ ມະຫາສະໝຸດ ຢູ່ ຫວຽດນາມ

ແຕ່ລະປີ, ຫວຽດນາມ ລະບາຍຂີ້ເຫຍື້ອ ປຼາສຕິກ ອອກສູ່ ມະຫາ ສະໝຸດ ປະມານ 0,28-0,73 ລ້ານໂຕນ, ກວມ 6% ປະລິມານ ຂີ້ ເຫຍື້ອ ປຼາສຕິກ ຂອງທົ່ວໂລກ, ຮອງຈາກ ສປ ຈີນ, ອິນໂດເນເຊຍ ແລະ ຟີລິບປິນ... ນີ້ແມ່ນ ບັນດາຕົວເລກ ເຕືອນໄພ ກ່ຽວກັບ ສະ ພາບການ “ມົນລະພິດຂາວ” ໝາຍຄວາມວ່າ ພາວະເປັນພິດ ຂີ້ ເຫຍື້ອ ປຼາສຕິກ ຢູ່ທ້ອງທະເລ ຫວຽດນາມ. ພ້ອມກັບຫຼາຍປະເທດ ໃນໂລກ, ຫວຽດນາມ ກຳລັງ ຕັດສິນໃຈ ກຳຈັດບັນຫາ ພາວະເປັນ ພິດ ຂີ້ເຫຍື້ອ ປຼາສຕິກ, ພິເສດແມ່ນຢູ່ທ້ອງທະເລ. ລັດຖະບານ ໄດ້ ຮຽກຮ້ອງ ທົ່ວປວງຊົນ ໃຫ້ຄຳໝັ້ນໝາຍ ພ້ອມກັບ ປະຊາຄົມໂລກ ປະຕິບັດ ຢ່າງຂ້ຽວຂາດ, ຄົບຊຸດ ທຸກວິທີແກ້ໄຂ, ສູ້ຊົນ ເຖິງປີ 2025 ຫວຽດນາມ ຈະບໍ່ນຳໃຊ້ ເຄື່ອງປຼາສຕິກ ໃຊ້ຄັ້ງດຽວອີກ. 
ສຽງຮ້ອງຂໍຄວາມຊ່ວຍເຫຼືອ ຈາກ ຝັ່ງທະເລຖືກ “ມົນລະພິດຂາວ”

ເລື່ອງລາວ ຢູ່ 3 ຕາແສງແຄມທະເລ ຄື: ດາລົກ, ງືລົກ ແລະ ມີງລົກ, ຂຶ້ນກັບເມືອງ ເຮົ້າລົກ, ແຂວງ ແທງຮ໋ວາ ອາດຈະແມ່ນຕົວຢ່າງ ທີ່ ພົ້ນເດັ່ນ. ຢູ່ທີ່ນີ້, ຂີ້ເຫຍື້ອ ມີຢູ່ທຸກຈອກທຸກແຈ, ໂດຍສະເພາະຢ່າງ ຍິ່ງ ແມ່ນ ຢູ່ຕາມບັນດາເຂດປ່ານ້ຳເຄັມ ແຄມທະເລ. ຫຼັງປະກົດ ການນໍ້າຍື່ງ ຫຼື ມີຄື້ນສູງພັດເຂົ້າຝັ່ງ ຈະມີຖົງຢາງ, ກະສອບ, ກວດ ແກ້ວ, ແຫຂາດ... ນັບໝື່ນນັບແສນ ໄຫຼເຂົ້າມາເຕັມຝັ່ງທະເລ, ຕິດ ຫ້ອຍ ເຂົ້າກັບກິ່ງຕົ້ນໄມ້, ແກວ່ງໄກວ ໄປມາຕາມສາຍລົມພັດ ຊຶ່ງ ສ້າງເປັນພູມພາບອ້າງວ້າງ ເຖິງຂັ້ນ ຄອບງຳແນວຄິດຜູ້ພົບເຫັນ. 
ພາວະ ຂີ້ເຫຍື້ອ ປຼາສຕິກ ເປັນພິດຢູ່ຕາມທ້ອງທະເລ ໄດ້ກາຍເປັນ ບັນຫາ ສຸດທີ່ເລັ່ງດ່ວນ ຂອງ ທົ່ວໂລກ ແລະ ໄດ້ຖືວ່າເປັນສິ່ງທ້າ ທາຍ ຕໍ່ສິ່ງແວດລ້ອມໃຫຍ່ອັນດັບທີສອງ ຂອງໂລກ, ຖັດຈາກ ການ ປ່ຽນແປງ ຂອງດິນຟ້າອາກາດ. 

ແມ່ນແຕ່ຢູ່ນະຄອນ ດ່າໜັງ, ນະຄອນທ່ອງທ່ຽວທາງທະເລ ມີຊື່ສຽງ ອັນດັບໂລກ ມາຮອດປັດຈຸບັນ ກໍຫຼີກບໍ່ພົ້ນຈາກ ຄວາມອ້ອມຮອບ ດ້ວຍຂີ້ເຫຍື້ອປຼາສຕິກ. ການເພີ່ມຂຶ້ນຢ່າງຫຼວງຫຼາຍ ຂອງ ຈຳນວນ ນັກທ່ອງທ່ຽວ, ຈຳນວນກຳປ່ັນ ຫາປາ ພ້ອມກັບ ປະກົດການ ຂີ້ ເຫຍື້ອ ທີ່ໄຫຼມາຈາກທະເລ ໄດ້ເຮັດໃຫ້ເຂດທ່າເຮືອ ຖໍ້ກວາງ, ແຫຼມ ເຊີນຈ່າ ແລະ ບັນດາຫາດຊາຍທະເລ ທີ່ມີທິວທັດທຳມະຊາດ ທີ່ ສວຍງາມເຊັ່ນ: ໝີ໋ເຄ, ນອນເນືອກ, ຫງວຽນເຕິດແທ່ງ ກໍຕ້ອງປະ ເຊີນໜ້າກັບ ມົນພາວະເປັນພິດ ຢ່າງໜັກໜ່ວງ. 


ພະນັກງານ ຂອງ ຄະນະຄຸ້ມຄອງ ເຂດອະນຸລັກທະເລ ກູ່ລາວຈ່າມ (ນະຄອນ ໂຮ້ຍອານ-ແຂວງ ກວ່າງນາມ) ດຳນໍ້າທະເລ ເພື່ອຄົ້ນ ຄວ້າ ສິ່ງແວດລ້ອມ ແລະ
ມ້ຽນຂີ້ເຫຍື້ອ ຢູ່ທ້ອງທະເລ ປົກປັກຮັກສາ ການຂະຫຍາຍຕົວ ຂອງ ກຸ່ມປະກາລັງ ແລະ ຫຍ້າທະເລ. ພາບ: ເຕິດເຊີນ



ຕາແສງດາໂລກ, ເມືອງ ເຮົ້າລົກ, ແຂວງ ແທງຮ໋ວາ ຫຼັງປະກົດການ ນຳ້ທະເລຍື່ງ ຫຼື ມີຄື້ນນຳ້ສູງພັດເຂົ້າຝັ່ງ, ຂີ້ເຫຍື້ອປຼາສຕິກ ຈາກ ທະເລ ໄຫຼເຂົ້າມາ ຕິດຫ້ອຍເຕັມກິ່ງຕົ້ນໄມ້ ແລະ ແກວ່ງໄກວ ຕາມສາຍ ລົມພັດ ຊຶ່ງສ້າງເປັນ ພາບອ້າງວ້າງ ເຖິງຂັ້ນຄອບງຳແນວ ຄິດຜູ້ພົບ ເຫັນ. ພາບ: ເຕິດເຊີນ


ຕະຫຼາດຂາຍປາ ຖໍ້ກວາງ, ນະຄອນ ດ່າໜັງ ຕ້ອງໄດ້ເກັບມ້ຽນ ຂີ້ ເຫຍື້ອ ປຼາສຕິກ ເປັນປະຈຳ ອັນເນື່ອງຈາກສົ່ງຜົນສະທ້ອນຕໍ່ຊີວິດ ການເປັນຢູ່
ຂອງ ປະຊາຊົນ ຢູ່ອ້ອມຕະຫຼາດ. ພາບ: ເຕິດເຊີນ



ຂີ້ເຫຍື້ອ ປຼາສຕິກ ປິດລ້ອມສິ່ງແວດລ້ອມແຫ່ງການດຳລົງຊີວິດ ຂອງ ປະຊາຊົນ ຕາແສງເມີນກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ. ພາບ: ແທງຮ່ວາ


ຂີ້ເຫຍື້ອ ປຼາສຕິກ ເຕັມຕະຫຼາດຂາຍປາ ຖໍ້ກວາງ, ນະຄອນ ດ່າໜັງ. ພາບ: ເຕິດເຊີນ


ຂີ້ເຫຍື້ອ ປຼາສຕິກ ໄຫຼລ່ອງມາຄ້າງຢູ່ເຂດທະເລ ຂອງຕາແສງ ເມີນ ກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ.  ພາບ: ເຕິດເຊີນ

ສິ່ງທີ່ຫຼອກຫຼອນຈິດໃຈທີສຸດ ອາດຈະແມ່ນ ຢູ່ເຂດ ຫາດ ດ໋າແດນ ຊຶ່ງເປັນຫາດຫີນ ທີ່ແສນງາມ ຕັ້ງລີ້ຊ່ອນ ຢູ່ຕາມ ເປີ້ນພູ ທາງທິດ ເໜືອ ຂອງ ແຫຼມ ເຊີນຈ່າ. ຂີ້ເຫຍື້ອ ຈາກ ປາກແມ່ນຳ້ ຮ່ານ ໄຫຼ ອອກ, ຈາກທະເລໄຫຼເຂົ້າມາ ປົກຄຸມເຕັມ ມູມໜຶ່ງຂອງ ໜ່ວຍພູ. ຖົງ ຢາງ, ເຄື່ອງຫຸ້ມຫໍ່, ກວດປຼາສຕິກ, ເກີບ, ມອງຂາດ, ເຊືອກ, ສະເກັດ ເຮືອ ກຳປັ່ນ, ບັນດາທໍ່ປຼາສຕິກ ຍາວຕັ້ງຫຼາຍແມັດ ຖືກ ຟອງນຳ້ ທະ ເລ ພັດເຂົ້າຝັ່ງ ຄ້າງເຕັມ ແຕ່ລະຊ່ອງຫີນ. ຊຳ້ບໍ່ໜຳ ມີທັງແຜ່ນ ໂຟມ ໃຫຍ່ຫຼາຍແຜ່ນ ບໍ່ຮູ້ວ່າ ຖືກ ຟອງນຳ້ ແລະ ລົມພັດຄືແນວໃດ ຕົກໃສ່ ຝາຫີນສູງ ຫ່າງຈາກ ໜ້ານຳ້ທະເລ ຕັ້ງຫຼາຍສິບແມັດ. 

ວັນທີ 22 ມິຖຸນາ, ໃນກອງປະຊຸມຂັ້ນສູງ ອາຊຽນ 34, ຫວຽດນາມ ພ້ອມກັບ ບັນດາປະເທດ ສະມາຊິກ ອາຊຽນ ໄດ້ເປັນເອກະພາບ ຮັບຮອງເອົາຖະແຫຼງການ ບາງກອກ ວ່າດ້ວຍ ການຕ້ານບັນຫາ ຂີ້ ເຫຍື້ອ ປຼາສຕິກ ຢູ່ພາກພື້ນ ອາຊຽນ ແລະ ແຜນການເຄື່ອນໄຫວ ອາຊຽນ ວ່າດ້ວຍ ຂີ້ເຫຍື້ອ ປຼາສຕິກ ຢູ່ທ້ອງ ມະຫາສະໝຸດ. 
ແມ່ນແຕ່ເຂດອະນຸລັກຊັ້ນອາກາດ ແລະ ຊີວະນາໆ ພັນໂລກ ກູ່ລາວ ຈ່າມ (ນະຄອນ ໂຮ້ຍອານ, ແຂວງ ກວ່າງນາມ) ຊຶ່ງເປັນສະຖານທີ່ ໄດ້ຮັບການຄຸ້ມຄອງ, ຮັກສາຢ່າງເຂັ້ມງວດ ກໍ່ຍັງຫຼີກບໍ່ໄດ້ ຕໍ່ການຄຸກ ຄາມຂອງຂີ້ເຫຍື້ອ. ທ່ານນາງ ຫງວຽນທິຮົ່ງຖຸ໋ຍ, ພະນັກງານ ເຮັດ ວຽກ ຢູ່ຫ້ອງການ ລາດຕະເວນ ກວດກາ ຂອງ ຄະນະຄຸ້ມຄອງ ເຂດ ອະນຸລັກ ທະເລ ກູ່ລາວຈ່າມ ເປັນເວລາ ຫຼາຍປີ ໃຫ້ຮູ້ວ່າ ບັນດາປະ ເພດຂີ້ເຫຍື້ອ ມີກຳລັງທໍາລາຍສຸດທີ່ໃຫຍ່ຫຼວງ ຕໍ່ການຂະຫຍາຍຕົວ ຂອງ ບັນດາກຸ່ມປາກະລັງ, ຫຍ້າທະເລ ແລະ ນັບທັງເຕົ່າທະເລ ອີກ ດ້ວຍ. ນີ້ລ້ວນແຕ່ ແມ່ນເປົ້າໝາຍ ມີຄຸນຄ່າພິເສດ ທີ່ເຂດອະນຸລັກ ກຳລັງໃຫ້ການລົງທຶນ ດ້ານເງິນຕາ ແລະ ກຳລັງເຫື່ອແຫງ ເພື່ອການ ຄົ້ນຄວ້າ ແລະ ປົກປັກຮັກສາ.

ເປັນປະເທດແຄມທະເລ, ມີຊາຍຝັ່ງທະເລ ຍາວກວ່າ 3.200 ກິໂລ ແມັດ ແລະ ປາກທະເລ 112 ແຫ່ງ, ຫວຽດນາມ ມີທ່າໄດ້ປຽບ ຫຼາຍ ຢ່າງ ເພື່ອການພັດທະນາດ້ານເສດຖະກິດທະເລ, ແຕ່ນັ້ນ ກໍແມ່ນ ກຳລັງກົດດັນ ຕໍ່ອຳນາດການປົກຄອງ ແລະ ປະຊາຊົນ ໃນວຽກງານ ຈັດແກ້ບັນຫາຂີ້ເຫຍື້ອ ໃນຂະນະທີ່ 80% ຈຳນວນ ຂີ້ເຫຍື້ອ ຢູ່ເທິງ ທະເລ ແມ່ນມາຈາກດິນ ຕໍ່ແຜ່ນ.


ຫວຽດນາມ ຕັດສິນໃຈ ຍູ້ຖອຍມະຫາໄພ “ມົນລະພິດຂາວ”

ປັດຈຸບັນ, ມີຫຼາຍຄອບຄົວ ໄດ້ມີການກະທຳ ຈຳກັດຂີ້ເຫຍື້ອ ປຼາສ ຕິກ, ມີຫຼາຍຄົນ ເຂົ້າຮ່ວມການຕ້ານ ແລະ ສະກັດກັ້ນ ພາວະເປັນ ພິດຈາກ ຂີ້ເຫຍື້ອປຼາສຕິກ, ທົ່ວສັງຄົມກໍາລັງກ້າວໄປສູ່ການເວົ້າ "ບໍ່" ກັບຂີ້ເຫຍື້ອ ປຼາສຕິກ; ສູ້ຊົນເຖິງປີ 2021, ບັນດາຫ້າງຮ້ານ, ຕະ ຫຼາດ, ສັບພະສິນຄ້າ ຢູ່ຕາມບັນດາຕົວເມືອງ ຈະບໍ່ໃຊ້ເຄື່ອງ ປຼາສ ຕິກ ໃຊ້ຄັ້ງດຽວ ແລະ ຮອດປີ 2025 ທົ່ວປະເທດ ຈະບໍ່ໃຊ້ເຄື່ອງ ປຼາສຕິກ ໃຊ້ຄັ້ງດຽວອີກ. ນີ້ແມ່ນຄຳຮຽກຮ້ອງທີ່ຂ້ຽວຂາດ ແລະ ເຕັມ ໄປດ້ວຍກຳລັງໃຈ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນພິທີທົ່ວປະເທດ ສ້າງ “ຂະບວນການ ຕ້ານຂີ້ເຫຍື້ອ ປຼາສຕິກ” ຊຶ່ງໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ຮ່າໂນ້ຍ ໃນວັນທີ 9 ມິຖຸນາ ຜ່ານມາ.

ຄຳຮຽກຮ້ອງ ຂອງ ຜູ້ນຳລັດຖະບານ ໄດ້ຮັບການ ສະໜັບສະໜູນ ຈາກປະຊາຊົນ ເປັນຢ່າງດີ ແລະ ມີການແຜ່ຂະຫຍາຍ ຢ່າງກວ້າງ ຂວາງ ໃນທົ່ວສັງຄົມ.

ຜູ້ຕາງໜ້າ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ອົງ ການນີ້ ພວມຮີບຮ້ອນ ກໍ່ສ້າງແຜນສັງລວມ ກ່ຽວກັບການຄຸ້ມຄອງ ຂີ້ ເຫຍື້ອປຼາສຕິກ ເພື່ອຍື່ນຕໍ່ນາຍົກລັດຖະມົນຕີ ພິຈາລະນາ ໃນປີນີ້. ມີກະຊວງ, ຂະແໜງການຈຳນວນໜຶ່ງ ທີ່ກ່ຽວຂ້ອງ ພວມກວດຄືນ ແລະ ເຮັດໃຫ້ສົມບູນ ບັນດາຂໍ້ກຳນົດ, ນະໂຍບາຍເພື່ອຈຳກັດ ການ ນຳໃຊ້ ຜະລິດຕະພັນ ປຼາສຕິກ ໃຊ້ຄັ້ງດຽວ, ກ້າວໄປເຖິງ ຢຸດຕິ ການ ນຳເຂົ້າ ແລະ ຜະລິດບັນດາປະເພດ ຖົງຢາງ ເປື່ອຍລະລາຍຍາກ.



ກຸ່ມຊາວໜຸ່ມອາສາສະໝັກ “ເກັບມ້ຽນຂີ້ເຫຍື້ອ ເຊີນຈ່າ” ເຂົ້າຮ່ວມການມ້ຽນຂີ້ເຫຍື້ອ ຢູ່ຫາດດ໋າແດນ, ເມືອງ ເຊີນຈ່າ, ແຂວງ ດ່າໜັງ. ພາບ: ແທງຮ່ວາ 


 
ບັນດາຊາວໜຸ່ມ ຢູ່ ດ່າໜັງ ໄດ້ເຕົ້າໂຮມ ອາສາສະໝັກ ປະມານ 500 ຄົນ ເກັບມ້ຽນຂີ້ເຫຍື້ອ ຢູ່ ຝັ່ງທະເລ ແຫຼມ ເຊີນຈ່າ ເປັນປະຈຳ.  ພາບ: ແທງຮ່ວາ


ນັກທ່ອງທ່ຽວສາກກົນ ເຂົ້າຮ່ວມການ ມ້ຽນຂີ້ເຫຍື້ອ ຢູ່ ຊາຍຝັ່ງ ທະ ເລ ໝີ໋ເຄ, ນະຄອນ ດ່າໜັງ ພ້ອມກັບປະຊາຊົນທ້ອງຖິ່ນ. ພາບ: ແທງຮ່ວາ


ທ່ານ Callan Meyer  ຊາວ ອາຟຣິກາໃຕ້ ເຂົ້າຮ່ວມ ການເກັບມ້ຽນ ຂີ້ເຫຍື້ອ ປຼາສຕິກ ຢູ່ຫາດ ດ໋າແດນ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ. ພາບ: ເຕິດເຊີນ


ບັນດາຊາວໜຸ່ມ ນະຄອນດ່າໜັງ ນໍາຖົງຂີ້ເຫຍື້ອ ຈາກ ຊາຍຝັ່ງແຫຼມ ເຊີນຈ່າ ຂຶ້ນເຮືອ ເພື່ອສົ່ງໄປເດີ່ນເກັບຂີ້ເຫຍື້ອ. ພາບ: ແທງຮ່ວາ
 
ກຸ່ມຜະລິດ, ດຳເນີນທຸລະກິດ ຊຶ່ງເປັນຂົງເຂດ ທີ່ຖືວ່າ ມີຄວາມ ກ່ຽວ ພັນ ຢ່າງຫຼວງຫຼາຍ ແລະ ໂດຍກົງ ຕໍ່ບັນຫາຂີ້ເຫຍື້ອ ປຼາສຕິກ ກໍນຳ ສະເໜີ, ໃຫ້ຂໍ້ລິເລີ່ມ, ມາດຕະການແກ້ໄຂຫຼາຍຢ່າງ ທີ່ມີ ລັກສະນະ ປະສິດທິພາບ, ໝັ້ນຄົງ ແລະ ຍືນຍົງ. ພົ້ນເດັ່ນຄື ວິສາຫະກິດ, ກຸ່ມ ບໍລິສັດແຖວໜ້າຫຼາຍແຫ່ງ ຂອງ ຫວຽດນາມ ໄດ້ລົງມື ສ້າງຕັ້ງ ສອງ ອົງການ ຮ່ວມປະສານ ບັນດາວິສາຫະກິດ ຕ້ານຂີ້ເຫຍື້ອ ປຼາສຕິກ ແລະ ຮ່ວມປະສານ ຜະລິດຄືນໃໝ່ ເຄື່ອງ ຫຸ້ມຫໍ່ ຫວຽດນາມ (PRO Vietnam) ແນໃສ່ປະກອບສ່ວນ ຄ່ອຍຢຸດຕິ ການນໍາໃຊ້ບັນດາຜະ ລິດຕະພັນ ປຼາສຕິກ ສົ່ງຜົນຮ້າຍຕໍ່ສິ່ງແວດລ້ອມ, ກ້າວເຖິງ ການຜະ ລິດ ບັນດາຜະລິດຕະພັນ ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ.

ມີວິສາຫະກິດຈຳນວນໜຶ່ງ ໄດ້ກ້າລົງທຶນຄົ້ນຄວ້າ, ຜະລິດປະສົບຜົນ ສຳເລັດ ບັນດາປະເພດເຄື່ອງຫຸ້ມຫໍ່, ຖົງ, ກວດແກ້ວ, ຈອກ, ທໍ່ດູດ ແລະ ອື່ນໆ... ແມ່ນແຕ່ມອງ ເພື່ອການປະມົງ ກໍ່ມີຕົ້ນກຳເນີດ ຈາກ ທຳມະຊາດ, ສາມາດເປື່ອຍລະລາຍເອງ, ເປັນມິດກັບສິ່ງແວດລ້ອມ ແນໃສ່ ຄ່ອຍປ່ຽນແທນ ບັນດາຜະລິດຕະພັນ ທີ່ເຮັດຈາກປຼາສຕິກ. ໃນນັ້ນຕ້ອງ ກ່າວເຖິງ ບໍລິສັດສອງແຫ່ງທີ່ພົ້ນເດັ່ນເຊັ່ນ: ກຸ່ມບໍລິສັດ ອານຟ໋າດ Holdings ແລະ ບໍລິສັດຫຸ້ນສ່ວນສາກົນ ຖິ້ງດາດ.

ພິເສດ, ຂະບວນການຕ້ານ ແລະ ສະກັດກັ້ນ ຂີ້ເຫຍື້ອ ປຼາສຕິກ, ຍູ້ ຖອຍມະຫາໄພ “ມົນລະພິດຂາວ” ກໍາລັງຄ່ອຍໆ ມີການ ຂະຫຍາຍ ຕົວຢ່າງແຂງແຮງ ດ້ານສະຕິ ກໍຄື ການກະທຳ ຂອງ ປະຊາຊົນ, ໂດຍ ສະເພາະຢ່າງຍິ່ງແມ່ນ ຢູ່ຕາມຝັ່ງທະເລ ແລະ ບັນດາ ນະຄອນໃຫຍ່ ຫຼາຍແຫ່ງ . 








ມີຫຼາຍຜະລິດຕະພັນເຊັ່ນທໍ່ດູດ, ເຄື່ອງຫຸ້ມຫໍ່, ຖົງ, ກວດ, ຈອກ ແລະ ອື່ນໆ... ມີແຫຼ່ງກຳເນີດຈາກທຳມະຊາດ, ສາມາດເປື່ອຍ ລະລາຍເອງ, ເປັນມິດກັບສິ່ງແວດລ້ອມ ໂດຍບັນດາວິສາຫະກິດ ຢູ່ພາຍໃນປະເທດເປັນຜູ້ຄົ້ນຄວ້າ ແລະ ຜະລິດສຳເລັດຜົນ. ພາບ: ເຕິດເຊີນ


ມີຫຼາຍລາຍການສິລະປະ ໂຄສະນາເຜີຍແຜ່ ກ່ຽວກັບ ຜົນຮ້າຍ ຂອງຂີ້ເຫຍື້ອ ປຼາສຕິກ ໄດ້ຈັດຂຶ້ນ ຢູ່ທົ່ວທຸກຫົນແຫ່ງ ຂອງ ປະເທດ ຫວຽດນາມ
ຊຶ່ງສ້າງຄວາມປ່ຽນແປງ ໃນສະຕິຄວາມຮັບຮູ້ ຂອງ ປະຊາຊົນ. ພາບ: ເຕິດເຊີນ

ວັນທີ 22 ມິຖຸນາ, ໃນກອງປະຊຸມສຸດຍອດ G20 ຢູ່ນະຄອນ ໂອຊາ ກາ, ຍີ່ປຸ່ນ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີ ຂໍ້ລິ ເລີ່ມ ວ່າດ້ວຍ ຊຸກຍູ້ ການກຳເນີດເຄືອຂ່າຍທົ່ວໂລກ ກ່ຽວກັບການ ແບ່ງປັນ ຂໍ້ມູນ ວ່າດ້ວຍທະເລ-ມະຫາສະໝຸດ ແລະ ກ້າວໄປເຖິງ ຂອບເຂດ ທົ່ວໂລກ ວ່າດ້ວຍ ການສະກັດກັ້ນ ຂີ້ເຫຍື້ອ ປຼາສຕິກ ເພື່ອ ບັນດາ ມະຫາສະໝຸດຂຽວ. 
ທີ່ນະຄອນ ດ່າໜັງ, ກຸ່ມຊາວໜຸ່ມອາສາສະໝັກ “ເກັບມ້ຽນຂີ້ເຫຍື້ອ ເຊີນຈ່າ” ແມ່ນຊື່ເອີ້ນ ທີ່ຫຼາຍຄົນເອີ່ຍເຖິງ. ດ້ວຍກຳລັງແຮງ ຂອງໄວ ໜຸ່ມ,  ຄວາມຫ້າວຫັນ ໂດຍບໍ່ເຫັນແກ່ຜົນປະໂຫຍດ ສ່ວນຕົວ ແລະ ຄວາມຮັກຕໍ່ສິ່ງແວດລ້ອມ, ເຂົາເຈົ້າໄດ້ສ້າງໜ້າ ເຟັດບຸກ ຮຽກຮ້ອງ ຄົນທັງຫຼາຍ ຮ່ວມໄມ້ຮ່ວມມືກັນ ເກັບມ້ຽນ ຂີ້ເຫຍື້ອ ປຼາສຕິກ ຢູ່ຫາດ ດ໋າແດນ ດ້ວຍປະລິມານທີ່ຫຼວງຫຼາຍ, ເຮັດໃຫ້ທັດສະນີຍະພາບຂອງ ແຫຼມ ເຊີນຈ່າ ກັບຄືນສູ່ຄວາມງາມ ແບບສະຫງົບງຽບ ແລະ ເພີດ ເພີນໃຈ ຄືເມື່ອກ່ອນ.

ຫຼືຢູ່ເກາະ ກູ່ລາວຈ່າມ (ແຂວງ ກວ່າງນາມ), ມີກຸ່ມພະນັກງານ ຍິງ ໜຸ່ມ ຂອງ ຄະນະຄຸ້ມຄອງ ເຂດອະນຸລັກ ທະເລ ໄດ້ປະຕິບັດ ການ ດຳນຳ້ທະເລ ຫຼາຍຮ້ອຍຄັ້ງ ເພື່ອການຄົ້ນຄວ້າສິ່ງແວດລ້ອມ ແລະ ເກັບມ້ຽນຂີ້ເຫຍື້ອໃນ ທ້ອງມະຫາສະໝຸດ ປະສົບຜົນສຳເລັດ.

ແລະ ບາງເທື່ອຄົງຍ້ອນ ມີຄວາມຮັກຕໍ່ສິ່ງແວດລ້ອມ ໄດ້ຊຸກຍູ້ ໃຫ້ ຫງວຽນຫງວຽດລິງ, ສາວນ້ອຍ ຮຽນມໍ 5 ຂອງໂຮງຮຽນມັດທະຍົມ ຕອນຕົ້ນ Marie Curie, ຮ່າໂນ້ຍ ຂຽນຈົດໝາຍ ຝາກເຖິງ ທ່ານ ຜູ້ອຳນວຍການໂຮງຮຽນ. ຈົດໝາຍມີຕອນໜ່ຶງໄດ້ຂຽນວ່າ: “ປ່ອຍ ປູມເປົ້າສູ່ທ້ອງຟ້າ: ສ້າງຄວາມຫວັງໃຫ້ນັກຮຽນ-ຂ້າຄວາມຫວັງ ຂອງ ບັນດາໂຕນົກ ແລະ ເຕົ່າທະເລ!”. ນ້ອຍ ຫງວຽດລິງ ໄດ້ ຂຽນ ຈົດໝາຍ ດ້ວຍຈຸດປະສົງ ບໍ່ຢາກໃຫ້ທາງໂຮງຮຽນ ປ່ອຍປູມເປົ້າ ໃນ ມື້ໄຂສົກຮຽນໃໝ່ ເພື່ອການປົກປັກຮັກສາ ສິ່ງແວດລ້ອມ, ປົກປັກ ຮັກສາມະຫາສະໝຸດ ບໍ່ໃຫ້ຈົມຢູ່ກັບ ພາຍຸທີ່ມີຊື່ “ມົນລະພິດຂາວ”. 
 
ບົດ: ແທງຮ່ວາ - ພາບ: ເຕິດເຊີນ, ແທງຮ່ວາ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top